ໃນວັນທີ 24 ກຸມພາ 2025 ເວລາ 08 ໂມງ 30 ນາທີ ຢູ່ທີ່ຫ້ອງປະຊຸມໃຫຍ່ຊັ້ນ III ທະນາຄານ ນະໂຍບາຍ ສາຂາ ຫຼວງພະບາງ ໄດ້ເປີດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານສີນເຊື່ອ ປະຈໍາປີ 2024ແລະ ວາງທິດທາງແຜນການ ປະຈໍາປີ 2025 ໂດຍການເປັນປະທານຂອງ ທ່ານ ປອ ບຸນເຫຼືອ ສິນໄຊວໍຣະວົງ ຮອງເຈົ້າແຂວງ ຫຼວງພະບາງ, ປະທານຄະນະກຳມະການຄຸ້ມຄອງສິນເຊື່ອຂັ້ນແຂວງ, ຜູ້ຮ່ວມກອງປະຊຸມຄັ້ງນີ້ມີ ຄະນະກຳມະການຄຸ້ມຄອງສິນເຊື່ອແຂວງ,ຄະນະອໍານວຍການ, ຄະນະພະແນກສິນເຊື່ອ ແລະ ຄະນະຂະແໜງສິນເຊື່ອສາຂາ ເຂົ້າຮ່ວມລວມທັງໝົດ 21 ທ່ານ, ຍິງ 01 ທ່ານ.
ໃນພິທີຄັ້ງນີ້ໄດ້ຮັບຟັງການລາຍງານຂອງ ທ່ານ ສີຈັນເນັ່ງເລົ່າຈ່າ ວ່າການຫົວໜ້າສາຂາໄດ້ຂື້ນລາຍງານສະຫຼຸບຜົນການຈັດຕັ້ງປະຕິບັດວຽກງານສິນເຊື່ອ ປະຈໍາປີ 2024 ແລະ ວາງທິດທາງແຜນການປີ 2025ທະນາຄານນະໂຍບາຍ ຢູ່ແຂວງຫຼວງພະບາງ ແລະຜ່ານແຜນການສະໜອງສິນເຊື່ອປະຈໍາປີ 2025ໃຫ້ຮູ້ວ່າປີ 2024 ການຈັດຕັ້ງປະຕິບັດວຽກງານມີອັນພົ້ນເດັ່ນ ແລະມີຜົນສໍາເລັດຫຼາຍດ້ານ ເຊີ່ງສະແດງອອກຄື:ຍອດສິນເຊື່ອຕົ້ນປີ 2024 :ມີຈໍານວນ148.54 ຕື້ກີບໄດ້ປ່ອຍສິນເຊື່ອ 34.11ຕື້ກີບ ທຽບໃສ່ແຜນການປະຕິບັດ 50.01% ,ຂອງແຜນການປີ (68.22 ຕື້ກີບ) ເກັບຄືນໄດ້ 27.78ຕື້ກີບ ທຽບໃສ່ແຜນປະຕິບັດໄດ້ 28.52% ຂອງແຜນການປີ (97.42 ຕື້ກີບ ) ຮອດທ້າຍປີ 2024 ມີຍອດສິນເຊື່ອທັງໝົດ: 154.88 ຕື້ກີບ ,ໃນນີ້ຍອດໜີ້ກາຍສັນຍາ NPL : 94,48ຕື້ກີບ ຈາກນັ້ນກອງປະຊຸມກໍ່ໄດ້ປະກອບຄໍາຄິດຄຳເຫັນເຫັນຢ່າງກົງໄປກົງມາ
ໃນຕອນທ້າຍຂອງກອງປະຊຸມທ່ານປະທານ ໄດ້ມີຄໍາເຫັນເພື່ອເປັນທິດທາງໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າດັ່ງນີ້
1.ໃຫ້ຄະນະກໍາມະການເອົາໃຈໃສ່ໃນການປະຕິບັດພາລະບົດບາດ ແລະ ໜ້າທີ່ ຂອງຕົນເປັນຕົ້ນໃນການສະໜອງສິນເຊື່ອ ເພື່ອແກ້ໄຂຄວາມທຸກຍາກໃຫ້ບັນລຸຕາມແຜນການ ແລະ ຄາດໝາຍທີ່ກໍານົດໄວ້, ມີການປະສານສົມທົບຢ່າງກົມກຽວກັບຄະນະກໍາມະການແຕ່ລະຂັ້ນ.
2.ຄະນະກໍາມະການຄຸ້ມຄອງສິນເຊື່ອແຕ່ລະພາກສ່ວນ ສືບຕໍ່ຮ່ວມກັນຊ່ວຍທະນາຄານນະໂຍບາຍ ມີ 2 ວຽກ
ຄື:ວຽກສິນເຊື່ອ ແລະ ວຽກເກັບກູ້ໜີ້ສິນເຮັດໃຫ້ທະນາຄານ ນະໂຍບາຍ ນັບມື້ນັບເຂັ້ມແຂງ ເປັນເຄື່ອງມືອັນສໍາຄັນ
ໃນການຊຸກຍູ້ ການພັດທະນາ ການສະໜອງສິນເຊື່ອ ໃນເມືອງເປົ້າໝາຍ ຈຸດສຸມ ແລະ ສາມສ້າງຕາມແນວທາງນະໂຍບາຍຂອງພັກ-ລັດກໍານົດໄວ້.
3.ເຫັນດີຮັບຮອງເອົາສະຫຼຸບການເຄື່ອນໄຫວວຽກງານສີນເຊື່ອ ປະຈໍາປີ 2024 ແລະ ວາງທິດທາງແຜນການປະຈໍາປີ 2025 ເອົາຕົວເລກມະຫາພາກ ພ້ອມທັງແຜນຂະຫຍາຍສິນເຊື່ອປີ 2025 ຈໍານວນ 64.57 ຕື້ກີບ ,ສິນເຊື່ອໄລຍະສັ້ນ 4.16 ຕື້ກີບ,ໄລຍະກາງ 26.34 ຕື້ກີບ ,ໄລຍະຍາວ 34.06ຕື້ກີບ.
4.ໃນຕໍ່ໜ້າຊອກເອົາຫຼາຍແຫຼ່ງທຶນສະໜອງສິນເຊື່ອໃຫ້ ທະນາຄານນະໂຍບາຍໃຫ້ຫຼາຍ ແລະຮັບຮອງເອົາຮູບການປ່ອຍສິນເຊື່ອທຸລະກິດ ທຫລ ຕ້ອງໄດ້ຮັບເຂົ້າເປັນສະມາຊິກ ສິນເຊື່ອກະຈ່າຍແຫຼ່ງທຶນສູ່ທ່ອງຖິ່ນ.
5.ໃຫ້ຮັກສາມູນເຊື້້ອການດໍາເນີນທຸລະກິດປີ 2025 ໃຫ້ຕິດບວກຫຼາຍກວ່າປີ2024.
ກອງປະຊຸມໄດ້ດໍາເນີນເປັນເວລາເຄີ່ງວັນ ແລະ ປິດລົງໃນເວລາ 12:00 ດ້ວຍຜົນສໍາເລັດອັນຈົບງາມ.
ພາບ ແລະ ຂ່າວ: ທ່ານ ວົງຈິດ ຄົງສະຫັວດ.