ທະນາຄານນະໂຍບາຍ ສາຂາໄຊສົມບູນ ໄດ້ປະກາດສ້າງຕັ້ງຂຶ້ນຢ່າງເປັນທາງການໃນວັນທີ 22 ກໍລະກົດ 2020 ເປັນຕົ້ນມາ ແລະ ເປັນສາຂາທີ XI ຂອງທະນາຄານນະໂຍບາຍ ທົ່ວລະ ບົບ, ມີ 4 ໜ່ວຍບໍລິການທີ່ຂຶ້ນກັບ(ໜ່ວຍບໍລິການ ເມືອງລ້ອງແຈ້ງ, ເມືອງຮົ່ມ, ເມືອງລ້ອງຊານ ແລະ ເມືອງທ່າໂທມ) ເຄື່ອນໄຫວຢູ່ 05 ເມືອງ, ມີ 3 ຈຸດສຸມລັດຖະບານ ແລະ 11 ບ້ານສາມສ້າງ.
ໃນຕອນເຊົ້າຂອງວັນທີ 01 ເມສາ 2021 ທນບ ສາຂາໄຊສົມບູນ ໄດ້ເປີດກອງປະຊຸມ ຄະນະກຳມະການຄຸ້ມຄອງສິນເຊື່ອຂັ້ນແຂວງຂຶ້ນ ເພື່ອສະຫຼຸບການເຄື່ອນໄຫວວຽກງານສິນເຊື່ອປະຈໍາປີ 2020 ແລະ ທິດທາງແຜນການປີ 2021 ເຊິ່ງໃຫ້ກຽດເປັນປະທານຮ່ວມໂດຍທ່ານ ປອ ທອງປະເສີດ ໄຊຍະລາດ ຫົວໜ້າພະແນກການເງິນແຂວງໄຊສົມບູນ, ທ່ານ ວິສອນ ໄຊສົງຄາມ ຫົວຫນ້າສາຂາ ທຫລ ພາກເໜືອ ແລະ ທ່ານ ແສງເພັດ ດວງພິລາ ຮອງຜຼ້ອຳນວຍການ ທນບ ໃນນັ້ນມີຄະນະກຳມະການຂັ້ນແຂວງ ແລະ ພະນັກງານພາຍໃນສາຂາເຂົ້າຮ່ວມທັງໝົດມີ 18 ທ່ານ.
ທະນາຄານນະໂຍບາຍ ສາຂາໄຊສົມບູນ ໄດ້ສືບເນື່ອງມາຈາກການເຄື່ອນໄຫວຂອງ 5 ໜ່ວຍບໍລິການທີ່ຂຶ້ນກັບແຂວງໄຊສົມບູນກ່ອນເປີດສາຂາຜ່ານມາ ຮອດປີ 2020 ສາມາດສະໜອງທຶນໄດ້ 62,17 ຕື້ກີບ ແລະ ເຂົ້າເຖິງປະຊາຊົນໄດ້ທັງໝົດ 87 ບ້ານ, 68 ກຸ່ມ, 518 ຄອບຄົວ ເຊິ່ງຫົວໜ່ວຍການຜະລິດຫຼັກແມ່ນລ້ຽງສັດຈໍານວນ 75.774 ໂຕ ເນື້ອທີ່ 25.400 ເຮັກຕ້າ; ທ່ານ ມະນີຄຸດ ສີຈັນທະວົງ ຫົວໜ້າສາຂາ ໄດ້ຜ່ານເນື້ອໃນບົດສະຫຼຸບການເຄື່ອນໄຫວວຽກງານສິນເຊື່ອ ທນບ ສາຂາໄຊສົມບູນ ປະຈໍາປີ 2020 ເຊິ່ງໃຫ້ຮູ້ວ່າໄດ້ຮັບແຫຼ່ງທຶນອະນຸມັດຈາກສໍານັກງານໃຫຍ່ 2 ແຫຼ່ງທຶນຄື: ທຶນປົກກະຕິ ແລະ ທຶນລະດູການ(ເມືອງທຸກຍາກ, ຈຸດສຸມ, ບ້ານສາມສ້າງ) ເປັນຈໍານວນເງິນ 16,81 ຕື້ກີບ; ສາມາດປະຕິບັດໂຕຈິງໄດ້ຈໍານວນ 9,175 ຕື້ກີບ ເທົ່າກັບ 54,55% ຂອງແຜນຍ້ອນເກີດຈາກຫຼາຍສາເຫດຈຶ່ງບໍ່ສາມາດປ່ອຍໄດ້ຕາມແຜນຕິດພັນທັງພາຍໃນ ແລະ ພາຍນອກ, ໃນນັ້ນເງິນກູ້ໄລຍະສັ້ນ 430 ລ້ານກີບ, ໄລຍະກາງ 745 ລ້ານກີບ ແລະ ໄລຍະຍາວ 8 ຕື້ກີບ; ຄຽງຄູ່ກັນນັ້ນແມ່ນການເກັບຕົ້ນທຶນ, ດອກເບ້ຍ ເຊິ່ງເປັນສິ່ງທີ່ທ້າທາຍຫຼາຍພໍສົມຄວນສຳລັບ ທນບ ສາຂາໄຊສົມບູນ ໃນປີ 2020 ສາມາດປະຕິບັດເກັບ ຕົ້ນທຶນໄດ້ 9 ຕື້ກີບ ເທົ່າກັບ 93,44% ຂອງແຜນ(9,63 ຕື້ກີບ), ດອກເບ້ຍ 3,29 ຕື້ກີບ; ໜີ້ທວງຍາກ(NPL)ຈໍານວນ 27,79 ຕື້ກີບ ເທົ່າກັບ 44,78 % ຂອງຍອດສິນເຊື່ອ, ດອກເບ້ຍຄ້າງຮັບ 12,49 ຕື້ກີບ; ສໍາລັບແຜນປີ 2021 ໄດ້ຂຶ້ນແຜນປ່ອຍສິນເຊື່ອ ຈໍານວນ 13,48 ຕື້ກີບ ລວມມີ 44 ບ້ານ, 48 ກຸ່ມ, 366 ຄອບຄົວ; ແຜນເກັບໜີ້ໃຫ້ໄດ້ 11,44 ຕື້ກີບ ໃນນັ້ນ ໜີ້ປົກກະຕິທີ່ຈະໝົດສັນຍາໃນປີ 2021 ຈໍານວນ 3,11 ຕື້ກີບ, ໜີ້ບໍ່ເກີດດອກອອກຜົນ(NPL) 8,33 ຕື້ກີບເທົ່າກັບ 30% ຂອງໜີ້ NPL 27,79 ຕື້ກີບ, ສູ້ຊົນດອກເບ້ຍ 3,69 ຕື້ກີບ (ດອກເບ້ຍປົກກະຕິ 2,03 ຕື້ກີບ ແລະ ດອກເບ້ຍໜີ້ NPL 1,66 ຕື້ກີບເທົ່າກັບ 15% ຂອງດອກເບ້ຍ NPL ທັງໝົດ 11,11 ຕື້ກີບ).
ຜ່ານການໄດ້ຮັບຟັງບົດສະຫລຸບການເຄື່ອນໄຫວວຽກງານສິນເຊື່ອຂ້າງເທິງເຫັນໄດ້ວ່າຄະນະປະທານຮ່ວມ ແລະ ຄະນະກໍາມະການຄຸ້ມຄອງສິນເຊື່ອຂັ້ນແຂວງ ໄດ້ປະກອບຄໍາຄິດເຫັນແລກປ່ຽນກັນຢ່າງຟົດຟື້ນ ແລະ ເພື່ອໃຫ້ການຈັດຕັ້ງປະຕິບັດ ການສະໜອງສິນເຊື່ອແກ້ໄຂຄວາມທຸກຍາກ ຂອງປະຊາຊົນຢູ່ພາຍໃນແຂວງໄຊສົມບູນ ໃຫ້ມີປະສິດທິຜົນດີຂຶ້ນກວ່າເກົ່າ ຈຶ່ງສະຫຼຸບໄດ້ ພ້ອມທັງຂໍ້ແນະນໍາປັບປຸງໃນຕໍ່ຫນ້າດັ່ງນີ້:
- ສຳລັບທະນາຄານ: 1. ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ, 2. ປະຕິບັດໜ້າວຽກວິຊາສະເພາະຂອງຕົນໃຫ້ສອດຄ່ອງກັບລະບຽບຫຼັກການຢ່າງເຂັ້ມງວດ, 3. ເພີ່ມທະວີການຈັດຕັ້ງປະຕິບັດລະອຽດຕື່ມເຊັ່ນ ການເກັບຂໍ້ມູນ, ວິເຄາະ, ວິໄຈ…, 4. ຈັດຕັ້ງປະຕິບັດແຜນສະໜອງສິນເຊື່ອປີ 2021 ໃຫ້ທັນຕາມລະດູການ ແລະ ສອດຄ່ອງກັບຄວາມຕ້ອງການຂອງປະຊາຊົນ, 5. ແກ້ໄຂໜີ້ກາຍສັນຍາຕົ້ນທຶນ ແລະ ດອກເບ້ຍຄ້າງໃຫ້ຫຼຸດລົງຫຼາຍ, 6. ປັບປຸງແບບແຜນວິທີເຮັດວຽກ ໃຫ້ມີການວາງແຜນ, ແຜນວຽກຢ່າງລະອຽດ.
- ສໍາລັບອໍານາດການປົກຄອງຂັ້ນແຂວງ: 1. ພະແນກກະສິກໍາ ແລະ ປ່າໄມ້; ພະແນກອຸດສາຫະກຳ ແລະ ການຄ້າ ຈົ່ງຊ່ວຍເຫຼືອທະນາຄານລົງຊຸກຍູ້ ເຝິກອົບຮົມວິຊາສະເພາະຂອງຕົນໃຫ້ປະຊົນໄດ້ເຂົ້າໃຈຢ່າງເລິກເຊິ່ງ, 2. ຊຸກຍູ້ໃຫ້ຄອບຄົວທີ່ທຸກຍາກ ໄດ້ກູ້ຢືມເງິນຈາກທະນາຄານ ເພື່ອພັດທະນາຄອບຄົວ ແລະ ນໍາໃຊ້ທຶນຢ່າງມີປະສິດທິພາບ, 3. ພະແນກການ, ຂະແໜງການ, ອຳນາດການປົກຄອງທຸກຂັ້ນ ຊ່ວຍຕິດຕາມການປ່ອຍເງິນກູ້ຂອງທະນາຄານ ໃຫ້ຖືກຕ້ອງຕາມເປົ້າໝາຍ ຖ້າຫາກມີບັນຫາທາງດ້ານເຕັກນິກໃຫ້ຊອກຫາທາງແກ້ໄຂທັນຕໍ່ສະພາບ, 4. ໃຫ້ກຳນົດເປົ້າໝາຍ, ໂຄງການ, ບ້ານ ແລະ ຄອບຄົວຕົວແບບ ໃນການຜະລິດຢ່າງຊັດເຈນ, 5. ເອົາໃຈໃສ່ສົມທົບກັບທະນາຄານ ແລະ ປະຊາຊົນຜູ້ກູ້ຢືມ ເພື່ອປະເມີນການສະໜອງສິນເຊື່ອເປັນໄລຍະ ແລະສຸດທ້າຍຂໍ້ 6. ເປັນເຈົ້າການຊ່ວຍທະນາຄານໄກ່ເກ່ຍ, ແກ້ໄຂໜີ້ສິນການສັນຍາ ທີ່ມີຄວາມຫຍຸ້ງຍາກ.
ກອງປະຊຸມໄດ້ປິດລົງເວລາ 12:00 ຂອງວັນດຽວກັນ.
ຖ່າຍພາບ ແລະ ຂຽນຂ່າວໂດຍ: ວິລະຫັດ ສົມມະລີ