ໃນລະຫວ່າງວັນທີ 10 ເຖິງ 12 ຕຸລາ 2019 ນີ້ ທະນາຄານນະໂຍບາຍ ສຳນັກງານໃຫຍ່ ໄດ້ເປີດກອງປະຊຸມສຳມະນາວຽກງານ ການນຳໃຊ້ລະບົບໂປຼແກຼມ Core Banking ຂື້ນຢ່າງເປັນທາງການ ທີ່ຫ້ອງປະຊຸມໃຫຍ່ຊັ້ນ III ໂດຍການເປັນປະທານຂອງ ທ່ານ ນາງ ວຽງເງິນ ສົມພົງ ກຳມະການຄະນະພັກຮາກຖານ, ເລຂາໜ່ວຍພັກ ຮອງຜູ້ອຳນວຍການ, ມີທ່ານ ຄຳສະຫວັດ ອີນທະວົງ ກຳມະການໜ່ວຍພັກພະແນກການ, ຫົວໜ້າພະແນກເຕັກໂນໂລຊີ ຂໍ້ມູນຂ່າວສານ, ຫົວໜ້າຄະນະເຮັດວຽກຮ່ວມກັບບໍລິສັດ TK, ບັນດາທ່ານຫົວໜ້າພະແນກ, ຄະນະພະແນກ, ນັກວິທະຍາກອນ ແລະ ນັກສຳມະນາກອນເຂົ້າຮ່ວມ ຈຳນວນ 34 ທ່ານ, ຍິງ 23 ທ່ານ ເຊິ່ງມາຈາກບັນດາພະແນກການຂອງສຳນັກງານໃຫຍ່.
ກອງປະຊຸມສຳມະນາຊຸດນີ້ ຈັດຂື້ນຈຸດປະສົ່ງ ແມ່ນເພື່ອເພີ່ມຄວາມຮູ້ ຄວາມສາມາດ ໃຫ້ພະນັກງານແຕ່ລະພະແນກການ ສາມາດນຳໃຊ້ ລະບົບໂປຼແກຼມບັນຊີດັ່ງກ່າວ ເຂົ້າໃນວຽກງານຕົວຈິງ ເພາະເປັນລະບົບໃໝ່ ມີຄວາມທັນສະໄໝ, ປອດໄພ, ສະດວກ ແລະ ວ່ອງໄວກວ່າຫຼາຍລະບົບເກົ່າຫຼາຍ, ເຊິ່ງຈະຊ່ວຍຫຼຸດຜ່ອນຄວາມຜິດພາດຂອງຂໍ້ມູນໄດ້ຫຼາຍຂຶ້ນກວ່າເກົ່າ. ກອງປະຊຸມຍັງໄດ້ຮັບຟັງການຊີ້ນຳຈາກທ່ານປະທານ ໂດຍ ທ່ານໄດ້ຍ້ອງຍໍໍຊົມເຊີຍມາຍັງຄະນະຮັບຜິດຊອບ ທີ່ໄດ້ອອກເຫື່ອເທແຮງ ໃນການຈັດຕັ້ງປະຕິບັດ ໂຄງການພັດທະນາລະບົບຄໍແບັງຄິງ ເຊິ່ງເຫັນໄດ້ຜົນສຳເລັດໃນຫຼາຍດ້ານ ໃນແຕ່ລະໄລຍະ ຈົນມີຄວາມສຳເລັດໃນປະຈຸບັນ, ຂໍຍ້ອງຍໍຊົມເຊີຍມາຍັງຂະແໜງການກ່ຽວຂ້ອງ ແລະ ບັນດາພະນັກງານທັງໝົດ ທີ່ໄດ້ເອົາໃຈໃສ່ໃນການລົງທຸລະກຳຄູ່ຂະໜານ ພ້ອມທັງກວດກາຂໍ້ມູນທັງສອງລະບົບໃຫ້ຖືກຕ້ອງກົງກັນ ຈົນສາມາດຢຸດຕິການນຳໃຊ້ລະບົບເກົ່າໄດ້ ແລະ ໄດ້ກ່າວເປີດພິທີສຳມະນາຄັ້ງນີ້ ຢ່າງເປັນທາງການ.
ຜ່ານການຝຶກອົບຮົມເປັນໄລຍະເວລາ 3 ວັນ ເຫັນວ່າມີຜົນສຳເລັດໃນຫຼາຍດ້ານ, ນັກສຳມະນາກອນແຕ່ລະທ່ານກໍ່ໄດ້ຮັບຮູ້ແຕ່ລະໜ້າວຽກ ບໍ່ວ່າຈະເປັນວຽກງານບັນຊີ, ວຽກງານສິນເຊື່ອ, ວຽກງານຫ້ອງການ ແລະ ເຕັກນິກໄອທີໃນການດຶງຂໍ້ມູນນຳໃຊ້. ພ້ອມກັນນັ້ນ, ບັນດາທ່ານນັກສຳມະນາກອນກໍ່ໄດ້ຈັດຕັ້ງປະຕິບັດໃນການລົງຂໍ້ມູນຕົວຈິງໃນລະບົບ ຕາມແຕ່ລະວຽກງານ.
ສຸດທ້າຍກອງປະຊຸມຍັງໄດ້ເປັນກຽດ ຂື້ນກ່າວປິດຢ່າງເປັນທາງການ ຈາກ ທ່ານ ຄຳສະຫວັດ ອິນທະວົງ ກຳມະການໜ່ວຍພັກ, ຫົວໜ້າພະແນກເຕັກໂນໂລຊີ ຂໍ້ມູນຂ່າວສານ ແລະ ທ່ານຍັງໄດ້ແນະນຳບາງບັນຫາດັ່ງນີ້:
- ໃຫ້ຄະນະພະແນກການ ແລະ ຂະແໜງການ ເອົາໃຈໃສ່ຕິດຕາມການຈັດຕັ້ງປະຕິບັດວຽກງານຂອງພະນັກງານຂອງຕົນ ໃນການກວດກາຂໍ້ມູນທຸລະກຳທຽບໃສ່ເອກະສານຕົວຈິງໃຫ້ຖືກຕ້ອງ ກ່ອນການເຮັດປິດສະຫຼຸບບັນຊີປະຈຳວັນ ຕ້ອງຮັບປະກັນຄວາມຖືກຕ້ອງ, ເດັດຂາດຫ້າມບໍ່ໃຫ້ມີການສະເໜີດັດແກ້ຂໍ້ມູນຍ້ອນຫຼັງ ເຊິ່ງໃນກໍລະນີນີ້ຈະບໍ່ໄດ້ຮັບການພິຈາລະນາ ເນື່ອງຈາກຈະສົ່ງຜົນກະທົບຫຼາຍດ້ານຕໍ່ກັບລະບົບ ແລະ ລະບົບລາຍງານ.
- ເພີ່ມທະວີເອົາໃຈໃສ່ວຽກງານທີ່ຕົນຮັບຜິດຊອບ ໂດຍສະເພາະ ການກວດກາລະອຽດທຸລະກຳທຸກຄັ້ງທຽບໃສ່ເອກະສານກ່ຽວຂ້ອງ ແມ່ນຕ້ອງຮັບປະກັນຄວາມຖືກຕ້ອງໃຫ້ກັບຂໍ້ມູນໃນະລະບົບເປັນຕົ້ນ: ການເປີດບັນຊີ, ການຊຳລະຕົ້ນທຶນ-ດອກເບ້ຍໃຫ້ກັບລູກຄ້າ, ການໂອນເງິນ, ການເຊື່ອມໂຍງບັນຊີໃຫ້ຫັກລ້າງດອກເບ້ຍອັດຕະໂນມັດ, ການປ້ອນວັນທີຄົບກຳນົດ ງວດຊຳລະ ແລະ ອື່ນໆ ເຊິ່ງປະຈຸບັນແມ່ນເຫັນວ່າບັນຫານີ້່ກໍ່ມັກເກີດຂຶ້ນຢູ່ຈຳນວນໜຶ່ງ.
- ໃຫ້ສຶກສາບັນດານິຕິກຳ ແລະ ຄູ່ມືໃຫ້ລະອຽດ ເພື່ອເປັນບ່ອນອີງໃນການຈັດຕັ້ງຜັນຂະຫຍາຍ ແລະ ຮັບປະກັນປະສິດທິພາບໃນການຈັດຕັ້ງປະຕິບັດວຽກງານໃນລະບົບ ເຊິ່ງຕ້ອງປະຕິບັດຢ່າງເຂັ້ມງວດ ເພື່ອຫຼຸດຜ່ອນຄວາມຜິດພາດໃນການເຮັດທຸລະກຳ ແລະ ເພີ່ມຄວາມເປັນເຈົ້າການໃຫ້ກັບພະນັກງານກ່ຽວຂ້ອງ.
- ເພີ່ມທະວີຂອດປະສານງານກັບ ຄະນະຮັບຜິດຊອບຢ່າງໃກ້ຊິດ ແລະ ກົມກຽວ ເພື່ອໃຫ້ສາມາດແກ້ໄຂບັນຫາໄດ້ຢ່າງທັນເວລາ. ພ້ອມກັນນັ້ນ, ກໍ່ໃຫ້ຊ່ວຍກວດກາບັນດາເງື່ອນໄຂຕ່າງໆໃນລະບົບ ຖ້າເຫັນວ່າມີຂໍ້ຜິດພາດໃນບະບົບ ແມ່ນໃຫ້ແຈ້ງໃຫ້ຄະນະຮັບຜິດຊອບຮັບຊາບທັນທີ.
ຂຽນຂ່າວໂດຍ: ຈັນທະວິໄລ ບຸນທະລາ
ຖ່າຍພາບ: ວິລະຫັດ ສົມມະລີ