ກອງປະຊຸມ ສະຫຼຸບການເຄື່ອນໄຫວວຽກງານຮອບດ້ານ ປະຈໍາປີ 2020 ແລະ ທິດທາງແຜນການ 2021

ວັນທີ 27 ຫາ 28 ກຸມພາ 2021 ນີ້ ຢູ່ທີ່ຫ້ອງປະຊຸມໃຫຍ່ຊັ້ນ III ຫ້ອງການ ທະນາຄານນະ​ໂຍບາຍ ​ສາຂາ​ ຫົວພັນ ​ໄດ້​ເປີດກອງ​ປະຊຸມ ເພື່ອຕິລາຄາການຈັດຕັ້ງປະຕິບັດວຽກງານຮອບດ້ານ ປະຈໍາປີ 2020 ແລະ ທິດທາງແຜນການປີ 2021 ຂື້ນ,​  ພາຍ​ໃຕ້​​ເປັນ​ປະທານ​ ຂອງ​ທ່ານ ບຸນເຊີຍ ແກ້ວນາຕານ  ຫົວໜ້າ ທະນາຄານນະໂຍບາຍ ສາຂາ ຫົວພັນ, ໃຫ້ກຽດເຂົ້າຮ່ວມກອງປະຊຸມມີ ທ່ານ ຄຳພັດ ແກ້ວວິໄລ ຮອງຫົວໜ້າສາຂາ ຜູ້ຊີ້ນໍາວຽກງານບັນຊີ ເຕັກໂນໂລຊີ ຂໍ້ມູນຂ່າວສານ, ທ່ານ ຄຳແພງ ຄຳພູວົງ ຜູ້ຊີ້ນໍາວຽກງານສິນເຊື່ອ, ມີບັນດາ ຫົວໜ້າ, ຮອງຫົວໜ້າແຕ່ລະຂະແໜງການ, ຫົວໜ້າ, ຮອງຫົວໜ້າ ແຕ່ລະໜ່ວຍບໍລິການ ແລະ ພະນັກງານວິຊາການພາຍໃນຫ້ອງການ ສາຂາ ແລະ ລະໜ່ວຍບໍລິການ ເຂົ້າຮ່ວມລວມທັງໝົດ 55 ທ່ານ, ຍິງ 17 ທ່ານ.                  ພາຍຫຼັງທ່ານ ປະທານ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການແລ້ວ ໄດ້ຮັບຟັງການຜ່ານບົດສະຫຼຸບການເຄື່ອນໄຫວວຽກງານຮອບດ້ານ ປະຈຳປີ 2020 ແລະ ທິດທາງແຜນການເຄື່ອນໄຫວ ປະຈໍາປີ 2021,​ ບົດລາຍງານການເຄື່ອນໄຫວເກັບກູ້ໜີ້ສິນ, ກສະໜອງສິນເຊື່ອ, ແຜນສິນເຊື່ອປີ 2021, ບົດລາຍງານປະກົດການຫຍໍ້ທໍ່ຕ່າງໆໃນໄລຍະປີ 2020 ແລະ ບົດລາຍງານແຜນດໍາເນີນທຸລະກິດ ປີ 2020 ແລະ ແຜນການປີ 2021.  ຜ່ານການປະກອບຄຳຄິດ, ຄຳເຫັນຂອງຜູ້ເຂົ້າຮ່ວມກອງປະຊຸມ ຢ່າງກ້ວາງຂວາງ ແລະ ກົງໄປກົງມາ.                          ຕອນທ້າຍ ທ່ານປະທານ ກອງປະຊຸມມີຄຳເຫັນຊີ້ນໍາ ແລະ ໂອ້ລົມຕໍ່ກອງປະຊຸມ ຄື:                                                                              1, ເອົາໃຈໃສ່ສຶກສາອົບຮົມ ວຽກງານການເມືອງ-ແນວຄິດ ໃຫ້ພະນັກງານຢູ່ແຕ່ລະຂະແໜງການ, ແຕ່ລະໜ່ວຍບໍລິການ ໃຫ້ເປັນປົກກະຕິ ໂດຍຫຼາຍຮູບແບບ ເພື່ອໃຫ້ພະນັກງານທຸກຄົນເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ-ລັດຖະບານ ເຊື່ອມຊືມເຂົ້າໃຈຕໍ່ກັບບັນດານິຕິກຳ, ພາລະບົດບາດ ແລະ ກົດລະບຽບຂອງ ທນບ ຢ່າງຈະແຈ້ງ, ຖືເອົາການຮ່ວມຊິວິດ, ການສຳຫຼວດກວດກາ, ຕໍານິສົ່ງຂ່າວເຊີ່ງກັນ ແລະ ກັນ.                                                                2, ເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກ ຂອງຄະນະສາຂາ, ຄະນະຂະແໜງການ, ຄະນະໜ່ວຍບໍລິການ ລ້ວນແລ້ວໃຫ້ຖືເອົາແບບແຜນວິທີເຮັດວຽກ ຂອງຄະນະພັກ, ຄະນະອຳນວຍການ ເປັນບ່ອນອິງໃນການຈັດຕັ້ງປະຕິບັດວຽກງານ ແລະ ເປັນການປຶກສາຫາລືວຽກງານຕ່າງໆ ແລະ ສະຫຼຸບ ຖອດຖອນບົດຮຽນ ເພື່ອເປັນພື້ນຖານໃນການວາງມາດຕາການແກ້ໄຂ.                                                                                                          3, ສຶບຕໍ່ປັບປຸງການຈັດຕັ້ງພາຍໃນ ໂດຍຖືເອົາລະບຽບຄຸ້ມຄອງພະນັກງານເປັນບ່ອນອິງ ເພື່ອກຳນົດຕໍາແໜ່ງທຸກລະດັບໃຫ້ຄົບຖ້ວນ ສອດຄ່ອງກັບສະພາບຄວາມເປັນຈິງ ແລະ ໄປໃນທາງລວງດຽວກັນ, ຮັບປະກັນຄຸນນະພາບຂອງພະນັກງານ ຕາມພະລະບົດບາດໃນໄລຍະໃໝ່.                                        4, ວຽກງານສິນເຊື່ອ ມອບໃຫ້ຂະແໜງສິນເຊື່ອ ກໍ່ຄື ບັນດາໜ່ວຍບໍລິການ ຮີບຮ້ອນເອົາໃຈໃສ່ໃນການກະກຽມ ກວດກາຂໍ້ມູນສິນເຊື່ອ, ບັນຫາຄວາມພ້ອມດ້ານຕ່າງໆ  ເພື່ອຮັບປະກັນໃນການປ່ອຍສິນເຊື່ອ ຖຶກຕ້ອງຕາມລະບຽບຂອງສິນເຊື່ອ ແລະ ທ່ວງທັນກັບສະພາບລະດູການ ໂດຍສະເພາະ ແມ່ນເລັ່ງໃສ່ການປ່ອຍສິນເຊື່ອຜ່ານ ອກສກ  ກຳນົດເອົາບ້ານທີ່ມີເງື່ອນໄຂ, ອົງການຈັດຕັ້ງບ້ານມີຄວາມເຂັ້ມແຂງ ຕາມແຜນປີ 2021 ໃຫ້ໄດ້ 20 ຈຸດ ຕາມແຜນສິນເຊື່ອ 53 ຕື້ື້ກີບ.  ການເກັບກູ້ໜີ້ ຂະແໜງສິນເຊື່ອ ແລະ ໜ່ວຍບໍລິການ ຕ້ອງເພີ້ມທະວີການແກ້ໄຂໜີ້ສິນ ໃຫ້ແຂງແຮງ ແລະ ເປັນປົກກະຕິ ຕ້ອງສຸ່ມກຳລັງແກ້ໄຂຢ່າງມີຈຸດສຸມ ເປັນບ້ານໆ ໃນກໍລະນີແກ້ໄຂໜີ້ສິນພົບຄວາມຫຍຸ້ງຍາກ ໃຫ້ສົມທົບອຳນາດການປົກຄອງ, ຄະນະກໍາມະການແກ້ໄຂໜີ້ສິນຕາມແຕ່ລະຂັ້ນຂອງຕົນ ເພື່ອລົງແກ້ໄຂຊ່ວຍ ຕາມມາດຕາການແກ້ໄຂໜີ້ບໍ່ເກີດດອກອອກຜົນ ແລະ ການໃຫ້ບໍາເນັດຄະນະກຳມະການໃນການຊ່ວຍເກັບກູ້ໜີ້ສິນ ໃຫ້ໄດ້ຕາມການທີ່ວາງໄວ້. ວຽກງານການບໍລິການ: ໃຫ້ສຶບຕໍ່ຜັນຂະຫຍາຍ ແລະ ປະຊາສຳພັນ ໃຫ້ປະຊາຊົນບັນດາເຜົ່າ ແລະ ອົງການຈັດຕັ້ງຮັບຊາບກ່ຽວກັບຜະລິດຕະພັນຂອງ ທນບ ໃນປະຈຸບັນຄື: ໂອນເງິນພາຍໃນ, ໂອນເງິນຂ້າມທະນາຄານ, ການເປັນຕົວແທນຂອງ ທຫລ, ການໃຫ້ບໍລິການຄັງເງິນແຫ່ງຊາດ ແລະ ການບໍລິການເງິນຝາກ. ວຽກງານກວດກາ: ໃຫ້ເພີ້ມທະວີກວດກາຢ່າງ ແຂງ ແຮງ ແລະ ເປັນປົກກະຕິຕາມແຜນທີວາງໄວ້,​ ເອົາໃຈໃສ່ຕິດຕາມເກັບໜີ້ທີ່ຕິດພັນພະນັກງານ.                                                                                                                                                                5, ວຽກງານປ້ອງກັນ: ໃຫ້ທຸກພາກສ່ວນ ນັບແຕ່ສາຂາ ຮອດໜ່ວຍບໍລິການ ເອົາໃຈໃສ່ປົກປັກຮັກສາ ແລະ ຍົກສູງລະວັງຕົວ ເພື່ອໃຫ້ທຸກຄົງເຂດວຽກງານມີຄວາມສະຫງົບປອດໄພດ້ານຕ່າງໆ.                                                                                                                                     6, ຮຽກຮ້ອງພະນັກງານທຸກຄົນ ເພີ້ມທະວີຄວາມສາມັກຄີ ເປັນປຶກແຜນແໜ້ນໜາ, ເປັນເຈົ້າການໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ ໃຫ້ມີຄວາມສຳເລັດດີຂື້ນເທື່ອລະກ້າວ.                                                                                                                                                                 ກອງປະຊຸມໄດ້ດຳເນີນມາເປັນເວລາ 01 ມື້ ແລະ ເຄີ່ງວັນ ແລະ ໄດ້ປິດຈົບລົງໃນເວລາ 13 ໂມງ 45 ນາທີ ຂອງວັນທີ 28 ກຸມພາ 2021.

You May Also Like

Leave a Reply

Your email address will not be published. Required fields are marked *