ທະນາຄານ ນະໂຍບາຍສາຂາຊຽງຂວາງ ຈັດພິທີມອບຮັບ ຍ້ອງຍໍຜົນງານດີເດັ່ນປະຈຳປີ2021

ພິທີດັ່ງກ່າວໄດ້ໄຂຂື້ນໃນຕອນບ່າຍເວລາ 14:00ໂມງ ຂອງວັນທີ່ 17 ມີນາ 2022 ໂດຍພາຍໃຕ້ການເປັນປະທານ ທ່ານ ວຸດທິ ເລື່ອນວິໄລວົງ ເລຂາໜ່ວຍພັກຮາກຖານ ຜູ້ອຳນວຍການ ທະນາຄານ ນະໂຍບາຍ ເຂົ້າຮ່ວມມີ ຄະນະສາຂາ, ພະແນກຈັດຕັ້ງພະນັກງານ, ຄະນະຂະແໜງ, ຫົວໜ້າໜ່ວຍບໍລິການ ຕະຫລອດຮອດພະນັກງານວິຊາການພາຍໃນສໍານັກງານສາຂາ ເຂົ້້າຮ່ວມຢ່າງພ້ອມພຽງ.

ໃນພີທີ ທ່ານ ບຸນສະຫຼອງ ໂພທິລາດ  ຫົວໜ້າທະນາຄານ ນະໂຍບາຍ ສາຂາຊຽງຂວາງ ໄດ້ເປັນກຽດຂື້ນລາຍງານສະພາບການຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານຂອງສາຂາໃນໄລຍະຜ່ານມາ ໃຫ້ກອງປະຊຸມໄດ້ຮັບຊາບ

ຈາກນັ້້ນ ໃນພິທີຍັງໄດ້ມີການທາບທາມຄວາມຄິດເຫັນໄວ້ວາງໃຈຕໍ່ກັບຄະນະສາຂາ ປະຈຳປີ 2021. ພ້ອມນີ້ຍັງໄດ້ຮັບຟັງການຜ່ານຂໍ້ຕົກລົງວ່າດ້ວຍການມອບທຸງໄຊດີເດັ່ນໃຫ້ໜ່ວຍບໍລິການທີ່ມີຜົນງານການເຄື່ອນໄຫວພົ້ນເດັ່ນປະຈຳປີ 2021 ແລະ ຂໍ້ຕົກລົງວ່າດ້ວຍການມອບໃບຊົມເຊີຍໃຫ້ສາຂາ ແລະ ໜ່ວຍບໍລິການທີ່ມີຜົນງານການເຄື່ອນໄຫວພົ້ນເດັ່ນປະຈຳປີ2021 ເຊີ່ງສາຂາ ຊຽງຂວາງໄດ້ປະເພດ III ແລະ ໜ່ວຍບໍລິການໄດ້ຮັບທຸງໄຊດີເດັ່ນປະເພດ I ທັງໝົດ 4 ໜ່ວຍບໍລິການ ເປັນກຽດຂື້ນມອບໃນຄັ້ງນີ້ໂດຍທ່ານ ວຸດທິ ເລື່ອນວິໄລວົງ ເລຂາໜ່ວຍພັກຮາກຖານ ຜູ້ອຳນວຍການ ທະນາຄານ ນະໂຍບາຍ.

ໃນຕອນທ້າຍພິທີຍັງໄດ້ຮັບຟັງການໂອ້ລົມຂອງທ່ານ ວຸດທິ ເລື່ອນວິໄລວົງ ຜູອຳນວຍການ ທະນາຄານ ນະໂຍບາຍ ເຊີ່ງກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍທີ່ສາຂາ ແລະ ໜ່ວຍບໍລິການສາມາດຍາດໄດ້ຜົນງານອັນພົ້ນເດັ່ນໃນຫຼາຍດ້ານ ເຮັດໃຫ້ສາຂາໄດ້ຮັບໃບຊົມເຊີຍ ແລະ ທັງໝົດ 4 ໜ່ວຍບໍລິການໄດ້ຮັບທຸງໄຊດີເດັ່ນໃນຄັ້ງນີ້, ພ້ອມນີ້ທ່ານຍັງໄດ້ເໜັ້ນໜັກໃຫ້ຮັກສາມູນເຊື້ອ ແລະ ໃຫ້ມີຜົນງານອັນໃຫ່ຍຫຼວງກ່ວາເກົ່າໃນປີ 2022ນີ້. ພະນັກງານທຸກຄົນໃຫ້ຮັດແໜ້ນຄວາມສາມັກຄີພາຍໃນຢ່າງແໜ້ນແຝ້ນ ພ້ອມກັນເອົາໃຈໃສ່ຈັດຕັ້ງປະຕິບັດຕາມພາລະບົດບາດ ລະບຽບການ ແຈ້ງການຕ່າງໆຢ່າງເຂັ້ມງວດ ແລະ ທຸ່ມເທເຫື່ອແຮງ ສະຕິປັນຍາ ຄວາມຮູ້ຄວາມສາມາດເຂົ້າໃນໜ້າທີ່ວຽກງານທີ່ຕົນຮັບຜິດຊອບໃຫ້ມີປະສິດຕິຜົນສູງ.

ພິທີໄດ້ດໍາເນິນໄປເປັນເວລາ 1 ຄາບ ແລະ ປິດລົງດ້ວຍຜົນສໍາເລັດ.

You May Also Like

Leave a Reply

Your email address will not be published. Required fields are marked *