ໃນຕອນແລງຂອງວັນທີ 25 ຕຸລາ 2019 ນີ້ ໄດ້ຈັດກິດຈະກຳກິລາເຕະບານ, ຕີບູນ ລະຫວ່າງ ທະນາຄານ ນະໂຍບາຍ ແລະ ກົມກວດກາພາຍໃນ ທະນາຄານ ແຫ່ງ ສປປລາວ ເພື່ອສ້າງຂະບວນການກະກຽມຕ້ອນຮັບກອງປະຊຸມໃຫຍ່ ແຕ່ລະຂັ້ນຂອງຕົນ, ພ້ອມທັງເປັນການຮັດແໜ້ນຄວາມສາມັກຄີ ລະຫວ່າງ ພະນັກງານທັງສອງພາກສ່ວນ ໃຫ້ມີຄວາມສະນິດສະໜົມແໜ້ນແຟ້ນຂື້ນກ່ວາເກົ່າ.
ໃນນັ້ນ, ໄດ້ມີຜູ້ເຂົ້າຮ່ວມຊົມເຊຍການແຂ່ງຂັນກິລາມິດຕະພາບ ລະຫວ່າງ ທະນາຄານ ນະໂຍບາຍ ກັບ ກົມກວດກາພາຍໃນ ທະນາຄານແຫ່ງ ສປປລາວແມ່ນມີຈຳນວນໜຶ່ງ. ຜົນການແຂ່ງກິລາ ດັ່ງກ່າວມີດັ່ງນີ້:
- ບານເຕະຊາຍ ທະນາຄານ ນະໂຍບາຍ 11 – 9 ກົມກວດກາພາຍໃນ ທະນາຄານແຫ່ງ ສປປລາວ.
- ບານເຕະຍິງ ທະນາຄານ ນະໂຍບາຍ 0 – 4 ກົມກວດກາພາຍໃນ ທະນາຄານແຫ່ງ ສປປລາວ.
ພາບໂດຍ: ທ່ານ ໄຊຍະເດດ ວົງສາ
ຂຽນຂ່າວໂດຍ: ທ້າວ ພົງສະຫວັນ ບຸບຜາຈັນ