ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານຮອບດ້ານປະຈຳປີ 2024 ແລະ ວາງທິດທາງແຜນການປີ 2025 ທນບ ສາຂາ ຫຼວງນ້ຳທາ

 

ກອງປະຊຸມ​ສະຫຼຸບການເຄື່ອນໄຫວວຽກງານຮອບດ້ານປະຈຳປີ 2024

​ແລະ​ ວາງທິດ​ທາງ​ແຜນການປີ 2025 ທນບ ສາຂາ ຫຼວງນ້ຳທາ

ໃນ​ວັນທີ  27 ມັງກອນ 2025, ໄດ້ເປີດກອງປະຊຸມ ປະຈຳປີ 2024 ແລະ​ ວາງທິດ​ທາງ​ແຜນການປີ 2025 ທີ່ຫ້ອງປະຊຸມຊັ້ນ III ຂອງ ທນບ ໂດຍການເປັນປະທານຂອງ ທ່ານ ລີ ວັນນະປະເສີດ ຫົວໜ້າ ທນບ ສາຂາຫຼວງນໍ້າທາ, ມີຄະນະສາຂາ, ຄະນະຂະແໜງ, ຄະນະຫ້ອງການປະສານງານ,  ຄະນະໜ່ວຍບໍລິການ ແລະ ພະນັກງານສົມບູນພາຍໃນສາຂາ ທັງໝົດ 39 ທ່ານ, ຍີງ 17 ທ່ານ.

ກອງປະຊຸມທ່ານ ລີ ວັນນະປະເສີດ ຫົວໜ້າທະນາຄານນະໂຍບາຍ ສາຂາ ຫຼວງນ້ຳທາ ກ່າວຈຸດປະສົງກອງປະຊຸມ​ເພື່ອ​ສ່ອງ​ແສງ​ສະຫຼູ​ບຕີ​ລາຄາ​ຄືນ​ຂອດ​ການຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານຮອບດ້ານປະຈຳປີ 2024 ​ແລະ​ ວາງທິດ​ທາງ​ແຜນການປີ 2025, ຫຼັງຈາກນັ້ນ ຍັງໄດ້ຮັບຟັງ, ທ່ານ ນິຄົມ ບັນນະວົງ ຮອງຫົວໜ້າ ທນບ ສາຂາ ຫຼວງນໍ້າທາ, ຜ່ານບົດສະຫຼຸບຫຍໍ້ການເຄື່ອນໄຫວວຽກງານປະຈຳປີ 2024 ແລະ ວາງທິດທາງແຜນການປະຈຳປີ 2025 ຍົກໃຫ້ເຫັນດ້ານພົນງານ ແລະ ຂໍ້ຄົງຄ້າງ ທີ່ຈະສືບຕໍ່ແກ້ໄຂ່ໃນຕໍ່ໜ້າ,  ຫົວໜ້າຂະແໜງສິນເຊຶ່ອ ໄດ້ລາຍງານໂຕເລກການເຄື່ອນໄຫວວຽກງານສິນເຊຶ່ອ ທົ່ວສາຂາ ປະຈຳ ປີ 2024 ແລະ ວ່າການຫົວໜ້າຂະ ແໜງຫ້ອງການບໍລິຫານ-ຈັດຕັ້ງພະນັກງານໄດ້ລາຍງານຜົນການປະຕິບັດແຜນທຸລະກິດປະຈຳປີ 2024 ແລະ ການຈັດປະເພດເພຶ່ອຍ້ອງຍໍ ໃຫ້ບຳເນັດສາຂາ, ຫ້ອງການປະສານງານ ແລະ ໜ່ວຍບໍລິການ ປະຈຳປີ 2024, ຫຼັງຈາກນັ້ນປະທານກອງປະຊຸມໄດ້ໃຫ້ຄຳຖາມເຈາະຈີ້ມ ພ້ອມທັງສະເໜີໃຫ້ ໜ່ວຍ​ບໍລິການ​, ຫ້ອງການການປະສານງານ ຂື້ນຕອບຄຳຖາມເຈາະຈີ້ມ ແລະ ລາຍງານວິທີແກ້ໄຂຂໍ້ຄົງຄ້າງໃນດ້ານວຽກ​ງານ​ທີ່​ຕົນ​ເອງ​ຮັບຜິດຊອບ ແລະ ຂໍ້​ສະ​ເໜີ​ວຽກ​ງານ​ແຕ່ລະດ້ານ​, ຜູ້​ເຂົ້າ​ຮ່ວມ​ປະຊຸມ​ໄດ້ມີການສ່ອງແສງຢ່າງ​ກົງ​ໄປ​ກົງ​ມາ ​ແລະ ​ເປັນ​ເອກະ​ພາບ​ກັນ​.

ຕອນທ້າຍກອງປະຊຸມ ປະທານ ໄດ້ເນັ້ນໜັກຄະນະນຳແຕ່ລະຂັ້ນ ກ່ຽວກັບການສຶກສາອົບຮົມ ການເມືອງແນວຄິດໃຫ້ພະນັກງານພາຍໃຕ້ຄວາມຮັບຜິດຊອບຂອງຕົນໂດຍການຖືເອົາບັນດາເອກະສານທາງລັດຖະການ ຂອງ ອົງການປົກຄອງທ້ອງຖິ່ນ, ນິຕິກຳຕ່າງໆຂອງ ທຫລ ແລະ ທນບ  ນໍາມາຜັນຂະຫຍາຍເຜີຍແຜ່ໃຫ້ແກ່ພະນັກງານພາຍໃນຂອງຕົນເປັນປົກກະຕິຕໍ່ເນື່ອງ ພ້ອມທັງໃຫ້​ທິດ​ຊີ້​ນໍາ​ ​ແລະ​ເປັນ​ເອກະ​ພາບ​ກັນ​ ໃນການຈັດ​ຕັ້ງ​ປະຕິບັດດັ່ງ​ນີ້:

  1. ເອົາໃຈໃສ່​ສຶກ​ສາ​ອົບ​ຮົມ​ການ​ເມືອງ​ແນວ​ຄິດ​ໃຫ້​ພະ​ນັກ​ງານ​ພາຍ​ໃຕ້​ຄວາມ​ຮັບ​ຜິດ​ຊອບ​ຂອງ​ຕົນ, ສ້າງແຜນຈັດຕັ້ງເຜີຍແຜ່ເອກະສານ ນະໂຍບາຍ, ລະບຽບການ; ປະເມີນຜົນງານ ແລະ ຈັດປະເພດພະນັກງານຕາມວາລະເປັນປົກກະຕິ; ເພີ່ມ​ທະ​ວີ​ຄວາມ​ເປັນ​ແບບ​ຢ່າງ​ນຳ​ໜ້າ​ຂອງ​​ພະ​ນັກ​ງານນຳພາຄຸ້ມຄອງ, ສະ​ມາ​ຊິກ​ພັກ​ພາຍ​ໃນສາຂາ, ​ໜ່ວຍ​ບໍ​ລິ​ການ; ຫ້ອງການປະສານງານ ແລະ ເອົາໃຈໃສ່ຊີ້ນຳ-ນຳພາ ແລະ ປະຕິບັດໜ້າທີ່ວຽກງານວິຊາສະເພາະໃຫ້ມີຜົນຄືບໜ້າ; ​ແກ້ໄຂ,  ຫຼຸດຜ່ອນ ປະກົດການຫຍໍ້ທໍ້ ໃຫ້ຫຼຸດລົງ ​ແລະ​ ພ້ອມທັງສະກັດກັ້ນ ບໍ່ໃຫ້ມີປະກົດການຫຍໍ້ທໍ້ ແລະ ການສໍ້ລາດບັງຫຼວງເກີດຂື້ນ.
  2. ພະນັກງານສິນເຊຶ່ອຕ້ອງກຳໃຫ້ໄດ້ວຽກງານຂອງຕົນລະອຽດ ໃນຂອບເຂດບ້ານທີ່ຕົນຮັບຜິດຊອບດ ກຳໄດ້ລະອຽດແຜນວຽກຂອງຕົນເອງ, ການລົງວຽກສາຍໜຶ່ງຕ້ອງເຮັດໃຫ້ໄດ້ຫຼາຍວຽກພ້ອມ ການການເຮັດວຽກຕ້ອງໃຫ້ມີແບບແຜນວິທີເຮັດວຽກທີ່ລະອຽດຂື້ນກວ່າເກົ່າ.
  3. ໃຫ້ໜ່ວຍບໍລິການ ແລະ ຫ້ອງການປະສານງານເກັບກຳຂໍ້ມູນລູກຄ້າລາຍບຸກຄົນ ( ລາຍໃຫ່ຍ ) ຜູ້ທີ່ຕ້ອງການກູ້ຢືມ ແລ້ວປະກອບເອກະສານກູ້ຢືມໃນເບື້ອງຕົ້ນສົ່ງມາໃຫ້ສາຂາກ່ອນ ມີເອກະສານຄື: ໃບອະນຸຍາດດຳເນີນທຸລະກິດ, ໃບສະເໜີຂອງລູກຄ້າ, ຮູບໂຄງການ ແລະ ຫຼັກຊັບຄໍ້າປະກັນ ເພຶ່ອນຳສະເໜີໄປສຳນັກງານໃຫ່ຍ ແລະ ໃຫ້ແຈ້ງອັດຕາດອກເບັ້ຍເງິນກູ້ ທຸລະກິດໄວ້ໃຫ້ລູກຄ້າພ້ອມເພຶ່ອກໍລະນີປ່ຽນຊື່ເປັນ ທພບ.
  4. ໃຫ້ລະດົມລູກຄ້າຊຳລະເງິນກູ້ແບບທັນສະໄໝໂດຍການໂອນຜ່ານແອັບທະນາຄານ ທພລ ແລະ ໃຫ້ແຕ່ລະໜ່ວຍເປີດ LDB Biz ເພຶ່ອສາມາດກວດສະເຕດເມັນອອນລາຍ ກໍລະນີລູກຄ້າໂອນຊຳລະດອກເບັ້ຍ ແລະ ຕົ້ນທືນຜ່ານໜ່ວຍບໍລິການຂອງຕົນເອງ.
  5. ຕ້ອງສະກັດກັ້ນການເຄື່ອນຊັ້ນໜີ້ເພຶ່ອບໍ່ໃຫ້ລາຍຈ່າຍເກີນແຜນ.
  6. ຫົວໜ້າຫ້ອງການປະສານງານ ແລະ ຫົວໜ້າໜ່ວຍບໍລິການ ຕ້ອງຮູ້ກວດລາຍງານຕ່າງໆໃນລະບົບ ຄໍແບັງຄິງ.
  7. ໃຫ້ມີຄວາມສາມັກຄີຮັກແພງກັນພາຍໃນ- ພາຍນອກ ແລະ ໃຫ້ມີຄວາມເສຍສະຫຼະຊ່ວຍວຽກກັນພາຍໃນຂະແໜງ, ຫ້ອງການປະສານງານ ແລະ ໜ່ວຍບໍລິການ, ໃຫ້ລວມສູນປະຊາທິປະໄຕ.
  8. ໃຫ້ພະນັກງານແຕ່ລະຄົນເອົາໃຈໃສ່ກຳໄດ້ເອກະສານແຈ້ງການຕ່າງໆທີ່ອອກນຳໃຊ້ໃໝ່ໃນແຕ່ລະໄລຍະ ເພຶ່ອເອົາມານຳໃຊ້ເຂົ້າໃນການປະຕິບັດວຽກຕົວຈິ່ງໃຫ້ແທດເໝາະ ແລະ ຖືກຕ້ອງກັບຄວາມເປັນຈິ່ງ.

 

ກອງປະຊຸມໄດ້ດຳເນີນເປັນເວລາ 01 ວັນ ແລະ ປິດລົງໃນເວລາ 17 ໂມງ 00 ນາທີ ຂອງວັນດຽວກັນ.

 

You May Also Like

Leave a Reply

Your email address will not be published. Required fields are marked *