ປະກາດການປັບປຸງການຈັດຕັ້ງ ພາຍໃນທະນາຄານ ນະໂຍບາຍ ສາຂາຫົວພັນ

ໃນ​ຕອນ​​ແລງວັນພະຫັດ ​ທີ 01 ພະຈິກ 2018 ເວລາ 2 ໂມງ 45 ນາທີ ຢູ່ທີ່ຫ້ອງປະຊຸມໃຫ່ຍຊັ້ນ III ທະນາຄານນະ​ໂຍບາຍ ​ສາຂາ​ຫົວພັນ ​ໄດ້​ເປີດ​ກອງ​ປະຊຸມປະກາດປັບປຸງ​ການຈັດ​ຕັ້ງ​ ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ ​ຄຳອົ້ນ ​ຈັນສຸລິມາດ ຮອງ​ຜູ້ອຳນວຍການ ທະນາຄານ​ນະ​ໂຍບາຍ, ເຂົ້າຮ່ວມກອງປະຊຸມມີ​ ທ່ານ ພົງປະເສີດ ຄຳລືຊາ ວ່າການຫົວໜ້າ ພະແນກຫ້ອງການບໍລິຫານ, ທ່ານ ທີບພະກອນ ສູນດາລາ ວ່າການຫົວໜ້າ ພະແນກກວດກາພາຍໃນ, ທ່ານ ຄຳພັດ ແກ້ວວິໄລ ຮອງເລຂາໜ່ວຍພັກ ຮອງຫົວໜ້າ​ສາຂາ, ທ່ານ ຈຳປາທອງ ທອງພັນ ວ່າການຫົວຫນ້າ​ ຂະ​ແຫນງ (ພຈຕ), ມີ​ຫົວຫນ້າ, ຮອງຫົວໜ້າແຕ່ລະ​ຂະ​ແຫນງການ​, ຫົວຫນ້າ​, ຮອງ​ຫົວຫນ້າ​ແຕ່ລະຫນ່ວຍບໍລິການ ​ແລະ ພະນັກງານ​ວິຊາ​ການ​ພາຍໃນຫ້ອງການສາຂາເຂົ້າ​ຮ່ວມລວມຄັ້ງນີ້ 26 ທ່ານ, ຍິງ 06 ທ່ານ.

          ​​ວະລະກອງ​ປະຊຸມ ທ່ານ ຄຳພັດ ແກ້ວວິໄລ ຮອງເລຂາໜ່ວຍພັກ ຮອງຫົວໜ້າສາຂາ​ຫົວພັນ ໄດ້ຂື້ນຜ່ານບົດລາຍງານ ການເຄື່ອນໄຫວຮອບດ້ານໂດຍຫຍໍ້ ຂອງ ທະນາຄານນະໂຍບາຍ ສຂາຫົວພັນ ປະຈຳ09 ເດືອນ ປີ 2018.  ແລະ ອີກວາລະ​ຕໍ່​ມາ ທ່ານ ຈຳປາທອງ ທອງພັນ ຕາງໜ້າຄະນະຈັດຕັ້ງ ສຳນັກງານງານໃຫ່ຍ ​ໄດ້​ຂື້ນ​ຜ່ານ​ຂໍ້​ຕົກລົງ ​ວ່າ​ດ້ວຍ​ການ​ຍົກຍ້າຍ ແລະ ແຕ່ງ​ຕັ້ງ ຄະນະຜູ້ຊີ້ນຳຄົນໃໝ່ ທະນາຄານ ນະໂຍບາຍ ສາຂາຫົວພັນ.

          ກອງປະຊຸມໄດ້ຮັບຟັງການໂອ້ລົມ ຂອງທ່ານ ຄຳອົ້ນ ຈັນສຸລິມາດ ຮອງ​ຜູ້ອຳນວຍ​ການ ໂດຍທ່ານໄດ້ຍົກ​ໃຫ້​ເຫັນ​ເຖິງດ້ານ​ດີ ​ແລະ ການແຕ່ງຕັ້ງຍົກຍ້າຍ​ຊັບຊ້ອນຄະນະສາຂາຄັ້ງ​ນີ້ ຖືເປັນວຽກງານຕາມປົກກະຕິ ແລະ ເປັນການຕົກລົງເຫັນດີເປັນເອກະພາບ ຂອງຄະນະອຳນວຍການສຳນັກງານໃຫຍ່​ ​ໂດຍໃຫ້ພະນັກງານຂັ້ນຕ່າງໆຕ້ອງຮັບຮູ້ເຂົ້າໃຈ ຕໍ່ການຍົກຍ້າຍ ແລະ ແຕ່ງຕັ້ງຄັ້ງນີ້ຢ່າງເລີກເຊີ່ງ ໃຫ້ພະນັກງານທຸກຄົນສັດສື່ບໍລິສຸດ, ມີຈັນຍະບັນຕໍ່ການປະຕິບັດໜ້າທີ່ວຽກງານ, ມີ​ຄວາມ​​ເຊື່ອໝັ້ນເຂັ້ມ​ແຂງ, ອຸ່ນ​ອຽນທຸ່ນ​ທ່ຽງຫຼີກລຽງ​ບັນຫາປະກົດ​ການ​ຫຍໍ້​ທໍ້, ເອົາໃຈໃສ່ເຮັດວຽກງານການເມືອງແນວຄິດກັບບັນດາອ້າຍນ້ອງພະນັກງານຂັ້ນຕ່າງໆ, ປັບປຸງແບບແຜນວິທເຮັດວຽກ, ປະຕິບັດຫຼັກການລວມສູນປະຊາທິປະໄຕ, ເອົາໃຈໃສ່ຕິດຕາມກວດກາ ແລະ ມີລະບຽບວິໄນ ເດັດຂາດໃນການປະຕິບັດໜ້າທີ່ວຽກງານ, ເສີ້ມຂະຫຍາຍແບບແຜນວິທີບັນດານິຕິກຳກັບປະຊາຊົນທ້ອງຖິ່ນ ເພື່ອຜົນປະໂຫຍດຂອງປະຊາຊົນ, ຫັນເອົາທິດຊີ້ນຳຂອງຂັ້ນເທີງເພື່ອໃຫ້ທົ່ວເຖີ່ງສຸ່ມໃສບັນດຈຸດສຸ່ມ, ຍົກສູງ ແລະ ແບ່ງຄວາມຮັບຜິດຊອບພ້ອມ​ກັນ​ສະກັດ​ກັ້ນ​ບັນຫາ​ຫຍໍ້​ທໍ້ບໍ່​ໃຫ້​ເກີດ​ມີ​ຊ່ອງ​ວ່າງ, ​ການ​ປະຕິບັດ​ວຽກ​ງານ​​ຕ້ອງ​ມີ​ການ​ພົວພັນ​ເຊີ່ງກັນ ແລະ ກັນກັບ​ລະບົບ​ອຳນາດ​ການ​ປົກຄອງ​ຕາມ​ແຕ່ລະ​ຂັ້ນ​ຢ່າງ​ເປັນ​ປົກກະຕິ​

          ຕອນ​ທ້າຍ​ກອງ​ປະຊຸມ ທ່ານ ທີບພະກອນ ສູນດາລາ ​ໄດ້​ຂື້ນ​ຮັບ​ການ​​ໂອວາດ​ຈາກ​ຂັ້ນ​ເທິງ ​ແລະ ກອງ​ປະຊຸມ​ໄດ້​ປິດ​ລົງ​ໃນ ​ເວລາ 16 ​ໂມງ 25 ນາທີ ຂອງວັນ​ດຽວ​ກັນ.

ພາບ-ຂ່າວໂດຍ: ຊົງລີ ຢາລື້ໄຊ

You May Also Like

Leave a Reply

Your email address will not be published. Required fields are marked *