ທນບ ສາຂາຫຼວງນ້ຳທາ ເປີດກອງປະຊຸມຮັບຮອງແຜນສິນເຊື່ອ ປະຈຳປີ 2019 ແຂວງຫຼວງນ້ຳທາ

ຕອນ​ເຊົ້າເວລາ 08:30  ຂອງ​ວັນ​ທີ  16  ມັງກອນ 2019 ທະນາຄານ​ນະ​ໂຍບາຍ ສາຂາຫຼວງນ້ຳທາ  ​ໄດ້​ເປີດ​ກອງ​ປະຊຸມ​ຮັບຮອງ​ແຜນ​ສີນ​ເຊື່ອ ປະຈຳ​ປີ  2019 ​ ຮ່ວມກັບຄະນະກໍາມະການສິນເຊື່ອ  ທນບ ຂັ້ນແຂວງ  ຢູ່ທີ່ຫ້ອງ​ປະ​ຊຸມ​ຊັ້ນ3  ​ໂດຍພາຍ​ໃຕ້​ການ​ເປັນ​ປະທານ​ຂອງ   ທ່ານ​ ປອ ເພັງພະວັນ  ດາວພອນຈະເລີນ   ກຳມະການ​ປະຈ​​ຳພັກ​​ແຂວງ ຮອງເຈົ້າ​ແຂວງຫຼວງນ້ຳທາ  ​ເປັນກຽດ​ເຂົ້າຮ່ວມ​​​ໂດຍ  ທ່ານ ​ສີສຸພັນ ໂພໄຊສີ ຮອງຜູ້ອໍານວຍການ ທະນາຄານນະໂຍບາຍ ສໍານັກງານໃຫຍ່, ມີຮອງຫົວໜ້າສາຂາ ທະນາຄານນະໂຍບາຍ ຫຼວງນໍ້າທາ,  ​ມີບັນດາ​ທ່ານຄະນະກໍາມະການສິນເຊື່ອຂັ້ນແຂວງ, ປະທານກໍາມະການສິນເຊື່ອຂັ້ນເມືອງ  ​ແລະ  ຫົວໜ້າຂະ​ແໜງ,   ຮອງຫົວໜ້າຂະແໜງ ການ​ທີ່​ກ່ຽວຂ້ອງເຂົ້າຮ່ວມທັງໝົດ 16  ທ່ານ.

​  ກອງ​ປະຊຸມ ທ່ານ  ຮອງຫົວໜ້າສາຂາ ທນບ  ຫຼວງນ້ຳທາ ​ໄດ້​ລາຍ​ງານການ​ເຄື່ອນ​ໄຫວ​ວຽກງານ​ສິນເຊື່ອຂອງ​ທະນາຄານ​ນະ​ໂຍບາຍ ສາຂາ ຫຼວງນໍ້າ​ທາ ໃນໄລຍະ 1 ປີຜ່ານມາ ແລະ ທິດທາງແຜນການປີ 2019, ຫຼັງຈາກນັ້ນ  ທ່ານ ສຸກສາຄອນ ແພງພົມມີ  ຫົວໜ້າຂະແໜງສິນເຊື່ອ ກໍ່ໄດ້ຜ່ານແຜນສິນເຊື່ອປະຈໍາປີ 2019 ມີທຶນລວມທັງຫມົດຈໍານວນ 16,800,000,000 ກີບ, ໃນນັ້ນທຶນເມືອງເປົ້າຫມາຍ 14,090,000,000 ກີບ, ທຶນຈຸດສຸມ 1,000,000,000ກີບ ແລະ  ທຶນສາມສ້າງ  1,710,000,000 ກີບ,  ຈາກນັ້ນ  ກອງປະຊຸມໄດ້ຮັບ​ຟັງ​ການ​ປະ​ກອບ​ຄຳ​ຄິດ​ຄຳ​ເຫັນ​ຂອງບັນດາຄະນະ​ກຳມະການ​ຄຸ້ມ​ຄອງ​ສິນ​ເຊື່ອ​ຂັ້ນ​ແຂວງ,  ຂັ້ນ​ເມືອງ​  ແລະ  ​ເຫັນ​ດີ​ເປັນ​​ເອກະ​ພາບຮັບຮອງ​ເອົາແຜນສິນເຊື່ອປະຈໍາປີ 2019 ໃຫ້ແກ່ປະຊາຊົນໃນເມືອງທຸກຍາກ, ເຂດຈຸດສຸມ ແລະ ບ້ານສາມສ້າງທົ່ວແຂວງຫຼວງນໍ້າທາ.

​ຕອນ​ທ້າຍ​ກອງ​ປະຊຸມ  ທ່ານ ປະທານ​ກອງ​ປະຊຸມ  ຍັງ​​ໄດ້​ໃຫ້ກຽດ​ໂອ້​ລົມ​ຕໍ່ກອງ​ປະຊຸມ​ເຊີ່ງ​ທ່ານ​ໄດ້ໃຫ້​ທິດ​ຊີ້ນຳ​ຕໍ່ກອງປະຊຸມ  ໃຫ້ເປີດກອງປະຊຸມຢູ່ຂັ້ນເມືອງ ປີລະ 2 ຄັ້ງ 6 ເດືອນຕໍ່ຄັ້ງ,  ໃຫ້ເອົາໃຈໃສ່ແກ້ໄຂໜີ້ NPL ແລະ  ດອກເບ້ຍຄ້າງ   ຊອກຫາສາເຫດແລ້ວ  ໃຫ້ປະສານສົມທົບກັພະນັກງານຂັ້ນເມືອງຊ່ວຍແກ້ໄຂ,   ເພີ່ມທະວີຂອດປະສານງານລະຫວ່າງ  ພະນັກງານທະນາຄານກັບພະນັກງານລັດຂະແໜງທີ່ກ່ຽວຂ້ອງໃຫ້ດີຂື້ນກວ່າເກົ່າ,   ໃຫ້ຄະນະຄຸ້ມຄອງສິນເຊື່ອ

ຂັ້ນເມືອງ ຕິດຕາມກວດກາປະເມີນ ແລະ ສະຫຼຸບ  ຖ້າເຫັນບັນຫາເກີດຂື້ນຢູ່ເມືອງໃດໃຫ້ເປີດກອງປະຊຸມແກ້ໄຂຢູ່ເມືອງນັ້ນ, ກອງ​ປະຊຸມ​ໄດ້​ດຳ​ເນີນ​ໄປ​ເປັນ​ເວລາ 01 ຕອນ ​ແລະ ​ໄດ້​ປິດ​ລົງ​ໃນ​ເວລາ 11:40 ​ໂມງ​ຂອງ​ວັນ​ດຽວກັນ

You May Also Like

Leave a Reply

Your email address will not be published. Required fields are marked *