ໜ່ວຍພັກພະແນກບັນຊີ-ເຕັກໂນໂລຊີ ຂໍ້ມູນຂ່າວສານ ສຳເລັດກອງປະຊູມໃຫຍ່ ຄັ້ງທີ II ຂອງຕົນ.

ໃນວັນທີ 18 ຕຸລາ 2019 ນີ້ ໜ່ວຍພັກພະແນກບັນຊີ – ເຕັກໂນໂລຊີ ຂໍ້ມູນຂ່າວສານ ທະນາຄານນະໂຍບາຍ ໄດ້ເປີດກອງປະຊູມໃຫຍ່ຄັ້ງທີ່ II ຂອງຕົນຂື້ນ ຢ່າງເປັນທາງການ ທີ່ຫ້ອງປະຊຸມໃຫຍ່ຊັ້ນ III ໂດຍການເປັນປະທານຂອງ ທ່ານ ນາງ ວຽງເງິນ ສົມພົງ ກຳມະການຄະນະພັກຮາກຖານ ທະນາຄານ ນະໂຍບາຍ, ເລຂາໜ່ວຍພັກ,  ມີ ທ່ານ ວຸດທິ ເລື່ອນວິໄລວົງ ກຳມະການ ຄະນະພັກ ທະນາຄານແຫ່ງ ສປປ ລາວ, ເລຂາຄະນະພັກຮາກຖານ, ທ່ານ ບຸນເພັງ ຄຳພິລາວົງ ຄະນະຮັບຜິດຊອບ ບຸກຄະລາກອນ ຂອງຄະນະພັກຮາກຖານ, ຫົວໜ້າພະແນກຈັດຕັ້ງພະນັກງານ ແລະ ແຂກຮັບເຊີນຈາກຄະນະຮັບຜິດຊອບ ທະນາຄານ ແຫ່ງ ສປປ ລາວ, ຄະນະພັກຮາກຖານ, ຄະນະໜ່ວຍພັກ ອ້ອມຂ້າງ ແລະ ສາມອົງການຈັດຕັ້ງມະຫາຊົນ ເຂົ້າຮ່ວມຈຳນວນໜຶ່ງ.

ກອງປະຊຸມໄດ້ຮັບຟັງ ການຜ່ານຮ່າງບົດລາຍງານການເມືອງ ຂອງໜ່ວຍພັກ ໂດຍການນຳສະເໜີຂອງ ສະຫາຍ ນາງ ເພັດດາວອນ ເທພາພິນ ຮອງເລຂາໜ່ວຍພັກ, ສະຫາຍໄດ້ສະຫຼຸບຕີລາຄາຄືນ ການຊີ້ນຳ – ນຳພາໃນໄລຍະຜ່ານມາ, ຜົນງານ​ທີ່​ຍາດມາໄດ້ ແລະ ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ພ້ອມ​ທັງວາງ​ທິດ​ທາງ​ແຜນການ ຂອງໜ່ວຍ​ພັກ​ໃນຊູມປີຕໍ່ໜ້າ ພ້ອມທັງສະເໜີ ບັນດາສະຫາຍສະມາຊິກພັກ, ແຂກທີ່ເຂົ້າຮ່ວມ ປະກອບຄຳຄິດເຫັນໃສ່ໃຫ້ຄົບຖ້ວນສົມບູນ. ຫຼັງຈາກນັ້ນ ສະຫາຍ ນາງ ວຽງເງິນ ສົມພົງ ໄດ້ຂື້ນຜ່ານບົດສຳຫຼວດການນຳພາ ຂອງຄະນະໜ່ວຍພັກ ໂດຍໄດ້​ສັງ​ເກດຕີ​ລາຄາ ​ການ​ຊີ້ນຳ – ນຳພາ​​ຂອງຄະນະໜ່ວຍພັກໃນໄລຍະຜ່ານມາ ​ ພ້ອມທັງໄດ້ກ່າວອຳລາຕຳແໜ່ງ, ຫຼັງຈາກນັ້ນ ບັນດາຜູ້ແທນກອງປະຊຸມໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ເພື່ອປ່ອນບັດຄັດເລືອກ ເອົາຄະນະໜ່ວຍພັກຊຸດໃໝ່, ບົນພື້ນຖານ ຫຼັກການລວມສູນປະຊາທິປະໄຕ, ຖືກຕ້ອງ ແລະ ສອດຄ່ອງກັບມາດຖານເງື່ອນໄຂທີ່ກຳນົດໄວ້. ກອງປະຊູມໄດ້ເລືອກເອົາ ສະຫາຍ ນາງ ວຽງເງິນ ສົມພົງ ເປັນ​ເລ​ຂາ​ໜ່ວຍ​ພັກ ອີກວາລະໜຶ່ງ ແລະ ເລືອກເອົາ ສະຫາຍ ນາງ ເພັດດາວອນ ເທພາພິນ ເປັນ​ຮອງ​ເລ​ຂາ, ທັງ​ເປັນ​ຜູ້ກວດ​ກາ​ໜ່ວຍ​ພັກ.

ກອງປະຊູມຍັງໄດ້ຮັບຟັງ ການໂອ້​ລົມຂອງ ສະຫາຍ ວຸດທິ ເລື່ອນວິໄລວົງ ກຳມະການຄະນະພັກ ທະນາຄານ ແຫ່ງ ສປປ ລາວ, ເລຂາຄະນະພັກຮາກຖານ ທະນາຄານນະໂຍບາຍ ເພື່ອ​ເປັນເຂັມຊີ້ທິດເຍືອງ​ທາງ​ ໃຫ້ແກ່ຄະນະໜ່ວຍ​ພັກ​ຊຸດໃໝ່, ໂດຍສະຫາຍ ໄດ້ຍົກແຕ່ລະບັນຫາ​ດັ່ງ​ນີ້:

  1. ໃຫ້ບັນດາສະຫາຍຄະນະໜ່ວຍພັກ ນຳເອົາເນື້ອໃນມະຕິກອງປະຊູມໃຫຍ່ຂອງຕົນໃນຄັ້ງນີ້ ນຳໄປເຜີຍແຜ່ ເປັນແຜນງານ, ແຜນໂຄງການອັນລະອຽດ ແລະ ຊັດເຈນ, ມີການມອບໝາຍວຽກງານ ຄວາມຮັບຜິດຊອບໃຫ້ເຊິ່ງກັນ ແລະ ກັນ, ໃຫ້ມີການປະເມີນຄືນວ່າ ມີຜົນສຳເລັດ ໃນວຽກງານຕົວຈິງຄືແນວໃດ.
  2. ໃຫ້ສະມາຊິກພັກ ແຕ່ລະສະຫາຍ ຕ້ອງໄດ້ມີການເຊື່ອມຊືມ ແຜນງານຢ່າງເລິກເຊິ່ງ, ລະອຽດເຖິງຖອງ, ກຳແຕ່ລະບັນຫາໃຫ້ໄດ້ ເພື່ອໃຫ້ສາມາດນຳພາ, ເຜີຍແຜ່ໃຫ້ພະນັກງານ ໃນຂັ້ນຈັດຕ້ັງປະຕິບັດໄດ້ຢ່າງລະອຽດ ແລະ ແທດເຖິງ. ໃນການຮ່ວມຊີວິດ ກໍ່ໃຫ້ສຶກສາອົບຮົມເຊິ່ງກັນ ແລະ ກັນ ເພື່ອໃຫ້ມີການປັບປຸງກັນພາຍໃນຢ່າງເປັນປົກກະຕິ, ສະມາຊິກພັກທຸກສະຫາຍ ຕ້ອງເປັນແບບ ເປັນຢ່າງ ເພື່ອນຳພາອ້າຍນ້ອງພະນັກງານ ຈັດຕັ້ງທຸກວຽກງານ ໃຫ້ສຳເລັດ, ການກໍ່ສ້າງ ແລະ ຂະຫາຍສະມາຊິກພັກ ກໍ່ໃຫ້ເອົາໃຈໃສ່ຕື່ມ ເພື່ອໃຫ້ມີສະມາຊິກພັກນຳພາ ຢູ່ໃນທຸກຂະແໜງການ ເພາະເປັນໜ່ວຍພັກ ຊີ້ນຳລວມພາຍ 2 ພະແນກ.
  3. ປັບປຸງແບບແຜນວິທີການນຳພາ, ແບບແຜນວິທີການເຮັດວຽກຄືນໃໝ່ ພາຍໃນຄະນະໜ່ວຍພັກ, ການເຮັດວຽກ ແລະ ຕັດສິນບັນຫາ ກໍ່ຕ້ອງປະຕິບັດຕາມຫຼັການລວມສູນປະຊາທິປະໄຕ.
  4. ການຈັດແບ່ງວຽກງານກໍ່ເຊັ່ນກັນ ໃຫ້ເບິ່ງຄືນວ່າວຽກໃດເປັນວຽກທີ່ເລັ່ງດ່ວນ ແມ່ນໃຫ້ຈັດເປັນບູລິມະສິດອັນດັບຕົ້ນ ເປັນຕົ້ນແມ່ນ ການຈັດຕັ້ງປະຕິບັດ ການໃຫ້ບໍລິການວຽກງານເງິນຝາກ ຕາມທິດນຳ ຂອງຄະນະພັກຂັ້ນເທິງ ເພື່ອໃຫ້ສາມາດ ບໍລິການໄດ້ ຕາມແຜນທີ່ກຳນົດໄວ້.
  5. ເອົາ​ໃຈໃສ່ເບິ່ງຄືນ ກົນໄກການຄູ້ມຄອງ ເພື່ອສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ທີ່ຈະເກີດຂື້ນກັບພະນັກງານບັນຊີ, ພະນັກງານຄັງເງິນສົດ ເຮັດແນວໃດໃຫ້ຖືກຕາມຂັ້ນຕອນຢ່າງລະອຽດ ໃນການຮັບເງິນ, ການລົງບັນຊີ, ຂັ້ນຕອນການເຮັດວຽກອື່ນໆ ວ່າເໝາະສົມແລ້ວບໍ ແລະ ຕ້ອງທົບທວນຄືນ ວ່າຄວນປັບປຸງຄືນຈຸດໃດ ໃນການເຮັດວຽກ ເພື່ອບໍ່ໃຫ້ມີປະກົດການຫຍໍ້ທໍ້ເກີດຂື້ນ.
  6. ວຽກງານກວດກາພັກ ແລະ ກວດກາລັດ ກໍ່ໃຫ້ເອົາໃຈໃສ່ ບໍ່ໃຫ້ລໍຖ້າແຕ່ພວກສ່ວນ ວິຊາສະເພາະສ້າງແຜນລົງມາ ຈິ່ງເຄື່ອນໄຫວ, ໃຫ້ສະຫາຍ ທີ່ຖືກແຕ່ງຕັ້ງ ຕ້ອງເປັນເຈົ້າການ, ມີແບບແຜນໃນການເຄື່ອນໄຫວຂອງຕົນຢ່າງລະອຽດ ເພື່ອໃຫ້ປ້ອງກັນບັນຫາຕ່າງໆທີ່ຈະເກີດຂື້ນໄດ້. ນອກຈາກນັ້ນ ກໍ່ໃຫ້ເບິ່ງຄືນ ການບໍລິຫານວຽກງານຕາມຂະແໜງການ, ໃຫ້ສຶບຕໍ່ເຮັດຢ່າງມີຈຸດສູມ ແລະ ບໍລິຫານຕາມສາຂາ ທີ່ຕົກລົງມອບໝາຍ.

ສຸດທ້າຍ ສະຫາຍ ວຸດທິ ເລື່ອນວິໄລວົງ ຍັງໄດ້ແນະນຳອີກວ່າ ສິ່ງສຳຄັນ ໃນການຊີ້ນຳນຳພາ ຢ່າກໃຫ້ໄດ້ສຳເລັດຕາມແຜນການ ທີ່ວາງໄວ້ນັ້ນ ຮຽກຮ້ອງມາຍັງ ສະມາຊິກພັກໝົດທຸກສະຫາຍ ຕ້ອງເປັນກຳລັງແຮງ, ມີຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນການຜັນຂະຫຍາຍແນວທາງ ເພື່ອນຳພາ ພະນັກງານໃນຄວາມຮັບຜິດຊອບຂອງຕົນ ຈັດຕັ້ງປະຕິບັດໜ້າທີວຽກງານ ທີ່ຖືກມອບໝາຍ ໃຫ້ດີຂື້ນເປັນກ້າວໆ, ຕີຖອຍປະກົດການຫຍໍ້ທໍ້, ແກ້ໄຂບັນດາຈຸດອ່ອນ ແລະ ຂໍ້ຂົງຄ້າງຕ່າງໆເທື່ອລະກ້າວ. ຫຼັງຈາກນັ້ນ ກອງປະຊູມ ກໍ່ໄດ້ປະຊາມະຕິ ຕົກລົງເພື່ອຮັບຮອງເອົາ ມະຕິກອງປະຊູມໃຫຍ່ ຄັ້ງທີ II ຂອງໜ່ວຍພັກພະແນກບັນຊີ – ເຕັກໂນໂລຊີ ຂໍ້ມູນຂ່າວສານ ເພື່ອນຳໄປຜັນຂະຫຍາຍເປັນແຜນງານ ໂຄງການອັນລະອຽດໃນຕໍ່ໜ້າ.

ຂຽນຂ່າວໂດຍ: ຈັນທະວິໄລ ບຸນທະລາ

ຖ່າຍພາບໂດຍ: ພັກສາຄອນ ບຸນວົງໄຊ

You May Also Like

Leave a Reply

Your email address will not be published. Required fields are marked *