ໃນຕອນບ່າຍຂອງວັນທີ 15 ສິງຫາ 2025, ເວລາ 13:30 ໂມງ ທີ່ຫ້ອງປະຊຸມຊັ້ນ III ໄດ້ຈັດກອງປະຊຸມສະຫຼຸບວຽກງານແມ່ຍິງ ໄຕມາດ II ປີ 2025 ຢູ່ ທນບ ສາຂາ ຫຼວງພະບາງ ເຊີ່ງພາຍໃຕ້ການເປັນປະທານຂອງ ສະ ຫາຍ ສີຈັນ ເນັ່ງເລົ່າຈ່າ ເລຂາໜ່ວຍພັກ ທະນາຄານ ນະໂຍບາຍ ແລະ ຜູ້ເຂົ້າຮ່ວມມີເລຂາໜ່ວຍພັກ,ຄະນະສະຫະ ພັນແມ່ຍິງ, ສະມາຊິກສະຫະພັນແມ່ຍິງລວມທັງໜົດ 11 ທ່ານ ຍິງ 10 ທ່ານ.
ກອງປະຊຸມໃນຄັ້ງນີ້ທ່ານ ນາງ ສີສຸດາກອນ ຕຸລາກຸນ ຫົວໜ້າໜ່ວຍສະຫະພັນແມ່ຍິງ ທນບ ສາຂາຫຼວງພະບາງ ໄດ້ຂື້ນລາຍງານສະຫຼຸບການເຄື່ອນໄຫວວຽກງານປະຈໍາໄຕມາດ II ປີ 2025 ແລະ ທິດທາງແຜນການໃນຕໍ່ໜ້າ ຂອງໜ່ວຍສະຫະພັນແມ່ຍິງ ທນບ ສາຂາຫຼວງພະບາງ,ໃນໄລຍຜ່ານມາການຈັດຕັ້ງປະຕິບັດວຽກງານມີອັນພົ້ນເດັ່ນ ແລະ ເຮັດໃຫ້ມີຜົນສໍາເລັດຫຼາຍດ້ານ,ເຊິ່ງສະແດງອອກສະມາຊິກສະຫະພັນແມ່ຍິງໄດ້ຮັບໃບຍ້ອງຍໍສະຫະພັນແມ່ຍິງ 03 ດີ ປະຈໍາປີ 2024 ຈໍານວນ 10 ທ່ານ, ຜົນງານໃນການປະກອບສ່ວນເຄື່ອນໄຫວວຽກງານຂອງອົງການຈັດຕັ້ງສະຫະພັນແມ່ຍິງ.
ໃນຕອນທ້າຍກອງປະຊຸມ ທ່ານປະທານ ມີຄໍາເຫັນເນັ້ນໜັກ ແລະ ທິດຊີ້ນໍາການຈັດຕັ້ງ
ປະຕິບັດວຽກງານໃນຕໍ່ໜ້າດັ່ງນີ້:
1.ຮຽກຮ້ອງໃຫ້ສະມາຊິກແມ່ຍິງເພີ້ມທະວີເຕົ້າໂຮມຄວາມສາມັກຄີ,ຮັກແພງຊ່ວຍເຫຼືອເຊີ່ງກັນ ແລະກັນ,ສະມາຊິກສະຫະພັນແມ່ຍິງຕ້ອງມີຄຸນສົມບັດສິນທໍາປະຕິວັດ,ມີແນວຄິດທີ່ດີ,ແນວຄິດທີ່ຖຶກຕ້ອງ,ຮູ້ໃຫ້ກຽດ ແລະ ເຄົາລົບນັບຖື ຄະນະພັກ-ຄະນະສາຂາ.
2.ໃຫ້ເອົາໃຈໃສ່ມີສະຕິຕໍ່ການຈັດຕັ້ງໃນການປະຕິບັດກົດລະບຽບ ຂອງສະຫະພັນແມ່ຍິງລາວ ແລະກົດລະບຽບຂອງການຈັດຕັ້ງເປັນຕົ້ນ: ໃນການປະຕິບັດໂມງເວລາມາການ-ເລີກການ,ການນຸ່ງຖືໃຫ້ຖຶກຕາມລະບຽບທີ່ ສໍານັກງານໃຫ່ຍກໍານົດໄວ້,ການເວົ້້າຈາໃຫ້ສຸພາບມີມາລະຍາດທີ່ດີ,ໃນການປະສານວຽກງານລະຫວ່າງຂະແໜງການດ້ວຍກັນໃຫ້ກົມກຽວກັນ.
-ໃຫ້ສະມາຊິກແມ່ຍິງໃຫ້ມີຄວາມເສຍສະຫຼະເວລາເຂົ້້າຮ່ວມຂະບວນການເປັນຕົ້ນ: ແມ່ນການເຂົ້້າຮ່ວມປາຖະກາຖາໃນວັນສໍາຄັນຂອງຊາດ,ການສ້າງຂະບວນການອອກແຮງງານກໍ່ໃຫ້ເປັນຂະບວນການຟົດຟື້ນ.
3.ໃຫ້ສະມາຊິກສະຫະພັນແມ່ຍິງເຄື່ອນໄຫວໃຫ້ຖຶກຕາມພາລະບົດບາດ,ສິດໜ້າທີ່ຂອງສະຫະພັນແມ່ຍິງລາວວາງອອກ, ເພື່ອສືບຕໍ່ຮັກສາມູນເຊື້ອສະຫະພັນແມ່ຍິງ 03 ດີ ໄວ້ຕະຫຼອດໄປ.
– ສືບຕໍ່ຈັດຕັ້ງປະເມີນຂໍ້ແຂ່ງຂັນສະຫະພັນແມ່ຍິງ 03 ດີ ໃຫ້ໄດ້ຄຸນນະພາບ ແລະປະສິດທິຜົນສູງ,ເພື່ອໃຫ້ສະມາຊິກແມ່ຍິງໄດ້ຈັດປະເພດສະຫະພັນແມ່ຍິງ 03 ດີ 100% ແລະ ໃຫ້ໄດ້ໜ່ວຍສະຫະພັນແມ່ຍິງ 03 ດີ ປະຈໍາປີ 2025 .
- ສະເໜີໃຫ້ສະມາຊິກສະຫະພັນແມ່ຍິງ,ມີຄວາມຊື່ສັດເອົາໃຈໃສ່ຫ້າວຫັນຕໍ່ໜ້າທີ່ວຽກງານແຕ່ລະສະຫາຍໄດ້ຮັບຜິດຊອບ ແລະ ເຮັດວຽກງານໃຫ້ມີຄວາມວ່ອງໄວ,ໃຫ້ຮັບປະກັນຄວາມຖຶກຕ້ອງ ແລະ ມີຜົນສໍາເລັດ.ຫຼີກລຽງບໍ່ໃຫ້ມີການຜິດພາດ.
ກອງປະຊຸມໄດ້ປິດລົງຢ່າງເປັນທາງການ ໃນເວລາ 16:00 ໂມງນາທີ ຂອງວັນດຽວກັນ.
ນໍາສະເໜີຂ່າວສານໂດຍ ທ ໄຊຍະແສງ ຕຸລາກຸນ ຂະແໜງ ບັນຊີການ-ການເງີນເຕັກໂນໂລຊີຂໍ້ມູນຂ່າວສານ