ບົດຂ່າວກອງປະຊຸມປະກາດການຈັດຕັ້ງຢູ່ ທນບ ສາຂາ ຫຼວງພະບາງ

ໃນຕອນບ່າຍຂອງວັນທີ 29 ສິງຫາ 2025, ເວລາ 14:30 ໂມງ ທີ່ຫ້ອງປະຊຸມຊັ້ນ III ທະນາຄານ ນະໂຍບາຍ

ສາຂາ ຫຼວງພະບາງ ໄດ້ຈັດກອງປະຊຸມປະກາດການຈັດຕັ້ງຢູ່ ທນບ ສາຂາ ຫຼວງພະບາງ ເຊີ່ງພາຍໃຕ້ການເປັນປະທານຂອງ ທ່ານ ສຸພັກ ຖິ່ນໄຊພອນ ຜູ້ອໍານວຍການ ທະນາຄານ ນະໂຍບາຍ ແລະ ຜູ້ເຂົ້າຮ່ວມມີບັນດາຄະນະພະແນກ, ຄະນະສາຂາ, ຄະນະຂະແໜງ, ຫົວໜ້າໜ່ວຍບໍລິການ ແລະ ພະນັກງານວິຊາການ ລວມທັງໜົດ 32 ທ່ານ ຍິງ 11 ທ່ານ.

ພິທີໃນຄັ້ງນີ້ ທ່ານ ສີຈັນ ເນັ່ງເລົ່າຈ່າ ວ່າການຫົວໜ້າສາຂາ ໄດ້ຂື້ນລາຍງານສະຫຼຸບການເຄື່ອນໄຫວວຽກງານໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ຂອງ ທນບ ສາຂາ ຫຼວງພະບາງ, ການຈັດຕັ້ງປະຕິບັດວຽກງານມີອັນພົ້ນເດັ່ນ ແລະ ເຮັດໃຫ້ມີຜົນສໍາເລັດຫຼາຍດ້ານ. ຈາກນັ້ນທ່ານຫົວໜ້າພະແນກຈັດຕັ້ງພະນັກງານກໍ່ໄດ້ຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງທ່ານ ສີຈັນ ເນັ່ງເລົ່າຈ່າ ເດີມເປັນວ່າການຫົວໜ້າ ທນບ ສາຂາ ຫຼວງພະບາງ ຂຶ້ນເປັນຫົວໜ້າ ທນບ ສາຂາ ຫຼວງພະບາງ.

 

ຫຼັງຈາກນັ້ນ ທ່ານປະທານ ມີຄໍາເຫັນເນັ້ນໜັກ ແລະ ທິດຊີ້ນໍາການຈັດຕັ້ງປະຕິບັດວຽກງານ

  ໃນຕໍ່ໜ້າດັ່ງນີ້:

  1. 1. ຮຽກຮ້ອງໃຫ້ຄະນະພັກ,ຄະນະສາຂາ,ຄະນະຂະແໜງການ ແລະ ຄະນະໜ່ວຍບໍລິການໃຫ້

ເອົາໃຈໃສ່ສຶກສາອົບຮົມວຽກງານການເມືອງ-ແນວຄິດ ພະນັກງານໃຫ້ມີຄວາມສາມັກຄີເປັນປືກແຜ່ນ, ໃຫ້ພະນັກ ງານຮັບຮູ້ເຂົ້າໃຈການກະກຽມຈະຫັນ ທະນາຄານນະໂຍບາຍ ເປັນທະນາຄານ ພັດທະນາຊົນນະບົດໃນຕໍ່ໜ້າໃຫ້ມີການຫັນປ່ຽນແນວຄິດອັນໃໝ່ໃນການປັບປຸງຕົນເອງ, ຊອກຮຽນຮູ້ ແລະ ພັດທະນາຕົນເອງ ມີຄວາມຮູ້ຄວາມສາ ມາດ,  ເພື່ອຫັນໄປສູ່ການປັບປຸງ ໃນໄລຍະໃໝ່ໃຫ້ອົງກອນມີຄວາມເຂັ້ມແຂງ, ໜັ້ນຄົງ ແລະ ຍືນຍົງ.

  1. 2. ວຽກງານສິນເຊື່ອຈະຫັນເປັນທະນາຄານພັດທະນາຊົນນະບົດ ປະຕິບັດພາລະບົດບາດໜ້າທີ່ໃໝ່ ຕ້ອງໄດ້ຫັນໄປຕາມກົນໄກໄລ່ລຽງທຸລະກິດ, ການສະໜອງສິນເຊື່ອປະກອບສວນແກ້ໄຂຄວາມທຸກຍາກ, ສິນເຊື່ອທຸລະກິດຕ້ອງຮັບປະກັນຄຸນນະພາບ, ໃຫ້ມີປະສິດທິຜົນ ແລະ ປະສິດທິພາບສູງ, ປະຕິບັດໃຫ້ສອດຄ່ອງກັບລະບຽບ ແລະນະໂຍບາຍສິນເຊື່ອກໍານົດອອກແຕ່ລະໄລຍະ.
  2. ວຽກງານການບໍລິການໃຫ້ເອົາໃຈໃສ່ບໍລິການລະດົມຜະລິດຕະພັນເງິນຝາກໃຫ້ບັນລຸຕາມແຜນການທີ່ວາງໄວ້ ແລະ ບໍລິການລູກຄ້າໃຫ້ມີຄວາມວ່ອງໄວ ແລະ ໂປ່ງໃສ.

– ການຄຸ້ມຄອງບໍລິຫານລະບົບໄອທີໃຫ້ເອົາໃຈໃສ່ປົກປັກຮັກສາລະບົບໃຫ້ສາມາດນໍາໃຊ້ໄດ້ປົກກະຕິເປັນຕົ້ນ ການອະນາໄມໃຫ້ມີຄວາມສະອາດ.

  1.   ວຽກງານກວດກາໃຫ້ຕ້ອງໄດ້ເນັ້ນເອົາໃຈໃສ່ໃນການກວດກາ 03 ຂັ້ນ ຢ່າງເຂັ້ມງວດ, ການກວດກາໃຫ້ມີຄວາມໂປ່ງໃສ, ເລິກເຊີ່ງ ແລະ ວ່ອງໄວ ເພື່ອສາມາດແກ້ໄຂບັນຫາໃຫ້ທັນເວລາ.

ນໍາສະເໜີບົດຂ່າວໂດຍ : ທ ໄຊຍະແສງ ຕຸລາກຸນ ຂະແໜງ ບັນຊີການເງີນ-ເຕັກໂນໂລຊີຂໍ້ມູນຂ່າວສານ. ~_~

You May Also Like

Leave a Reply

Your email address will not be published. Required fields are marked *