1. ແຫຼ່ງທຶນ ຂອງ ທະນາຄານ ນະໂຍບາຍ.
ທະນາຄານ ນະໂຍບາຍ ມີທຶນຈົດທະບຽນ 250 ຕື້ກີບ ( ສອງຮ້ອຍຫ້າສິບຕື້ກີບ ) ເຊິ່ງ ລັດຖະບານ ເປັນຜູ້ລົງທຶນ ແຕ່ພຽງຜູ້ດຽວ ແລະ ສາມາດເພີ່ມ ຫຼື ຫຼຸດທຶນແຕ່ລະປີ ຕາມການເຫັນດີ ຂອງ ລັດຖະບານ, ແຫຼ່ງທຶນ ຂອງທະນາຄານ ນະໂຍບາຍ ເພື່ອປ່ອຍໃຫ້ສິນເຊື່ອ ນະໂຍບາຍ ມາຈາກພາກສ່ວນຕ່າງໆ ດັ່ງນີ້:
- ຈາກງົບປະມານແຫ່ງລັດ.
- ກຸ້ຢືມຈາກ ທະນາຄານ ແຫ່ງ ສປປ ລາວ.
- ອຳນາດການປົກຄອງທ້ອງຖິ່ນ ແລະ ບັນດາອົງການຈັດຕັ້ງ ສັງຄົມຕ່າງໆ.
- ຈຳໜ່າຍ ສະຫຼາກປະຢັດ, ຈຳໜ່າຍຮຸ້ນກູ້ ພັນທະບັດ ທີ່ໄດ້ຮັບອານຸຍາດຈາກ ທະນາຄານ ແຫ່ງ ສປປ ລາວ.
- ການຊ່ວຍເຫຼືອລ້າ ຈາກຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ທີ່ໄດ້ຮັບການ ຕົກລົງເຫັນດີ ຈາກ ລັດຖະບານ.
2. ເປົ້າໝາຍການໃຫ້ສິນເຊື່ອ.
ທະນາຄານ ນະໂຍບາຍ ປ່ອຍເງິນກູ້ ໂດຍກົງ ເຂົ້າເປົ້າໝາຍ ດັ່ງລູ່ມນີ້:
- ປະຊາຊົນ ໃນ 68 ເມືອງທຸກຍາກ ຫຼື ຕາມທີ່ພັກ ແລະ ລັດຖະບານ ກຳນົດອອກ ແຕ່ລະໄລຍະ.
- ປະຊາຊົນ ໃນ 64 ຈຸດສຸມ, ໃນນີ້ ມີ 10 ຈຸດສຸມຂອງລັດຖະບານ ແລະ 54 ຈຸດສູມ ຂອງທ້ອງຖິ່ນ ຫຼື ຕາມທີ່ພັກ ແລະ ລັດຖະບານ ກຳນົດອອກ ໃນແຕ່ລະໄລຍະ.
- ກູ່ມການຜະລິດສິນຄ້າ ຢູ່ບັນດາບ້ານ ເຮັດທົດລອງ 03 ສ້າງ ທີ່ ພັກ-ລັດຖະບານ ກຳນົດອອກ ໃນຂອບເຂດ ທົ່ວປະເທດ ເປົ້າໝາຍ: ປຸກຝັງ, ລ້ຽງສັດ, ຫັດຖະກຳ ແລະ ປຸງແຕ່ງ ຂະໜາດ ນ້ອຍ.