ທະນາຄານນະໂຍບາຍ ສາຂາຫຼວງນ້ຳທາ ເປີດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານສິນເຊື່ອປະຈຳປີ 2020 ແລະ ທິດທາງແຜນການປະຈຳປີ 2021 ສະເພາະ ແຂວງບໍ່ແກ້ວ

ຕອນ​ເຊົ້າ​ເວລາ 08:30 ນາທີ ​ ຂອງ​ວັນ​ທີ 18 ມີນາ 2021 ຢູ່​ທີ່ຫ້ອງປະຊຸມ​ຫ້ອງວ່າການປົກຄອງ ແຂວງ ບໍ່ແກ້ວ ​​​ໄດ້​ເປີດກອງ​ປະຊຸມສະຫຼຸບການເຄື່ອນໄຫວວຽກງານສິນ​ເຊື່ອປະຈຳປີ 2020 ແລະ ທິດທາງແຜນການ ປີ 2021​ໂດຍ​ພາຍ​ໃຕ້​ການ​ເປັນ​ປະທານ​ ຂອງ​ ທ່ານ ​ເຄື່ອນເພັດ ວົງຈັນ ກໍາມະການປະຈຳ​ພັກ​​ແຂວງ​ ຮອງເຈົ້າແຂວງໆບໍ່ແກ້ວ, ​ເປັນ​ກຽດ​ເຂົ້າຮ່ວມມີ ທ່ານ​ ວຸດ​ທິ​ ​ເລືອນ​ວິ​ໄລ​ວົງ ຜູ້ອຳນວຍການ ທນບ, ມີ​ຜູ້ຕ່າງໜ້າ ທຫລ ສາຂາພາກເໜືອ ແຂວງອຸດົມໄຊ,​ ຄະນະກຳມະການຄູ້ມຄອງ​ສິນ​ເຊື່ອຂັ້ນ​​ແຂວງ, ຮັກສາ​ການຫົວໜ້າທະນາຄານ​ນະ​ໂຍບາຍ ສາຂາຫຼວງນ້ຳທາ,ປະທານຄະນະກຳມະການ​ສິນ​ເຊື່ອ​ຂັ້ນ​ເມືອງ, ຄະນະຂະແໜງສິນເຊື່ອ, ຫົວໜ້າຫ້ອງການປະສານງານ ແລະ ຫົວໜ້າໜ່ວຍບໍລິການ, ພະນັກງານພາຍໃນ ທນບ ເຂົ້າຮ່ວມທັງໝົດ 20 ທ່ານ ຍິງ 1 ທ່ານ.

ກອງ​ປະຊຸມ ທ່ານສີຟອງ ແກ້ວກົງຕາ ຮັກສາການຫົວໜ້າທະນາຄານນະໂຍບາຍ ສາຂາຫຼວງນ້ຳທາ ໄດ້ນຳສະເໜີຜ່ານບົດສະຫຼຸບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານສິນເຊື່ອປະຈຳປີ 2020 ແລະ ທິດທາງແຜນການປີ 2021 ​ເຊິ່ງຍົກໃຫ້ເຫັນຜົນງານພົ້ນເດັ່ນ, ດ້ານອ່ອນ ແລະ ຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ ແລະ ທິດທາງແກ້ໄຂໃນຕໍ່ໜ້າ ໂດຍສະເພາະການແກ້ໄຂໜີ້ NPL ແລະ ດອກເບ້ຍຄ້າງຮັບ.

ກອງ​ປະຊຸມ ທ່ານ ສອນໄຊ ຈັນແກ້ວມະນີວົງ ຫົວໜ້າຫ້ອງການປະສານງານແຂວງບໍ່ແກ້ວ ທະນາຄານນະໂຍບາຍສາຂາຫຼວງນໍ້າທາ ໄດ້ຜ່ານແຜນສິນເຊື່ອປະຈຳປີ 2021 ທົ່ວແຂວງບໍ່ແກ້ວ ຈໍານວນ 12,100 ຕຶ້ກີບ ກວມເອົາ 4 ເມືອງຄື: ເມືອງຫ້ວຍຊາຍ ຈຳນວນ 2,6 ຕື້ກີບ, ເມືອງເມີງຈຳນວນ 3 ຕື້ກີບ, ເມືອງຜາອຸດົມຈຳນວນ 3,500 ຕື້ກີບ ແລະ ເມືອງປາກທາຈຳນວນ 3 ຕື້ກີບ, ເປັນແຫຼ່ງທຶນເມືອງເປົ້າໝາຍຈຳນວນ: 7.610.000.000 ກີບ, ຈຸດສຸມ 1.200.000.000 ກີບ, ສາມສ້າງ 3.290.000.000 ກີບ ມີທັງໝົດ 45 ບ້ານ, ມີ 91 ກຸ່ມຜະລິດ, ມີ 477 ຄອບຄົວແລະ ໄດ້ຜ່ານແຈ້ງການ 1 ສະບັບ ເລກທີ 37/ທນບ ລົງວັນທີ 7/1/2021. ກອງ​ປະຊຸມ​ໄດ້ຮັບ​ຟັງ​ການ​ປະ​ກອບ​ຄຳ​ຄິດ​ຄຳ​ເຫັນ​ຂອງ​ບັນດາ​ທ່ານ​ຜູ້​ເຂົ້າຮ່ວມ​ກອງ​ປະຊຸມ​​ຢ່າງ​ກົງ​ໄປ​ກົງ ​ແລະ ​ໄດ້​ເຫັນ​ດີ​ເປັນ​​ເອກະ​ພາບຮັບຮອງ​​ເອົາ​ບົດ​ສະຫຼຸບການ​ເຄື່ອນ​ໄຫວ​ວຽກ​ງານ​ສິນ​ເຊື່ອປະຈຳ​ປີ 2020 ​ແລະ ຮັບຮອງ​ເອົາແຜນສິນ​​ເຊື່ອ​ປະຈຳ​ປີ 2021 ທົ່ວແຂວງບໍ່​ແກ້ວ.

ຕອນ​ທ້າຍ​ກອງ​ປະຊຸມ ທ່ານ ປະທານ​ກອງ​ປະຊຸມ ຍັງ​​ໄດ້​ໃຫ້ກຽດ​ໂອ້​ລົມ​ຕໍ່ກອງ​ປະຊຸມ​ ເຊີ່ງ​ທ່ານ​ໄດ້ສະ​​ແດງ​ຄວາມ​ຍ້ອງຍໍ​ຊົມ​ເຊີຍ​ຕໍ່ກັບ​ຜົນງານ​ທີ່​ຍາດ​ມາ​ໄດ້​ໃນ​ໄລ​ຍະ​ຜ່ານ​ມາ​ ພ້ອມ​ນັ້ນຍັງ​ໃຫ້​ທິດ​ຊີ້ນຳ​​ເນື້ອ​ໃນບາງ​ດ້ານຄຶ: ​ໃຫ້ປະສານສົມທົບກັນລະຫວ່າງ ທະນາຄານ ແລະ ຫ້ອງການທີ່ກ່ຽວຂ້ອງຂັ້ນເມືອງເອົາໃຈໃສ່ເປັນເຈົ້າການປິ່ນອ້ອມ, ການລົງແກ້ໄຂໜີ້ສິນຂອງແຕ່ລະເມືອງໃຫ້ແຂງແຮງກວ່າເກົ່າ, ຂະແໜງການກ່ຽວຂ້ອງກໍ່ຕ້ອງໄດ້ລົງໃກ້ສິດຕິດແທດ ກຸ່ມການຜະລິດຊ່ວຍຊູ້ກຍູ້ດ້ານເຕັກນິກການປູກການລ້ຽງ ແລະ ດ້ານຕະຫຼາດສ້າງຄອບຄົວຕົວແບບໃຫ້ໄດ້ຫຼາຍກວ່າເກົ່າ, ​ໃຫ້ເບີ່ງຄືນວ່າຈຸດສຸມຂອງແຂວງປີ 2021 ເພີ່ນກຳນົດອອກມາມີຈຸດສຸມໃດທີ່ເໝາະສົມທີ່ມີເງື່ອນໄຂ ​ໃຫ້ສະໜອງແຫຼ່ງທຶນແກ້ໄຂຄວາມທຸກຍາກເຂົ້າຕື່ມ, ລົງເຜີຍແຜ່ເອກະສານຂອງທະນາຄານໃຫ້ປະຊາຊົນໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ກັບພາລະບົດບາດ, ລະບຽບການກູ້ຢືມໃຫ້ເຂົ້າເຈົ້າໄດ້ຮັບຮູ້ລະອຽດຈະແຈ້ງ, ການລົງກວດກາປະເມີນຜົນລະຫວ່າງທະນາຄານກັບຄະນະກຳມະການຕ້ອງໄປລວງດຽວກັນ, ການແຕ່ງຕັ້ງຄະນະກຳມະການຄູ້ມຄອງແຕ່ລະຂັ້ນ ໃຫ້ກວດກາຄືນ ໂຕໃດບໍ່ເໝາະສົມໃຫ້ປັບປຸງແຕ່ງຕັ້ງຄືນໃໝ່ ແລະ ເຫັນດີໃຫ້ທະນາຄານຮ່າງຂໍ້ຕົກລົງແຕ່ງຕັ້ງຄະນະກຳມະການເກັບກູ້ໜີ້ສິນຂັ້ນແຂວງ, ເພື່ອໃຫ້ແຂວງອອກຂໍ້ຕົກລົງ. ກອງ​ປະຊຸມ​ໄດ້​ດຳ​ເນີນ​ໄປ​ເປັນ​ເວລາ 01 ຕອນ ​ແລະ​ໄດ້​ປິດ​ລົງ​ໃນ​ເວລາ 12:00 ​ໂມງ​ຂອງ​ວັນ​ດຽວກັນ.

You May Also Like

Leave a Reply

Your email address will not be published. Required fields are marked *