
ຕອນເຊົ້າ ເວລາ 8:30 ນາທີ ຂອງວັນທີ 16 ມິຖຸນາ 2023 ທະນາຄານນະໂຍບາຍ ສາຂາ ຫຼວງນ້ຳທາ ໄດ້ເປີດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ 2023 ແລະ ທິດທາງແຜນການປະຈຳ 6 ເດືອນທ້າຍປີ 2023 ຢູ່ທີ່ຫ້ອງປະຊຸມໃຫຍ່ຊັ້ນ III ຂອງທະນາຄານນະໂຍບາຍສາຂາຫຼວງນ້ຳທາ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ສີຟອງ ແກ້ວກົງຕາ ຫົວໜ້າ ທນບ ສາຂາຫຼວງນ້ຳທາ ມີຄະນະສາຂາ, ຄະນະຂະແໜງ, ຄະນະຫ້ອງການປະສານງານ ແລະ ຄະນະໜ່ວຍບໍລິການ ຕະຫຼອດຮອດພະນັກງານວິຊາການພາຍໃນສຳນັກສາຂາໄດ້ເຂົ້າຮ່ວມຈຳນວນ 36 ທ່ານ ຍີງ 12 ທ່ານ.
ທ່ານ ສີຟອງ ແກ້ວກົງຕາ ຫົວຫນ້າ ທນບ ສາຂາ ທະນາຄານນະໂຍບາຍ ໄດ້ກ່າວເປີດ ປະຊຸມ ສະຫຼຸບ ການເຄື່ອນໄຫວ ວຽກງານໃນໄລຍະເດືອນ1-6 ປີ 2023 ແລະທິດທາງແຜນການ 6 ເດືອນທ້າຍປີ 2023.
ກອງປະຊຸມໄດ້ຮັບຟັງ, ທ່ານ ນິຄົມ ບັນນະວົງ ຮອງຫົວໜ້າສາຂາ ຜ່ານສະຫຼຸບການເຄື່ອນໄຫວວຽກງານຮອບດ້ານ ໃນທົ່ວສາຂາ ຫຼວງນ້ຳທາ 6 ເດືອນຕົ້ນປີ 2023 ແລະ ທິດທາງແຜນການປະຈຳ 6 ເດືອນທ້າຍປີ 2023. ຫຼັງຈາກນັ້ນ, ທ່ານ ສອນໄຊ ຈັນແກ້ວມະນີວົງ ຫົວຫນ້າຂະແໜງ ສີນເຊື່ອ ໄດ້ຜ່ານຜົນການຈັດຕັ້ງປະຕິບັດວຽກງານສີນເຊື່ອໄລຍະເວລາເດືອນ 1-5 ປີ 2023.
ທ່ານ ສຸກສາຄອນ ແພງພົນມີ ຫົວໜ້າຂະແໜງຫ້ອງການບໍລິຫານ – ຈັດຕັ້ງພະນັກງານ ໄດ້ລາຍງານຜົນການຈັດຕັ້ງປະຕິບັດແຜນທຸລະກິດ-ການເງິນ ປະຈຳປີ 2023 ປະຕິບັດຮອດເດືອນ 05 ປີ 2023, ພ້ອມທັງສະຫຼຸບລາຍງານການປະຕິບັດ 8 ມາດຖານດັ່ງລຸ່ມນີ້:
- ມາດຖານການປະຕິບັດຂະຫຍາຍຍອດສີນເຊື່ອເພີ່ມຂື້ນໃນແຕ່ລະປີ ຢູ່ໃນລະດັບ 5% ຂື້ນໄປທຽບຍອດສີນເຊື່ອຍົກມາຕົ້ນປີ.
- ມາດຖານການປະຕິບັດເກັບດອກເບ້ຍເກີດຂື້ນໃນປີ ກວມອັດຕາສ່ວນ 80% ຂື້ນໄປ.
- ມາດຖານການປະຕິບັດເກັບດອກເບ້ຍຂ້າງຮັບຍົກມາຕົ້ນປີ ກວມອັດຕາສ່ວນ 30% ຂື້ນໄປ.
- ມາດຖານການປະຕິບັດເກັບໜີ້ຕົ້ນທືນ ໜີ້ບໍ່ເກີດດອກອອກຜົນ (NPL) ກວມອັດຕາສ່ວນ 30% ຂອງໜີ້ບໍ່ເກີດດອກອອກຜົນ (NPL) ທັງໝົດທີ່ຍົກມາຕົ້ນປີ.
- ມາດຖານການຄວບຄຸມຈຳກັດບໍ່ໃຫ້ເກີດໜີ້ NPL (ໜີ້ບໍ່ເກີດດອກອອກຜົນ) ກວມອັດຕາສ່ວນ 90% ຂື້ນໄປທຽບໃສ່ໜີ້ທີຈະຄົບກຳນົດສັນຍາໃນປີ.
- ມາດຖານສ້າງຄອບຄົວຕົວແບບ (ໃໝ່) ການນຳໃຊ້ສີນເຊື່ອ ໂດຍໄດ້ຮັບການຢັ້ງຢືນຈາກການອຳນາດການປົກຄອງເມືອງ.
- ມາດຖານການດຳເນີດທຸລະກິດມີຜົນກຳໄລໃນປີ.
- ມາດຖານສະກັດກັ້ນປະກົດການຫຍໍ້ທໍ້ບໍ່ໃຫ້ເກີດຂື້ນ.
ກອງປະຊຸມ ໄດ້ຮັບຟັງການປະກອບຄຳຄິດເຫັນຂອງ ຄະນະສາຂາ, ຄະນະຂະແໜງ, ຄະນະຫ້ອງການປະສານງານ ແລະ ຄະນະໜ່ວຍບໍລິການ ຢ່າງກົງໄປກົງມາເພື່ອເອກະພາບໃນການຕິດຕັ້ງປະຕິບັດເປັນທິດທາງດຽວກັນ, ເພື່ອສູ້ຊົນແຜນ 6 ເດືອນທ້າຍປີ 2023 ໄດ້ຮັບຜົນສຳເລັດດີກວ່າເກົ່າ.
ຕອນທ້າຍກອງປະຊຸມໄດ້ຮັບຟັງທິດຊີ້ນຳ ຂອງ ທ່ານ ສີຟອງ ແກ້ວກົງຕາ ຫົວໜ້າສາຂາ ເນັ້ນໜັກ 8 ຂໍ້ດັ່ງລຸ່ມນີ້:
- ເອົາໃຈໃສ່ດ້ານການເມືອງແນວຄິດ, ຍົກສູງສະຕິຕໍ່ການຈັດຕັ້ງ, ປະຕິບັດສິດ, ໜ້າທີ່, ພາລະບົດບາດ ແລະ ລະບຽບການຕ່າງໆຂອງ ທນບ ຢ່າງແຂງແຮງ.
- ເອົາໃຈໃສ່ປະຕິບັດຕາມລະບຽບຄຸ້ມຄອງພະນັກງານ ແລະ ລະບຽບການຕ່າງໆຢ່າງເຂັ້ມງວດ, ຕິດຕາມການ ຂາດການຂອງພະນັກງານເປັນປົກກະຕິ, ການລາພັກຂອງພະນັກງານຕ້ອງປະຕິບັດຂັ້ນຕອນ ແລະ ລະບຽບການທີ່ກ່ຽວຂ້ອງ, ຫ້າມບໍ່ໃຫ້ຂາດໂດຍພະລະການ, ໃຫ້ແຕ່ລະຂະແໜງຕິດຕາມ ແລະ ສະຫຼຸບວັນຂາດຂອງ ພະນັກງານພາຍໃນຂອບເຂດຄວາມຮັບຜິດຊອບຂອງຕົນ ສົ່ງໃຫ້ຂະແໜງຫ້ອງການທຸກໆເດືອນ.
- ໃຫ້ເອົາໃຈໃສ່ປັບປຸງແບບແຜນວິທີການເຮັດວຽກ, ຜູ້ບໍລິຫານທຸກລະດັບຕ້ອງເປັນແບບຢ່າງນໍາໜ້າ ແລະ ນຳ ພາການເຄື່ອນໄຫວວຽກງານຕົວຈິງ, ຄະນະໜ່ວຍບໍລິການ ແລະ ພະນັກງານສິນເຊື່ອທຸກສະຫາຍໃນທົ່ວສາຂາ ຕ້ອງຍົກສູງຄວາມຮັບຜິດຊອບ, ທຸກການເຄື່ອນໄຫວວຽກງານສິນເຊື່ອ ຕ້ອງປະຕິບັດຕາມລະບຽບຫຼັກການ, ຂັ້ນຕອນ, ແລະ ຂໍ້ຫ້າມຂອງວຽກງານສິນເຊື່ອຢ່າງເຂັ້ມງວດ.
- ໃຫ້ເລັ່ງປະຕິບັດແຜນສິນເຊື່ອປະຈຳປີ 2023 ໄປຄຽງຄູ່ກັບການສ້າງແຜນສິນເຊື່ອປະຈຳປີ 2024.
- ການປະຕິບັດວຽກງານສິນເຊື່ອຜ່ານ ອກສກ ແມ່ນຕ້ອງໄດ້ຄິດໄລ່ເງິນບໍາເນັດໃຫ້ຄະນະຮັບຜິດຊອບໃນແຕ່ລະ ບ້ານເປັນປົກກະຕິທຸກໆເດືອນ.
- ເອົາໃຈໃສ່ຂອດການປະສານງານລະຫວ່າງສາຂາ, ໜ່ວຍບໍລິການໃຫ້ແໜ້ນແຟ້ນກົມກຽວກັນຕື່ມ ຮັບປະກັນ ໃຫ້ການເຄື່ອນໄຫວວຽກງານໃຫ້ມີຄວາມຕໍ່ເນື່ອງສະດວກເປັນປົກກະຕິ.
- ໃຫ້ເອົາໃຈໃສ່ຄຸ້ມຄອງ, ນຳໃຊ້ຊັບສົມບັດຂອງສ່ວນລວມ ໃຫ້ຖືກຕ້ອງຕາມລະບຽບການ, ເປັນເຈົ້າການໃນ ການຮັກສາອະນາໄມໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ຕິດພັນກັບການບຳລຸງຮັກສາສ້ອມແປງເປັນປົກ ກະຕິ.
- ເອົາໃຈໃສ່ຍົກສູງສະຕິໃນການປ້ອງກັນຄວາມສະຫງົບພາຍໃນສຳນັກງານຫ້ອງການເປັນປົກກະຕິ ຮັບປະກັນ ຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມປອດໄພ.
ກອງປະຊຸມໄດ້ໄດ້ປິດລົງໃນເວລາ 16:30 ນາທີ ຂອງວັນດຽວກັນ
ສາຂາຫຼວງນ້ຳທາ, ວັນທີ 21 ມິຖຸນາ 2023
