ຮາກຖານຊາວໜຸ່ມ ທະນາຄານນະໂຍບາຍ ສຳເລັດກອງປະຊຸມໃຫຍ່ ຄັ້ງທີ III

ກອງ​ປະ​ຊຸມ​ໃຫຍ່ສະ​ມາ​ຊິ​ກ​ຊາວ​ໜຸ່ມຮາກ​ຖານທະ​ນາ​ຄານ​ນະ​ໂຍ​ບາຍ ຄັ້ງທີ III ໄດ້​ໄຂ​ຂຶ້ນໃນ​ຕອນ​ເຊົ້າວັນ​ພະ​ຫັດ, ຂອງວັນ​ທີ 31 ຕຸ​ລາ 2019, ເລີ່ມ​ແຕ່​ເວ​ລາ 08:00-11:00 ໂມງ, ຢູ່​ທີ່​ຫ້ອງ​ປະ​ຊຸມ​ໃຫຍ່​ຊັ້ນ III ຂອງ​ທະ​ນາ​ຄານ​ນະ​ໂຍ​ບາຍ, ໂດຍ​ການ​ເປັນ​ປະ​ທານ​ຂອງ​ສະ​ຫາຍ ພົງ​ປະ​ເສີດ ຄຳ​ລື​ຊາ ຮອ​ງ​ເລ​ຂາ​ຄະ​ນະ​ບໍ​ລິ​ຫານ​ງານ​ຊາວ​ໜຸ່ມ​ຮາກ​ຖານ​ທະ​ນາ​ຄານ​ນະ​ໂຍ​ບາຍ, ເປັນກຽດເຂົ້າຮ່ວມໂດຍ ສະຫາຍ ປອ ອາຄົມ ປະເສີດ ແລະ ສະຫາຍ ວຸດທິ ເລື່ອນວິໄລວົງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ນີ້ ມີ​​ຜູ້​ຕາງ​ໜ້າຈາກ​ຮາກ​ຖານ ​ຊາວ​ໜຸ່ມ ທ​ຫລ, ​ທະ​ນາ​ຄານ​ທຸ​ລະ​ກິດ​ລັດ ແລະ ມີສະ​ມາ​ຊິກ​ຊາວ​ໜຸ່ມ​ຮາກ​ຖານ​ທະ​ນາ​ຄານ​ນະ​ໂຍ​ບາຍ ​ທັງ​ໝົດ 100 ສະ​ຫາຍ, ຍິງ 56 ສະ​ຫາຍ, ສະ​ມາ​ຊິກ​ຊາວ​ໜຸ່ມ ທນບ ຈຳ​ນວນ 93 ສະ​ຫາຍ.

ກອງ​ປະ​ຊຸມໄດ້​ພ້ອມ​ກັນ​ຄົ້ນ​ຄວ້າ ແລະ ເປັນ​ເອ​ກະ​ພາບ​ຮັບ​ຮອງເອົາຮ່າງ​ລາຍ​ງານ​ການ​ເມືອງທີ່​ສະ​ເໜີ​ໂດຍສະ​ຫາຍ ນ. ເພັດ​ດາ​ວອນ ເທ​ພາ​ພິນ ຄະ​ນະ​ຊາວ​ໜຸ່ມ​ຮາກ​ຖານ ທນບ, ຮັບ​ຮອງເອົາຮ່າງ​​ບົດ​ສໍາຫຼວດ​ການ​ນຳ​ພາສະ​ເໜີ​ໂດຍ ສະ​ຫາຍ ພົງ​ປະ​ເສີດ ຄຳ​ລື​ຊາ ຮອງ​ເລ​ຂາ​ຄະ​ນະ​ບໍ​ລິ​ຫານ​ງານ​ຊາວ​ໜຸ່ມ​ຮາກ​ຖານ ທນບ. ເນື້ອ​ໃນ​ລາຍ​ງານ​ການ​ເມືອງ​ໄດ້​ຕີ​ລາຄາ​ຜົນ​ງານ​ຂອງ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່ ຄັ້ງ​ທີ II ເຊິ່ງ​ໃນ​ນັ້ນ​ໄດ້​​ຕີ​ລາ​ຄາດ້ານ​ດີ, ດ້ານ​ອ່ອນ-ຂໍ້​ຄົງ​ຄ້າງ, ສາ​ເຫດ ແລະ ບົດ​ຮຽນທີ່​ຖອດ​ຖອນ​ໄດ້ຕະຫຼອດ​ການ​ເຄື່ອນ​ໄຫວ​ວຽກ​ງານ ​5 ປີ​ຜ່ານ​ມາ, ພ້ອມ​ນີ້, ​ກອງ​ປະ​ຊຸມ​ຍັງ​ໄດ້​ເປັນ​ເອ​ກະ​ສັນ ​ຮັບ​ຮອງ​ເອົາ​ທິດ​ທາງ​ແຜນ​ການໃນ​ໄລ​ຍະຕໍ່​ໜ້າແຕ່ 2020-2024 ເຊິ່ງ​ມີ​ເນື້ອ​ໃນສໍາຄັນ ​ດັ່ງ​ລຸ່ມ​ນີ້:

  1. ສືບ­ຕໍ່​ສຶກ­ສາ​ອົບ­ຮົມ​ການ​ເມືອງ​-​ແນວ​ຄິດສະມາຊິກຊາວ​ໜຸ່ມ ໃຫ້​ເປັນ​ປົກ­ກະ­ຕິ, ເລິກ­ເຊິ່ງ  ແລະກວ້າງຂວາງກຳ​ ແໜ້ນ​ແນວ­ທາງ​ຂອງ​ພັກ, ລະ​ບຽບ, ກົດ​ໝາຍ, ມະ​ຕິ, ຄໍາສັ່ງ​. ຍົກ​ສູງຄວາມ​ຕື່ນ​ຕົວ​ທາງ​ດ້ານ​ການ­ເມືອງ, ມີ​ນ້ຳ­ໃຈ​ເສຍ­ ສະ­ຫຼະ, ນ້ຳ­ໃຈ​ຮັບຜິດຊອບ, ຄວາມ​ເປັນ​ແບບ­ຢ່າງ​ນຳ​ໜ້າ, ມີສະ­ຕິ​ຕໍ່​ການຈັດ­ຕັ້ງ, ຕ້ານ​ແນວ​ຄິດ​ສວຍ­ໂອ­ກາດ ແລະປະ­ກົດ​ການ​ຫຍໍ້­ທໍ້​ຕ່າງໆ, ທັງຮັບ​ປະ​ກັນ​ໃຫ້​ຖັນ​ແຖວ​ສະ​ມາ​ຊິກ​​ມີ​ຄວາມສະ​ຫງົບ.
  2. ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ​ເປັນ​ເອ​ກະ​ພາບ​ພາຍ​ໃນ​ຄະ​ນະ, ສະ​ມາ​ຊິກ​ຊາວ​ໜຸ່ມຢ່າງ​ແໜ້ນ​ແຟ້ນ,  ປັບ​ປຸງ​ແບບ ແຜນ​ວິ​ທີ່​ເຮັດ​ວຽກ, ແບບ​ແຜນ​ການ​ນໍາພາຂອງ​ຄະ​ນະ​ຊາວ​ໜຸ່ມ​ແຕ່​ລະ​ຂັ້ນ​ໃຫ້​ເຂັ້ມ​ງວດ, ເສີມ​ຂະ​ຫຍາຍ​ບົດ​ບາດ​​ການ​ນຳ​ພາ, ການ​ເຄື່ອນ​ໄຫວ​ຂອງ​ອົງ​ການ​ຈັດ​ຕັ້ງ​ຊາວ​ໜຸ່ມ ທນບ ໃຫ້​ມີ​ຄວາມ​ເຂັ້ມ​ແຂງ.
  3. ​ປັບ​ປຸງ​ກົງ​ຈັກ​ການ​ຈັດຕັ້ງພາຍ​ໃນ​​ໃຫ້​ສອດ​ຄ່ອງ, ມີ​ຄວາມ​ເຂັ້ມ​ແຂງ ໂດຍ​ສະ​ເພາະປັບ​ປຸງ​ບັນ​ດາ​ໜ່ວຍທີ່​ຂຶ້ນກັບ​ພະ​ແນກຕາມ​ລະ​ບຽບ​ທີ່​ກຳ​ນົດ​ໄວ້,  ​ເປັນ​ເສ​ນາ​ທິ​ການ​ໃຫ້​ຄະ​ນະໃນ​ການ​ຕິດ​ຕາມ, ​ ມີ​ຄວາມ​ເຫັນທາບ​ທາມ​ຢັ່ງ​ສຽງມະ​ຫາ​ຊົນ​ຜູ້​ທີ່​ມີ​ຜົນ​ງານພົ້ນ​ເດັ່ນ​ໃນ​ໜ້າ​ທີ່​ວຽກ​ງານ ​ເພື່ອ​ສ້າງ​ເປັນ​ເປົ້າ​ໝາຍ​ຂະ​ຫຍາຍ​ເຂົ້າ​ພັກ,  ສ້າງ​ເງື່ອນ​ໄຂ​ໃຫ້​ສະ​ມາຊິກ​ຊາວ​ໜຸ່ມໄດ້​ໄປ​ຍົກ​ລະ​ດັບ​ຄວາມ​ຮູ້-ຄວາມ​ສາ​ມາດ​ທາງ​ດ້ານ​ທິດ​ສະ​ດີ​ການ​ເມືອງ ແລະວິ​ຊາ​ສະ​ເພາະໃນ​ລະ​ດັບ​ຂັ້ນຕ່າງໆ.
  4. ສູ້​ຊົນ​ປະ​ຕິ​ບັດ​ເນື້ອ​ໃນ​ຂໍ້​ແຂ່ງ​ຂັນ 4 ບຸກ ໂດຍ​ສະ​ເພາະ​ໃນ​ຕໍ່​ໜ້າ​ໃຫ້​ບັນ​ດາ​ໜ່ວຍ​ໄດ້​ຮັບ​ການ​ປະ​ເມີນ​ຂໍ້​ແຂ່ງ​ຂັນ​ຂອງ​ຕົນ​ເປັນ​ປົກ​ກະ​ຕິ.

ກອງປະຊຸມ​ໃຫຍ່ ຍັງໄດ້ຮັບ​ຟັງ​ການ​ລາຍ​ງານ ບົດສຳຫຼວດ ການຊີ້ນຳ – ນຳພາຂອງຄະນະບໍ​ລິ​ຫານ​ງານ ຮາກຖານຊາວ​ໜຸ່ມ ທະນາຄານນະ​ໂຍບາຍ ຊຸດທີ II ໃນ​ໄລຍະຜ່ານມາ, ຊຶ່ງ​ສະ​ແດງ​ໃຫ້​ເຫັນ​ດ້ານ​ດີ, ດ້ານ​ອ່ອນ ຂໍ້ຄົງຄ້າງ ທີ່ຄະ​ນະ​ບໍ​ລິ​ຫານ​ງານ​ຊາວ​ໜຸ່ມ​ຊຸດ​ໃໝ່​ ຈະ​ຕ້ອງ​ໄດ້​ປັບປຸງ​ແກ້​ໄຂ​ໃນຕໍ່ໜ້າ, ກອງ​ປະຊຸມ​ໃຫຍ່​ຄັ້ງ​ນີ້ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກເອົາ​ຄະນະບໍລິຫານ​ງານຊາວ​ໜຸ່ມຮາກຖານທະນາຄານນະ​ໂຍບາຍ ຄັ້ງ​ທີ III ຊຸດ​ໃໝ່ ບົນ​ພື້ນ​ຖານມາດ​ຕະ​ຖານ,  ​ເງື່ອນ​ໄຂ​ທີ່​ກຳ​ນົດ​ໄວ້​ເຊິ່ງ​ມີ​ຜູ້​ອອກ​ຮັບ​ສະ​ໝັກ​ເລືອກ​ຕັ້ງ 7 ສະ​ຫາຍ, ຍິງ 2 ສະ​ຫາຍ ແລະ ເລືອກ​ໄດ້​ 5 ສະ​ຫາຍ, ຍິງ 1 ສະ​ຫາຍ ຄື:

  1. ສະ​ຫາຍ ພົງ​ປະ​ເສີດ ຄຳ​ລື​ຊາ ເປັນເລ​ຂາ,
  2. ສະ​ຫາຍ ຄຳ​ສະ​ຫວັດ ອິນ​ທະ​ວົງ ເປັນຮອງເລ​ຂາ,ທັງ​ເປັນ​ຜູ້​ປະ​ຈຳ​ການ,
  3. ສະ​ຫາຍ ນ. ຄຳ​ປິ່ນ ມະ​ໂນ​ທຳ ເປັນ​ຮອງ​ເລ​ຂາ, ປະ​ທານກວດ​ກາ,
  4. ສະ​ຫາຍ ສຸກ​ປະ​ເສີດ ເສັນ​ບັນ​ດິດ ກຳ​ມະ​ການ,
  5. ສະ​ຫາຍ ຈຳ​ປາ​ທອງ ທອງ​ພັນກຳ​ມະ​ການ.

ກອງປະຊຸມຄັ້ງ​ນີ້  ຍັງໄດ້ເປັນກຽດຮັບຟັງການໂອ້ລົມຈາກ ສະ​ຫາຍ ວຸດ​ທິ ເລື່ອນ​ວິ​ໄລ​ວົງ ກຳ​ມະ​ການ​ຄະ​ນະ​ພັກ ທ​ຫລ, ເລ​ຂາ​ຄະ​ນະ​ພັກ​ຮາກ​ຖານ ທນບ ແລະ ສະ​ຫາຍ ປອ ອາ​ຄົມ ປ​ຣະ​ເສີດ ຄະນະ​ພັກ ທ​ຫລ. ຄະ​ນະ​ບໍລິຫານ​ງານ​ສູນ​ກາງ​ຊາວ​ໜຸ່ມ​ປະ​ຊາ​ຊົນ​ລາວ, ​ເລ​ຂາ​ຄະ​ນະ​ບໍລິຫານ​ງານຊາວ​ໜຸ່ມ ​​ທ​ຫລ, ສະ​ຫາຍໄດ້​ຕີ​ລາຄາຢ່າງ​ພາວະ​ວິ​ໄສ ຕໍ່​ກັບ​ດ້ານ​ດີ-ດ້ານ​ຕັ້ງໜ້າທີ່ຍາດມາໄດ້ ສະຫາຍຍັງໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານຂອງຄະນະບໍລິຫານງານຊາວໜຸ່ມ​ໃນໄລຍະຜ່ານມາ. ພ້ອມກັນນັ້ນ ສະຫາຍຍັງຮຽກຮ້ອງຈະ​ຕ້ອງ​ໄດ້​ສືບຕໍ່​ເສີມ​ຂະຫຍາຍດ້ານ​ດີ​, ປັບ​ປຸງ​ແກ້​ໄຂດ້ານ​ອ່ອນ-ຂໍ້ຄົງຄ້າງ ໃນຕໍ່ໜ້າ, ສໍາລັບທິດ​ທາງແຜນການ​ໃນຊຸມປີຕໍ່ໜ້າສະຫາຍ ​ໄດ້ໃຫ້​ທິດ​ຊີ້ນຳຄະນະບໍ​ລິ​ຫານ​ງານ​ຊາວ​ໜຸ່ມ​ຮາກ​ຖານຊຸດໃໝ່ ໃຫ້ເອົາໃຈໃສ່ບາງບັນຫາ:

  • ເພີ່ມທະວີສຶກສາອົບຮົມການເມືອງແນວຄິດ, ຄຸນສົມບັດສິນທໍາປະຕິວັດແນວທາງນະໂຍບາຍ ແລະ ລະບຽບການຂອງຂັ້ນເທິງ ໃຫ້ສະມາຊິກຊາວໜຸ່ມເຊື່ອມຊຶມ, ຮັບຮູ້, ຮັບປະກັນບໍ່ໃຫ້ມີປະກົດການຫຍໍ້ທໍ້ເກີດຂຶ້ນໃນຖັນແຖວສະມາຊິກ.
  • ສືບຕໍ່ເປັນເສນາທິການໃຫ້ຄະພັກຮາກຖານ ທນບ ໃນວຽກງານປົກປັກຮັກສາ ແລະ ປ້ອງກັນຄວາມສະຫງົບກໍ່ຄືຂະບວນການຕ່າງໆ, ສ້າງໃຫ້ບັນດາໜ່ວຍຊາວໜຸ່ມເປັນໜ່ວຍປະຈັນບານຮອບດ້ານ, ຮູ້ຄຸ້ມຄອງວຽກງານ ແລະ ປະສານ​​ງານຕາມ​ສາຍ​ໃຫ້​ເປັນ​ປົກ​ກະ​ຕິ.
  • ຄົ້ນຄວ້າປັບປຸງບູລະນະການຈັດຕັ້ງຊາວໜຸ່ມໃຫ້ເຂັ້ມແຂງ, ກໍ່ສ້າງສະມາຊິກຜູ້ທີ່ມີຜົນງານດີເດັ່ນ, ມີຄວາມຫ້າວຫັນ ເພື່ອສ້າງເປັນເປົ້າໝາຍມະຫາຊົນຜູ້ກ້າວໜ້ານໍາສະເໜີຄະນະພັກຂັ້ນເທິງ ເຂົ້າເປັນສະມາຊິກພັກ.
  • ຄົ້ນຄວ້າ ແລະ ຊຸກຍູ້ວຽກງານຂະບວນການໃຫ້ມີຄວາມເຂັ້ມແຂງ ເພື່ອປະກອບສ່ວນເຂົ້າໃນວຽກງານຂໍ່ານັບຮັບຕ້ອນວັນສໍາຄັນຕ່າງໆຂອງຊາດ, ຂອງພັກໂດຍສະເພາະແມ່ນການຈັດຕັ້ງປະຕິບັດ ຂໍ້ແຂງຂັນ 4 ບຸກ ຂອງຊາວໜຸ່ມໃຫ້ມີຄວາມເຂັ້ມແຂງ.
  • ເປັນເຈົ້າການປະສານກັບ ຄະນະພັກຮາກຖານ ທນບ, ຄະນະ​​ບໍລິຫານງານຊາວໜຸ່ມ ທຫລ  ເພື່ອຄົ້ຄວ້າສ້າງແຜນກໍ່ສ້າງ, ບໍາລຸງ ແລະ ຝຶກອົບຮົມໃຫ້ສະຊິກຊາວໜຸ່ມ, ປະຕິບັດນະໂຍບາຍຕໍ່ສະມາຊິກຊາວໜຸ່ມທີ່ມີຜົນງານທີ່ດີ ຫ້າວຫັນຕໍ່ໜ້າທີ່ວຽກງານໃຫ້ໄດ້ຢ່າງທົ່ວເຖິງ.
  • ພົວພັນຮ່ວມມືກັບຊາວໜຸ່ມແຮກສ່ຽວກັບກະຊວງ ທີ່ຕິດພັນກັບໜ້າທີ່ ແລະ ບົດບາດຂອງຊາວໜຸ່ມຮາກຖານ ທນບ.

ສຸດທ້າຍ ບັນ​ດາສະ​ຫາຍທີ່​ເຂົ້າ​ຮ່ວມ​ກອງປະ​ຊຸມ​ໄດ້​ຍົກ​ສູງ​ຄວາມ​ຮັບ​ຜິດ​ຊອບ, ມີ​ລະ​ບຽບ​ວິ​ໄນ​ສຸມ​ສະ​ຕິ​ປັນ​ຍາ​ຂອງ​ຕົນ​ເຮັດ​ໃຫ້​ກອງ​ປະ​ຊຸມ​ດຳ​ເນີນ​ໄປ​ດ້ວຍ​ບັນ​ຍາ​ກາດ​ຟົດ​ຟື້ນ ແລະ ປະ​ສົ​ບ​ຜົນ​ສຳ​ເລັດ​ຢ່າງ​ສະ​ຫງ່າ​ງາມ​ຕາມ​ຈຸດ​ປະ​ສົງ​ຄ​າດໝາຍ ທີ່ກອງ​ປະ​ຊຸມ​ໄດ້​ກຳ​ນົດ​ໄວ້, ກອງ​ປະ​ຊຸມ​ຂໍສະ​ແດງ​ຄວາມ​ຂອ​ບ​ໃຈ​ຢ່າງ​ສູງ​ຕໍ່​ການ​ຊີ້​ນຳ​ຂອງ​ຄະ​ນະ​ພັກ, ຄະ​ນະ​ຊາວ​ໜຸ່ມທະ​ນາ​ຄານ​ແຫ່ງ ສ​ປ​ປ ລາວ, ອົງ​ການ​ຈັດ​ຕັ້ງ​ກຳ​ມະ​ບານ, ແມ່​ຍິງ, ອົງ​ການ​ຈັດ​ຕັ້ງ​ຊາວ​ໜຸ່ມ​ຮາກ​ຖານ​ທະ​ນາ​ຄານ​ທຸ​ລະ​ກິດ​ລັດ ແລະ ພາກ​ສ່ວນ​ກ່ຽວ​ຂ້ອງທີ່​ໃຫ້​ການ​ຮ່ວມ​ມື​ຊ່ວຍ​ເຫຼືອ​ຈົນ​ມີ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ.

ຖ່າຍພາບ: ມະໂນພາບ ແລະ ວິລະຫັດ

ຂຽນຂ່າວໂດຍ: ທ້າວ ພົງສະຫວັນ ບຸບຜາຈັນ

You May Also Like

Leave a Reply

Your email address will not be published. Required fields are marked *