ກອງປະຊຸມໄດ້ໄຂຂື້ນໃນຕອນເຊົ້າເວລາ 8:00ໂມງ ຂອງວັນທີ່ 24 ມັງກອນ 2022 ໂດຍພາຍໃຕ້ການເປັນປະທານ ທ່ານ ວິໄລທອງ ນອງອີນທິລາດ ຮອຫົວໜ້າ ທນບ ສາຂາຊຽງຂວາງ ເຂົ້າຮ່ວມມີທ່ານ ນ ຄຳປິ່ນ ມະໂນທຳ ຮອງຫົວໜ້າພະແນກບັນຊິ-ການເງີນ, ມີບັນດາຄະນະຮັບຜິດຊອບຈາກສຳນັກງານໃຫຍ່, ມີຄະນະຂະແໜງ ຄະນະໜ່ວຍບໍລິການ ແລະ ພະນັກງານວິຊາການເຂົ້າຮວ່ມທັ້ງໝົດ 17 ທ່ານ,ຍີງ 11 ທ່ານ
ໃນພີທີ ທ່ານ ພູເຂົາ ພິລາວົງ ຫົວໜ້າຂະແໜງບັນຊີ-ເທັກໂນໂລຢີ່; ຂໍ້ມູນຂ່າວສານ ຄະນະຈັດຕັ້ງພິທີ ໄດ້ຂື້ນກ່າວຈຸດປະສົງເນື້ອໃນຂອງກອງປະຊຸມໃຫ້ຜູ້ເຂົ້າຮ່ວມໄດ້ຮັບຊາບ
ຈາກນັ້້ນ ທ່ານ ນ ຄໍາປິ່ນ ມະໂນທໍາ ຮອງຫົວໜ້າ ພະແນກບັນຊີ-ການເງີນ ໄດ້ໃຫ້ກຽດຂື້ນຜ່ານບົດສະຫຼຸບຫຍໍ້ຂອງການ ເຄື່ອນໄຫວ ການພັດທະນາໂມດູນເງີນຝາກໃນໄລຍະກະກຽມຈົນຮອດມື້ສຳເລັດ ຕໍ່ກອງປະຊຸມໄດ້ຮັບຊາບ
ຫລັງຈາກນັ້ນ ທ່ານ ວິໄລທອງ ນອງອິນທິລາດ ຮອງຫົວໜ້າ ທນບ ສາຂາຊຽງຂວາງ ປະທານກອງປະຊຸມ ກໍ່ໄດ້ໃຫ້ກຽດຂື້ນກ່າວເປິດບັນຝືກອົ
ບຮົມຢ່າງເປັນທາງການ ພ້ອມນີ້ທ່ານກໍໄດ້ໃຫ້ນັກວິທະຍາກອນ ແລະນັກ ສຳມະນາກອນທຸກຄົນຈົ່ງຮັກສາລະບຽບຂອງການຝືກອົບຮົມຢ່າງເຂັມງວດ ຕັ້ງໃຈຄົ້ນຄ້ວາຮ່ຳຮຽນ ແລກປ່ຽນບົດຮຽນເຊີ່ງກັນແລະກັນໃຫ້ເຂົ້າໃຈ ສາມາດນຳໄປຈັດຕັ້ງຜັນຂະຫຍາຍເຂົ້າສູ້ວຽກງານໃຫ້ມີປະສິດທິຜົນສູງ.
ພິທີຝຶກອົບຮົມຈະໄດ້ດໍາເນິນໄປເປັນເວລາ 5 ວັນເຕັມ ຄື ວັນທີ 24-28 ມັງກອນ 2022 ຈື່ງຈະປິດລົງດ້ວຍຜົນສໍາເລັດ.