ໃນຕອນເຊົ້າຂອງວັນທີ 21 ພຶດສະພາ 2025 ໄດ້ເປີດກອງປະຊຸມໃຫຍ່ໜ່ວຍພັກຄັ້ງທີ II ຂອງໜ່ວຍພັກທະນາຄານຜົ້ງສາລີ ຂຶ້ນທີ່ຫ້ອງປະຊຸມຊັ້ນ 3 ຂອງທະນາຄານນະໂຍບາຍ ສາຂາຜົ້ງສາລີ, ພາຍໃຕ້ເປັນປະທານຂອງ ສະຫາຍ ສີຟອງ ແກ້ວກົງຕາ ຮອງເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກ ທະນາຄານນະໂຍບາຍສາຂາຜົ້ງສາລີ; ເປັນກຽດເຂົ້າຮ່ວມ ສະຫາຍ ສັນຕິ ແກ້ວຍະສານ ກໍາມະການປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ຕ່າງໜ້າຄະນະພັກຂັ້ນເທິງ ພ້ອມດ້ວຍຕ່າງໜ້າ 03 ອົງການຈັດຕັ້ງພັກ, ມີຜູ້ແທນສົມບຸນເຂົ້າຮ່ວມ 15 ສະຫາຍ, ຍິງ 5 ສະຫາຍ ແລະ ແຂກຖຶກເຊີນມາຈາກພາກສ່ວນອື່ນມີ 3 ສະຫາຍ, ຍິງ 0 ສະຫາຍ.
ສະຫາຍ ແກ້ວວຽງຄອນ ໄຊຍະສານ ໄດ້ຂື້ນຜ່ານມະຕິຕົກລົງ ຂອງຄະນະປະຈຳພັກແຂວງ ສະບັບເລກທີ 514/ ຄພຂ, ລົງວັນທີ 19 ພຶດສະພາ 2025 ວ່າດ້ວຍການອະນຸມັດ ໃຫ້ໜ່ວຍພັກ ທະນາຄານນະໂຍບາຍ ສາຂາ ຜົ້ງສາລີ ດໍາເນີນກອງປະຊຸມໃຫຍ່ຄັ້ງທີ II, ສະຫາຍ ສີຟອງ ແກ້ວກົງຕາ ກ່າວເປີດກອງປະຊຸມຢ່າງເປັນທາງການ ແລະ ຜ່ານຮ່າງລາຍງານການເມືອງ 2 ພາກໃນໄລຍະ 5 ປີຜ່ານມາ ແລະ ວາງທິດທາງແຜນການຕໍ່ໜ້າປີ 2025 ຫາ 2029 ສະຫາຍ ອຳໄພ ອິນແກ້ວມະນີ ຜ່ານບົດສຳຫຼວດການນຳພາລວມຂອງຄະນະພັກ ທະນາຄານນະໂຍບາຍຊຸດ I ໃນໄລຍະຜ່ານມາຕໍ່ກອງປະຊຸມ.
ກອງປະຊຸມໄດ້ຮັບຟັງການລາຍງານ, ການປະກອບຄຳເຫັນຂອງສະຫາຍຜູ້ແທນສົມບຸນ, ໜ່ວຍພັກອ້ອມຂ້າງ, ທຸກພາກສ່ວນລ້ວນແຕ່ເປັນເອກະພາບຕໍ່ບົດລາຍງານການເມືອງ, ທິດທາງແຜນການດ້ວຍຄວາມຮັບຜິດຊອບສູງ, ເຮັດໃຫ້ກອງປະຊຸມມີເນື້ອໃນຄົບຖ້ວນ.
ຜູ້ແທນກອງປະຊຸມກໍ່ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດຄັດເລືອກເອົາຄະນະພັກຊຸດໃໝ່, ບົນພື້ນຖານ ຫຼັກການລວມສູນປະຊາທິປະໄຕ ແລະ ຖຶກຕ້ອງສ່ອດຄ່ອງກັບມາດຖານທີ່ກຳນົດໄວ້ເຊິ່ງມີຜູ້ອອກຮັບສະໝັກເລືອກຕັ້ງ ຈຳນວນ 05 ສະຫາຍ, ຍິງ 01 ສະຫາຍ, ເລືອກໄດ້ 03 ສະຫາຍ, ຍິງ 0 ສະຫາຍຄື:
- ສະຫາຍ ສີຟອງ ແກ້ວກົງຕາ ເປັນເລຂາໜ່ວຍພັກ ທນບ.
- ສະຫາຍ ອຳໄພ ອິນແກ້ວມະນີ ເປັນຮອງເລຂາໜ່ວຍພັກ ທນບ.
- ສະຫາຍ ແກ້ວວຽງຄອນ ໄຊຍະສານ ເປັນກຳມະການໜ່ວຍພັກ ທນບ.
ກອງປະຊຸມໄດ້ຄັດເລືອກເອົາ 2 ສະຫາຍ, ຍິງ 0 ສະຫາຍ, ເປັນປະທານກວດກາພັກ ແລະ ຄະນະພັກຄື:
- ສະຫາຍ ແກ້ວວຽງຄອນ ໄຊຍະສານ ເປັນປະທານກວດກາພັກ.
- ສະຫາຍ ຫຼຽນທອງ ແກ້ວວຽງຄອນ ເປັນກຳມະການພັກ.
ກອງປະຊຸມປະຖົມມະເລີກໄດ້ຄັດເລືອກເອົາຜູ້ແທນໄປຮ່ວມກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງມີ, ຈຳນວນ 2 ສະຫາຍຄື:
- ສະຫາຍ ສີຟອງ ແກ້ວກົງຕາ ເລຂາໜ່ວຍພັກເປັນຜູ້ແທນສົມບູນ.
- ສະຫາຍ ອຳໄພ ອິນແກ້ວມະນີ ຮອງເລຂາໜ່ວຍພັກເປັນຜູ້ແທນສຳຮອງ
ກອງປະຊຸມໃຫຍ່ຍັງໄດ້ຮັບຟັງການໂອ້ລົມຈາກສະຫາຍ ສັນຕິ ແກ້ວຍະສານ ກຳມະການປະຈຳພັກແຂວງຕາງໜ້າຄະນະພັກຂັ້ນເທິງ, ເຊິ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການຊີ້ນຳ – ນໍາພາຂອງຄະນະໜ່ວຍພັກຊຸດເກົ່າທີ່ໄດ້ຊີ້ນຳ – ນໍາພາພະນັກງານ, ສະມາຊິກພັກປະຕິບັດໜ້າທີ່ການເມືອງຂອງຕົນຍາດໄດ້ຜົນສໍາເລັດຫຼາຍດ້ານພ້ອມກັນນັ້ນສະຫາຍຍັງໄດ້ສະແດງຄວາມເປັນຫ່ວງເປັນໄຍຕໍ່ດ້ານອ່ອນ, ຂໍ້ຄົງຄ້າງເຊິ່ງໄດ້ຮຽກຮ້ອງໃຫ້ຄະນະໜ່ວຍພັກຊຸດໃໝ່ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂ, ສະຫາຍໄດ້ໃຫ້ທິດຊີ້ນຳວຽກງານຫຼາຍດ້ານທີ່ສຳຄັນ, ສະຫາຍມີຄວາມເຊື່ອໝັ້ນຕໍ່ຄະ ນະພັກຊຸດໃໝ່ທີ່ຈະສືບຕໍ່ຊີ້ນຳ – ນໍາພາ ຈັດຕັ້ງປະຕິບັດມະຕິບັດມະຕິກອງປະຊຸມໃຫຍ່ຂອງຕົນຍາດໃຫ້ໄດ້ຜົນງານພົ້ນເດັ່ນ ແລະ ມີຜົນສຳເລັດອັນໃໝ່ຍິ່ງໃຫຍ່ກວ່າເກົ່າ.
ກອງປະຊຸມໃຫຍ່ຍັງໄດ້ຮຽກຮ້ອງມາຍັງພະນັກງານສະມາຊິກພັກຈົງໄດ້ເຊີດຊູສະຕິຄວາມເປັນເຈົ້າການ, ສະຕິຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຕາມການມອບໝາຍຂອງພັກ – ລັດໃຫ້ສູງຂື້ນເລື້ອຍໆໃຫ້ວຽກງານແຕ່ລະດ້ານມີການຫັນປ່ຽນໃໝ່ ຢ່າງຕັ້ງໜ້າເຮັດໃຫ້ໜ່ວຍພັກມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ.