ໃນຕອນເຊົ້າຂອງວັນທີ 16 ພຶດສະພາ 2025, ເວລາ 08:00ໂມງ ທີ່ຫ້ອງປະຊຸມຊັ້ນ III ທະນາຄານ ນະໂຍບາຍ
ສາຂາຫຼວງພະບາງ ໄດ້ຈັດພິທີຕ້ອນຮັບທ່ານ ຮອງຜູ້ອໍານວຍການ ທະນາຄານນະໂຍບາຍ ,ລົງຊຸກຍູ້ເຄື່ອນໄຫວວຽກງານ ຢູ່ ທນບ ສາຂາ ຫຼວງພະບາງ ພາຍໃຕ້ການເປັນປະທານຂອງທ່ານ ສຸພົດ ໂຊກປະຫັວດ ຮອງຜູ້ອໍານວຍການ ທະນາຄານນະໂຍບາຍ, ຄະນະພະແນກ, ຄະນະສາຂາ, ຄະນະຂະແໜງ, ຄະນະໜ່ວຍບໍລິ ການເຂົ້າຮ່ວມກອງປະ ຊຸມທັງໜົດ 24 ທ່ານ ຍິງ 04 ທ່ານ.
ພິທີໃນຄັ້ງນີ້ທ່ານ ສີຈັນ ເນັ່ງເລົ່າຈ່າ ວ່າການຫົວໜ້າສາຂາ ໄດ້ຂື້ນລາຍງານສະຫຼຸບການເຄື່ອນໄຫວວຽກງານຮອບດ້ານປະຈໍາໄຕມາດ I ແລະທິດທາງແຜນການໄຕມາດ II ປີ 2025 ທນບ ສາຂາຫຼວງພະບາງ,ການຈັດຕັ້ງປະ ຕິບັດວຽກງານມີອັນພົ້ນເດັ່ນ ແລະ ເຮັດໃຫ້ມີຜົນສໍາເລັດຫຼາຍດ້ານ. ຫຼັງຈາກນັ້ນ ທ່ານ ປະທານ ມີຄໍາເຫັນ ແລະທິດຊີ້ນໍາການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າມີດັ່ງນີ້:
- 1. ໃຫ້ເອົາໃຈໃສ່ສຶກສາອົບຮົມວຽກງານການເມືອງ-ແນວຄິດ ໃຫ້ພະນັກງານເປັນປົກກະຕິ.
- 2. ຄະນະສາຂາ, ຄະນະຂະແໜງການ ແລະ ຄະນະໜ່ວຍບໍລິການໃຫ້ເອົາໃຈໃສ່ປັບປຸງແບບແຜນວີທີເຮັດ
ວຽກໃຫ້ປຶກສາຫາລື ແລະວາງແຜນວຽກງານໃຫ້ມີປະສິດທິພາບ ແລະປະສິດທິຜົນສູງ.
3.ດ້ານແຫລ່ງທຶນຕ້ອງນໍາໃຊ້ໃຫ້ໄດ້ຮັບໝາກຜົນເນັ້ນໃຫ້ມີຄຸນນະພາບ ປະຊາຊົນເຂົ້າເຖີງແຫລ່ງທຶນຈັດຕັ້ງ ກູ່ມຕ້ອງຄັດເລືອກໃຫ້ເຂັ້ມງວດ, ເນັ້ນໃສ່ຄວາມອາດສາມາດຂອງຄອບຄົວສະມາຊິກຜູ້ມາກູ້ຢືມ.
- 4. ວຽກງານການບໍລິການບຸກຄະລະກອນຕ້ອງມີມະນຸດສໍາພັນຍີ້ມແຍ້ມແຈ່ມໃສ, ໃນການຕ້ອນຮັບລູກຄ້າມາໃຊ້ບໍລິການ ຕ້ອງກໍາລະບຽບຫຼັກການຜະລິດຕະພັນເງິນຝາກສາມາດອະທິບາຍໃຫ້ລູກຄ້າເຂົ້າໃຈ.
5.ວຽກງານຫ້ອງການບໍລິຫານ-ຈັດຕັ້ງພະນັກງານ ໃຫ້ເອົາໃຈໃສ່ສໍານັກງານຫ້ອງການໃຫ້ມີຄວາມສະອາດຈົບງາມ ປະຕິບັດໃຫ້ຖຶກຕາມຂັ້ນຕອນ, ຄຸ້ມຄອງຊັບສົມບັດ ປະຢັດມັດທະຢັດ.
-ນໍາເອົາມະຕິກອງປະຊຸມໃຫ່ຍມະຕິ 03 ອົງການຈັດຕັ້ງ ນໍາໄປຈັດຕັ້ງເຜີຍແຜ່ຜັນຂະຫຍາຍທີ່ຕົນເອງຮັບຜິດຊອບເຂົ້າສູ່ວຽກງານໃນການປະຕິບັດແຜນການທີ່ວາງໄວ້ໃຫ້ໄດ້ຮັບຜົນດີ.
6. ວຽກງານກວດກາໃຫ້ມີລະບົບກົນໄກຄຸ້ມຄອງຕິດຕາມ, ກວດກາຢ່າງເຂັ້ມງວດ ເພື່ອປ້ອງກັນບໍ່ໃຫ້ມີປະກົດການຫຍໍ້ທໍ້ທີ່ເກີດຂື້ນທຸກຮູບແບບ.