ທ່ານ ຜູ້ອໍານວຍການ ທະນາຄານນະໂຍບາຍ ລົງຊຸກຍູ້ເຄື່ອນໄຫວວຽກງານ ຢູ່ ທນບ ສາຂາ ຫຼວງພະບາງ

ໃນຕອນເເລງຂອງວັນທີ 23ພຶດສະພາ 2025, ເວລາ 17:00ໂມງ ທີ່ຫ້ອງປະຊຸມຊັ້ນ III ທະນາຄານ ນະໂຍບາຍ

ສາຂາ ຫຼວງພະບາງ ໄດ້ຈັດພິທິຕ້ອນຮັບ ທ່ານຜູ້ອໍານວຍການ ທີ່ລົງເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານຢູ່ ທນບ ສາຂາ ຫຼວງພະບາງ ເຊີ່ງພາຍໃຕ້ການເປັນປະທານຂອງ ທ່ານ  ສຸພັກ ຖິ່ນໄຊພອນ ຜູ້ອໍານວຍການ ທະນາຄານ ນະໂຍບາຍ ແລະ ຜູ້ເຂົ້າຮ່ວມມີບັນດາຄະນະພະແນກ, ຄະນະສາຂາ, ຄະນະຂະແໜງ ແລະ ຫົວໜ້າໜ່ວຍບໍລິການ ລວມທັງໜົດ 28 ທ່ານ ຍິງ 11 ທ່ານ.

ພິທີໃນຄັ້ງນີ້ ທ່ານ ສີຈັນ ເນັ່ງເລົ່າຈ່າ ວ່າການຫົວໜ້າສາຂາ ໄດ້ຂື້ນລາຍງານສະຫຼຸບການເຄື່ອນໄຫວວຽກງານໃນໄລຍະຜ່ານມາ ແລະທິດທາງແຜນການໃນຕໍ່ໜ້າ ຂອງ ທນບ ສາຂາ ຫຼວງພະບາງ, ການຈັດຕັ້ງປະຕິບັດວຽກງານມີອັນພົ້ນເດັ່ນ ແລະ ເຮັດໃຫ້ມີຜົນສໍາເລັດຫຼາຍດ້ານ.

 

ຫຼັງຈາກນັ້ນ ທ່ານປະທານ ມີຄໍາເຫັນເນັ້ນໜັກ ແລະທິດຊີ້ນໍາການຈັດຕັ້ງປະຕິບັດວຽກງານ

  ໃນຕໍ່ໜ້າດັ່ງນີ້:

  1. 1. ຮຽກຮ້ອງໃຫ້ຄະນະພັກ,ຄະນະສາຂາ,ຄະນະຂະແໜງການ ແລະຄະນະໜ່ວຍບໍລິການໃຫ້

ເອົາໃຈໃສ່ສຶກສາອົບຮົມວຽກງານການເມືອງ-ແນວຄິດ ພະນັກງານການປະຕິບັດວຽກງານໃຫ້ເຕົ້າໂຮມຄວາມສາມັກຄີເປັນປືກແຜ່ນ,ຮັກແພງຊ່ວຍເຫຼືອເຊິ່ງກັນ ແລະກັນ,ໃຫ້ພະນັກງານຮັບຮູ້ເຂົ້າໃຈການກະກຽມຈະຫັນ ທະນາຄານນະໂຍບາຍ ເປັນທະນາຄານພັດທະນາຊົນນະບົດໃນຕໍ່ໜ້າໃຫ້ມີການຫັນປ່ຽນແນວຄິດອັນໃໝ່ໃນການປັບປຸງຕົນເອງ , ຊອກຮຽນຮູ້ ແລະ ພັດທະນາຕົນເອງມີຄວາມຮູ້ຄວາມສາມາດ,  ເພື່ອຫັນໄປສູ່ການປັບປຸງ ໃນໄລຍະ

ໃໝ່ໃຫ້ອົງກອນມີຄວາມແຂງ,ໜັ້ນຄົງ-ຍືນຍົງ.

  1. 2. ວຽກງານສິນເຊື່ອຈະຫັນເປັນທະນາຄານພັດທະນາຊົນນະບົດ ປະຕິບັດພາລະບົດບາດໜ້າທີ່ໃໝ່ ຕ້ອງໄດ້ຫັນໄປຕາມກົນໄກໄລ່ລຽງທຸລະກິດ,ການສະໜອງສິນເຊື່ອປະກອບສວນແກ້ໄຂຄວາມທຸກຍາກ ,ສິນເຊື່ອທຸລະກິດຕ້ອງຮັບປະກັນຄຸນນະພາບ ແລະໃຫ້ມີປະສິດທິຜົນ ແລະປະສິດທິພາບສູງ ,ປະຕິບັດໃຫ້ສອດຄ່ອງກັບລະບຽບ ແລະນະໂຍບາຍສິນເຊື່ອກໍານົດອອກແຕ່ລະໄລຍະ.
  2. ວຽກງານການບໍລິການໃຫ້ເອົາໃຈບໍລິການລະດົມຜະລິດຕະພັນເງິນຝາກ ແລະບໍລິການລູກຄ້າຕາມລະບົບຂັ້ນຕອນ ແລະລະບຽບການບໍລິການເງິນຝາກໃຫ້ໄດ້ຮັບຜົນດີ.

-ການຄຸ້ມຄອງບໍລິຫານລະບົບໄອທີໃຫ້ປົກປັກຮັກສາກ່ຽວກັບລະບົບຄຸ້ມຄອງການນໍາໃຊ້ ແລະ ການກວດກາລະບົບ ພ້ອມທັງອະນາໄມໃຫ້ສະອາດ.

  1.   ວຽກງານກວດກາໃຫ້ຕ້ອງໄດ້ເນັ້ນເອົາໃຈໃສ່ໃນການກວດກາ 03 ຂັ້ນ ,ການກວດກາໃຫ້ມີຄວາມໂປ່ງໃສ, ແລະກວດກາຢ່າງເຂັ້ມງວດ,ໃຫ້ຄວາມເຄົາລົບເຊິ່ງກັນ ແລະກັນ.

You May Also Like

Leave a Reply

Your email address will not be published. Required fields are marked *