ໃນຕອນເຊົ້າຂອງວັນທີ 20 ມີຖຸນາ 2025, ເວລາ 08:30 ໂມງ ທີ່ຫ້ອງປະຊຸມຊັ້ນ III ທະນາຄານ ນະໂຍບາຍ
ສາຂາ ຫຼວງພະບາງ ໄດ້ຈັດກອງປະຊຸມທາບທາມຜູ້ບໍລິຫານເພື່ອປັບປຸງບຸກຄະລາກອນເຂົ້າຕາມກົງຈັກໃໝ່ຢູ່ ທນບ ສາຂາ ຫຼວງພະບາງ ເຊີ່ງພາຍໃຕ້ການເປັນປະທານຂອງ ທ່ານ ນາງ ວິໄລເພັດ ຫຼວງອາໄພ ຮອງຜູ້ອໍານວຍການ ທະນາຄານ ນະໂຍບາຍ ແລະ ຜູ້ເຂົ້າຮ່ວມມີບັນດາຄະນະພະແນກ, ຄະນະສາຂາ, ຄະນະຂະແໜງ, ຫົວໜ້າໜ່ວຍບໍລິການ ແລະ ພະນັກງານວິຊາການພາຍໃນສາຂາ ລວມທັງໜົດ 32 ທ່ານ ຍິງ 11 ທ່ານ.
ພິທີໃນຄັ້ງນີ້ ທ່ານ ສີຈັນ ເນັ່ງເລົ່າຈ່າ ວ່າການຫົວໜ້າສາຂາ ໄດ້ຂື້ນລາຍງານສະຫຼຸບການເຄື່ອນໄຫວວຽກງານໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ຂອງ ທນບ ສາຂາ ຫຼວງພະບາງ, ການຈັດຕັ້ງປະຕິບັດວຽກງານມີອັນພົ້ນເດັ່ນ ແລະ ເຮັດໃຫ້ມີຜົນສໍາເລັດຫຼາຍດ້ານຈາກນັ້ນທ່ານ ນາງພິນທອນ ສຸລິຍະວົງ ວ່າການຫົວໜ້າ ພະແນກຈັດຕັ້ງ-ພະນັກງາານ ຜ່ານມາດຖານເງື່ອນໄຂ ແລະ ດໍາເນີນການທາບທາມປະເມີນຕໍາແໜ່ງຄວາມເຫັນໄວ້ວາງໃຈໃນການຊີ້ນໍາ-ນໍາພາຂອງຜູ້ບໍລິຫານພາຍໃນສາຂາ.
ຫຼັງຈາກນັ້ນ ທ່ານປະທານ ມີຄໍາເຫັນເນັ້ນໜັກ ແລະ ທິດຊີ້ນໍາການຈັດຕັ້ງປະຕິບັດວຽກງານ
ໃນຕໍ່ໜ້າດັ່ງນີ້:
- 1. ຮຽກຮ້ອງໃຫ້ຄະນະພັກ,ຄະນະສາຂາ,ຄະນະຂະແໜງການ ແລະຄະນະໜ່ວຍບໍລິການໃຫ້
ເອົາໃຈໃສ່ສຶກສາອົບຮົມວຽກງານການເມືອງ-ແນວຄິດ ພະນັກງານການປະຕິບັດວຽກງານໃຫ້ມີແນວຄິດເອກະພາບ ແລະເຕົ້າໂຮມຄວາມສາມັກຄີເປັນປືກແຜ່ນ,ຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນ,ໃຫ້ພະນັກງານຮັບຮູ້ເຂົ້າໃຈການກະກຽມຈະຫັນ ທະນາຄານນະໂຍບາຍ ເປັນທະນາຄານພັດທະນາຊົນນະບົດໃນຕໍ່ໜ້າໃຫ້ມີການຫັນປ່ຽນແນວຄິດອັນໃໝ່ໃນການປັບປຸງຕົນເອງ , ຊອກຮຽນຮູ້ ແລະ ພັດທະນາຕົນເອງມີຄວາມຮູ້ຄວາມສາມາດ, ເພື່ອກຽມພ້ອມຫັນໄປສູ່ການປັບປຸງໃນໄລຍະໃໝ່ໃຫ້ອົງກອນມີຄວາມເຂັ້ມແຂງ,ໜັ້ນຄົງ ແລະ ຍືນຍົງ.
– ຄະນະສາຂາ,ຄະນະຂະແໜງ, ຄະນະໜ່ວຍບໍລິການຕ້ອງມີຄວາມເອົາໃຈໃສ່ສູງຕໍ່ໜ້າທີ່ວຽກງານທີ່ໄດ້ຮັບການມອບໝາຍ ເປັນຕົ້ນ:ກໍາໄດ້ບັນດາແນວທາງ,ລະບຽບການ, ແຈ້ງການ, ຄູ່ມືວຽກງານວິຊາສະເພາະໃຫ້ເລິກເຊິງ.
- 2. ວຽກງານສິນເຊື່ອຈະຫັນເປັນທະນາຄານພັດທະນາຊົນນະບົດ ປະຕິບັດພາລະບົດບາດໜ້າທີ່ໃໝ່ ຕ້ອງໄດ້ຫັນໄປຕາມກົນໄກໄລ່ລຽງທຸລະກິດ,ການສະໜອງສິນເຊື່ອປະກອບສວນແກ້ໄຂຄວາມທຸກຍາກ ,ສິນເຊື່ອທຸລະກິດຕ້ອງຮັບປະກັນໃຫ້ມີຄຸນນະພາບ ມີປະສິດທິຜົນ,ປະຕິບັດໃຫ້ສອດຄ່ອງກັບລະບຽບ ແລະນະໂຍບາຍສິນເຊື່ອກໍານົດອອກແຕ່ລະໄລຍະ.
– ຄະນະສາຂາ,ຄະນະຂະແໜງສິນເຊື່ອ,ຄະນະໜ່ວຍບໍລິການເພີ້ມທະວີທຸກວິທີການ ສຸມໃສ່ໃນການແກ້ໄຂໜີ້ NPL ໃຫ້ມີທ່າອ່ຽງລຸດລົງ.
3. ວຽກງານການບໍລິການໃຫ້ເອົາໃຈໃສ່ໂຄສະນາລະດົມຜະລິດຕະພັນເງິນຝາກ ແລະບໍລິການລູກຄ້າ ໃຫ້ມີຄວາມວ່ອງໄວ ແລະ ເຜີຍແຜ່ລະບຽບການບໍລິການເງິນຝາກໃຫ້ລູກຄ້າຮັບຮູ້ ແລະ ເຂົ້າໃຈ
- ຮຽກຮ້ອງຄະນະພັກ,ຄະນະນໍາທຸກຂັ້ນຕໍ່ກັບວຽກງານກວດກາສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງໃຫ້ເພີ້ມທະວີສຶກສາອົບຮົມແນວຄິດສະມາຊິກພັກ-ພະນັກງານ ໃຫ້ມີຈັນຍາບັນທີ່ຖຶກຕ້ອງ ມີຄຸນສົມບັດສິນທໍາປະຕິວັດ,ມີຄວາມສັດຊື່ບໍລິສຸດ,ມີສະຕິເຄົາລົບລະບຽບ ແລະກົດໝາຍເຂັ້ມງວດ ເພື່ອປ້ອງກັນບໍ່ໃຫ້ເກີດມີປະກົດການຫຍໍ້ທໍ້ທີ່ເກີດຂື້ນທຸກຮູບແບບ ແລະ ເອົາໃຈໃສ່ເພີ້ມຄວາມເຂັ້ມແຂງໃນການກວດກາ 03 ຂັ້ນ ,ການກວດກາໃຫ້ມີຄວາມໂປ່ງໃສ, ແລະ ກວດກາຢ່າງເຂັ້ມງວດ.
ນໍາສະເໜີຂ່າວສານ ໂດຍ ທ ໄຊຍະແສງ ຕຸລາກຸນ ຂະແໜງ ບັນຊີການເງີນ-ເຕັກໂນໂລຊີຂໍ້ມູນຂ່າວສານ ສາຂາຫຼວງພະບາງ