ສະຫຼຸບການເຄື່ອນໄຫວວຽກງານຮອບດ້ານປະຈຳ 3 ເດືອນຕົ້ນປີ 2025 ແລະ ທິດທາງ-ແຜນການປະຈຳ 9 ເດືອນທ້າຍປີ 2025

ວັນທີ 25 ເມສາ 2025 ທີ່ຫ້ອງປະຊຸມຊັ້ນ  III ຂອງທະນາຄານນະໂຍບາຍ ສາຂາຜົ້ງສາລີ ໄດ້ເປີດ ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານຮອບດ້ານ ປະຈຳ 03 ເດືອນຕົ້ນປີ 2025 ແລະ ວາງທິດທາງແຜນການປະຈໍາ 9 ເດືອນທ້າຍປີ 2025 ຂອງທະນາຄານນະໂຍບາຍສາຂາຜົ້ງສາລີ ໂດຍພາຍໃຕ້ການເປັນປະທານຂອງທ່ານ ສີຟອງ ແກ້ວກົງຕາ ຫົວໜ້າທະນາຄານນະໂຍບາຍ ສາຂາຜົ້ງສາລີ, ມີຄະນະສາຂາ, ຄະນະຂະແໜງ , ຄະນະໜ່ວຍ, ພ້ອມດ້ວຍພະນັກງານສິນເຊື່ອໜ່ວຍບໍລິການ ແລະ ພະນັກງານພາຍໃນສໍານັກງານສາຂາ ເຂົ້າຮ່ວມທັງໝົດ 23 ທ່ານ, ຍິງ 7 ທ່ານ.

ພາຍຫຼັງທ່ານ ປະທານ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການແລ້ວ ທ່ານ ສົມຈິດ ຄຸນນະຈັກ ຫົວໜ້າຂະແໜງຫ້ອງການ-ຈັດຕັ້ງພະນັກງານ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານຮອບດ້ານປະຈໍາ 03 ເດືອນຕົ້ນປີ ແລະ ທິດທາງແຜນການ ປະຈໍາ 09 ເດືອນທ້າຍປີ 2025, ທ່ານ ສີຟອງ ແກ້ວກົງຕາ ໄດ້ເຜີຍແຜ່ຜົນສຳເລັດກອງປະຊຸມໃຫຍ່ປະຈຳປີ 2025 ຂອງ ທນບ; ຫຼັງຈາກນັ້ນປະທານກອງປະຊຸມໄດ້ສະເໜີໃຫ້ ຂະແໜງການ ແລະ ໜ່ວຍ​ບໍລິການ​ ຂື້ນລາຍງານວຽກ​ງານ​ທີ່​ຕົນ​ເອງ​ຮັບຜິດຊອບຜ່ານມາໂດຍ​ຍົກໃຫ້ເຫັນດ້ານທີ່ເຮັດໄດ້, ຂໍ້ຄົງຄ້າງ, ວິທີການແກ້ໄຂ ແລະ ຂໍ້​ສະ​ເໜີ​ວຽກ​ງານ​ແຕ່ລະດ້ານ​, ຜູ້​ເຂົ້າ​ຮ່ວມ​ປະຊຸມ​ໄດ້ມີການສ່ອງແສງລາຍງານຢ່າງ​ກົງ​ໄປ​ກົງ​ມາ, ປະກອບຄໍາເຫັນ ​ແລະ ມີຄວາມ​ເປັນ​ເອກະ​ພາບ​ກັນຫຼາຍດ້ານ, ເພື່ອສູ້ຊົນ 09 ເດືອນທ້າຍປີ 2025, ຫົວໜ້າສາຂາໄດ້ມອບໃບຍ້ອງຍໍ ສາຂາ ແລະ ໜ່ວຍບໍລິການ, ໃນທີ່ປະຊຸມ ທານປະທານ ໄດ້ມີມະຕິເປັນເອກະພາບກັນດັ່ງນີ້:

  1. ດ້ານວຽກງານການເມືອງ:
  • ການເມືອງ-ແນວຄິດແມ່ນສໍາຄັນທີ່ສຸດ ເຊິ່ງຕິດພັນກັບບຸກຄົນມັນສອດຮ່ອຍໄປໃນທຸກວຽກງານ ສະນັ້ນທຸກຄົນ ຕ້ອງມີສະຕິຕໍ່ການຈັດຕັ້ງ, ຍົກສູງຄວາມຮັບຜິດຊອບ, ພະນັກງານບໍ່ໃຫ້ມີແນວຄິດຄັບແຄບ, ແນວຄິດຈຸ້ມເຈື້ອ ເຊື້ອສາຍ, ຍົກສູງຄວາມເສຍສະຫຼະ, ຕ້ອງກຳໃຫ້ມັນໄດ້ຕິດພັນກັບແນວຄິດ, ຄວາມຊື່ສັດບໍລິສຸດຕໍ່ໜ້າທີ່ວຽກ ງານ,ປະຕິບັດຕາມລະບຽບຄຸ້ມຄອງພະນັກງານໃຫ້ເຂັ້ມງວດ.
  • ພະນັກງານແຕ່ລະຄົນຕ້ອງເຂົ້າໃຈຄໍາວ່າການເມືອງໝາຍເຖິງແນວທາງ, ແນວຄິດໝາຍເຖິງບຸກຄົນ ສະນັ້ນສິດ ແລະ ໜ້າທີ່ຂອງແຕ່ລະຄົນຕ້ອງເອົາໃຈໃສ່ ກຳໃຫ້ໄດ້ບັນດາມະຕິຄຳສັ່ງ ຂອງພັກ-ລັດໃນແຕ່ລະໄລຍະ ແລະ ພະນັກງານທຸກຄົນຕ້ອງເອົາໃຈໃສ່ຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີຄວາມເຂັມແຂງ
  • ຄໍາວ່າການເມືອງ-ແນວຄິດແມ່ນສໍາຄັນທີ່ສຸດ ເຊິ່ງຕິດພັນກັບບຸກຄົນມັນສອດຮ່ອຍໄປໃນທຸກວຽກງານ ສະນັ້ນ ທຸກຄົນຕ້ອງມີສະຕິຕໍ່ການຈັດຕັ້ງ.
  • ໃຫ້ພະນັກງານແຕ່ລະຄົນຕ້ອງເຂົ້າໃຈກ່ຽວກັບພາລະບົດບາດໃນໜ້າທີ່ຄວາມຮັບຜິດຊອບຕົນເອງຢ່າງເລີກເຊິ່ງ, ຕ້ອງໄດ້ສຶກສາກ່ຽວກັບນິຕິກຳຕ່າງໆຄືນໃໝ່ທີ່ຂັ້ນເທິງວາງໄວ້.
  1. ແບບແຜນວິທີເຮັດວຽກ:
  • ການປະຕິບັດໜ້າທີ່ວຽກງານແມ່ນໃຫ້ປະຕິບັດແບບຫຼັກການລວມສູນປະຊາທິປະໄຕ, ບຸກຄົນຮັບຜິດຊອບສຽງສ່ວນໜ່ອຍຂື້ນກັບສຽງສ່ວນຫລາຍ.
  • ການຂື້ນແຜນລົງເກັບກູ້ໜີ້ສິນແມ່ນສະເໜີລາຍຈ່າຍມາຫາສາຂາເຫັນວ່າບໍ່ເໝາະສົມກັບລາຍຈ່າຍທີ່ຖອນໄປ, ແມ່ນຢາກໃຫ້ແຕ່ລະໜ່ວຍເອົາໃຈໃສ່ຕື່ມ, ເວລາລົງເຄື່ອນໄຫວວຽກງານຕ້ອງມີບົດບັນທຶກ ແລະ ມາດຕະການ ໃນການແກ້ໄຂ.
  • ຢາກໃຫ້ພະນັກງານແຕ່ລະຄົນເອົາໃຈໃສ່ຕື່ມໃນການປະຕິບັດວຽກງານຕ້ອງມີການແຂ່ງຂັນ ແລະ ສືກສາແລກ ປຽນບົດຮຽນນຳກັນ.
  1. ວຽກງານວິຊາສະເພາະ:
  • ການຈັດຕັ້ງປະຕິບັດວຽກງານຕ້ອງເຮັດໄປຕາມຂັ້ນຕອນ ໂດຍສະເພາະການສ້າງເອກະສານໃນການແກ້ໄຂໜີ້ສິນ ຕ້ອງອິງໃສ່ລະບຽບຂອງ ທນບ ສະນັ້ນຄະນະຜູ້ຊີ້ນຳຂັ້ນສາຂາ ແລະ ຂະແໜງສິນເຊື່ອຕ້ອງໄດ້ເອົາໃຈໃສ່ໃນການ ຊີ້ນຳໜ່ວຍບໍລິການ ໃນການຈັດຕັ້ງປະຕິບັດໃຫ້ໄປຕາມນິຕິກຳ ແລະ ລະບຽບ.
  • ພະນັກງານພາຍໃນຂະແໜງ ແລະ ໜ່ວຍບໍລິການຕ້ອງໄດ້ແລກປ່ຽນບົດຮຽນນຳກັນຕື່ມ ເພື່ອເຮັດໃຫ້ການຈັດຕັ້ງ ປະຕິບັດວຽກງານໄປລວງດຽວກັນ.
  • ໃນຊ່ວງໄລຍະກະກຽມການປັບປຸງຈາກ ທນບ ມາເປັນ ທພບ ພະນັກງານທຸກຄົນຕ້ອງເອົາໃຈໃສ່ ປະຕິບັດໜ້າທີ່ ວຽກງານທີ່ຕົນຮັບຜິດຊອບ ຢ່າງແຂງແຮງ, ຕ້ອງໄດ້ສຶກສາ, ຄົ້ນຄວ້າ ແລະ ຊອກຮູ້ຮໍ່າຮຽນ, ປັບປຸງຕົນເອງ ເພື່ອ ຮັບໃຊ້ໜ້າທີ່ການເມືອງໃນຕໍ່ໜ້າ.
  • ຄະນະຂະແໜງ, ຄະນະໜ່ວຍບໍລິການຕ້ອງສາມາດກຳລະບຽບ, ຍອດສິນເຊື່ອ ແລະ ລູກຄ້າຂອງຕົນໃຫ້ໄດ້ ທີ່ ຜ່ານມາຍັງເຫັນພະນັກງານບາງຄົນກຳບໍ່ໄດ້ ເຮັດໃຫ້ການເຄື່ອນໄຫວບໍ່ໄດ້ຕາມເປົ້າໝາຍ.
  • ໃຫ້ຂະແໜງສິນເຊື່ອເອົາໃຈໃສ່ໃນການສັງລວມບ້ານ, ຄອບຄົວທີ່ມີທ່າແຮງທາງດ້ານສະພາບແວດລ້ອມ ເພື່ອເລັ່ງ ໃສ່ໃນການແກ້ໄຂໜີ້ສິນໃນປີ 2025 ໃຫ້ມີທ່າອ່ຽງຂອງໜີ້ຫຼຸດລົງ.
  • ໃຫ້ສາຂາ, ບັນດາຂະແໜງ ແລະ ພາກສ່ວນທີ່ກ່ຽວຂ້ອງຊີ້ນຳໜ່ວຍບໍລິການ ເອົາໃຈໃສ່ໃນການຈັດຕັ້ງປະຕິບັດ ວຽກງານ ໂດຍເອົາເງື່ອນໄຂໃນ 7 ມາດຖານທີ່ທາງສຳນັກງານໃຫຍ່ກຳນົດອອກ ມາເປັນພື້ນຖານໃນການປະຕິ ບັດໃຫ້ບັນລຸຕາມຄາດໝາຍ.
  • ຂະແໜງສິນເຊື່ອ ແລະ ໜ່ວຍບໍລິການຕ້ອງເລັ່ງປະຕິບັດແຜນ ປະຈຳປີ 2025 ໃຫ້ສຳເລັດຕາມແຜນ.
  1. ວຽກງານຈັດຕັ້ງພະນັກງານ:
  • ໃຫ້ພະນັກງານທຸກຄົນຕ້ອງໄດ້ເອົາໃຈໃສ່, ມີຄວາມຫ້າວຫັນໃນການເຮັດວຽກງານທີ່ຕົນເອງຮັບຜິດຊອບຢ່າງ ແຂງແຮງ.
  • ການປັບປຸງການຈັດຕັ້ງ ຫຼື ການຊັບຊ້ອນບ່ອນປະຈຳການຂອງພະນັກງານແມ່ນປົກກະຕິ ບາງຄົນປະຈຳການບ່ອນ ເກົ່າດົນ, ບັນຫາສໍາຄັນແມ່ນຍາກໃຫ້ພະນັກງານທຸກຄົນເຂົ້າໃຈໃນໜ້າວຽກຫຼາຍດ້ານ.
  • ການປະເມີນຜົນງານ ຫຼື ການຈັດປະເພດປະຈຳປີ ໃນປີ 2025 ເຮົາຈະໄດ້ປະເມີນຕາມໜ້າວຽກຕົວຈິງຂອງ ພະນັກງານຮັບຜິດຊອບວ່າມີດ້ານດີທີ່ພົ້ນເດັ່ນຫຍັງແດ່, ດ້ານອ່ອນຂໍ້ຄົງຄ້າງແນວໃດ ແລະ ຄວນຈັດໃນປະເພດ ໃດສະນັ້ນຂະແໜງ ແລະ ຄະນະໜ່ວຍຕ້ອງເປັນເຈົ້າການ.
  1. ວຽກງານຫ້ອງການ:
  • ໃຫ້ຂະແໜງຫ້ອງການ ປົກປັກຮັກສາຊັບສົມບັດ, ຮັກສາຄວາມສະອາດ ແລະ ອານາໄມໃຫ້ມີຄວາມຈົບງາມໃນ ສຳນັກງານ ສາຂາ ແລະ ໜ່ວຍບໍລິການ.
  • ໃຫ້ຂະແໜງຫ້ອງການກວດກາລາຍຈ່າຍໃນເວລາໜ່ວຍບໍລິການຂື້ນແຜນລາຍຈ່າຍບໍລິຫານແມ່ນຢາກໃຫ້ຈ່າຍສົມ ເຫດສົມຜົນບໍ່ແມ່ນຂື້ນແຜນເກີນຄວາມເປັນຈິງ.
  1. ວຽກງານບັນຊີ:
  • ຢາກໃຫ້ກວດກາຄັງເງິນສົດທຸກມື້,ມ້ຽງເງິນໃຫ້ເປັນລະບຽບໃຫ້ລົງປື້ມພັບຮັບຈ່າຍທຸກມື້ເຊັນກັນຢ່າງລະອຽດ. ການບໍລິການລູກຄ້າຢາກໃຫ້ມີຄວາມຍິ້ມແຍ້ມແຈ່ມໃສ່ນຳລູກຄ້າ, ເວລາລູກຄ້າເຂົ້າມາພົວພັນວຽກໃຫ້ພະນັກງານ ບັນຊີໂຄສະນາຜະລິດຕະພັນຂອງ ທນບ ຕື່ມອີກເຊັນການໂອນ, ການຮັບເງິນຂອງ ທນບ.
  • ຢາກໃຫ້ຂະແໜງບັນຊີຂຽນຂ່າວ ແລະ ເປີດເວັບໄຊ NBB ເພື່ອລົງຂໍ້ມູນຂ່າວສານການເຄື່ອນໄຫວວຽກງານຂອງ ສາຂາ ແລະ ໜ່ວຍບໍລິການ.
  1. ວຽກງານສິນເຊື່ອ:
  • ໃຫ້ສືບຕໍ່ປ່ອຍແຫຼ່ງທຶນອະນຸມັດຈາກ ສຍ ຈຳານວນ 60,000,000,000 ກີບ ໃຫ້ສຳເລັດພາຍໃນເດືອນ 09 ປີ
  • ໃຫ້ເບີງຄືນກ່ຽວກັບການແບ່ງຄວາມຮັບຜິດຊອບຂອງຂະແໜງສິນເຊື່ອ ແລະ ໜ່ວຍບໍລິການກ່ຽວກັບຄວາມ ຮັບຜິດຊອບ,ການເກັບໜີ້ຫຼຸດລົງຫລືເພີ້ມຂື້ນແນວໃດ.
  • ເລັ່ງໃສ່ແກ້ໄຂໜີ້ NPL ແລະ ດອກເບ້ຍຄ້າງ, ເອົາໃຈໃສ່ໜີ້ຄົບງວດ, ດອກເບ້ຍຄົບງວດແມ່ນໃຫ້ຂະແໜງສິນ ເຊື່ອ ແລະ ໜ່ວຍບໍລິການເອົາໃຈໃສ່ໃນການບໍ່ລິຫານສິນເຊື່ອໃຫ້ມີຄຸນນະພາບທີ່ດີ ໃນປີ 2025 ຍາກໃຫ້ຂະແໜງສິນເຊື່ອ ແລະ ໜ່ວຍບໍລິການເອົາໃຈໃສ່ປະເມີນຄອບຄົວຕົວແບບ, ໂຄງການທີ່ ພົ້ນເດັ່ນ ເພື່ອເປັນການວັດແທກຄຸນນະພາບໃນການປ່ອຍສິນເຊື່ອຂອງ ທນບ ເຮົາ.
  1. ວຽກງານກວດກາ:
  • ໃຫ້ເບິ່ງຄຶນກ່ຽວກັບຜົນການກວດກາຂອງ ທຫລ ລົງມາກວດກາ ແລະ ສຳນັກງານໃຫຍ່ ທີລົງກວດກາສາຂາ ຜົ້ງ ສາລີ ຕື່ມ, ການປະຕິບັດຕ້ອງຖືກຕ້ອງຄູ່ມື ແລະ ລະບຽບຂອງທນບ ວາອງອອກ. ໃນຕໍ່ໜ້າຫ້າມເດັດຂາດບໍ່ໃຫ້ມີປະກົດການຫຍໍ້ທໍ້ ສະນັ້ນໃຫ້ພະນັກງານທຸກຄົນມີສະຕິ.
  • ການກວດກາຍາກໃຫ້ຊຸມກວດ ເບີງລູກຄ້າລາຍກຸ່ມ, ລາຍບຸກຄົນພາຍໃນສາຂາ ແລະ ລົງໄປຫາລູກຄ້າຕື່ມອີກ.
  1. ຂອດການປະສານງານ: ການປະສານງານແມ່ນໃຫ້ແຕ່ລະພາກສ່ວນເອົາໃຈໃສ່ໃຫ້ມີຄວາມກົມກຽວກັນ ສະນັ້ນບໍວ່າວຽກງານໃດຖ້າບໍ່ມີ ການປະສານງານຈະເຮັດໃຫ້ການປະຕິບັດວຽກງານຊັກຊ້າ ບໍ່ສຳເລັດຕາມເປົ້າໝາຍ.
  2. ວຽກງານປ້ອງກັນ: ພະນັກງານແຕ່ລະຄົນໃຫ້ຖືເອົາວຽກງານປ້ອງກັນເປັນວຽກງານທີ່ສໍາຄັນເຊັນວ່າ: ການ, ປ້ອງກັນຫາງສຽງສັງຄົມ, ປ້ອງກັນໜີ້ສິນ, ປ້ອງກັນປະກົດການຫຍໍ້ທໍ້ຕ່າງໆ ການປ້ອງກັນສຳນັກງານຫ້ອງ ຄວາມສາມັກຄີມີຄວາມໝາຍສໍາຄັນແລະເປັນກ້ອນກຳລັງອັນມະຫາສານ,ພະນັກງານທຸກຄົນຕ້ອງມີຄວາມຊ່ວຍ ເຫຼືອເຊີງກັນ ແລະ ກັນທາງດ້ານໜ້າທີວຽກງານ, ບໍ່ໃຫ້ມີແນວຄິດອິດສາບັງບຽດກັນໃຫ້ຮັກແພງສາມັກຄີກັນ.

You May Also Like

Leave a Reply

Your email address will not be published. Required fields are marked *