ໃນຕອນເຊົ້າຂອງວັນຈັນ ວັນທີ 20 ມັງກອນ 2025 ໄດ້ຈັດພິທີຮັບສະມາຊິກສຳຮອງເລື່ອນເປັນສະມາຊິກພັກສົມບູນ ຂອງໜ່ວຍພັກທະນາຄານຜົ້ງສາລີ ຂຶ້ນທີ່ຫ້ອງປະຊຸມຊັ້ນ 3 ຂອງທະນາຄານນະໂຍບາຍ ສາຂາຜົ້ງສາລີ, ພາຍໃຕ້ເປັນປະທານຂອງ ສະຫາຍ ສີຟອງ ແກ້ວກົງຕາ ຮອງເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກ ທະນາຄານນະໂຍບາຍສາຂາຜົ້ງສາລີ; ເປັນກຽດເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ມີຕ່າງໜ້າ 03 ອົງການຈັດຕັ້ງມະຫາຊົນ ແລະ ສະມາຊິກພັກເຂົ້າຮ່ວມທັງໝົດ 13 ສະຫາຍ, ຍິງ 5 ສະຫາຍ ທີ່ຂື້ນກັບໜ່ວຍພັກທະນາຄານນະໂຍບາຍສາຂາຜົ້ງສາລີ.
ຄະນະຈັດຕັ້ງພິທີໄດ້ຂື້ນຜ່ານມະຕິຕົກລົງ ສະບັບເລກທີ 771/ ຄພຂ, ລົງວັນທີ 09 ທັນວາ 2024 ແລະ ມະຕິເລກທີ 772/ຄພຂ, ລົງວັນທີ 09 ທັນວາ 2024 ວ່າດ້ວຍການເລື່ອນສະມາຊິກພັກສໍາຮອງຂື້ນເປັນສະມາຊິກພັກສົມບູນ ຂອງໜ່ວຍພັກທະນາຄານນະໂຍບາຍສາຂາຜົ້ງສາລີ ຄື:
- ຮັບເອົາ ສະຫາຍ ສົມພອນ ອຸດົມສິນ ສະມາຊິກພັກສໍາຮອງເລື່ອນເປັນສະມາຊິກພັກສົມບູນ.
ຮັບເອົາ ສະຫາຍ ນ. ສຸໄພພອນ ອາໄພພອນ ສະມາຊິກພັກສໍາຮອງເລື່ອນເປັນສະມາຊິກພັກສົມບູນ.
ໃນພິທີທີ່ມີຄວາມໝາຍຄວາມສໍາຄັນນີ້ ສະຫາຍ ສີຟອງ ແກ້ວກົງຕາ ຮອງເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກ ທະນາຄານນະໂຍບາຍສາຂາຜົ້ງສາລີໄດ້ມອບມະຕິຕົົກລົງໃຫ້ສະມາຊິກສົມບູນຊຸດໃໝ່ ແລະ ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ. ກ່ອນອື່ນສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ 02 ສະຫາຍ ໄດ້ເອົາໃຈໃສ່ປະຕິບັດໜ້າທີການເມືອງ ແລະ ວຽກງານວິຊາສະເພາະຂອງຕົນໄດ້ດີຕະຫຼອດມາ, ສະຫາຍຍັງຜ່ານເອກະສານລະບຽບພັກບາງຈຸດ, ພ້ອມທັງເນັ້ນບາງບັນຫາດັ່ງລຸ່ມນີ້:
- ດ້ານການເມືອງແນວຄິດເຮົານີ້ເປັນພັກດຽວບໍ່ໃຫ້ແຍກພັກແຍກພວກ, ຕິດພັນກັບແນວຄິດຕ້ອງຄິດດີທຳດີ, ບັນຫາແນວຄິດເປັນສິ່ງສຳຄັນທີ່ສຸດ, ມັນສະແດງອອກທາງການກະທຳ.
- ເສີມຂະຫຍາຍແບບແຜນວິທີການນຳພາ, ວິທີການເຮັດວຽກ, ເຮັດແຜນເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິ ບັດ, ການຊີນຳນຳພາໃຫ້ເປັນໄປຕາມແຜນ.
- ຕິດພັນກັບຄວາມຮູ້ຄວາມສາມາດ, ໃຫ້ເອົາໃຈໃສ່ຝຶກຝົນລໍ່ຫຼອມຕົນເອງ, ຮຽນແລ້ວຮຽນອີກ, ຮຽນເອົາບົດ ຮຽນໃໝ່, ເພື່ອມາຜັນຂະຫຍາຍໃຫ້ແທດເໝາະກັບວຽກງານຕົວຈິງ.
- ຕີຖອຍປະກົດການຫຍໍ້ທໍ້ບໍ່ໃຫ້ມັນມີເດັດຂາດ.
- ຂອດການປະສານງານໃຫ້ເອົາໃຈໃສ່ໃຫ້ມີຄວາມກົມກ່ຽວກັນ, ໃຫ້ຖາມກັນໃຫ້ເວົ້າໃຫ້ວາກັນ, ໃຫ້ເປັນທັນສະໄໝເພື່ອຮັບຮູ້ທັນເວລາ.
ໃຫ້ມີຄວາມສາມັກຄີກັນ, ໃຫ້ຊ່ວຍເຫຼືອເຊິ່ງກັນແລະກັນ, ໃຫ້ເປັນເອກະພາບກັນພາຍໃນພັກໃຫ້ສູງ.