ໃນຕອນເຊົ້າຂອງວັນທີ11ເມສາ 2025, ເວລາ 08:00ໂມງ ທີ່ຫ້ອງປະຊຸມຊັ້ນ III ທະນາຄານ ນະໂຍບາຍ ສາຂາຫຼວງພະບາງ ໄດ້ເປີດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານຮອບດ້ານປະຈໍາ 03 ເດືອນຕົ້ນປີ 2025 ແລະ ທິດທາງແຜນການໃນຕໍ່ໜ້າ.ພາຍໃຕ້ການເປັນປະທານຂອງທ່ານ ສີຈັນ ເນັ່່່່່ງເລົ່າຈ່າ ວ່າການຫົວໜ້າ ທນບ ສາຂາ ຫຼວງພະບາງ, ມີຄະນະສາຂາ, ຄະນະຂະແໜງ, ຄະນະໜ່ວຍບໍລິການເຂົ້າຮ່ວມກອງປະຊຸມທັງໜົດ 21 ທ່ານຍິງ 04ທ່ານ.
ກອງປະຊຸມໃນຄັ້ງນີ້ໄດ້ຮັບຟັງການລາຍງານຂອງທ່ານ ນາງ ສີສຸດາກອນ ຕຸລາກຸນ ຮອງຫົວໜ້າສາຂາ ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານຮອບດ້ານປະຈໍາ 03 ເດືອນຕົ້ນປີ 2025 ແລະ ທິດທາງແຜນການໃນຕໍ່ໜ້າຂອງ ທນບ ສາຂາຫຼວງພະບາງ,ໃຫ້ຮູ້ວ່າໄຕມາດ I ປີ 2025 ການຈັດຕັ້ງປະຕິບັດວຽກງານມີອັນພົ້ນເດັ່ນ ແລະມີຜົນສໍາເລັດຫຼາຍດ້ານ ເຊີ່ງສະແດງອອກຄື:ຍອດສິນເຊື່ອຕົ້ນປີ 2025 :ມີຈໍານວນ 250.74 ຕື້ກີບໄດ້ປ່ອຍສິນເຊື່ອ 7.87ຕື້ກີບ ທຽບໃສ່ແຜນການໄຕມາດ I (24.52ຕື້ກີບ ) ປະຕິບັດໄດ້ 32.09% ,ເກັບຄືນໄດ້ 16.22ຕື້ກີບ ທຽບໃສ່ແຜນການ( 9.26 ຕື້ກີບ ) ປະຕິບັດໄດ້ 175% ຮອດທ້າຍເດືອນ 03 ປີ 2025 ມີຍອດສິນເຊື່ອທັງໝົດ: 242.38 ຕື້ກີບໃນນີ້ເປັນໜີ້PL : 104.39ຕື້ກີບ ແລະ ເປັນໜີ້ກາຍສັນຍາ NPL : 137.99 ຕື້ກີບ.
ພ້ອມນີ້ຍັງໄດ້ຮັບຟັງການເຜີຍແຜ່ເນື້ອໃນກອງປະຊຸມສະຫຼຸບວຽກງານ ປະຈໍາປີ2024 ແລະ ທິດທາງແຜນການປະຈໍາປີ 2025 ທນບ ສໍານັກງານໃຫຍ່ ແລະມອບໃບຍ້ອງຍໍຜົນງານປະຈໍາປີ 2024
ກອງປະຊຸມໄດ້ ປະກອບຄໍາຄິດຄໍາເຫັນເຫັນຢ່າງກົງໄປກົງມາເຫັນດີເປັນເອກະພາບດັ່ງລຸ່ມນີ້:
- ເຫັນດີຮັບຮອງຮ່າງບົດສະຫຼຸບການເຄື່ອນໄຫວວຽກງານຮອບດ້ານ ປະຈຳ 03 ເດືອນປີ 2025 ແລະ ທິດທາງແຜນການໃນຕໍ່ໜ້າ.
- ເອກະພາບບັນຫາຕ່າງໆທີ່ໄດ້ປຶກສາແລກປ່ຽນຄໍາຄິດເຫັນບັນຫາວຽກງານຕ່າງໆ ຂອງໜ່ວຍບໍລິການ ແລະ ຂະ ແໜງການໃຫ້ຈັດຕັ້ງປະຕິບັດໄປທິດທາງດຽວກັນ ບົນພື້ນຖານປະຕິບັດຕາມລະບຽບຫຼັກການ.
ຫຼັງຈາກນັ້ນໄດ້ຈັດພິທີມອບໃບຍ້ອງຍໍຜົນງານຕາມ 07 ມາດຖານ ແລະອັດຕາສ່ວນການຈັດປະເພດ ປະຈໍາປີ 2024 ໃຫ້ສໍານັກງານສາຂາ ແລະ ໜ່ວຍບໍລິການ ມີດັ່ງນີ້ :
– ມອບໃບຍ້ອງຍໍປະເພດ III ມີ 05 ໜ່ວຍບໍລິການຄື:
1. ໜ່ວຍບໍລິການ ເມືອງປາແຊງ
2.ໜ່ວຍບໍລິການ ເມືອງໂພນໄຊ
3.ໜ່ວຍບໍລິການ ເມືອງ ໂພນທອງ
4.ໜ່ວຍບໍລິການ ເມືອງ ໄຊສະຖານ
5.ໜ່ວຍບໍລິການ ເມືອງ ທົ່ງມີໄຊ
ໃນຕອນທ້າຍທ່ານປະທານ ກອງປະຊຸມມີຄຳເຫັນຊີ້ນຳການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າມີຄື:
1.ວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ຄະນະສາຂາ ຫົວໜ້າຂະແໜງ ແລະຫົວໜ້າໜ່ວຍບໍລິການ
ສືບຕໍ່ເອົາໃຈໃສ່ ແລະໃຫ້ຄວາມສໍາຄັນຕໍ່ວຽກງານການສຶກສາອົບຮົມເມືອງນໍາແນວຄິດ ໃຫ້ສະມາຊິກພັກ-ພະນັກ ງານໃຫ້ເລິກເຊິ່ງແທດເຖິງແຕ່ລະເປົ້າໝາຍຢ່າງປົກກະຕິ ເພື່ອໃຫ້ສະມາຊິກພັກ-ພະນັກງານມີຄວາມໜັກແໜ້ນ, ຄວາມສາມັກຄີ, ມີຄວາມຈົ່ງຮັກພັກດີຢ່າງແທ້ຈິງຕໍ່ລະບອບການເມືອງຂອງພັກເຮົາ, ມີຄວາມເສຍສະຫຼະສູງ ແລະມີຄວາມສັດຊື່ບໍລິສຸດຕໍ່ໜ້າທີ່ຄວາມຮັບຜິດຊອບ, ມີຄວາມກ້າຫານຕໍ່ການຕຳນິສົ່ງຂ່າວກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ແລະກັນໃນເວລາລວມສ່ອງແສງປະຈຳອາທິດ,ເດືອນ.
2.ຫົວໜ້າໜ່ວຍບໍລິການໃຫ້ຄວາມສໍາຄັນຕໍ່ວຽກງານປະຊຸມຕ່າງໆຢູ່ພາຍໃນ ແລະພາຍນອກ ໃຫ້ເອົາໃຈໃສ່ນໍາ ເອົາເອກະສານສໍາຄັນຕ່າງໆ ມາເຜີຍແຜ່ໃຫ້ສະມາຊິກພັກ – ພະນັກງານໄດ້ຮັບຮູ້, ເຂົ້າໃຈໃນການຈັດຕັ້ງປະຕິບັດວຽກ ງານໃຫ້ຖືກຕ້ອງ ແລະມີປະສິດທິຜົນສູງ.
3.ໃຫ້ຄະນະຂະເເໜງ ແລະ ຄະນະໜ່ວຍບໍລິການ ນໍາພາ – ຊີ້ນໍາ ພະນັກງານສິນເຊື່ອໃຫ້ເອົາໃຈໃສ່ໃນການລົງເກັບກໍາຂໍ້ມູນນໍາລູກຄ້າຈະມາປ່ອຍເງິນປ່ອຍເງິນກູ້ ແລະເປັນເສນາທິການໃນການເກັບກູ້ໜີ້ສິນຕົ້ນທຶນດອກເບ້ຍໃຫ້ມີຄວາມເຂັ້ມແຂງ ແລະເກັບກູ້ໜີ້ໃຫ້ໄດ້ຕາມແຜນການໄຕມາດ II ປີ 2025 ທີ່ວາງໄວ້.
4.ວຽກງານປ້ອງກັນຄວາມສະຫງົບ ໃຫ້ເອົາໃຈໃສ່ຕິດຕາມສະພາບການປ້ອງກັນເວນຍາມຂອງເຈົ້າໜ້າທີ່ ແລະ ທີ່ມາເວນຍາມສໍານັກງານຫ້ອງການໃຫ້ ມາຍາມເປັນປົກະຕິໂດຍສະເພາະວັນພັກລັດຖະການ, ວັນສໍາຄັນຕ່າງໆເປັນຕົ້ນບຸນສົງການປີໃໝ່ລາວໃກ້ຈະມາຮອດນີ້, ຕິດຕາມກວດກາລະບົບໄຟຟ້າ, ນໍ້າປະປາ, ການໃສ່ກະແຈລົດກະແຈຮົ້ວ ແລະ ປະຕູຫ້ອງການໃຫ້ມີຄວາມປອດໄພ.
ກອງປະຊຸມໄດ້ປິດລົງຢ່າງເປັນທາງການ ໃນເວລາ 12:00 ໂມງຂອງວັນດຽວກັນ.