ຮອງຜູ້ອຳນວຍການລົງຢ້ຽມຢາມສາຂາ ຜົ້ງສາລີ ແລະ ລົງກວດວຽກສິນເຊື່ອຢູ່ໜ່ວຍບໍລິການເມືອງຍອດອູ

ວັນທີ 15 ພຶດສະພາ 2025 ທ່ານ ບຸນຊອດ ຟອງຊະນິດ ຮອງຜູ້ອຳນວຍການ ໄດ້ລົງເຄື່ອນໄຫວວຽກງານສິນເຊື່ອ ຢູ່ສຳນັກງານສາຂາ ແລະ ໜ່ວຍບໍລິການ ເມືອງຍອດອູ ຮ່ວມກັບ ທ່ານ ສີຟອງ ແກ້ວກົງຕາ ຫົວໜ້າທະນາຄານ ນະໂຍບາຍ ສາຂາ ຜົ້ງສາລີ,  ພ້ອມດ້ວຍ ທ່ານ ພູວັນ ກອນດາວົງ ຮອງຫົວໜ້າພະແນກສິນເຊື່ອ ແລະ ພະນັກງານສິນເຊື່ອສຳນັກງານໃຫຍ່, ໃນນີ້ໄດ້ລົງກວດກາລູກຄ້າ ຈຳນວນ 03 ລາຍ, 03 ໂຄງການ:

ຜ່ານການລົງຢ້ຽມຢາມລູກຄ້າ ທ່ານ ຮອງຜູ້ອໍານວຍການຍັງໄດ້ໂອ້ລົມຕໍ່ລູກຄ້າດັ່ງນີ້:

  • ກ່ອນອື່ນທ່ານໄດ້ສະແດງຄວາມຊົມເຊີຍລູກຄ້າທີ່ນໍາໃຊ້ເງິນກູ້ຖືກຕ້ອງຕາມເປົ້າໝາຍ ແລະ ປະຕິບັດການຊໍາລະຕົ້ນທຶນດອກເບ້ຍໄດ້ດີ.
  • ໃຫ້ລູກຄ້າ ສືບຕໍ່ນໍາໃຊ້ເງິນກູ້ໃຫ້ຖືກຕ້ອງຕາມເປົ້າໝາຍ ພ້ອມໃຫ້ໄດ້ຮັບຜົນກໍາໄລ, ຜົນຕອບແທນທີ່ສູງ.
  • ໃຫ້ລູກຄ້າ ກັບ ພະນັກງານທະນາຄານນະໂຍບາຍ ສາຂາ ຜົ້ງສາລີ ສືບຕໍ່ໃກ້ຊິດຕິດແທດຢ່າງເປັນປົກກະຕິຕໍ່ເນື່ອງ.

ວັນທີ 16 ພຶດສະພາ 2025 ທີ່ຫ້ອງປະຊຸມຊັ້ນ  III ຂອງທະນາຄານນະໂຍບາຍ ສາຂາຜົ້ງສາລີ ໄດ້ເປີດກອງປະຊຸມຮັບຟັງການລາຍງານສະພາບໂດຍລວມຂອງສຳນັກງານສາຂາ ແລະ ໜ່ວຍບໍລິການ ທີ່ຂື້ນກັບ ທະນາຄານນະໂຍບາຍສາຂາຜົ້ງສາລີ ໂດຍພາຍໃຕ້ການເປັນປະທານຂອງທ່ານ ບຸນຊອດ ຟອງຊະນິ ຮອງຜູ້ອຳນວຍການທະນາຄານນະໂຍບາຍ, ມີຄະນະສາຂາ, ຄະນະຂະແໜງ , ຫົວໜ້າໜ່ວຍ, ພ້ອມດ້ວຍພະນັກງານພາຍໃນສໍານັກງານສາຂາ ເຂົ້າຮ່ວມທັງໝົດ 30 ທ່ານ, ຍິງ 8 ທ່ານ

ພາຍຫຼັງທ່ານ ປະທານ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການແລ້ວ ທ່ານ ສີຟອງ ແກ້ວກົງຕາ ຫົວໜ້າສາຂາ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານຮອບດ້ານປະຈໍາ 04 ເດືອນຕົ້ນປີ ແລະ ທິດທາງແຜນການ ປະຈໍາ 08 ເດືອນທ້າຍປີ 2025, ຫຼັງຈາກນັ້ນປະທານກອງປະຊຸມໄດ້ສະເໜີໃຫ້ ຄະນະສາຂາ, ຂະແໜງການ, ໜ່ວຍ​ບໍລິການຂື້ນລາຍງານວຽກ​ງານ​ທີ່​ຕົນ​ເອງ​ຮັບຜິດຊອບຜ່ານມາໂດຍ​ຍົກໃຫ້ເຫັນດ້ານທີ່ເຮັດໄດ້, ຂໍ້ຄົງຄ້າງ, ວິທີການແກ້ໄຂ ແລະ ຂໍ້​ສະ​ເໜີ​ວຽກ​ງານ​ແຕ່ລະດ້ານ​, ທ່ານ ພູວັນ ກອນດາວົງ ຮອງຫົວໜ້າພະແນກສິນເຊື່ອ​ ແລະ ທ່ານ ບຸນນໍາ ທໍາມະວົງ ຮອງຫົວໜ້າພະແນກກວດກາພາຍໃນ ໄດ້ໃຫ້ທິດຊີ້ນຳແຕ່ລະວຽກງານ.

ໃນຕອນທ້າຍປະທານກອງປະຊຸມ ທ່ານ ບຸນຊອດ ຟອງຊະນິດ ຮອງຜູ້ອຳນວຍການ ໄດ້ເນັ້ນໜັກຄະນະນຳແຕ່ລະຂັ້ນກ່ຽວກັບວຽກງານການສຶກສາອົບຮົມ ການ ເມືອງແນວຄິດໃຫ້ພະນັກງານພາຍໃຕ້ຄວາມຮັບຜິດຊອບຂອງຕົນເປັນປົກກະຕິຕໍ່ເນື່ອງ ພ້ອມທັງໃຫ້​ທິດ​ຊີ້​ນໍາ​ ​ແລະ​ ເປັນ​ເອກະ​ພາບ​​ ໃນການຈັດ​ຕັ້ງ​ປະຕິບັດ, ເນັ້ນໜັກວຽກງານວິຊາສະເພາະຫຼາຍບັນຫາ.

You May Also Like

Leave a Reply

Your email address will not be published. Required fields are marked *