ທນບ ສາຂາຫຼວງນ້ຳທາ ໄດ້ເປີດກອງປະຊຸມສະຫຼຸບວຽກງານຮອບດ້ານປະຈຳປີ 2018 ແລະ ທິດທາງແຜນການປີ 2019

​ເມື່ອວັນ​ທີ 1 ກຸມພາ 2019 ທນບ ສາຂາ​ຫຼວງນ້ຳທາ ​ໄດ້​ເປີດ​ກອງ​ປະຊຸມ​ສະຫຼຸບການ​ເຄື່ອນ​ໄຫວ​ວຽກງານ​ຮອບດ້ານປະຈຳ​ປີ 2018 ​ແລະ ທິດ​ທາງ​ແຜນການ​ປີ 2019 ທີ​ຫ້ອງ​ປະຊຸມ​ໃຫຍ່ ຊັ້ນ III ທະນາຄານ​ນະ​ໂຍບາຍ ສາຂາ​ຫວງນ້ຳທາ, ​ໂດຍ​ການ​ເປັນ​ປະທານຂອງ ທ່ານ ​ແສງໝັ້ນ​ ​ແກ້ວ​ເມືອງ​ເໜືອ ​ເລຂາໜວ່ຍພັກ ຫົວໜ້າທະນາຄານ​ນະ​ໂຍບາຍສາຂາຫຼວງນ້ຳທາ ຜູ້​ເຂົ້າ​ຮ່ວມ​ມີ ຮອງ​ຫົວໜ້າສາຂາ, ຫົວໜ້າຂະ​ແໜງ, ຮອງ​ຂະ​ແໜງ, ຫົວໜ້າໜວ່ຍບໍລິການ, ຮອງ​ຫົວໜ້າໜວ່ຍ ເຂົ້າຮ່ວມລວມທັງໝົດ​ 13 ທ່ານ ຍີ​ງ 4 ທ່ານ.

​ກອງ​ປະຊຸມ​ ທ່ານ ສີ​ຟອງ ​ແກ້ວ​ກົງຕາ ຮອງຫົວໜ້າສາຂາ ກໍ່ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານຮອບດ້ານປີ 2018 ແລະ ຜ່ານທິດທາງແຜນປີ 2019 ​ໂດຍ​ຫຍໍ້ ເຊີ່ງໄດ້ຍົກໃຫ້ເຫັນຜົນງານດ້ານດີ, ດ້ານອອ່ນ, ຂໍ້ຄົງຄ້າງໃນການຈັດຕັ້ງປະຕິບັດວຽກງານໄລຍະປີຜ່ານມາ. ຫຼັງຈາກ​ນັ້ນ, ທ່ານ ຫົວໜ້າຂະ​ແໜງກວດກາ ກໍ່​ໄດ້​ຂື້ນຜ່ານ​​ບົດ​ລາຍ​ງານ​ການ​ແກ້​ໄຂປະກົດ​ການ​ຫຍໍ້​ທໍ້ ​ແລະ ວິທີ​ການ​ແກ້​ໄຂ.

ກອງ​ປະຊຸມ ທ່ານ​ຫົວໜ້າສາຂາ​ ຍັງ​ໄດ້​ຕັ້ງຄຳ​ຖາມ​ເຈາະ​ຈີ້ມຂື້ນ​ເພື່ອ​ໃຫ້ ຄະນະ​ຂະ​ແໜງ, ຄະນະໜວ່ຍບໍລິການ ປະກອບ​ຄຳ​ຄິດ​ຄຳ​ເຫັນ ​ແລະ ​ຕອບ​ຄຳ​ຖາມ​ເຈາະ​ຈີ້ມ​ 6 ຂໍ້​ຄື: ດ້ານການ​ສື​ກສາອົບຮົມການເມືອງແນວຄິດມີ​ວິທີ​ແກ້​ໄຂ​ແນວ​ໃດ?, ຈະ​ມີ​ນະ​ໂຍບາຍ​ແນວ​ໃດ​ເຂົ້າ​ເຖີງປະຊາຊົນ​ທຸກ​ຍາກ?, ສາ​ເຫດ​ອັນ​ໃດທີ​ພາ​ໃຫ້​ມີໜີ້ NPL?, ມີ​ວິທີ​​ແນວ​ໃດສະກັດ​ກັ້ນຕ້ານປະກົດ​ການ​ຫຍໍ້​ທໍ້​ໃນ​ຖັນ​ແຖວ​ພະນັກງານ?, ການ​ບໍລິການ​ສີນ​ເຊື່ອ​ແລະ​ບໍລິການ​ດ້ານ​ການ​ເງີ​ນຈະ​ມີ​ວິທີ​ແນວ​ໃດ?, ການ​ໃຫ້ສີນ​ເຊື່ອ​ຖືກ​ເປົ້າໝາຍ ​ແລະ ມີ​ຄຸນ​ນະພາ​ບ​ເພື່ອ​ຮັບ​ປະກັນ​ການ​ເກັບ​ຄືນ​ຈະ​ມີ​ວິທີ​ແນວ​ໃດ?. ຈາກ​ນັ້ນ, ທ່ານ​ຫົວໜ້າຂະ​ແໜງຫ້ອງການ-ຈັດຕັ້ງພະນັກງານ ຍັງ​ໄດ້​ຂື້ນຜ່ານ​ຂໍ້​ຕົກລົງ​​ເລກທີ 50/ທນບ ວ່າ​ດ້ວຍ​ລະບຽບການ​ສັບ​ຊ້ອນ​ພະນັກງານ​ ຂອງທະນານ​ຄານ​ນະ​ໂຍບາຍ ​ແລະ ຍັງ​ໄດ້ຮັບ​ຟັງ ທ່ານ ຫົວໜ້າສາຂາ ​​ເຜີຍ​ແຜ່​ເອກະສານ​ບົດ​ບັນ​ທືກ​ກ​ອງປະຊຸມສະພາ​ບໍລິຫານ ທນບ ສະ​ໄຫມ​ສາມັນ​ຄັ້ງທີ II ປະຈຳ​ປີ 2018 ​ແລະ ບົດ​ບັນ​ທືກສະຫຼຸບການ​ເຄື່ອນ​ໄຫວ​ວຽກງານ​ຮອບດ້ານປີ 2018 ​ແລະ ທິດ​ທາງ​ແຜນການ​ປີ 2019 ຂອງ​ທະນາຄານ​ນະ​ໂຍບາຍ.

ຕອນ​ທ້າຍກອງ​ປະຊຸມ ທ່ານ​ ຫົວໜ້າສາຂາ ປະທານ​ກອງ​ປະຊຸມ​ຍັງ​ໄດ້​ໃຫ້​ທິດ​ຊີ້ນຳ​ໃນ​ບາງ​ວຽກງານ​ທີ​ສຳຄັນ​ຄື ​ໃຫ້​ເໜັ້ນໜັກ​​ໃຫ້​ເອົາ​ໃຈ​ໃສ່​ສື​ກສາ​ອົບຮົມ​ທາງ​ດ້ານ​​​ແນວ​ຄິດການ​ເມືອງ​ໃຫ້​ພະນັກງານ, ​ເປັນ​ເຈົ້າການ​​ເອົາ​ໃຈ​ໃສ່ລະບຽບ ທນບ ​ແລະ ລະບຽບລັດຖະກອນ, ​ເອົາ​ໃຈ​ໃສ່​ດ້ານວຽກງານ​ວີ​ຊາ​ເພາະ​ໂດຍ​ສະ​ເພາະ​ແມ່ນ​ສູ້​ຊົນ​​ເກັບ​ໜີ້ NPL ປີ 2018 ​ໃຫ້​​ໄດ້ 30% ຂື້ນ​ໄປ ​ແລະ ​ເກັບໜີ້ PL ທີ່​ຈະຄົບ​ກຳນົດ​ໃນ​ປີ 2019 ​ໃຫ້​ໄດ້ 97% ຂື້ນ​ໄປ, ​​ເອົາ​ໃຈ​ໃສ່​ກວດກາຄືນ​ແຜນ​ສີນ​ເຊື່ອທີ່​ຈະ​ປ່ອຍ​ປີ 2019 ​ໃຫ້​ແທດ​ເໝາະກັບ​ຄວາມ​ເປັນ​ຈີ​ງ ​ແລະ ​ຖືກຕ້ອງ​ຕາມ​ເປົ້າໝາຍ,  ​ໃຫ້​ປັບປຸງ​ແບບ​ແຜນ​ວິ​ທິການ​ເຮັດ​ວຽກ ​ແລະ ວິ​ທິນຳພາ,​ ຊອກ​ຮູ້​ຮໍ່າຮຽນທາງ​ດ້ານ​ວຽກງານ​ວິຊາ​ສະ​ເພາະ ດ້ານ​ທີ​ດສະ​ດີກາ​ນ​ເມືອງ, ​ເອົາ​ໃຈ​ໃສ່​ປ້ອງ​ກັນ​ເວນຍາມພາຍ​ໃນ​ສຳນັກງານ, ​ເອົາ​ໃຈ​ໃສ່ຂອດການ​ປະສານ​ງານ​ພົວພັນ​ກັບ​ອຳນາດ​ການ​ປົກຄອງ ​ແລະ ພາກ​ສວ່ນທີ່​ກ່ຽວຂ້ອງ​ຢ່າງ​ໃກ້​ສີດ ​ແລະ ປົກ​ປັກ​ຮັກສາ​ຊັບ​ສົມບັດ​ຫ້ອງການ​ໃຫ້​ໄດ້​ນຳ​ໃຊ້​ເປັນປົກກະຕິ. ກອງ​ປະຊຸມ​ປິດ​ລົງ​ເວລາ 4:30 ​ໂມງຂອງ​ວັນ​ດຽວກັນ.

ພາບ-ຂ່າວໂດຍ: ມີຢ່າງ ແສນໄຊ

You May Also Like

Leave a Reply

Your email address will not be published. Required fields are marked *