
ໃນຄັ້ງວັນທີ 23 -26 ກຸມພາ 2026 ຄະນະນໍາ ທະນາຄານພັດທະນາຊົນນະບົດ ລົງເຄຶ່ອນໄຫວເຄື່ອນໄຫວ ວຽກງານ ຢູ່ສໍານັກງານສາຂາ ແລະ ໜ່ວຍບໍລິການເມືອງ ວຽງຄໍາ, ເມືອງໂພນທອງ ທະນາຄານພັດທະນາຊົນນະບົດ ສາຂາຫຼວງພະບາງ ໂດຍການເປັນປະທານ ຂອງ ທ່ານ ສຸພົດ ໂຊກປະຫັວດ ຮອງຜູ້ອໍານວຍການ ທະນາຄານພັດທະນາຊົນນະບົດ, ມີຄະນະສາຂາ, ຄະນະຂະແໜງການ, ຄະນະໜ່ວຍບໍລິການ ແລະ ພະນັກງານວິຊາການຂັ້ນ
ໜ່ວຍບໍລິການ ມີຜູ້ເຂົ້າຮ່ວມທັງໝົດ: 25 ທ່ານ , ຍິງ 07 ທ່ານ.
ກອງປະຊຸມໃນຄັ້ງນີ້: ຄະນະສາຂາ ໄດ້ຂື້ນລາຍງານ ສະພາບການຈັດຕັ້ງປະຕິບັດວຽກງານໂດຍຫຍໍ້ ແລະ ບັນດາຫົວໜ້າໜ່ວຍບໍລິການໄດ້ລາຍງານສະພາບການເຄື່ອນໄຫວວຽກງານໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ມີອັນພົ້ນເດັ່ນ, ຜົນສໍາເລັດຫຼາຍດ້ານ ແລະ ມີຜົນດໍາເນີນງານທີ່ດີ.
ຫຼັງຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ປະກອບຄໍາຄິດຄໍາເຫັນແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ ຢ່າງກົງໄປກົງມາເປັນຂະບວນຟົດຟື້ນໃນການຈັດຕັ້ງປະຕິບັດວຽກງານໄລຍະຜ່ານມາ
ໃນຕອນທ້າຍ ທ່ານ ປະທານ ມີຄໍາເຫັນໂອ້ລົມ
- ວຽກງານສຶກສາອົບຮົມການເມືອງ-ແນວຄິດ
ໃຫ້ຄະນະສາຂາ,ຄະນະຂະແໜງການ ,ຄະນະໜ່ວຍບໍລິການ ຖືເອົາວຽກງານການເມືອງ-ແນວຄິດຕັດສິນວຽກງານວິຊາສະເພາະ,ຕັດສິນຜົນໄດ້ຜົນເສຍຂອງການຈັດຕັ້ງປະຕິບັດວຽກງານ ແລະ ແບບແຜນການນໍາພາແບບແຜນວິທີເຮັດວຽກເປັນຂໍກຸນແຈອັນໜຶ່ງແຫ່ງຜົນສໍາເລັດ,ໃຫ້ມີຄຸນທາດການເມືອງໜັກແໜ້ນເອ ກະພາບກັນຕົກລົງວຽກງານເປັນໝູ່ຄະນະເພື່ອໃຫ້ສະມາຊິກພັກ-ພະນັກງານມີແນວຄິດອຸ່ນອ່ຽງທຸນທ່ຽງ ມີຄວາມສະຫົງບໂດຍພື້ນຖານ.
- ວຽກງານຈັດຕັ້ງ-ພະນັກງານ
ການຈັດສັນບຸກຄະລະກອນໃຫ້ມີຄວາມຄ່ອງຕົວ ວຽກງານກວດກາກັບວຽກງານຈັດຕັ້ງຕ້ອງໄດ້ສົມທົບກັນເພື່ອຫັນເຂົ້າສູ່ລະບຽບການ
- ວຽກງານວິຊາສະເພາະ
- ວຽກງານການໃຫ້ບໍລິການ
ການໃຫ້ບໍລິການລູກຄ້າທີ່ດີ ບຸກຄະລະກອນຕ້ອງກໍາລະບຽບ ຄູ່ມື, ມີຄວາມວ່ອງໄວ, ບຸກຄະລະກອນບໍລິຫານໃຫ້ມີຄວາມຄ່ອງຕົວ ມີການຊັບປ່ຽນໝູນວຽນກັນ ກ່ຽວກັບການລະດົມເງິນຝາກ ໃຫ້ລະດົມທີ່ຈະເຮັດໄດ້ລະດົມເທື່ອລະໜ້ອຍ ເພື່ອຂະຫຍາຍຕາໜ່າງບັນຊີ.
- ວຽກຄັງເງິນສົດ
ບຸກຄະລະກອນຕ້ອງບໍ່ມີໃຫ້ຄວາມຜິດພາດສ້າງຄວາມຊໍານິຊໍານານກ່ຽວກັບໃບເງິນແຕ່ປະເພດ.
- ວຽກງານຫ້ອງການບໍລິຫານ
ໃຫ້ເອົາໃຈໃສ່ຕິດຕາມຄຸ້ມຄອງຊັບສົມບັດໃຫ້ໃຊ້ງານເປັນປົກກະຕິ ເວລາທ້າຍປີ ຕ້ອງໄດ້ກວດນັບຊັບສົມບັດສົມທຽບໃສ່ບັນຊີຢັ້ງຢືນໃຫ້ມີຄວາມຖຶກຕ້ອງ, ຫຼຸດຜ່ອນລາຍຈ່າຍບໍລິຫານ.
- ວຽກງານສິນເຊື່ອ
ການສະໜອງສິນເຊື່ອໃຫ້ທົບທວນຄືນ, ໃຫ້ຄັດເລືອກກຸ່ມເປົ້າໝາຍຫັນເປັນກຸ່ມທໍາການຜະລິດພາຍໃນຕົວເມືອງ ການຂະຫຍາຍສິນເຊື່ຶອຕ້ອງເບີ່ງເມືຶອງທີ່ມີທ່າແຮງເຮັດໄດ້ ເນັ້ນນິຕິກໍາຕ້ອງຮັດກຸມ ເພື່ອປ່ອຍສິນເຊື່ອໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ.
- ວຽກງານກວດກາ
ຕ້ອງໄດ້ເອົາໃຈໃສ່ກວດກາເປັນປະຈໍາ ແຕ່ລະໜ້າວຽກຂອງຂະແໜງການ ແລະ ບັນດາໜ່ວຍບໍລິການ ໃນການຈັດຕັ້ງປະຕິບັດວຽກງານຫັນເຂົ້າສູ່ລະບຽບການຢ່າງເຂັ້ມງວດ.
ພາບ-ຂ່າວໂດຍ: ຂະແໜງ ບັນຊີ – ການເງີນເຕັກໂນໂລຊີ ຂໍ້ມູນຂ່າວສານ ສາຂາ ຫຼວງພະບາງ.

