ໃນຕອນເຊົ້າຂອງວັນທີ 13 ກຸມພາ 2026 ທະນາຄານ ພັດທະນາ ຊົນນະບົດ ສາຂາຫຼວງພະບາງ ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານຮອບດ້ານປະຈໍາປີ 2025 ແລະ ວາງທິດທາງແຜນການປະຈໍາປີ 2026 ຂື້ນຢ່າງເປັນທາງການທີ່ຫ້ອງປະຊຸມ ຊັ້ນ III ທະນາຄານ ພັດທະນາ ຊົນນະບົດ ສາຂາຫຼວງພະບາງ ໂດຍການເປັນປະທານຂອງທ່ານ ສີຈັນ ເນັ່່່່່ງເລົ່າຈ່າ ຫົວໜ້າສາຂາ, ມີຄະນະສາຂາ, ຄະນະຂະແໜງ, ຄະນະໜ່ວຍບໍລິການແລະ ພະນັກງານວິຊາການສິນເຊື່ອເຂົ້າຮ່ວມກອງປະຊຸມທັງໜົດ 27 ທ່ານ, ຍິງ 04 ທ່ານ.
ກອງປະຊຸມໃນຄັ້ງນີ້ທ່ານ ນາງ ສີສຸດາກອນ ຕຸລາກຸນ ຮອງຫົວໜ້າສາຂາ ໄດ້ລາຍງານຫຍໍ້ຜົນການຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານຮອບດ້ານປະຈຳປີ 2025 ແລະ ວາງທິດທາງແຜນການປະຈຳປີ 2026 ຂອງທະນາຄານ ພັດທະນາ ຊົນນະບົດ ສາຂາຫຼວງພະບາງ ໃຫ້ຮູ້ວ່າປີ 2025 ການຈັດຕັ້ງປະຕິບັດວຽກງານມີອັນພົ້ນເດັ່ນ ແລະ ມີຜົນສໍາເລັດຫຼາຍດ້ານ ເຊີ່ງສະແດງອອກຄື: ໄດ້ປ່ອຍສິນເຊື່ອ 45.69 ຕື້ກີບ ເທົ່າກັບ 46.58%,ຂອງແຜນການປີ (98.09 ຕື້ກີບ) ເກັບໜີ້ໄດ້ 48.84 ຕື້ກີບ ເທົ່າກັບ 38.66% ຂອງແຜນການປີ (126.34 ຕື້ກີບ) ຮອດທ້າຍປີ 2025 ມີຍອດສິນເຊື່ອທັງໝົດ 247.58 ຕື້ກີບ; ຫຼັງຈາກນັ້ນຄະນະໜ່ວຍບໍລິການຂຶ້ນລາຍງານຜົນ
ການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາທີ່ພົ້ນເດັ່ນ, ວາງທິດທາງແຜນການໃນຕໍ່ໜ້າ ແລະ ປະທານໄດ້ມີຄໍາເຫັນເຈາະຈີ້ມ.
ກອງປະຊຸມໄດ້ປຶກສາຫາລື ແລະ ປະກອບຄໍາເຫັນຢ່າງກົງໄປກົງມາ ທີ່ປະຊຸມໄດ້ຕົກລົງເຫັນດີເປັນເອກະພາບດັ່ງນີ້:
- ເຫັນດີຮັບຮອງເອົາ(ຮ່າງ)ບົດສະຫຼຸບການເຄື່ອນໄຫວວຽກງານຮອບດ້ານ ປະຈຳປີ 2025 ແລະ ວາງທິດທາງແຜນການປະຈຳປີ 2026 ທະນາຄານພັດທະນາຊົນນະບົດ ສາຂາຫຼວງພະບາງ.
- ຮັບຮອງເອົາແຜນລະດົມເງິນຝາກປະຈໍາປີ 2026 ຈໍານວນ : 38,60 ຕື້ກີບ
- ຮັບຮອງເອົາແຜນສີນເຊື່ອປະຈໍາປີ 2026 ຈໍານວນ 154,15 ຕື້ ໃນນັ້ນປະກອບມີສິນເຊື່ອນະໂຍບາຍ: 78,85 ຕື້ກີບ,ສິນເຊື່ອທຸລະກິດ 44 ຕື້ກີບ, ສິນເຊື່ອພັດທະນາຊົນນະບົດ 31, ຕື້ກີບ .
- ຮັບຮອງເອົາແຜນການເກັບຕົ້ນທຶນປະຈໍາປີ 2026 ຈໍານວນ : 76,27 ຕືກີບ ເປັນຕົ້ນທຶນPL ຈໍານວນ:12,44 ຕື້ກີບ, NPL: ຈໍານວນ 63,83 ຕື້ກີບ ແລະ ແຜນເກັບດອກເບ້ຍຈໍານວນ 53,74 ຕື້ກີບ, ເປັນໜີ້ PL ຈໍານວນ: 8,02 ຕື້ກີບ ດອກເບ້ຍ NPL ຈໍານວນ45,71 ຕື້ກີບ .
- ການສະໜອງສິນເຊື່ອແຜນປະຈໍາປີ 2026 ຕ້ອງໄດ້ຮັບກຸມທາງດ້ານລະບຽບຫັຼັກການ ເພື່ອສາມາດຄຸ້ມຄອງບໍລິ ຫານດ້ານແຫຼ່ງທຶນໃຫ້ໄດ້ຮັບຜົນດີ ແລະ ສ້າງຄອບຄົວຕົວແບບໃຫ້ໄດ້ 10 ຄອບຄົວ .
ໃນຕອນທ້າຍຂອງກອງປະຊຸມທ່ານປະທານ ໄດ້ມີຄໍາເຫັນເນັ້ນໜັກບາງບັນຫາດັ່ງນີ້ :
- ວຽກງານການສຶກສາອົບຮົມການເມືອງ-ແນວຄິດມອບໃຫ້ຄະນະສາຂາ, ຫົວໜ້າຂະແໜງ ແລະ ຄະນະໜ່ວຍບໍລິການສືບຕໍ່ນໍາພາ-ຊີ້ນໍາເອົາໃຈໃສ່ ແລະ ຖືຄວາມສໍາຄັນຕໍ່ວຽກງານການສຶກສາອົບຮົມເມືອງ-ແນວຄິດ ໃຫ້ສະມາຊິກພັກ-ພະນັກງານ ໃຫ້ເລິກເຊິ່ງແທດເຖິງແຕ່ລະເປົ້າໝາຍຢ່າງປົກກະຕິ, ເພື່ອໃຫ້ສະມາຊິກພັກ-ພະນັກງານມີສະຕິຕໍ່ການຈັດຕັ້ງມີຄວາມອຸ່ນອ່ຽນທຸ່ນທ່ຽງ, ມີຄວາມຈົ່ງຮັກພັກດີຕໍ່ອົງກອນ ແລະ ມີຄວາມສາມັກຄີເປັນພຶກແຜ່ນ, ມີຄວາມສະຫົງບ ມີດ້ານແນວຄິດໂລ່ງລຽງມີຄວາມເອກະພາບໄປລ່ວງດຽວກັນ.
- ມອບໃຫ້ຂະແໜງຫ້ອງການບໍລິຫານ ແລະ ຄະນະໜ່ວຍບໍລິການເອົາໃຈໃສ່ໃນການຄຸ້ມຄອງລາຍຈ່າຍບໍລິຫານປະຕິບັດໃຫ້ຖືກຕ້ອງສອດຄ່ອງຕາມຕົວຈິງເພື່ອປ້ອງກັນບໍ່ໃຫ້ມີລາຍຈ່າຍເກີນແຜນການ.
- ຮຽກຮ້ອງໃຫ້ຄະນະຂະແໜງການ,ຄະນະໜ່ວຍບໍລິການ ເປັນເຈົ້າການຄຸ້ມຄອງນໍາພາພະນັກງານຫັນເຂົ້້າສູ່ລະບຽບຫຼັກການ ກົດໝາຍທີ່ວາງໄວ້ ແລະ ເອົາໃຈໃສ່ປົກປັນຮັກສາສໍານັກງານຫ້ອງການ ເປັນຕົ້ນ: ອຸປະກອນໄຟຟ້າ ແລະອຸປະກອນເອເລັກໂທນິກ ໃຫ້ສາມາດໃຊ້ງານໄດ້ ແລະ ມີຄວາມປອດໄພ 100%
- ວຽກງານລະດົມເງິນຝາກໃຫ້ຄະນະຂະແໜງບັນຊີ,ຄະນະໜ່ວຍບໍລິການ ນໍາເອົາແຜນສູ້ຊົນລະດົມເງິນຝາກ ປະ
ຈໍາປີ 2026 ຈໍານວນ 38,60 ຕື້ກີບ ນໍາໄປຈັດຕັ້ງປະຕິບັດ ຫັນເປັນແຜນປະຈໍາອາທິດ ແລະ ແຜນປະຈໍາງວດ,ປີ ພ້ອມທັງສ້າງແຜນລະດົມເງິນຝາກ ເປັນແຕ່ປະຈໍາອາທິດ, ເເຜນປະຈໍາເດືອນ ນໍາພາພະນັກງານຈັດຕັ້ງປະຕິບັດໃຫ້ ບັນລຸແຜນການທີ່ວາງໄວ້.
- ຄະນະຂະແໜງສິນເຊື່ອ ແລະ ຄະນະໜ່ວຍບໍລິການ ນໍາພາພະນັກງານຕ້ອງເອົາໃຈໃສ່ສືບຕໍ່ຕິດຕາມບົດບັນທຶກ
ແກ້ໄຂໜີ້NPL ແລະໜີ້ຍົກຍ້າຍຖິ່ນຖານທີ່ໄດ້ເຮັດບົດບັນທຶກນໍາລູກຄ້າໃຫ້ຕິດຕາມຢ່າງຕໍ່ເນື່ອງ, ໃຫ້ມີຄວາມກ້າ
ຫານເຈລະຈາຕໍ່ລອງແກ້ໄຂໜີ້ກັບລູກຄ້າ,ໃຫ້ໄດ້ຮັບການແກ້ໄຂໃຫ້ລຸດລົງເທື່ອລະກ້າວ.
- ໃຫ້ເພີ້້ມທະວີເອົາໃຈໃສ່ ຕິດຕາມໃນການແກ້ໄຂໜີ້ທີ່ຄົບງວດ,ຄົບສັນຍາຄືນ ເຊັ່ນ: ຕົ້ນທຶນ ແລະ ດອກເບ້ຍ
ທີ່ຍັງຄ້າງໃຫ້ໄດ້ຮັບການແກ້ໄຂ.
- ການປ່ອຍສິນເຊື່ອໃຫ້ເອົາໃຈໃສ່ປະຕິບັດຕາມຂັ້ນຕອນ ແລະ ລະບຽບສິນເຊື່ືອໃຫ້ຖຶກຕ້ອງໃຫ້ເອົາຂໍ້ມູນລະອຽດເຊັ່ນ: ການປະຕິບັດແຜນການປ່ອຍສິນເຊື່ອໃນຈໍານວນ 154,15 ຕື້ກີບ ໃຫ້ບັນລຸແຜນການ ແລະການຜ່ານສັນຍາເງິນກູ້ໃຫ້ຜ່ານຢູ່ຂັ້ນບ້ານຮັບຮອງໃຫ້ລະອຽດຈື່ງສາມາດປ່ອຍໃຫ້ລູກຄ້າ.
- ການຈັດຕັ້ງປະຕິບັດການສະໜອງສິນເຊື່ອປະເມີນ ແລະ ຕີລາຄາຄືນຜົນການຈັດຕັ້ງປະຕິບັດ ຜ່ານອົງການເມືອງ-ສັງຄົມ ແລະ ກອງທຶນຂັ້ນບ້ານ (ອກສກ) ເພື່ອສືບຕໍ່ຂະຫຍາຍ ໃຫ້ຖືເປັນວຽກງານທີ່ສໍາຄັນ ໃນການຈັດຕັ້ງປະຕິບັດໃນປີ 2026 ມອບໃຫ້ຂະແໜງສິນເຊື່ອ ແລະ ໜ່ວຍບໍລິການຕ້ອງເອົາໃຈໃສ່ ໃນການລົງເຜີຍແຜ່ລະບຽບ (ອກສກ) ເພື່ອຊີ້ແຈງໃຫ້ຄະນະກໍາມະການຂັ້ນບ້ານ ,ຫົວໜ້າກຸ່ມການຜະລິດ ມີຄວາມເຂັ້າໃຈໃນການຈັດຕັ້ງປະຕິບັດວຽກງານທີ່ຈະໄດ້ຮ່ວມກັບ ທະນາຄານນະໂຍບາຍ ໃນການຕິດຕາມ ກວດກາ ຄຸ້ມຄອງແຫຼ່ງທຶນທີ່ໄດ້ສະໜອງໃນແຕ່ລະປີໃຫ້ມີຄຸນນະພາບ ແລະ ປະສິດທິຜົນ.
– ສໍາລັບການເກັບດອກເບັ້ຍ (ອກສກ) ບ້ານທົ່ວໄປ ໃຫ້ຊອກວິທີການລົງເກັບນໍາລູກຄ້າຄືນໃໝ່ໃຫ້ມີຄ່າຕອບແທນ ສູງ ແລະໃຫ້ມີການໄລ່ລຽງໃນໄລຍະໃໝ່.
- ວຽກງານກວດກາຄະນະຂະແໜງກວດກາຕ້ອງມີຄວາມເຂັ້ມແຂງ,ໜັກແໜ້ນ ຕ້ອງຮັບປະກັນບໍ່ໃຫ້ເກີດມີປະກົດການຫຍໍ້ທໍ້ພາຍໃນ ທະນາຄານພັດທະນາຊົນນະບົດ ສາຂາຫຼວງພະບາງ ຢ່າງເດັດຂາດ.
- ມອບໃຫ້ຂະແໜງການ ແລະ ໜ່ວຍບໍລິການ ນໍາເອົາເນື້ອໃນຈິດໃຈຂອງກອງປະຊຸມໃນຄັ້ງນີ້ນໍາໄປຈັດຕັ້ງຜັນຂະຫຍາຍ ແລະ ສ້າງເປັນແຜນງານໃຫ້ລະອຽດໃນປີ 2026 ໃຫ້ພະນັກງານເຂົ້າໃຈ,ຮັບຮູ້ໃນການຈັດຕັ້ງປະຕິບັດວຽກງານຕ່າງໆ ແລະ ພ້ອມກັນຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ.
- ນໍາສະເໜີບົດຂ່າວໂດຍ ຂະແໜງ ບັນຊີ-ການເງີນເຕັກໂນໂລຊີ ຂໍ້ມູນຂ່າວສານ ສາຂາ ຫຼວງພະບາງ

