ທີ່ຕັ້ງ ແລະ ພາລະບົດບາດ

1. ທີ່ຕັ້ງ.

ທະນາຄານ ນະໂຍບາຍ ຂຽນຫຍໍ້ວ່າ “ທນບ” ແລະ ຂຽນເປັນພາສາອັງກິດ NAYOBY BANK ຫຼື NBB, ໄດ້ຮັບການສ້າງຕັ້ງຂື້ນ ຕາມໃບອານຸຍາດ ສະບັບເລກທີ 03/ທຫລ, ລົງວັນທີ 15/09/2006 ຂອງຜູ້ວ່າການ ທະນາຄານ ແຫ່ງ ສປປ ລາວ, ແມ່ນທະນາຄານ ສະເພາະກິດໜຶ່ງ ໂດຍຢູ່ພາຍໃຕ້ ການຄູ້ມຄອງ ຂອງ ທະນາຄານ ແຫ່ງ ສປປ ລາວ ເຊິ່ງມີຖານະ ເປັນນິຕິບຸກຄົນ ແລະ ມີສຳນັກງານ ຕັ້ງຢູ່ອາຄານ ເລກທີ 640, ຖະໜົນ ໄກສອນ ພົມວິຫານ, ບ້ານໂພນພະເນົາ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ.

2. ພາລະບົດບາດ.

ມີພາລະບົດບາດ ປະຕິບັດແນວທາງ ນະໂຍບາຍ ຂອງ ພັກ – ລັດຖະບານ ປະກອບສ່ວນແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ບັນດາເຜົ່າ, ດຳເນີນງານ ໂດຍ ບໍ່ສະແຫວງຫາຜົນກຳໄລ, ປະຕິບັດ ນະໂຍບາຍ ໃຫ້ສິນເຊື່ອຜູ້ທຸກຍາກ, ຜູ້ທີ່ມີຈຸດປະສົງລົງທຶນ ໃນເມືອງທຸກຍາກ ແລະ ຕາມແນວທາງ ນະໂຍບາຍ ຂອງພັກ – ລັດຖະບານ ກຳນົດອອກ ໃນແຕ່ລະໄລຍະ, ຄູ້ມຄອງ ແລະ ນຳໃຊ້ ແຫຼ່ງທຶນ ນະໂຍບາຍ ເພື່ອແນໃສ່ຫັນປ່ຽນພື້ນຖານ ເສດຖະກິດ ທຳມະຊາດ ໄປສູ່ ການຜະລິດ ເປັນສິນຄ້າ ໃນຂົງເຂດ ກະສິກຳ – ປ່າໄມ້, ອຸດສາຫະກຳ ຂະໜາດນ້ອຍ, ຫັດຖະກຳ ແລະ ການບໍລິການ ໃຫ້ມີການ ຂະຫຍາຍຕົວ ດ້ວຍການໃຫ້ກູ້ຢືມ ດອກເບ້ຍ ນະໂຍບາຍ.