ຕອນເຊົ້າ ຂອງມື້ວັນເສົາ ທີ 01 ສິງຫາ 2020 ເວລາ 08 ໂມງ 30 ນາທີ ຢູ່ທີ່ຫ້ອງປະຊຸມໃຫ່ຍຊັ້ນ III ຫ້ອງການທະນາຄານນະໂຍບາຍ ສາຂາ ຫົວພັນ ໄດ້ເປີດກອງປະຊຸມເຜີຍແຜ່ເອກະສານນຳພາແນວຄິດ ສຳລັບພະນັກງານທະນາຄານນະໂຍບາຍ, ພາຍໃຕ້ການເປັນປະທານ ຂອງທ່ານ ຄຳອົ້ນ ຈັນສຸລິມາດ ຮອງເລຂາຄະນະພັກຮາກຖານ, ຮອງຜູ້ອຳນວຍການ ທະນາຄານນະໂຍບາຍ ຜູ້ຊີ້ນຳສາຂາຫົວພັນ ເຂົ້າຮ່ວມກອງປະຊຸມມີ ຄະນະພະແນກທີ່ເດີນທາງມາຈາກສໍານັກງານໃຫຍ່, ມີຄະນະສາຂາ, ຄະນະຂະແໜງ, ຄະນະໜ່ວຍບໍລິການ ແລະ ພະນັກງານວິຊາການພາຍໃນຫ້ອງການສາຂາ, ແຕ່ລະໜ່ວຍບໍລິການເຂົ້າຮ່ວມທັງໝົດ: 53 ທ່ານ, ຍິງ: 22 ທ່ານ.

ກອງປະຊຸມ ພາຍຫຼັງກ່າວຈຸດປະສົງ ແລະ ສະເໜີແຂກເຂົ້າຮ່ວມ ທ່ານ ທີບພະກອນ ສູນດາລາ ຫົວໜ້າ ທະນາຄານ ນະໂຍບາຍ ສາຂາ ຫົວພັນ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານຮອບດ້ານໂດຍຫຍໍ້ 06 ເດືອນຕົ້ນປີ 2020 ແລະ ທິດທາງແຜນການ 06 ເດືອນທ້າຍປີ 2020 ເຊີ່ງເນື້ອໃນບົດສະຫຼຸບໄດ້ຍົກໃຫ້ເຫັນດ້ານພົ້ນເດັ່ນ ໃນການຈັດຕັ້ງປະຕິບັດໄລຍະຜ່ານມາ ເຊັ່ນ; ເກັບຕົ້ນທືນ 06 ເດືອນຕົ້ນປີໄດ້ 24,851ຕື້ກີບ, ທຽບໃສ່ແຜນງວດປະຕິບັດໄດ້ 218%(ແຜນການ 11,9ຕື້), ເກັບໜີ້; NPL ໄດ້: 4,734 ຕື້ກີບ ທຽບໃສ່ແຜນງວດເທົ້າກັບ 112%(ແຜນການ 4,28ຕື້ກີບ), ເກັບໜີ້ NPL ຍົກມາແຕ່ປີ 2018 2,965 ຕື້ກີບ ທຽບໃສ່ແຜນງວດປະຕິບັດໄດ້ 138%, ເກັບດອກເບ້ຍໄດ້: 7,463 ຕື້ກີບ ເທົ້າກັບ: 145% ຂອງແຜນງວດ 5,14 ຕື້ກີບ, ວຽກງານທີ່ຄົງຄ້າງ; ການປະຕິບັດແຜນການບໍ່ທັນໄດ້ດີເທົ້າທີ່ຄວນ ສາເຫດເນື່ອງມາຈາກການລະບາດ ຂອງພະຍາດໂຄວິດ-19 ເຮັດໃຫ້ສາຂາບໍ່ໄດ້ລົງເຄື່ອນໄຫວ, ຈາກນັ້ນກອງປະຊຸມ ໄດ້ຮັບຟັງການເຜີ່ຍແຜ່ເຊື່ອມຊືມເອກະສານນຳພາແນວຄິດ ສຳລັບພະນັກງານ ທະນາຄານນະໂຍບາຍ ບົດທີ 01 ແລະ ບົດທີ 02 ຂອງທ່ານ ຄຳອົ້ນ ຈັນສຸລິມາດ ຮອງເລຂາຄະນະພັກຮາກຖານ, ຮອງຜູ້ອຳນວຍການ ທະນາຄານນະໂຍບາຍ ຕາມຂໍ້ຕົກລົງສະບັບເລກທີ 931/ທນບ, ລົງວັນທີ 24 ມີຖຸນາ 2020, ຂໍ້ຕົກລົງສະບັບເລກທີ 138/ຄພຮຖ.ທນບ, ລົງວັນທີ 29 ມີຖຸນາ 2020 ເພື່ອເຮັດໃຫ້ກອງປະຊຸມເຂົ້າໃຈເຊື່ອມຊືມຕໍ່ກັບເນື້ອໃນເອກະສານດັ່ງກ່າວ ພ້ອມນຳໄປຈັດຕັ້ງປະຕິບັດເຊື່ອມຊືມຜັນຂະຫຍາຍ ຢູ່ບັນດາໜ່ວຍບໍລິການ, ເຊີ່ງເນື້ອໃນເອກະສານນຳພາແນວຄິດສຳລັບພະນັກງານທະນາຄານນະໂຍບາຍ ຍັງໄດ້ສະຫຼຸບເອົາຕົວເລກສະພາບປະກົດການຫຍໍ້ທໍ້ຕ່າງໆ ທີ່ມີລັກສະນະທ່າອ່ຽງເພີ້ມຂື້ນຜ່ານມາ ທີ່ໄດ້ກວດພົບ 88 ກໍລະນີ ແລະ ສ້າງຄວາມເສຍຫາຍ 11,27 ຕື້ກີບ, ບັນດາຂໍ້ຫ້າມສໍາລັບພະນັກງານທະນາຄານນະໂຍບາຍ;(ລະບຽບຄຸ້ມຄອງພະນັກງານ), ຂໍ້ຫ້າມສຳລັບພະນັກງານສິນເຊື່ອ;(ລະບຽບສິນເຊື່ອ), ຂໍ້ຫ້າມສຳລັບພະນັກງານບັນຊີ;(ລະບຽບບັນຊີ), ພຶດຕິກຳທີ່ເປັນການສໍ້ລາດບັງຫຼວງ ແລະ ບັນດາມາດຕາການຕໍ່ຜູ້ລະເມີດຕ່າງໆ.
ຕໍ່ມາກອງປະຊຸມ ໄດ້ໃຫ້ກຽດທ່ານ ສາຍຍັນ ພົມມະຈັນ ຮອງຫົວໜ້າພະແນກສິນເຊື່ອ ທະນາຄານນະໂຍບາຍ ສໍານັກງານໃຫຍ່ ຂື້ນເຜີ່ຍແຜ່, ອະທິບາຍເອກະສານແຈ້ງການສິນເຊື່ອ ເລກທີ 941/ທນບ, ລົງວັນທີ 26 ມີຖຸນາ 2020 ກ່ຽວກັບການປະຕິບັດນະໂຍບາຍໃນການແກ້ໄຂ ໜີ້ NPL ພ້ອມທັງໃຫ້ຜູ້ເຂົ້າຮ່ວມກອງປະຊຸມແລກປ່ຽນປະກອບຄຳຄິດ-ຄຳເຫັນ ຕໍ່ກັບເນື້ອໃນເອກະສານແຈ້ງການສິນເຊື່ອດັ່ງກ່າວ.
ອີກເທື່ອນື່ງ ກອງປະຊຸມໄດ້ຮັບຟັງການຜ່ານຂໍ້ຕົກລົງມອບ-ຮັບ ທຸງໄຊ ທນບ ສາຂາ ຫົວພັນ ແລະ ໃບຍ້ອງຍໍ ບຸກຄົນ ພ້ອມປະເມີນຄວາມໄວ້ວາງໃຈຄະນະສາຂາ ປະຈຳ 06 ເດືອນຕົ້ນປີ 2020 ຂອງ ທ່ານ ຈຳປາທອງ ທອງພັນ ຫົວໜ້າຂະແໜງພັກ-ມະຫາຊົນ.

ຕອນທ້າຍ ກອງປະຊຸມໄດ້ຮັບຟັງຄຳໂອ້ລົມ ຈາກທ່ານ ປະທານກອງປະຊຸມ, ໂດຍທ່ານໄດ້ເໜັ້ນໜັກ 04 ບັນຫາສຳຄັນດັ່ງນີ້:
- ໃຫ້ເອົາໃຈໃສ່ປະຕິບັດເຮັດວຽກງານການປະຊຸມສ່ອງແສງປະຈຳເດືອນໃຫ້ເປັນປົກກະຕິ ແລະ ວຽກງານການປະຊຸມສ່ອງແສງໃຫ້ປະຕິບັດແບບປະຊາທິປະໄຕເຮັດວຽກເປັນໝູ່ຄະນະ ພ້ອມທັງສະຫຼຸບວຽກງານທີ່ໄດ້ຈັດຕັ້ງປະຕິບັດ ໃນເດືອນຜ່ານມາຢ່າງລະອຽດ ເພື່ອຮັບຮູ້ໄດ້ວຽກທີ່ແກ້ໄຂສຳເລັດ ແລະ ບໍ່ສຳເລັດ ເພື່ອວາງແຜນແກ້ໄຂໃນຕໍ່ໜ້າ.
- ໃຫ້ເອົາໃຈໃສ່ ໃນການເຮັດວຽກງານສຶກສາອົບໂຮມການເມືອງແນວຄິດ ໃຫ້ເປັນປົກກະຕິຕໍ່ເນື່ອງ ນັບແຕ່ຂັ້ນສາຂາ ຕະຫຼອດຮອດບັນດາໜ່ວຍບໍລິການ ໂດຍສະເພາະ 03 ອົງການຈັດຕັ້ງ; ແມ່ຍິງ, ກຳມະບານ ແລະ ຊາວໜຸ່ມ.
- ໃຫ້ແບ່ງຄວາມຮັບຜິດຊອບຢ່າງເໝາະສົມໃນໜ້າທີ່ວຽກງານ ໃຫ້ກັບພະນັກງານ ແລະ ການປະຕິບັດໜ້າທີ່ວຽກງານຈະມີການປ່ຽນແປງໄປຕະຫຼອດ ເພື່ອໃຫ້ພະນັກງານຮັບຮູ້ໄດ້ຫຼາຍວຽກຂື້ນ ພ້ອມທັງເປັນການທົດສອບຄວາມຮັບຮູ້ຂອງພະນັກງານ ແລະ ກໍ່ເພື່ອປັບປຸງບັນດາໜ້າວຽກໃຫ້ມັນດີຂື້ນເທື່ອລະກ້າວ.
- ການຈັດຕັ້ງປະຕິບັດວຽກງານວິຊາສະເພາະ;
- ວຽກງານຫ້ອງການບໍລິຫານ-ຈັດຕັ້ງ; ພາຍໃນຄະນະຂະແໜງຫ້ອງການຈັດຕັ້ງ ໃຫ້ອຳນວຍຄວາມສະດວກ, ມອບຄວາມຮັບຜິດຊອບຢ່າງລະອຽດ ເພື່ອສາມາດກຳໃຫ້ໄດ້ວຽກງານຈັດຕັ້ງ ແລະ ວຽກງານບໍລິຫານ, ທີ່ຜ່ານມາຮູ້ໄດ້ແຕ່ສະເພາະວຽກຫ້ອງການບໍລິຫານ ສ່ວນວຽກງານຈັດຕັ້ງ ແມ່ນຍັງລໍຖ້າແຕ່ຄະນະສາຂາ, ພ້ອມກັນນັ້ນໃຫ້ເອົາໃຈໃສ່ຊອກຫາຄົ້ນຄ້ວາບັນດາເອກະສານຕ່າງໆ ເພື່ອນຳມາຜັນຂະຫຍາຍ.
- ວຽກງານສິນເຊື່ອ; ມີໜ້າທີ່ສ້າງແຜນການເກັບກູ້ໜີ້, ໄກ່ເກ່ຍໜີ້, ທ່ວງໜີ້ ແລະ ບັນຫາອື່ນໆ.
- ວຽກງານບັນຊີ; ລະບົບຄໍແບ້ງຄິງ ຍັງມີຫຼາຍອັນທີ່ຈະຕ້ອງໄດ້ມີການປ່ຽນແປງ ໂດຍສະເພາະລະບົບປັດຈຸບັນ ໄດ້ຫັນມາເປັນຕົວແທນຮັບຝາກເງິນ ໃຫ້ທະນາຄານ ພັດທະນາລາວ ຢູ່ບາງສາຂາ ແລະ ບາງໜ່ວຍບໍລິການ, ນອກຈາກນັ້ນຍັງຫຼາຍໆວຽກຢູ່ໃນວຽກງານບັນຊີ ທີ່ຈະຕ້ອງໄດ້ພັດທະນາຮຽນຮູ້.
- ວຽກງານກວດກາ; ເປັນຫົວໃຈຫຼັກ, ຕ້ອງໄດ້ເອົາໃຈໃສ່ເຮັດວຽກງານກວດກາຄວາມຖຶກຕ້ອງ ເພື່ອໃຫ້ມີຄວາມເຂັ້ມແຂງຕໍ່ອົງກອນ, ສາມາດນຳພາອົງກອນໄປສູ້ຜົນສຳເລັດໃນການປະຕິບັດໜ້າທີ່ວຽກງານ.
- ອີກເທື່ອນື່ງ ທ່ານປະທານ ຍັງໄດ້ຮຽກຮ້ອງໃຫ້ທຸກຄົນມີຄວາມອົດທົນສາມັກຄີເປັນອັນນື່ງອັນດຽວ ໃຫ້ຄວາມຮ່ວມໄມ້ຮ່ວມມືກັນ ເພື່ອຄວາມຂັ້ມແຂງໃນການຈັດຕັ້ງປະຕິບັດວຽກງານຕ່າງໆ, ບໍ່ເຂົ້າໃຈບັນຫາໃດ ຕ້ອງໄດ້ສອນແລກປ່ຽນຄວາມຮູ້ເຊີ່ງກັນ ແລະ ກັນ ສຳລັບຜູ້ເກັ່ງ ແລະ ຜູ້ອ່ອນ, ນອກນັ້ນທ່ານປະທານ ຍັງໄດ້ໃຫ້ຄວາມຍ້ອງຍໍຊົມເຊີຍຕໍ່ກັບບັນດາໜ້າວຽກ, ແຜນວຽກປະຈຳທິດ-ປະຈໍາເດືອນ ຂອງສາຂາຫົວພັນ ທີ່ຜ່ານມາໄດ້ມີການແບ່ງວຽກໃຫ້ແຕ່ລະຄົນຮັບຜິດຊອບຢ່າງຈະແຈ້ງເປັນແຕ່ລະໄລຍະ.

ກອງປະຊຸມ ໄດ້ດຳເນີນມາເປັນເວລາ 01 ວັນເຕັມ ແລະ ໄດ້ປິດລົງໃນເວລາ 17 ໂມງ 35 ນາທີ ຂອງວັນດຽວກັນ
ພາບ-ຂ່າວໂດຍ: ຊົງລີ ຢາລື້ໄຊ

