ກອງປະຊຸມ ສະຫຼຸບການເຄື່ອນໄຫວວຽກງານ ປະຈຳປີ 2021 ແລະ ທິດທາງ-ແຜນການປະຈຳປີ 2022 ຂອງທະນາຄານນະໂຍບາຍ (ທນບ) ໃນທ້າຍເດືອນກຸມພາ 2022 ພາຍໃຕ້ການເປັນປະທານຂອງທ່ານ ວຸດທິ ເລື່ອນວິໄລວົງ ກໍາມະການພັກທະນາຄານແຫ່ງ ສປປ ລາວ (ທຫລ), ຜູ້ອຳນວຍການ ທນບ ແລະ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສິດພະໄຊ ກໍາມະການສູນກາງພັກ, ຜູ້ວ່າການ ທຫລ, ມີຄະນະອຳນວຍການ, ຄະນະພະແນກ/ທຽບເທົ່າ, ຫົວໜ້າສາຂາ ທນບ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ກອງປະຊຸມໃນຄັ້ງນີ້ ໄດ້ຕີລາຄາຄືນໝາກຜົນແຫ່ງການເຄື່ອນໄຫວວຽກງານປະຈຳປີ 2021 ແລະ ທິດທາງ-ແຜນການປະຈຳປີ 2022; ລາຍງານການຈັດຕັ້ງປະຕິບັດການສະໜອງສິນເຊື່ອ, ການເກັບກູ້ໜີ້ສິນ ແລະ ແຜນການສະໜອງສິນເຊື່ອ ປະຈຳປີ 2022; ລາຍງານການຈັດຕັ້ງປະຕິບັດແຜນການດຳເນີນທຸລະກິດ ປະຈຳປີ 2021 ແລະ ທິດທາງ-ແຜນການປະຈຳປີ 2022; ສະຫຼຸບການຈັດປະເພດຍ້ອງຍໍ ແລະ ໃຫ້ບໍາເນັດ ສາຂາ ທນບ, ຫ້ອງການປະສານງານ ແລະ ໜ່ວຍບໍລິການ.
ຜ່ານການເຄື່ອນໄຫວປີ 2021 ສາມາດຕີລາຄາຜົນສຳເລັດໃນການຈັດຕັ້ງປະຕິບັດ ຄື: ດ້ານການປ່ອຍສິນເຊື່ອ:ໄດ້ປ່ອຍສິນເຊື່ອທັງໝົດ 313,06 ຕື້ກີບ ເທົ່າກັບ 82 % ຂອງແຜນການປີ, ສົມທຽບໃສ່ປີຜ່ານມາ ເພີ່ມຂຶ້ນ 111,39 ຕື້ກີບ ຫຼື 55 % ກວມເອົາ 17 ແຂວງ 1 ນະຄອນຫຼວງ, 110 ເມືອງ, 890 ບ້ານ, 2.289 ກຸ່ມ, 15.529 ຄອບຄົວ ເຊິ່ງໄດ້ປ່ອຍຕາມຂົງເຂດ ແລະ ຂະແໜງການ ດັ່ງນີ້ : ຂົງເຂດ ໃນເມືອງເປົ້າໝາຍ: 227,69 ຕື້ກີບ ເທົ່າກັບ 73 %, ຈຸດສຸມລັດຖະບານ ແລະ ທ້ອງຖິ່ນ: 27,80 ຕື້ກີບ ເທົ່າກັບ 6 %, ບ້ານ 3 ສ້າງ : 57,57 ຕື້ກີບ ເທົ່າກັບ 18% ແລະ ປ່ອຍຕາມຂະແໜງການ : ເປົ້າໝາຍປູກຝັງ 54,78 ຕື້ກີບ ກວມ 17 % ເປົ້າໝາຍລ້ຽງສັດ 232,59 ຕື້ກີບ ກວມ 74 % ເປົ້າໝາຍຫັດຖະກຳ 15,53 ຕື້ກີບ ກວມ 5 % , ເປົ້າໝາຍອຸດສາຫະກໍາ – ປຸງແຕ່ງ 2,64 ຕື້ກີບ ກວມ 1 % , ເປົ້າໝາຍບໍລິການອື່ນໆ 7,51 ຕື້ກີບ ກວມ 2,5 % ເປັນການສະໜອງສິນເຊື່ອ ໃນຮູບແບບໃຫມ່ ໂດຍການມີສ່ວນຮ່ວມ ຂອງອົງການປົກຄອງທ້ອງຖິ່ນ ຫຼື ເອີ້ນວ່າ: ປ່ອຍຜ່ານອົງການຈັດຕັ້ງການເມືອງ-ສັງຄົມ ແລະ ກອງທຶນບ້ານ (ອກສກ) 80,46 ຕື້ກີບ ປະຕິບັດໄດ້ 116 % ຖືບັນລຸແຜນການປະຈຳປີ ແລະ ເກັບຕົ້ນທຶນຄືນໄດ້ທັງໝົດ 360,73 ຕື້ກີບ ເທົ່າກັບ 99 % ຂອງແຜນການປີຖືວ່າບັນລຸຕາມແຜນການ
ສໍາລັບວຽກບໍລິການ ໄດ້ໂອນເງິນພາຍໃນມີລູກຄ້າມາໃຊ້ບໍລິການ 11.171 ທຸລະກໍາ, ເປັນເງິນ 60,33 ຕື້ກີບ, ການໂອນເງິນຂ້າມທະນາຄານ (RTGS ແລະ ACH), 3.044 ທຸລະກໍາ ເປັນເງິນ 43,40 ຕື້ກີບ, ການໃຫ້ບໍລິການເປັນຕົວແທນ ທພລ 380 ທຸລະກໍາ ເປັນເງິນ 4,47 ຕື້ກີບ, ການໃຫ້ບໍລິການເງິນຝາກໄດ້ທົດລອງຈັດຕັ້ງປະຕິບັດຢູ່ 3 ເມືອງ ເຊິ່ງມີຜົນສໍາເລັດສົມຄວນ; ເປັນຕົວແທນ ໃຫ້ບໍລິການຄັງເງິນແຫ່ງຊາດ ຂອງກະຊວງການເງິນ ໄດ້ຈັດຕັ້ງປະຕິບັດຢູ່ 10 ເມືອງ ແລະ ໄດ້ເຄື່ອນໄຫວ ຄື: ຝາກ 8,99 ຕື້ກີບ, ຖອນ 7,60 ຕື້ກີບ, ມີຍອດເຫຼືອ 1,39 ຕື້ກີບ. ດ້ານນິຕິກຳ ໄດ້ປັບປຸງ ແລະ ສ້າງຂຶ້ນໃໝ່ຈໍານວນໜຶ່ງ ເພື່ອຮັບໃຊ້ວຽກງານ ໂດຍສົມທົບຄະນະປັບປຸງໂຄງສ້າງ ທນບ ເພື່ອສ້າງດໍາລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງທະນາຄານພັດທະນາຊົນນະບົດ, ສ້າງແຜນງານ-ໂຄງການຂອງ ທນບ ໄລຍະ 5 ປີ (2021-2025 ), ປັບປຸງລະບຽບການສັບຊ້ອນຈັດວາງພະນັກງານ ທນບ, ປັບປຸງຄູ່ມືການປະຕິບັດສິນເຊື່ອລາຍບຸກຄົນ ແລະ ນິຕິບຸກຄົນ, ສ້າງລະບຽບ ວ່າດ້ວຍເງິນຝາກຂອງ ທນບ ແລະ ນິຕິກຳຄຸ້ມຄອງວຽກງານການບໍລິການຈຳນວນໜຶ່ງ ແລະ ສໍາເລັດການປະເມີນປະເພດການຈັດຕັ້ງປະຕິບັດວຽກງານປະຈຳປີ 2021.
ສຳລັບແຜນການປີ 2022 ທະນາຄານນະໂຍບາຍ ຈະສືບຕໍ່ເອົາໃຈໃສ່ ປ່ອຍສິນເຊື່ອ ປະກອບສ່ວນແກ້ໄຂຄວາມທຸກຍາກ ໃຫ້ປະຊາຊົນ ຕາມແຜນການໃຫ້ໄດ້ 440,86 ຕື້ກີບ ເພີ່ມຂື້ນ 128 ຕື້ກີບ ຫຼື 40 % ສົມທຽບໃສ່ປະຕິບັດປີຜ່ານມາ ກວມເອົາ 17 ແຂວງ 1 ນະຄອນຫຼວງ, 102 ເມືອງ 41 ຈຸດສຸມ, 1.398 ບ້ານ (ບ້ານທຸກ 129 ບ້ານ), 1.990 ກຸ່ມ, 14.789 ຄອບຄົວ( ຄອບຄົວທຸກ 372 ຄອບຄົວ) ໃນນີ້ຂົງເຂດ: ເມືອງເປົ້າໝາຍ 309,49 ຕື້ກີບ; ຈຸດສຸມ 36,10 ຕື້ກີບ, ບ້ານ 3 ສ້າງ 95,27 ຕື້ກີບ ແລະ ເປັນການປ່ອຍສິນເຊື່ອຜ່ານ ອົງການຈັດຕັ້ງ ການເມືອງ – ສັງຄົມ ແລະ ກອງທຶນບ້ານ(ອກສກ) 98,86 ຕື້ກີບ, ສິນເຊື່ອ 4 ຮ່ວມ 3,28 ຕື້ກີບ ແລະ ເອົາໃຈໃສ່ ປະຕິບັດແຜນການເກັບກູ້ໜີ້ໃຫ້ໄດ້ 447,31 ຕື້ກີບ ໃຫ້ເພີ່ມຂື້ນ 87 ຕື້ກີບ ຫຼື 24 % ເມື່ອສົມທຽບໃສ່ປະຕິບັດປີຜ່ານມາ
ໃນໂອກາດດັ່ງກ່າວ; ທ່ານຜູ້ວ່າການ ທຫລ, ປະທານສະພາບໍລິຫານ ທນບ ໄດ້ໃຫ້ທິດຊີ້ນໍາ ໂດຍໃຫ້ມີການຫັນປ່ຽນສູ່ອັນ ໃໝ່ທາງດ້ານແນວຄິດ ແລະ ພຶຶດຕິກໍາ ໂດຍສະເພາະໃນດ້ານວິຊາສະເພາະ ຕາມທິດຂອງລັດຖະບານ ກໍ່ຄືມະຕິຂອງຄະນະພັກ, ຄະນະຜູ້ວ່າການ ທຫລ; ເພີ່ມທະວີການສະໜອງສິນເຊື່ອໃຫ້ວ່ອງໄວ ທັນສະພາບການ ເຂົ້າເປົ້າໝາຍ, ໃນນີ້ ການສະໜອງສິນເຊື່ອຜ່ານ ອກສກ ແລະ ບ້ານ 3 ສ້າງໃໝ່ ຕ້ອງໃຫ້ມີປະສິດທິພາບ-ປະສິດທິຜົນ; ສືບຕໍ່ເຜີຍແຜ່ບັນດານິຕິກໍາ ຕິດພັນກັບວຽກ ທນບ ໂດຍສະເພາະວຽກງານ ອກສກ ທີ່ມີຜົນສໍາເລັດ ໃຫ້ອົງການປົກຄອງທ້ອງຖິ່ນ, ສາຂາ ແລະ ໜ່ວຍບໍລິການ ທນບ ເພື່ອຈັດຕັ້ງ ແລະ ຂະຫຍາຍໃຫ້ຖືກທິດ, ຕາມເປົ້າໝາຍໃຫ້ຫຼາຍຂຶ້ນ ແລະ ກວມອັດຕາສູງ; ຂະນະດຽວກັນນັ້ນ ທະນາຄານນະໂຍບາຍ ຕ້ອງສືບຕໍ່ປະຊາສຳພັນ ໃຫ້ປະຊາຊົນບັນດາເຜົ່າ ແລະ ອົງການຈັດຕັ້ງຕ່າງໆ ເຂົ້າໃຈຜະລິດຕະພັນການໃຫ້ບໍລິການຂອງ ທນບ ໃນໄລຍະປະຈຸບັນ ເປັນຕົ້ນແມ່ນ ການໂອນເງິນພາຍໃນ, ໃຫ້ບໍລິການເງິນຝາກ, ໂອນເງິນຂ້າມທະນາຄານ, ເປັນຕົວແທນ ທພລ ແລະ ຄັງເງິນແຫ່ງຊາດ; ສືບຕໍ່ປະສານສົມທົບ ອົງການປົກຄອງທ້ອງຖິ່ນ, ຄະນະກຳມະການຄຸ້ມຄອງສິນເຊື່ອ ແຕ່ລະຂັ້ນໃຫ້ເປັນປົກກະຕິ ພ້ອມທັງ ຕ້ອງໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານໃຫ້ ຮັບຊາບ ແລະ ຂໍທິດຊີ້ນໍາໃນແຕ່ລະໄລຍະ ຕາມສະພາບຄວາມເປັນຈິງຂອງແຕ່ລະທ້ອງຖິ່ນ.
ຂ່າວໂດຍ: ຣັດສະໝີ ດວງສັດຈະ