ໃນຕອນເຊົ້າຂອງວັນທີ 22/10/2024 ທີ່ຫ້ອງປະຊຸມໃຫຍ່ຊັ້ນ III ຂອງ ທະນາຄານນະໂຍບາຍ ສາຂາສະຫວັນນະເຂດ ໄດ້ເປີດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານຮອບດ້ານ 09 ເດືອນ ແລະ ທິດທາງແຜນການປະຈຳ 03 ທ້າຍປີ 2024 ໂດຍການເປັນປະທານຂອງ ທ່ານ ວຽງທອງ ໄຊວົງສາ ຫົວໜ້າ ທະນາຄານນະໂຍບາຍສາຂາ ສະຫວັນນະເຂດ ພ້ອມດ້ວຍຄະນະສາຂາ, ຄະນະຂະແໜງ, ຫົວໜ້າໜ່ວຍບໍລິການ, ຫົວໜ້າຫ້ອງການປະສານງານ ແລະ ພະນັກງານເຂົ້າຮ່ວມຈຳນວນ 43 ທ່ານ ຍິງ 16 ທ່ານ.
ພາຍຫຼັງທີ່ປະທານກ່າວເປີດກອງປະຊຸມຢ່າງເປັນທາງການແລ້ວ ທ່ານ ສີສຸກ ສີລິວັນ ຫົວໜ້າຂະແໜງຫ້ອງການບໍລິຫານແລະຈັດຕັ້ງພະນັກງານ ກໍ່ໄດ້ຂຶ້ນຜ່ານລາຍງານສະຫຼຸບການເຄື່ອນໄຫວວຽກງານຮອບດ້ານ 09 ເດືອນ ແລະ ທິດທາງແຜນການປະຈໍາ 03 ເດືອນ ທ້າຍປີ 2024 ໂດຍຜ່ານການຈັດຕັ້ງປະຕິບັດ 09 ເດືອນ ເຫັນວ່າທະນາຄານນະໂຍບາຍ ສາຂາສະຫວັນນະເຂດ ມີກໍາໄລ 330.11 ລ້ານກີບ.
+ ການປ່ອຍກູ້ໃຫ້ປະຊາຊົນປະຕິບັດໄດ້ ຈຳນວນ 83.12 ຕື້ກີບ ເຊິ່ງນໍາໃຊ້ເຂົ້າໃນເປົ້້າໝາຍການຜະລິດປູກຝັງ, ລ້ຽງສັດ, ອຸດສະຫະກຳຂະໜາດນ້ອຍ, ຫັດຖະກຳ ແລະການບໍລິການ.
+ ການເກັບກູ້ໜີ້ສິນຄືນ ສາມາດເກັບຕົ້ນທຶນໄດ້ 42.88 ຕື້ກີບ ໃນນີ້ເກັບຕົ້ນທຶນ (NPL) ໄດ້ 13.97 ຕື້ກີບ ແລະດອກເບັ້ຍ ໄດ້ 18.22 ຕື້ກີບ.
ກອງປະຊຸມຄັ້ງນີ້ກໍ່ໄດ້ກໍ່ຍັງໄດ້ມີການຖອດຖອນແລກປ່ຽນບົດຮຽນໃນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານຂອງພະນັກງານທີ່ໄດ້ເຂົ້າຮ່ວມກອງປະຊຸມ ພ້ອມທັງຮັບຟັງຄຳຄິດເຫັນຂອງຄະນະສາຂາ.
ໃນຕອນທ້າຍຂອງກອງປະຊຸມ ທ່ານ ວຽງທອງ ໄຊວົງສາ ປະທານກອງຊຸມ ກໍ່ໄດ້ມີຄຳເຫັນທິດຊີ້ນຳໃນການປະຕິບັດແຜນການໃນຕໍ່ໜ້າ ແລະກ່າວປິດກອງປະຊຸມ ເປັນທາງການ.
ຂ່າວ-ພາບ: ສີສຸກ ສີລິວັນ