
ໃນວັນທີ 01 ມີຖຸນາ 2018 ວັນປູກຕົ້ນໄມ້ແຫ່ງຊາດ ທີ່ຜ່ານມາ ທີ່ທະນາຄານ ນະໂຍບາຍ ສາຂາ ຜົ້ງສາລີ ໄດ້ມີການອອກແຮງງານ ປູກຕົ້ນໄມ້ສາມັກຄີພາຍໃນ ຂອບເຂດ ທະນາຄານ ນະໂຍບາຍ ສາຂາ ຜົ້ງສາລີ ເພື່ອເຮັດໃຫ້ ຫ້ອງການ ທະນາຄານ ນະໂຍບາຍ ເປັນທະນາຄານ ສີຂຽວໃນອານາຄົດ, ໂດຍການນຳພາຂອງທ່ານ ສົມປະດິດ ຈັນທະສົມບັດ ຮັກສາການຫົວໜ້າສາຂາ ແລະ ຄະນະສາຂາ ພ້ອມຄະນະຂະແໜງ, ຄະນະໜ່ວຍບໍລິການ ແລະ ພະນັກງານເຂົ້າຮ່ວມທັງໝົດ 20 ທ່ານ, ຍິງ 7 ທ່ານ, ໃນນັ້ນ, ແມ່ນໝາກໄມ້ກິນໝາກ ຈໍານວນ ທັງໝົດ 63 ຕົ້ນ, ມີເບ້ຍໝາກໜັ້ນ 46 ຕົ້ນ, ເບ້ຍໝາກມ່ວງ 10 ຕົ້ນ, ເບ້ຍໝາກສີດາ 4 ຕົ້ນ, ເບ້ຍໝາກມີ້ 2 ຕົ້ນ, ເບ້ຍໝາກຫຼອດ 1 ຕົ້ນ.

