ທນບ ເຜີຍແຜ່-ເຊື່ອມຊຶມ ມະຕິ 9 ສະໄໝທີ X ຂອງພັກ ແລະ ນິຕິກຳຕ່າງໆ

ຄະນະພັກຮາກຖານຄະນະອຳນວຍການທະນາຄານນະໂຍບາຍ (ທນບໄດ້ຈັດຕັ້ງການເຜີຍແຜ່ ແລະເຊື່ອມຊຶມ ມະ    ​ຕິ 9 ສະໄໝທີ X ຂອງພັກ, ບັນດານິຕິກຳຂອງຂັ້ນເທິງ ແລະລະນຶກວັນສ້າງຕັ້ງ ທນບ ຄົບຮອບ 13 ປີ ໃນວັນທີ 29 ມັງກອນ 2020 ໂດຍການໃຫ້ກຽດເຂົ້າຮ່ວມຂອງສະຫາຍ ວຸດ​ທິ ເລື່ອນ​ວິ​ໄລ​ວົງ ຄະ​ນະ​ພັກ​ທະ​ນາ​ຄານ​ແຫ່ງ ສ​ປ​ປ ລ​າວ (ທ​ຫລ), ເລ​ຂາ​ຄະ​ນະ​ພັກ​ຮາກ​ຖາ​ນ – ຜູ້​ອຳ​ນວຍ​ການ ທນບ; ບັນ​ດາ​ສະ​ຫາຍ​ຄະ​ນະ​ພັກ​ຮາກ​ຖານ – ຄະ​ນະໜ່ວຍ​ພັກ, ສະ​ມາ​ຊິກ​ພັກ ແລະ​ພະ​ນັກ​ງານຫຼັກ​ແຫຼ່ງ ທນບ ​ເຂົ້າ​ຮ່ວມ.

ການ​ເຊື່ອມ​ຊຶມ​ໃນ​ຄັ້ງ​ນີ້, ສະຫາຍເລ​ຂາ​ຄະ​ນະ​ພັກ​ຮາກ​ຖາ​ນ ທນບ ໄດ້​ນຳ​ສະ​ເໜີມະ​ຕິ ສະ​ບັບ​ເລກ​ທີ 058/ກມ​ສ​ພ ລົງ​ວັນ​ທີ 13/12/2018 ວ່າ​ດ້ວຍ​ການ​ຄົ້ນ​ຄວ້າ​ແນວ​ຄິດ ໄກ​ສອນ ພົມ​ວິ​ຫານ; ບົດ​ແນະ​ນຳ ສະ​ບັບ​ເລກ​ທີ 12/ສ​ພວ​ສ ລົງ​ວັນ​ທີ 13/05/ 2019 ກ​່ຽວ​ກັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ມະ​ຕິ ເລກ​ທີ 058/ກມ​ສ​ພ; ຈາກນັ້ນ, ສະຫາຍ ແສງ​ເພັດ ດວງ​ພິ​ລາ ປະ​ທານກວດ​ກາຄະ​ນະ​ພັກ​ຮາກ​ຖາ​ນ ໄດ້​ນຳ​ສະ​ເໜີບົດ​ຄວາມ​ເຫັນພິ​ທີ​ສະ​ເຫຼີມ​ສະ​ຫຼອງວັນ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງສາ​ກົນ ຄົບ​ຮອບ 16 ປີ; ຄຳ​ສັ່ງ ສະ​ບັບ​ເລກ​ທີ 064/ກມ​ສ​ພ ລົງ​ວັນ​ທີ 9/04/2019 ວ່າ​ດ້ວຍ​ວຽກ​ງານ​ຂະ​ຫຍາຍ​ພັກ; ຄຳ​ແນະ​ນຳ ​ເລກ​ທີ 201/ຄ​ຈ​ສ​ພ ລົງ​ວັນ​ທີ 29/10/2019 ກ່ຽວ​ກັບ​ການ​ຈັດ​ຕັ້ງ​ປະ​ຕິບັດ​ຄຳ​ສັ່ງ ເລກ​ທີ 064/ກມ​ສ​ພ.

ໃນ​ໂອ​ກາດ​ດັ່ງ​ກ່າວ; ສະຫາຍເລ​ຂາ​ຄະ​ນະ​ພັກ​ຮາກ​ຖາ​ນ ທນບ ໄດ້​ເລົ່າ​ຄືນ​ມູນ​ເຊື້ອ​ແຫ່ງ​ການ​ເຄື່ອນ​ໄຫວຂອງ ທນບ ໃນ​ຕະຫຼອດ​ໄລ​ຍະ 13 ປີ​ຜ່ານ​ມາ (29/01/2007-29/01/2020) ໂດຍການຜັນຂະຫຍາຍ ແລະຈັດຕັ້ງປະຕິບັດມະຕິ ກອງປະຊຸມ ໃຫ່ຍຄັ້ງທີ VIII ຂອງພັກ, ແຜນຍຸດທະສາດກ່ຽວກັບການພັດທະນາຊົນນະບົດ, ແກ້ໄຂຄວາມທຸກຍາກ ແລະແຜນພັດທະນາເສດ ຖະກິດ-ສັງຄົມ ຄັ້ງທີ VI ຂອງລັດຖະບານ ຊຶ່ງເບື້ອງ​ຕົ້ນ ທນບ ມີ 1 ສໍານັກງານໃຫ່ຍ, 5 ສາຂາ ແລະ 18 ໜ່ວຍບໍລິການ ທີ່ໄດ້​ຕັ້ງໜ້າປະກອບສ່ວນແກ້ໄຂຄວາມທຸກຍາກໃຫ້ແກ່ປະຊາຊົນໃນ 47 ເມືອງທຸກຍາກ ແລະມາຮອດທ້າຍປີ 2010 ໄດ້ຂະຫຍາຍ ຕາໜ່າງການບໍລິການອອກ 46 ໜ່ວຍບໍລິການ ເພີ່ມຂື້ນ 28 ໜ່ວຍບໍລິການ ເທົ່າກັບ 255% ທຽບໃສ່ປີ 2007 (18 ໜ່ວຍ ບໍລິການ) ທີ່ສະໜອງສີນເຊື່ອເຂົ້າໃນເມືອງເປົ້າໝາຍຂອງ​ລັດ​ຖະ​ບານລັດຖະບານ-ທ້ອງ​ຖິ່ນ​ຢ່າງ​ໄດ້​ຮັບ​ຜົນ​ສຳ​ເລັດ​ເປັນກ້າວໆ ເຮັດ​ໃຫ້ຄວາມທຸກຍາກຂອງປະຊາຊົນບັນດາເຜົ່າໄດ້ຫຼຸດລົງເທື່ອລະກ້າວ; ພ້ອມນີ້, ຍັງປັບປຸງໂຄງຮ່າງການຈັດຕັ້ງພາຍໃນທາງ​ດ້ານ​ປະ​ລິ​ມານ ແລະ​ຄຸນ​ນະ​ພາບ ໃຫ້ມີ​ຄວາມ​ເຕີບ​ໃຫ​ຍ່​ເຂັ້ມ​ແຂງ ແລະ​ທັນ​ສະ​ໄໝຕາມ​ທິດ​ຂອງ​ຂັ້ນ​ເທິງ.

 ມາ​ຮອດ​ທ້າຍ​ປີ 2019 ​ທນບ ມີຍອດສີນເຊື່ອທັງໝົດ 2.936,91 ຕື້ກີບເພີ່ມຂື້ນ 240,81 ຕື້ກີບເທົ່າກັບ 9% ທຽບ ໃສ່ຕົ້ນ​ປີ 2016 ໃນນັ້ນມີສີນເຊື່ອເມືອງເປົ້າໝາຍ 1.903,09 ຕື້ກີີບ, ມີ 17 ແຂວງ, 1 ນະຄອນຫຼວງ, 71 ເມືອງເປົ້າໝາຍ, 3.505 ບ້ານ, ຈັດຕັ້ງກຸ່ມການຜະລິດໄດ້ 25,883 ກຸ່ມ, ຄອບຄົວເຂົ້າເຖິງ 189,881 ຄອບຄົວ, ສີນເຊື່ອຈຸດສຸມລັດຖະບານ-ທ້ອງຖີ່ນ 320,28 ຕື້ກີບ, 17 ແຂວງ, 1 ນະຄອນຫຼວງ, 59 ເມືອງ, 444 ບ້ານ, 3.481 ກຸ່ມການຜະລິດ, 28.195 ຄອບ ຄົວ, ສີນເຊື່ອບ້ານ 3 ສ້າງ 296.38 ຕື້ກີບ, 17 ແຂວງ, 1 ນະຄອນຫຼວງ, 79 ເມືອງ, 192 ບ້ານ, 3.782 ກຸ່ມການຜະລິດ, 29.195 ຄອບຄົວ ແລະໂຄງການຜະລິດເປັນສີນຄ້ານອກເມືອງເປົ້າໝາຍ 416,75 ຕື້ກີບ.

           ໃນຕະຫຼອດໄລຍະ 13 ປີ, ທນບ ໄດ້ສະໜອງສີນເຊື່ອໃຫ້ແກ່ປະຊາຊົນເປັນຈໍານວນເງິນທັງໝົດ 6.464,86 ຕື້ກີບ ສາ ມາດເຂົ້າເຖິງ 17 ແຂວງ, 1 ນະ​ຄອນ​ຫຼວງ, 120 ເມືອງ, ເມືອງທີ່ບໍ່ທັນພົ້ນທຸກ 23 ເມືອງ, ເຂົ້າເຖິງບ້ານທັງໝົດ 3.975 ບ້ານ, ເຂົ້າເຖິງຄອບຄົວທັງໝົດ: 191,484 ຄອບຄົວ, ເຫັນໄດ້ວ່າປະຊາຊົນໃນເຂດຊົນນະບົດຫ່າງໄກສອກຫຼີກນັບມື້ນັບໄດ້ຮັບການ ພັດທະນາຫຼາຍຂື້ນ, ປະຊາຊົນສ່ວນຫຼາຍໄດ້ເຂົ້າເຖິງແຫຼ່ງທືນຂອງ ທນບ ເພື່ອພັດທະນາຄອບຄົວໃຫ້ມີລາຍຮັບ ເຮັດໃຫ້ຊີວິດ ການເປັນຢູ່ດີຂື້ນກວ່າເກົ່າ, ຖ້າທຽບໃສ່ເມື່ອກ່ອນມີຫຼາຍເມືອງ, ຫຼາຍບ້ານ ແລະຫຼາຍຄອບຄົວໄດ້ຫຼຸດພົ້ນອອກຈາກຄວາມທຸກ ຍາກ, ປະຈຸບັນຄອບຄົວທຸກຍາກເຫຼືອພຽງ 64.549 ຄອບຄົວຂອງຄອບຄົວທັງໝົດໃນທົ່ວປະເທດ, ບ້ານທຸກຍາກເຫຼືອພຽງ 1.536 ບ້ານຂອງຈໍານວນບ້ານທັງໝົດໃນທົ່ວປະເທດ ແລະເມືອງທຸກຍາກເຫຼືອພຽງ 23 ເມືອງ, ສັງລວມແລ້ວ ທນບ ໄດ້ເປັນ ສ່ວນໜຶ່ງໃນການປະກອບສ່ວນດ້ານແຫຼ່ງທືນເຂົ້າໃນການພັດທະນາຊົນນະບົດ ເປັນຕົ້ນແມ່ນການສະໜອງສີນເຊື່ອເຂົ້າໃນເມືອງ ເປົ້າໝາຍ, ເຂດຈຸດສຸມລັດຖະບານ-ທ້ອງຖິ່ນ, ບ້ານ 3 ສ້າງ ທີ່ໄດ້ຮັບສີນເຊື່ອຫຼາຍຂື້ນເທື່ອລະກ້າວ.

ຂຽນຂ່າວໂດຍ: ຣັດ​ສະ​ໝີ ດວງ​ສັດ​ຈະ

ຖ່າຍຮູບໂດຍ: ວິລະຫັດ ສົມມະລີ

You May Also Like

Leave a Reply

Your email address will not be published. Required fields are marked *