ໃນວັນທີ 07 ກຸມພາ 2025 ທະນາຄານ ນະໂຍບາຍ ສາຂາຫຼວງພະບາງ ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານຮອບດ້ານປະຈໍາປີ 2024 ແລະ ວາງທິດທາງແຜນການປີ 2025 ຂື້ນຢ່າງເປັນທາງການທີ່ຫ້ອງປະຊຸມທີ່ຫ້ອງປະຊຸມ ຊັ້ນ III ທະນາຄານນະໂຍບາຍ ສາຂາຫຼວງພະບາງ ໂດຍການເປັນປະທານຂອງທ່ານ ສີຈັນ ເນັ່່່່່ງເລົ່າຈ່າວ່າການຫົວໜ້າສາຂາ, ມີຄະນະສາຂາ, ຄະນະຂະແໜງ, ຄະນະໜ່ວຍບໍລິການ, ແລະ ພະນັກງານວິຊາການສິນເຊື່ອເຂົ້າຮ່ວມກອງປະຊຸມທັງໜົດ 30 ທ່ານ, ຍິງ 04ທ່ານ.
ໃນພິທີຄັ້ງນີ້ທ່ານ ນາງ ສີສຸດາກອນ ຕຸລາກຸນ ຮອງຫົວໜ້າສາຂາໄດ້ລາຍງານຫຍໍ້ຜົນການຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານຮອບດ້ານປະຈຳປີ 2024 ແລະ ວາງທິດທາງແຜນການປະຈຳປີ 2025 ຂອງທະນາຄານນະໂຍບາຍ ສາຂາຫຼວງພະບາງໃຫ້ຮູ້ວ່າປີ 2024 ການຈັດຕັ້ງປະຕິບັດວຽກງານມີອັນພົ້ນເດັ່ນແລະມີຜົນສໍາເລັດຫຼາຍດ້ານ ເຊີ່ງສະແດງອອກຄື:ໄດ້ປ່ອຍສິນເຊື່ອ 55.21ຕື້ກີບ ເທົ່າກັບ 61.35% ,ຂອງແຜນການປີ (90 ຕື້ກີບ) ເກັບໜີ້ໄດ້ 50.42ຕື້ກີບ ເທົ່າກັບ 39.91% ຂອງແຜນການປີ ( 126.34 ຕື້ກີບ ) ຮອດທ້າຍປີ 2024 ມີຍອດສິນເຊື່ອທັງໝົດ 250.74ຕື້ກີບ ຈາກນັ້ນກອງປະຊຸມກໍ່ໄດ້ ປະກອບຄໍາຄິດຄຳເຫັນເຫັນຢ່າງກົງໄປກົງມາ.
ໃນຕອນທ້າຍຂອງກອງປະຊຸມທ່ານປະທານ ໄດ້ມີຄໍາເຫັນເພື່ອເປັນທິດທາງໃນການຈັດຕັ້ງປະຕິບັດດັ່ງນີ້ :
- ສືບຕໍ່ນໍາພາ-ຊີ້ນໍາເອົາໃຈໃສ່ແລະຖືຄວາມສໍາຄັນຕໍ່ວຽກງານການສຶກສາອົບຮົມເມືອງ-ແນວຄິດ ໃຫ້ສະ ມາຊິກພັກ-ພະນັກງານໃຫ້ເລິກເຊິ່ງແທດເຖິງແຕ່ລະເປົ້າໝາຍຢ່າງປົກກະຕິ,ເພື່ອໃຫ້ສະມາຊິກພັກ-ພະນັກງານມີສະຕິຕໍ່ການຈັດຕັ້ງມີຄວາມອຸ່ນອ່ຽນທຸ່ນທ່ຽງ, ຄວາມສາມັກຄີເປັນປືກແຜ່ນ, ມີຄວາມສະຫງົບ ມີດ້ານແນວຄິດໂລ່ງລຽງມີຄວາມເອກະພາບໄປລວງດຽວກັນ.
- ເອົາໃຈໃສ່ນໍາເອົາເອກະສານສໍາຄັນຕ່າງໆມາເຜີຍແຜ່ໃຫ້ສະມາຊິກພັກ-ພະນັກງານໄດ້ຮັບຮູ້,ເຂົ້າໃຈໃນການຈັດຕັ້ງປະຕິບັດວຽກງານໃຫ້ຖືກຕ້ອງແລະມີປະສິດທິຜົນສູງ.
- ເອົາໃຈໃສ່ຂອດການປະສານງານພາຍໃນ ແລະພາຍນອກຕ້ອງໄດ້ເຮັດຢ່າງໃກ້ສິດ ແລະ ຕໍ່ເນື່ອງມີຄວາມກົມກຽວສະໜິດແໜ້ນ.
- ເອົາໃຈໃສ່ວິເຄາະຖານການເງິນລາຍຮັບ -ລາຍຈ່າຍໄລຍະຜ່ານມາ ແລະ ຄາດຄະເນປີ 2025 ປະຕິບັດບໍ່ໃຫ້ເກີນແຜນການທີ່ກໍານົດໄວ້.
- ສືບຕໍ່ເອົາໃຈໃສ່ຕິດຕາມບົດບັນທຶກແກ້ໄຂໜີ້ທີ່ໄດ້ເຮັດນໍາລູກຄ້າໃຫ້ຕິດຕາມຢ່າງຕໍ່ເນື່ອງ,ໃຫ້ມີຄວາມກ້າຫານເຈລະຈາຕໍ່ລອງແກ້ໄຂໜີ້ກັບລູກຄ້າ ,ຕ້ອງກວດກາຄືນວຽກທີ່ຕົນຮັບຜິດຊອບ.
- ວຽກກວດກາຕ້ອງມີຄວາມເຂັ້ມແຂງ,ໜັກແໜ້ນ ຕ້ອງຮັບປະກັນບໍ່ໃຫ້ເກີດມີປະກົດການຫຍໍ້ທໍ້ພາຍໃນ ທະນາຄານນະໂຍບາຍ ສາຂາຫຼວງພະບາງຢ່າງເດັດຂາດ.
ນອກນັ້ນປະທານ ກອງປະຊຸມຍັງໄດ້ເນັ້ນໜັກຕໍ່ພະນັກງານ ນໍາເອົາເນື້ອໃນຈິດໃຈຂອງກອງປະຊຸມໃນຄັ້ງນີ້ນໍາໄປຈັດຕັ້ງຜັນຂະຫຍາຍ ແລະ ສ້າງເປັນແຜນງານໃຫ້ລະອຽດໃນປີ 2025 ໃນການຈັດຕັ້ງປະຕິບັດວຽກງານຕ່າງໆໃຫ້ທັນສະພາບການ.
ກອງປະຊຸມໄດ້ດໍາເນີນເປັນເວລາ 01 ວັນເຕັມ ແລະປິດລົງດ້ວຍຜົນສໍາເລັດອັນຈົບງາມ