ປະຈຸບັນ; ທະນາຄານນະໂຍບາຍ (ທນບ) ໜ່ວຍບໍລິການເມືອງສັງທອງ ນະຄອນຫຼວງວຽງຈັນ ໄດ້ເຮັດທົດລອງປ່ອຍ ສິນເຊື່ອ ຜ່ານອົງການຈັດຕັ້ງການເມືອງ-ສັງຄົມ ແລະ ກອງທຶນຂັ້ນບ້ານ (ອກສກ) ທີ່ຂັ້ນເທິງໄດ້ອະນຸມັດແລ້ວທັງໝົດ 14 ບ້ານ ແລະ ເຄື່ອນໄຫວປ່ອຍສິນເຊື່ອສຳເລັດແລ້ວ 100% ໃນນີ້ ປີ 2019 ຂະຫຍາຍໄດ້ 2 ບ້ານ, ປີ 2020 ຂະຫຍາຍໄດ້ 12 ບ້ານ ແລະ ໄດ້ຊຸກຊຸກເຄື່ອງຮັບໃຊ້ຫ້ອງການຈໍານວນໜຶ່ງ, ປ້າຍຈຸດບໍລິການສິນເຊື່ອ ແລະ ກະໂລໂນນິຕິກໍາຮັບໃຊ້ວຽກງານສິນເຊື່ອ ໃຫ້ 14 ບ້ານດັ່ງກ່າວແລ້ວ.
ທ່ານ ປັນຍາສະໄຫວ ຣັດຖະເສນາ ຫົວໜ້າ ທນບ ໜ່ວຍບໍລິການເມືອງສັງທອງ ໄດ້ໃຫ້ຮູ້ວ່າ: ຍອດສິນເຊື່ອບ້ວງ ເກົ່າ+ບ້ວງໃໝ່ລາຍກຸ່ມ, ບຸກຄົນ ທັງໝົດ 11,53 ຕື້ກີບ ກວມ 14 ບ້ານ, 251 ກຸ່ມ, 1,228 ຄອບຄົວ, ເປັນສິນເຊື່ອໄລຍະສັ້ນ 3,59 ຕື້ກີບ, ໄລຍະກາງ 690,49 ລ້ານກີບ, ໄລຍະຍາວ 7,25 ຕື້ກີບ ໃນນີ້ ໄດ້ປ່ອຍຢູ່ບ້ານໃຫຍ່ນາຈະເລີນ ທີ່ເປັນບ້ານ 3 ສ້າງ ໃນວົງເງິນ 3,74 ຕື້ກ່ວາກີບ, ບ້ານວັງມ້າ 1,61 ຕື້ກ່ວາກີບ, ບ້ານກົ້ວ 1,27 ຕື້ກ່ວາກີບ ແລະ ບ້ານ ອື່ນໆ. ການເກັບໜີ້ໄລຍະ 1 ປີຜ່ານມາ ສາມາດເກັບໜີ້ໄດ້ທັງໝົດ 5,05 ຕື້ກີບ ໃນນີ້: ຕົ້ນທຶນທັງໝົດ 4,30 ຕື້ກີບ.
ການຄິດໄລ່ເງິນບໍາເນັດໃຫ້ຄະນະຮັບຜິດຊອບ ອກສກ ຂັ້ນບ້ານໃນປີ 2020 ໂດຍປະຕິບັດຕາມຂໍ້ຕົກລົງ ເລກທີ 1123/ທນບ, ລົງວັນທີ 13 ມິຖຸນາ 2019 ໂດຍໄດ້ເອົາຍອດສິນເຊື່ອໃນກໍານົດທີ່ປ່ອຍໃໝ່ໃຫ້ບ້ານທີ່ເຮັດ ອກສກ ເປັນຕົວຕັ້ງ ຄູນອັດຕາເງິນບໍາເນັດທີ່ກໍານົດ, ໄດ້ຄິດໄລ່ທຸກເດືອນ, ຈ່າຍໃຫ້ຄະນະຮັບຜິດຊອບເປັນງວດ 3 ເດືອນ ໝາຍວ່າ 3 ເດືອນໃດຈະ ນໍາເງິນດັ່ງກ່າວໄປມອບໃຫ້ຄະນະຮັບຜິດຊອບ ອກສກ ຂອງ 14 ບ້ານດັ່ງກ່່າວ ຕາມການຕົກລົງກັນໃນເບື້ອງຕົ້ນ ແລ້ວນໍາສະເໜີຂໍອະ ນຸມັດຈາກຄະນະອໍານວຍການ ຕາມການສະເໜີຂອງໜ່ວຍບໍລິການ.
ໃນການຈັດຕັ້ງປະຕິບັດປີ 2020 ມານີ້ດ້ານດີແມ່ນໄດ້ຮັບການສະໜັບສະໜູນ, ຮ່ວມມື ແລະ ຊີ້ນໍາຢ່າງໃກ້ສິດຈາກອົງ ການປົກຄອງເມືອງ, ບັນດາບ້ານ ແລະ ຄະນະອໍານວຍການ ທນບ; ພ້ອມນັ້ນ, ກໍ່ມີນະໂຍບາຍ, ລະບຽບການ, ນິຕິກໍາ ແລະ ຄູ່ ມືກ່ຽວກັບວຽກງານວິຊາສະເພາະ ເປັນຕົ້ນລະບຽບສິນເຊື່ອຜ່ານ ອກສກ, ສັນຍາມອບສິດ ທີ່ເປັນພື້ນຖານສໍາຄັນ ໃຫ້ແກ່ການ ສ້າງແຜນການເຄື່ອນໄຫວວຽກງານ ແລະ ການຈັດຕັ້ງປະຕິບັດ; ອໍານາດການປົກຄອງບ້ານ, ຄະນະກໍາມະການຄຸ້ມຄອງສິນເຊື່ອ ຂັ້ນບ້ານ, ຄະນະກຸ່ມ ແລະ ສະມາຊິກກູ້ຢືມເງິນມີສ່ວນຮ່ວມທີ່ສໍາຄັນ ໂດຍເອົາໃຈໃສ່ປະຕິບັດໜ້າທີ່ຂອງຕົນເປັນຢ່າງດີ ຕາມການ ມອບສິດ, ຫົວໜ້າກຸ່ມເປັນເຈົ້າການເກັບເງິນນໍາສະມາຊິກ ແລະ ນໍາເງິນມາມອບໃຫ້ພະນັກງານທະນາຄານ ຕາມການຄິດໄລ່ຂອງ ທະນາຄານຖືກຕ້ອງຄົບຖ້ວນຕາມຈໍານວນ, ສະມາຊິກກຸ່ມກູ້ຢືມເງິນກໍ່ມີຄວາມຕື່ນຕົວສູງ, ມີສະຕິໃນການປະຕິບັດສັນຍາກູ້ຢືມ ເງິນຢ່າງເຂັ້ມງວດ ສາມາດຊໍາລະດອກເບ້ຍໄດ້ 100% ທຸກໆເດືອນ, ລູກຄ້າບາງລາຍກໍ່ຊໍາລະໜີ້ຕົ້ນທຶນຄຽງຄູ່ກັບດອກເບ້ຍ;
ໃນຂະນະດຽວກັນນັ້ນ, ກໍ່ສາມາດແກ້ໄຂໜີ້ເສຍກາຍສັນຍາຫຼາຍປີໄດ້ໃນລະດັບໜຶ່ງ ໂດຍແຕ່ລະເດືອນທະນາຄານເຮັດ ໜັງສືເຊີນລູກໜີ້ສະເລ່ຍ 8-10 ຄອບຄົວ ແລະ ມອບໃຫ້ຄະນະກໍາມະການຂັ້ນບ້ານເປັນຜູ້ໄປແຈ້ງ ແລະ ນໍາພາມາໄກ່ເກ່ຍ ແກ້ໄຂຊໍາລະຕົ້ນທຶນ ແລະ ດອກເບ້ຍ ທີ່ຜ່ານມາທະນາຄານໃຊ້ຄວາມພະຍາຍາມແກ້ໄຂໂດຍກົງກັບລູກໜີ້ ແຕ່ກໍ່ພົບຂໍ້ຫຍຸ້ງຍາກ; ທະນາ ຄານໄດ້ເອົາໃຈໃສ່, ຕິດຕາມ, ຊຸກຍູ້ ແລະ ແນະນໍາຄະນະກໍາມະການຄຸ້ມຄອງສິນເຊື່ອຂອງ ທນບ ຂັ້ນບ້ານເປັນໄລຍະ ເປັນຕົ້ນ ການຄຸ້ມຄອງ-ບໍລິຫານທີ່ເປັນລະບົບ, ທາງດ້ານວິຊາການສິນເຊື່ອ ນັບແຕ່ວຽກສ້າງແຜນ, ສັງລວມແຜນ, ຕິດຕາມ ກວດການໍາ ໃຊ້ເງິນກູ້, ວຽກເກັບກູ້ໜີ້, ມອບສໍາເນົາສັນຍາກູ້ຢືມເງິນ ແລະ ຖານະເງິນກູ້ປະຈໍາ ແຕ່ລະເດືອນເປັນປົກກະຕິ; ບົດຮຽນທີ່ເຮັດ ອກສກ ດ້ວຍການມອບສິດໃຫ້ບ້ານເຮັດໜ້າທີ່ແທນທະນາຄານ ຈະສ້າງຄວາມຄວາມຮູ້ ໄດ້ປະສົບການ ແລະ ກ້າວໄປເຖິງການ ສ້າງເຂັ້ມແຂງ, ເປັນເຈົ້າການ ແລະ ມີຄວາມຍືນຍົງໃນວຽກງານທະນາຄານ ໂດຍສະເພາະການບໍລິການສິນເຊື່ອ ໃຫ້ອໍານາດການ ປົກຄອງບ້ານກໍ່ຄືຄະນະຮັບຜິດຊອບ ຈົນສາມາດພັດທະນາໃຫ້ເປັນທະນາຄານຂອງປະຊາຊົນໃນອານາຄົດ. ນອກນີ້, ຍັງນໍາເອົາ ບົດຮຽນດັ່ງກ່າວມາປັບປຸງກອງທຶນບ້ານ ຫຼື ກອງທຶນທ້ອນເງິນແມ່ຍິງບ້ານໃຫ້ນັບມື້ເຂັ້ມແຂງຢ່າງບໍ່ຢຸດຢັ້ງ;
ຄຽງຄູ່ກັນນັ້ນ; ຄວາມຮັບຮູ້ ແລະ ເຂົ້າໃຈເບື້ອງຕົ້ນຂອງອໍານາດການປົກຄອງບ້ານ, ຄະນະກໍາມະການຄຸ້ມຄອງສິນເຊື່ອ ຂອງ ທນບ ຂັ້ນບ້ານ ແລະ ປະຊາຊົນ ກ່ຽວກັບນະໂຍບາຍສິນເຊື່ອດັ່ງກ່າວລວມທັງວິທີການ ແລະ ຂັ້ນຕອນໃນການປະຕິບັດ ຍັງ ບໍ່ທັນເລິກເຊິ່ງ ເຮັດໃຫ້ມີຄວາມລັ່ງເລ, ບົດຮຽນ, ປະສົບການບໍ່ຫຼາຍ ຢ້ານບໍ່ໄດ້ຮັບປະສິດທິຜົນເວລາປະຕິບັດຕົວຈິງ; ຄະນະກໍາ ມະການຄຸ້ມຄອງສິນເຊື່ອຂອງ ທນບ ຂັ້ນບ້ານຄວາມຮູ້ທາງວິຊາການສິນເຊື່ອ (ວົງຈອນສິນເຊື່ອ), ລະບົບບັນຊີ ແລະ ວຽກກວດກາ ຍັງຈໍາກັດ; ບັນຫາການເຂົ້າຮ່ວມເຮັດວຽກກັບທະນາຄານຂອງຄະນະຮັບຜິດຊອບ ອກສກ ທີ່ໄດ້ຮັບການແຕ່ງ ຕັ້ງຍັງບໍ່ທັນ ເປັນຂະບວນເທົ່າທີ່ຄວນ ແລະ ການແບ່ງໜ້າທີ່ຄວາມຮັບຜິດຊອບໃນຄະນະດັ່ງກ່າວ ຍັງມີລັກສະນະແບບລວມໆ ຍ້ອນວ່າເປັນ ວຽກໃໝ່ທີ່ຫາກໍ່ຈັດປະຕິບັດໄດ້ 2-3 ເດືອນສໍາລັບ 12 ບ້ານເພີ່ມໃໝ່; ພະນັກງານທະນາຄານພາກ ສະໜາມຍັງມີຈໍາກັດ.
ວຽກຈຸດສຸມໃນທ້າຍປີ 2020 ແມ່ນຈະສືບຕໍ່ລົງສົມທົບຄະນະຮັບຜິດຊອບ ອກສກ ແຕ່ລະບ້ານ ສ້າງແຜນຄວາມຕ້ອງ ການສິນເຊື່ອປະຈໍາປີ 2021 ຕິດພັນກັບການເຜີຍແຜ່ນະໂຍບາຍສິນເຊື່ອ, ຄູ່ມືສິນເຊື່ອລາຍກຸ່ມ ແລະ ລະບຽບສິນເຊື່ອ ອກສກ;
ສືບຕໍ່ລົງເກັບດອກເບ້ຍເງິນກູ້ຢືມບ້ານ ອກສກ 14 ບ້ານໃຫ້ໄດ້ 100% ແລະ ຄິດໄລ່ເງິນບໍາເນັດໃຫ້ຄະນະຮັບຜິດຊອບ ອກສກ; ຈັດຕັ້ງກອງປະຊຸມສະຫຼຸບຕີລາຄາການເຄື່ອນໄຫວວຽກງານ ອກສກ ຢູ່ບ້ານໃຫຍ່ນາຈະເລີນ ແລະ ບ້ານໄຮ່ເໜືອ ໄລຍະ 1 ປີ (23/8/2019 ຫາ 23/8/2020) ໃຫ້ຖືກຕ້ອງຕາມລະບຽບ ອກສກ; ສ້າງແຜນຂະຫຍາຍບ້ານເຮັດທົດລອງ ອກສກ ປະຈໍາປີ 2021 ບ້ານທີ່ມີເງື່ອນໄຂມີຄວາມພ້ອມຕາມລະບຽບສິນເຊື່ອ ອກສກ ເລກທີ 1695/ທນບ, ລົງວັນທີ 12/10/2020 (ສະບັບປັບປຸງ), ຄາດໝາຍລວມໃຫ້ໄດ້ 5-6 ບ້ານ.
ທ່ານ ສັງວອນ ພິມມະສອນ ຄະນະປະຈໍາພັກເມືອງ, ຮອງເຈົ້າເມືອງສັງທອງ ໄດ້ມີຄຳເຫັນໃນວັນທີ 5 ພະຈິກ 2020 ຕໍ່ພິທີມອບ-ຮັບສິນເຊື່ອຜ່ານ ອກສກ ວ່າ: ຂໍໃຫ້ປະຊາຊົນເຮົາ ຈົ່ງສືບຕໍ່ຮັກສາມູນເຊື້ອການນໍາໃຊ້ທຶນຢືມໃຫ້ຖືກເປົ້າໝາຍ, ປະ ຕິບັດລະບຽບກູ້ຢືມເງິນໃຫ້ດີ; ຄະນະກໍາມະການຂັ້ນບ້ານ ແລະ ຫົວໜ້າກຸ່ມກູ້ຢືມເງິນເອົາໃຈໃສ່ ເຂົ້າຮ່ວມເຮັດວຽກກັບທະ ນາຄານທຸກໆເດືອນ ຕາມມື້ນັດໝາຍ, ຕິດຕາມ ກວດກາ ແລະ ຊຸກຍູ້ການຜະລິດ, ການຊໍາລະເງິນກູ້ຂອງສະມາຊິກ ກຸ່ມໃຫ້ເປັນ ປົກກະຕິ ຮັບປະກັນໃຫ້ສົ່ງຄືນຕົ້ນທຶນ ແລະ ດອກເບ້ຍ; ໃຫ້ທະນາຄານສົມທົບກັບບ້ານໃນວຽກເຜີຍແຜ່ໂຄສະນາລະບຽບ ສິນເຊື່ອ, ນະໂຍບາຍສິນເຊື່ອ ຢ່າງເປັນປະຈໍາ ສາມາດເຂົ້າໃຈ ແລະ ໄດ້ບົດຮຽນຫຼາຍຂຶ້ນກວ່າເກົ່າ; ໃຫ້ທະນາຄານສືບຕໍ່ຂະ ຫຍາຍບ້ານເຮັດທົດລອງ ອກສກ ທົ່ວເມືອງສັງທອງ ໃຫ້ຫຼາຍຂຶ້ນ, ສ້າງແຜນລະອຽດລົງສົມທົບກັບບ້ານເປົ້າໝາຍຈັດຕັ້ງ ເຜີຍແຜ່ລະບຽບສິນເຊື່ອ ອກສກ, ຄູ່ມື ສິນເຊື່ອລາຍກຸ່ມ ແລະ ເນື້ອໃນສັນຍາມອບ-ຮັບສິດ; ໃຫ້ທະນາຄານສະໜອງສິນເຊື່ອ ທັນລະດູການຜະລິດ ຕົ້ນຕໍແມ່ນເປົ້າໝາຍ ປູກເຂົ້ານາປີ ແລະ ເປົ້າໝາຍອື່ນໆ.
ອ້າງອີງຈາກ: ໜັງສືພິມ ເສດຖະກິດ-ສັງຄົມ ສະບັບວັນທີ 13/11/2020.
ຂ່າວໂດຍ: ຣັດສະໝີ ດວງສັດຈະ 13,11,2020,P2