ຕອນເຊົ້າເວລາ 08:30 ຂອງວັນທີ 29 ມັງກອນ 2019 ທະນາຄານນະໂຍບາຍ ສາຂາຫຼວງນ້ຳທາ ໄດ້ມີພິທີ ປະຖະກາຖາ ວັນສ້າງຕັ້ງ ທນບ ຄົບຮອບ 12 ປີ ຢູ່ທີ່ຫ້ອງປະຊຸມຊັ້ນ 3 ພາຍໃຕ້ການເປັນປະທານຂອງ ທ່ານ ສີຟອງ ແກ້ວກົງຕາ ຮອງຫົວໜ້າ ທະນາຄານນະໂຍບາຍ ສາຂາຫຼວງນໍ້າທາ ແລະ ມີພະນັກງານພາຍໃນສາຂາເຂົ້າຮ່ວມທັງໝົດ 19 ຄົນ, ຍີງ 9 ຄົນ.

ກອງປະຊຸມ ທ່ານ ຮອງຫົວໜ້າ ສາຂາ ໄດ້ຜ່ານແຈ້ງການ ເລກທີ 147/ ທນບ, ວ່າດ້ວຍຈັດຕັ້ງເຜີຍແຜ່ວັນສ້າງຕັ້ງ ທະນາຄານນະໂຍບາຍລາຍ ຄົບຮອບ 12 ປີ ( ວັນທີ 29 ມັງກອນ 2007 ຫາ ວັນທີ 29 ມັງກອນ 2019 ) ແລະ ກອງປະຊຸມຍັງໄດ້ຮັບຟັງການເຜີຍແຜ່ເອກະສານ ບົດລາຍງານ ສະພາບການເຄື່ອນໄຫວ ທະນາຄານນະໂຍບາຍຄົບຮອບ 12 ປີ, ເພື່ອເລົ່າເຖິງປະຫວັດຄວາມເປັນມາ ແລະ ການເຕີບໃຫຍ່ຂະຫຍາຍໂຕ ຂອງ ທະນາຄານນະໂຍບາຍ ຫຼັງຈາກນັ້ນ ທ່ານ ຮອງຫົວໜ້າ ສາຂາ ຍັງໄດ້ຜ່ານ ໜັງສືຂອບໃຈ ຂອງທ່ານຜູ້ອໍານວນການໃຫຍ່ ທະນາຄານນະໂຍບາຍ ແລະ ຕອນທ້າຍກອງປະຊຸມ ທ່ານປະທານກອງປະຊຸມຍັງໄດ້ໃຫ້ກຽດໂອ້ລົມຕໍ່ພະນັກງານ ໃຫ້ຄະນະຂະແໜງ, ຮອງຂະແໜງ ແລະ ພະນັກງານວິຊາການ ຕັ້ງໜ້າເອົາໃຈໃສ່ປະຕິບັດໜ້າທີ່ວຽກງານຂອງຕົ້ນໃຫ້ຫຼ້ອນ, ເອົາໃຈໃສ່ເລັງເກັບກູ້ໜີ້ NPL ແລະ ດອກເບ້ຍຄ້າງຮັບໃຫ້ບັນລຸຕາມເປົ້າໝາຍ ແລະ ກອງປະຊຸມໄດ້ດຳເນີນໄປເປັນເວລາ 01 ຕອນ ແລະ ໄດ້ປິດລົງໃນເວລາ 10:30 ໂມງຂອງວັນດຽວກັນ
ພາບ-ຂ່າວໂດຍ: ພອນສະນິດ ສຸປັນຍາ

