ກອງປະຊຸມໃຫຍ່ ໜ່ວຍພັກ ທະນາຄານ ນະໂຍບາຍ ສາຂາອຸດົມໄຊ ຄັ້ງທີ່ III

ໃນວັນທີ 12 ພະຈິກ 2024 ທີ່ຜ່ານມາ ທະນາຄານ ນະໂຍບາຍ ສາຂາອຸດົມໄຊ ໄດ້ເປີດກອງປະຊຸມໃຫຍ່ ຂອງໜ່ວຍພັກ ໂດຍການເປັນປະທານ ຂອງ ສະຫາຍ ເສີມທະວີ ສີຫາຝົນ ເລຂາຄະນະພັກຮາກຖານ ທະນາຄານ ແຫ່ງ ສປປລາວ ພາກເໜືອທີ່ແຂວງອຸດົມໄຊ, ມີ ສະຫາຍ ບຸນລົ້ນ ໄຊຍະວົງສາ ເລຂາໜ່ວຍພັກ, ສະຫາຍ ພູວັນ ພູມີພອນ ຄະນະພັກ ທະນາຄານ ນະໂຍບາຍ ສາຂາອຸດົມໄຊ, ມີ ສ/ຫ ຕ່າງໜ້າຈາກ ໜ໋ວຍພັກ ກຸ່ມທະນາຄານ, ຕ່າງໜ້າ ຄະນະກວດກາພັກ-ລັດ, ຄະນະຈັດຕັ້ງແຂວງ ພ້ອມດ້ວຍ ສະມາຊິກພັກ ເຂົ້າຮ່ວມທັງໝົດ 26 ສ/ຫ, ຍິງ 10 ສະຫາຍ.

ກອງປະຊຸມໄດ້ຮັບຟັງການລາຍງານ ແລະ ເປັນເອກະພາບກັນ ຮັບຮອງເອົາຮ່າງບົດລາຍງານການເມືອງ, ທິດທາງແຜນການ 5 ປີໃນຕໍ່ໜ້າ (ປີ 2025-2029) ແລະ ຮ່າງບົດສຳຫຼວດການນຳພາລວມ ນຳສະເໜີໂດຍ ສະຫາຍ ພູວັນ ພູມີພອນ ຄະນະພັກ ທນບ ສາຂາ ອຸດົມໄຊ.

ຜູ້ແທນກອງປະຊຸມ ໄດ້ພ້ອມກັນໃຊ້ສິດ ປະຊາທິປະໄຕຂອງຕົນຢ່າງເຕັມສ່ວນ ດຳເນີນການປ່ອນບັດເລືອກຕັ້ງເອົາ ຄະນະ    ໜ່ວຍພັກ ທນບ ສາຂາອຸດົມໄຊ ສະໄໝທີ່ III ບົນພື້ນຖານຄວາມຖຶກຕ້ອງ, ຊອດຄ່ອງກັບມາດຖານເງື່ອນໄຂ ຕາມລະບຽບຂອງພັກ.

ຜ່ານການດຳເນີນ ການປ່ອນບັດເລືອກຕັ້ງ ແລະ ນັບຄະແນນສຽງ ແມ່ນເລືອກໄດ້ 3 ສະຫາຍຄື:

  1. ສະຫາຍ ບຸນລົ້ນ ໄຊຍະວົງສາ
  2. ສະຫາຍ ພູວັນ ພູມີພອນ
  3. ສະຫາຍ ນ ບົວຄຳ ສານລັດ

ຈາກນັ້ນກອງປະຊຸມຄັ້ງປະຖົມມະລຶກ ຂອງໜ່ວຍພັກ ທນບ ສາຂາ ອຸດົມໄຊ ໄດ້ຄັດເລືອກເອົາ ເລຂາ, ຮອງເລຂາ, ຄະນະພັກ ແລະ ຜູ້ຮັບຜິດຊອບວຽກງານກວດກາພັກ ຊຸດໃໝ່ ດັ່ງນີ້:

  1. ສະຫາຍ ບຸນລົ້ນ ໄຊຍະວົງສາ ເປັນເລຂາໜ່ວຍພັກ
  2. ສະຫາຍ ພູວັນ ພູມີພອນ ເປັນຮອງເລຂາໜ່ວຍພັກ, ທັງເປັນຜູ້ຮັບຜິດຊອບ ວຽກງານກວດກາໜ່ວຍພັກ
  3. ສະຫາຍ ນ ບົວຄຳ ສານລັດ ເປັນຄະນະໜ່ວຍພັກ

ພ້ອມນັ້ນ, ຍັງໄດ້ຮັບການໂອ້ລົມຈາກ ສະຫາຍ ເສີມທະວີ ສີຫາຝົນ ເລຂາຄະນະພັກຮາກຖານ, ຫົວໜ້າສາຂາ ທະນາຄານ ແຫ່ງ ສປປລາວ ພາກເໜືອທີ່ແຂວງອຸດົມໄຊ ເຊີ່ງສະຫາຍໄດ້ຕີລາຄາສູງ ແລະ ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ການຊີ້ນຳ-ນຳພາ ຂອງຄະນະໜ່ວຍພັກຊຸດເກົ່າ ທີ່ໄດ້ທຸ້ມເທເຫື່ອແຮງ ສະຕິປັນຍາ ແລະ ຄວາມເສຍສະຫຼະສູງ ນຳພາສະມາຊິກພັກ, ພະນັກງານປະຕິບັດໜ້າທີ່ການເມືອງຂອງຕົນ ສາມາດຍາດໄດ້ຜົນງານຫຼາຍດ້ານ, ພ້ອມນັ້ນ ສະຫາຍກໍ່ຍັງສະແດງຄວາມເປັນຫ່ວງເປັນໄຍ ຕໍ່ດ້ານອ່ອນຂໍ້ຄົງຄ້າງ ແລະ ໄດ້ຮຽກຮ້ອງໃຫ້ ຄະນະຊຸດໃໝ່ ສືບຕໍ່ເອົາໃຈໃສ່ປັບປຸງແກ້ໄຂໃຫ້ດີຂື້ນ ເທື່ອລະກ້າວ ແນ່ໃສ່ຮັບປະກັນ ເຮັດໃຫ້ຫານຊີ້ນຳ-ນຳພາ ຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ສະໄໝທີ່ III ຂອງໜ່ວຍພັກໃຫ້ບັນລຸຜົນສຳເລັດຕາມ ລະດັບຄາດໝາຍ. ຜູ້ແທນກອງປະຊຸມ ກໍ່ໄດ້ເປັນເອກະພາບ ຮັບຮອງເອົາ ມະຕິກອງປະຊຸມໃຫຍ່ຄັ້ງນີ້ ດ້ວຍຜົນສຳເລັດຢ່າງຈົບງາມ.

ພາບ-ຂາວ: ສອນໄຊ ສິນຍາ

You May Also Like

Leave a Reply

Your email address will not be published. Required fields are marked *