ທະນາຄານນະໂຍບາຍ ໄດ້ຈັດຕັ້ງພິທີ ມອບ-ຮັບ ໜ້າທີ່ ຜູ້ອໍານວຍການ ໃນວັນທີ 27 ທັນວາ 2024 ທີ່ຫ້ອງປະຊຸມ ທະນາຄານແຫ່ງ ສປປ ລາວ, ນະຄອນຫຼວງວຽງຈັນ ລະຫວ່າງ ທ່ານ ວິສອນ ໄຊສົງຄາມ ຜູ້ອໍານວຍການທະນາຄານນະໂຍບາຍ ຜູ້ເກົ່າ ກັບ ທ່ານ ສຸພັກ ຖິ່ນໄຊພອນ ຜູ້ອໍານວຍການທະນາຄານນະໂຍບາຍ ຜູ້ໃໝ່ ໂດຍການໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານ ຂອງ ທ່ານ ນາງ ຂັນແກ້ວ ຫຼ້າມະນີເງົາ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ຮອງປະທານສະພາບໍລິຫານທະນາຄານນະໂຍບາຍ; ມີບັນດາກຳມະການສະພາບໍລິຫານ, ຄະນະກົມ-ຄະນະອຳນວຍການ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ໃນໂອກາດດັ່ງກ່າວ, ທ່ານຜູ້ອໍານວຍການທະນາຄານນະໂຍບາຍ ຜູ້ເກົ່າ ກໍ່ໄດ້ລາຍງານຫຍໍ້ສະພາບການເຄື່ອນໄຫວວຽກງານຂອງທະນາຄານນະໂຍບາຍ ໃນໄລຍະຜ່ານມາ ແລະ ທິດທາງແຜນການ ໃນຕໍ່ໜ້າ.
ຈາກນັ້ນ, ກໍ່ໄດ້ມີການລົງລາຍເຊັນໃສ່ເອກະສານ ມອບ-ຮັບ ໜ້າທີ່ ຜູ້ອໍານວຍການ ຜູ້ເກົ່າ – ຜູ້ໃໝ່ ຢ່າງເປັນທາງການ ໂດຍແມ່ນ ທ່ານ ວິສອນ ໄຊສົງຄາມ ຜູ້ອໍານວຍການທະນາຄານນະໂຍບາຍ ຜູ້ເກົ່າ ກັບ ທ່ານ ສຸພັກ ຖິ່ນໄຊພອນ ຜູ້ອໍານວຍການທະນາຄານນະໂຍບາຍ ຜູ້ໃໝ່.
ໃນໂອກາດດັ່ງກ່າວ, ທ່ານ ນາງ ຂັນແກ້ວ ຫຼ້າມະນີເງົາ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ຮອງປະທານສະພາບໍລິຫານທະນາຄານນະໂຍບາຍ ໄດ້ຕີລາຄາສູງ ຕໍ່ກັບການຊີ້ນຳ-ນຳພາຂອງທ່ານຜູ້ອໍານວຍການທະນາຄານນະໂຍບາຍ ຜູ້ເກົ່າ ເຮັດໃຫ້ທະນາຄານນະໂຍບາຍ ມີອັນປ່ຽນແປງໃໝ່ ຢ່າງຕັ້ງໜ້າ ແລະ ຍັງໃຫ້ທິດຊີ້ນຳໃຫ້ແກ່ຜູ້ອໍານວຍການທະນາຄານນະໂຍບາຍ ຜູ້ໃໝ່ ພ້ອມດ້ວຍຄະນະ ຈົ່ງເອົາໃຈໃສ່ເສີມຂະຫຍາຍຜົນງານ ທີ່ພົ້ນເດັ່ນຂອງຜູ້ອໍານວຍການເກົ່າ; ນຳເອົາມະຕິຂອງຂັ້ນເທິງໄປຈັດຕັ້ງຜັນຂະຫຍາຍເປັນແຜນການ, ແຜນງານລະອຽດ ຕິດພັນກັບວຽກງານກໍ່ສ້າງຮາກຖານການເມືອງ ແລະ ພັດທະນາຊົນນະບົດຮອບດ້ານ; ມີຄວາມສາມັກຄີເປັນເອກະພາບ, ເຮັດວຽກລວມສູນປະຊາທິປະໄຕ; ສືບຕໍ່ປັບປຸງປ່ຽນແປງ ແລະ ແກ້ໄຂຂໍ້ຄົງຄ້າງໃນຜ່ານມາ; ສະໜອງແຫຼ່ງທຶນຕ້ອງໃຫ້ຖືກເປົ້າໝາຍ ແລະ ທ່ວງທັນລະດູການ ຢູ່ບັນດາເມືອງເປົ້າໝາຍ, ຈຸດສຸມພັດທະນາຂອງລັດຖະບານ, ຂອງທ້ອງຖິ່ນ ແລະ ບ້ານ 3 ສ້າງຕາມແຜນການ; ພ້ອມນັ້ນ, ກໍ່ໃຫ້ສືບຕໍ່ ວຽກງານການຫັນ ທະນາຄານນະໂຍບາຍ ເປັນ ທະນາຄານພັດທະນາຊົນນະບົດ ໃຫ້ສຳເລັດຕາມແຜນການ, ບັນລຸຕາມເປົ້າໝາຍ ແລະ ພາລະບົດບາດໃໝ່ຂອງຕົນ.