ກອງປະຊຸມ ສະຫຼຸບການເຄື່ອນໄຫວວຽກງານຮອບດ້ານປະຈຳປີ 2024 ແລະ ທິດທາງ-ແຜນການປະຈຳປີ 2025
ວັນທີ 07 ກຸມພາ 2025 ທີ່ຫ້ອງປະຊຸມຊັ້ນ III ຂອງທະນາຄານນະໂຍບາຍ ສາຂາຜົ້ງສາລີ ໄດ້ເປີດ ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານຮອບດ້ານ ປະຈຳປີ 2024 ແລະ ວາງທິດທາງແຜນການປະຈໍາປີ 2025 ຂອງທະນາຄານນະໂຍບາຍສາຂາຜົ້ງສາລີ ໂດຍພາຍໃຕ້ການເປັນປະທານຂອງທ່ານ ສີຟອງ ແກ້ວກົງຕາ ຫົວໜ້າທະນາຄານນະໂຍບາຍ ສາຂາຜົ້ງສາລີ, ມີຄະນະສາຂາ, ຄະນະຂະແໜງ , ຄະນະໜ່ວຍ, ພ້ອມດ້ວຍພະນັກງານໜ່ວຍບໍລິການ ແລະ ພະນັກງານພາຍໃນສໍານັກງານສາຂາ ເຂົ້າຮ່ວມທັງໝົດ 55 ທ່ານ, ຍິງ 19 ທ່ານ
ພາຍຫຼັງທ່ານ ປະທານ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການແລ້ວ ທ່ານ ແກ້ວວຽງຄອນ ໄຊຍະສານ ຮອງຫົວໜ້າສາຂາ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານຮອບດ້ານປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025, ປະທານກອງປະຊຸມໄດ້ສະເໜີໃຫ້ ຫົວໜ້າຂະແໜງຫ້ອງການ ຜ່ານຜົນການດຳເນີນທຸລະກິດຂອງສາຂາ ແລະ ໜ່ວຍບໍລິການ, ສະຫຼຸບການຈັດຕັ້ງປະຕິບັດ 7 ມາດຖານຂອງສາຂາ ແລະ ໜ່ວຍບໍລິການ, ພ້ອມນັ້ນ ຫົວໜ້າຂະແໜງສິນເຊື່ອ ລາຍງານຫຍໍ້ການຈັດຕັ້ງປະຕິບັດສິນເຊື່ອປະຈຳປີ 2024 ແລະ ທິດທາງແຜນການປະຈຳປີ 2025 ໃຫ້ບັນດາໜ່ວຍບໍລິການ ແລະ ຂະແໜງການ ຂື້ນລາຍງານວຽກງານທີ່ຕົນເອງຮັບຜິດຊອບຜ່ານມາໂດຍຍົກໃຫ້ເຫັນດ້ານທີ່ເຮັດໄດ້, ຂໍ້ຄົງຄ້າງ, ວິທີການແກ້ໄຂ ແລະ ຂໍ້ສະເໜີວຽກງານແຕ່ລະດ້ານ, ຜູ້ເຂົ້າຮ່ວມປະຊຸມໄດ້ມີການສ່ອງແສງລາຍງານຢ່າງກົງໄປກົງມາ, ປະກອບຄໍາເຫັນ ແລະ ມີຄວາມເປັນເອກະພາບກັນຫຼາຍດ້ານ, ເພື່ອສູ້ຊົນໃຫ້ຍາດໄດ້ຜົນງານປີ 2025.
ໃນຕອນທ້າຍປະທານກອງປະຊຸມ ໄດ້ເນັ້ນໜັກຫຼາຍບັນຫາດັ່ງນີ້:
- ດ້ານການເມືອງແນວຄິດ ແລະ ການຈັດຕັ້ງໃຫ້ເປັນອັນລວມ, ອັນສະເພາະແມ່ນນິຕິກຳຕ່າງໆ ຕ້ອງກຳໃຫ້ມັນໄດ້, ຕິດພັນກັບແນວຄິດ ພະນັກງານບໍ່ໃຫ້ມີແນວຄິດຄັບແຄບ, ແນວຄິດຈຸ້ມເຈື້ອເຊື້ອສາຍ, ແນວຄິດບັງບຽດ, ໃຫ້ຍົກສູງຄວາມເສຍສະຫຼະ.
- ຍົກສູງຄວາມສາມາດນຳພາ, ມັນຍັງຄ້າງຄາຈຸດໃດ, ເຫດຜົນເປັນຍ້ອນຫຍັງ, ຖ້າເຮັດໄປແລ້ວແຕ່ຍັງບໍ່ໄດ້, ໃຫ້ເຮັດໜັງສືສະເໜີ ພ້ອມ ບົດລາຍງານມາເປັນລາຍລັກອັກສອນໃຫ້ມັນລະອຽດ.
- ຕັ້ງໜ້າຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ ແລະ ຄຸນສົມບັດສິນທຳ.
- ເດັດດ່ຽວແກ້ໄຂປະກົດການຫຍໍ້ທໍ້, ຕິດພັນວຽກພັກພະນັກງານ, ລະບຽບຕ່າງໆ, ສິ່ງຜິດກົດໝາຍ (ສູບຄາຄູໃຫ້ຢຸດຕິເດັດຂາດ) ການລັກໂລບເອົາເງິນຂອງລວມມາເປັນຂອງຕົນແມ່ນບໍ່ໃຫ້ມີເດັດຂາດ, ການໄປລ້າມາການໃຫ້ເອົາໃຈໃສ່ຕື່ມ.
- ປັບປຸງແບບແຜນວິທີເຮັດວຽກໃຫ້ເປັນແບບໃໝ່, ເວລາປະຊຸມບໍ່ເວົ້າບໍ່ວ່າກັນຍັງຈົ່ງຈຽມກັນ, ຕ້ອງເປີດໃຈກ້າເວົ້າກ້າວ່າບໍ່ໃຫ້ມີອັກຄະຕິຕໍ່ການຈັດຕັ້ງ, ຕໍ່ບຸກຄົນ.
- ຕິດພັນວຽກງານວິຊາສະເພາະເຊັ່ນ:
- ວຽກງານບັນຊີນການເງິນ: ໃຫ້ເອົາໃຈໃສ່ໃນການປະຕິບັດຕາມນິຕິກຳ ບົດແນະນຳເພີ່ມ ການຈັດຕັ້ງປະຕິບັດວຽກງານຄັງເງິນສົດ ແລະ ວຽກງານບັນຊີ ເລກທີ 111/ທນບ.ຜລ, ຜົ້ງສາລີ, ວັນທີ 05 ກຸມພາ 2025, ພ້ອມດຽວກັນນັ້ນ ໃຫ້ປະສານຫາຫົວໜ້າຂະແໜງໂດຍກົງເລີຍເວລາມີອັນໃດບໍ່ກະຈ່າງແຈ້ງ.
- ວຽກງານສິນເຊື່ອ:
- ການເກັບໜີ້ NPL ໃຫ້ລຸດລົງ 30%.
- ການປ່ອຍສິນເຊື່ອໃຫ້ສຳເລັດກ່ອນເດືອນ 9/2025, ໃຫ້ແບ່ງຄວາມຮັບຜິດຊອບກັນລະອຽດເພື່ອໃຫ້ການປ່ອຍສິນເຊື່ອສຳເລັດຕາມແຜນ.
- ການປະຕິບັດມາດຖານຄາດໝາຍສູ້ຊົນໃຫ້ມັນໄດ້ຢູ່ 3 ໜ່ວຍບໍລິການຄື: ໜ່ວຍບໍລິການເມືອງໃໝ່, ໜ່ວຍບໍລິການເມືອງຂວາ, ໜ່ວຍບໍລິການເມືອງບຸນໃຕ້.
- ການກວດກາປະເມີນ ແລະ ຜົນການກວດກາຂອງ ສຳນັກງານໃຫຍ່, ທະນາຄານແຫ່ງ ສປປ ລາວ ພາກເໜືອ ແຂວອຸດົມໄຊ, ກວດກາພາຍໃນແມ່ນໃຫ້ສຳເລັດ ແລະ ຄົບຖ້ວນແຕ່ຫົວທີ.
- ຄັດເລືອກບ້ານທີ່ຫຍຸ້ງຍາກ ແລະ ຄົນທີ່ຫຍຸ້ງຍາກ, ເພື່ອເຮັດຕາມຂັ້ນຕອນກົດໝາຍ, ປັບໃໝ່ລາຍກຸ່ມ 20%, ລາຍບຸກຄົນ 50%.
- ແກ້ໄຂໜີ້ທີ່ຕິພັນກັບພະນັກງານລັດຖະກອນ.
- ປະຊຸມຄະນະກຳມະການຄຸ້ມຄອງສິນເຊື່ອຂັ້ນເມືອງ, ຂັ້ນແຂວງໃຫ້ສຳເລັດໃນເດືອນ 3/2025 ນີ້.
- ວຽກງານຫ້ອງການ:
- ຄວາມສະອາດຈົບງາມ, ງາມຕາ, ງາມຈິດໃຈ, ງານວຽກ.
- ຮັກສາຊັບສົມບັດໃຫ້ສາມາດນຳໃຊ້ໄດ້ດີ ແລະ ງາມຢູ່ຕະຫຼອດ.
- ວຽກງານປ້ອງກັນພັກ-ປ້ອງກັນພະນັກງານ, ປ້ອງກັນສຳນັກງານຫ້ອງການ.
- ລາຍຈ່າຍໃຫ້ມັນສົມຄູ່ກັນລະຫວ່າງລາຍຮັບ-ລາຍຈ່າຍ.
- ວຽກງານກວດກາ:
- 3ສາຍປ້ອງກັນ, ໃຫ້ໄປເອົາມາຜັນຂະຫຍາຍໃຫ້ພະນັກງານກວດກາ.
- ໃຫ້ປະຕິບັດຕາມຄູ່ມືໃຫ້ຖືກຕ້ອງ ແລະ ເຂັ້ມງວດ.
- ໃຫ້ເປັນເສນາທິການຄະນະສາຂາກ່ຽວກັບນິຕິກຳໃດທີ່ຍັງບໍ່ໄດ້ເຮັດ, ບໍ່ໄດ້ສົ່ງໃຫ້ສາຍຕັ້ງ, ສາຍຂວາງ.
- ຂອດການປະສານງານ ແລະ ຄວາມສາມັກຄີໃຫ້ມີຄວາມກົມກຽວກັນ.