ໃນຕອນເຊົ້າຂອງວັນຈັນ ວັນທີ 20 ມັງກອນ 2025 ທີ່ຫ້ອງປະຊຸມຊັ້ນ III ຂອງທະນາຄານນະໂຍບາຍ ສາຂາຜົ້ງສາລີ ໄດ້ເປີດກອງປະຊຸມປະກາດປັບປຸງການຈັດຕັ້ງພາຍໃນ ຂອງທະນາຄານນະໂຍບາຍສາຂາຜົ້ງສາລີ ໂດຍພາຍໃຕ້ການເປັນປະທານຂອງທ່ານ ສີຟອງ ແກ້ວກົງຕາ ຫົວໜ້າທະນາຄານນະໂຍບາຍ ສາຂາຜົ້ງສາລີ, ມີຄະນະສາຂາ, ຄະນະຂະແໜງ , ພ້ອມດ້ວຍພະນັກງານພາຍໃນສໍານັກງານສາຂາ ເຂົ້າຮ່ວມທັງໝົດ 17 ທ່ານ, ຍິງ 7 ທ່ານ.
ຄະນະຈັດຕັ້ງພິທີໄດ້ຂື້ນຜ່ານຂໍ້ຕົກລົງ ວ່າດ້ວຍການຊັບຊ້ອນ ແລະ ຍົກຍ້າຍ ພະນັກງານ ເລກທີ 47/ທນບ.ຜລ, ລົງວັນທີ 16/01/2025, ຂໍ້ຕົກລົງ ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານ ເລກທີ 48/ທນບ.ຜລ, ລົງວັນທີ 16/01/2025 ແລະ ຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງ ພະນັກງານ ເລກທີ 49/ທນບ.ຜລ, ລົງວັນທີ 16/01/2025 ຂອງທະນາຄານນະໂຍບາຍສາຂາຜົ້ງສາລີ ຄື:
- ຊັບຊ້ອນ ແລະ ຍົກຍ້າຍ ທ່ານ ນ ຄຳມີ ສີປະເສີດ ເດີມເປັນຮອງຫົວໜ້າຂະແໜງບັນຊີ – ເຕັກໂນໂລຊີຂໍ້ມູນຂ່າວສານ ໄປເປັນຮອງຫົວໜ້າໜ່ວຍບໍລິການເມືອງ ຂວາ.
- ຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ນ ທອນເທວີ ເພັດມີໄຊ ເດີມເປັນພະນັກງານວິຊາການ ໜ່ວຍບໍລິການເມືອງ ບຸນໃຕ້ ມາເປັນຮອງຫົວໜ້າຂະແໜງບັນຊີ – ເຕັກໂນໂລຊີຂໍ້ມູນຂ່າວສານ.
ແຕ່ງຕັ້ງ ທ່ານ ວິນັດ ເພັດພູຄຳ ເດີມເປັນພະນັກງານວິຊາການຂະແໜງສິນເຊື່ອ ຂື້ນເປັນຮອງຫົວໜ້າຂະແໜງ ສິນເຊື່ອ.
ໃນພິທີທີ່ມີຄວາມໝາຍຄວາມສໍາຄັນນີ້ ທ່ານ ສີຟອງ ແກ້ວກົງຕາ ຫົວໜ້າທະນາຄານນະໂຍບາຍສາຂາຜົ້ງສາລີໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ. ກ່ອນອື່ນໄດ້ສະແດງຄວາມຍ້ອງຍໍຊົມເຊີຍທັງ 03 ທ່ານ, ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ການເມືອງ ແລະ ວຽກງານວິຊາສະເພາະຂອງຕົນໄດ້ດີຕະຫຼອດມາ, ພ້ອມທັງເນັ້ນບາງບັນຫາດັ່ງລຸ່ມນີ້:
- ແຕ່ງຕັ້ງຂື້ນມາແລ້ວໃຫ້ເອົາໃຈໃສ່ໃນການເຮັດວຽກ, ເຂົ້າໃຈພາລະບົດບາດຂອງຕົນເອງ, ໃຫ້ຮູ້ສິດ, ຮູ້ຂອບເຂດຂອງການເຮັດວຽກ, ຕັ້ງໃຈເຮັດວຽກໃຫ້ພະນັກງານມີຄວາມເຊື່ອຖື, ໃຫ້ມີຜົນສຳເລັດ.
- ຍົກສູງຄວາມເສຍສະຫຼະ, ຄວາມຮັບຜິດຊອບ, ເອົາໃຈໃສ່ຮຽນຮູ້ວຽກພິທີການ, ເອກະສານທາງການ, ຄວາມຮູ້ດ້ານວິຊາການ, ສາມາດເປັນນັກວິທະຍາກອນໄດ້.
- ປັບປຸງແບບແຜນວິທີນຳພາ, ແບບແຜນວິທີເຮັດວຽກ, ວິຊາສະເພາະໃຫ້ໄດ້ຮັບຜົນດີກວ່າເກົ່າ.
- ເພີ້ມທະວີຝຶກຝົນຫຼໍ່ຫຼອມຕົນເອງໃຫ້ເປັນຄົນມີຄວາມຮູ້ ຄວາມສາມາດ.
- ຕີຖອຍເດັດຂາດ ບໍ່ໃຫ້ມີປະກົດການຫຍໍ້ທໍ້.
- ເພີ້ມທະວີຂອດປະສານງານໃຫ້ກົມກຽວ, ຄ່ອງຕົວກວ່າເກົ່າ.
ເອົາໃຈໃສ່ຄວາມສາມັກຄີ, ຊ່ວຍເຫຼືອເຊິ່ງກັນແລະກັນ