ກອງປະຊຸມ ສະຫຼຸບການເຄື່ອນໄຫວວຽກງານຮອບດ້ານ ປະຈໍາ 03 ເດືອນ ຕົ້ນປີ 2021 ແລະ ທິດທາງແຜນການ 06 ເດືອນ ທ້າຍປີ 2021

ວັນທີ 02 ເມສາ 2021 ນີ້ ຢູ່ທີ່ຫ້ອງປະຊຸມໃຫຍ່ຊັ້ນ III ຫ້ອງການ ທະນາຄານນະ​ໂຍບາຍ ​ສາຂາ​ ຫົວພັນ ​ໄດ້​ເປີດ​ກອງ​ປະຊຸມ ສະຫຼຸບການເຄື່ອນໄຫວວຽກງານຮອບດ້ານ 03 ເດືອນ ຕົ້ນປີ 2021 ແລະ ທິດທາງແຜນການ 09 ເດືອນ ປີ 2021,​  ພາຍ​ໃຕ້​​ເປັນ​ປະທານ​ ຂອງ​ ທ່ານ ບຸນເຊີຍ ແກ້ວນາຕານ  ຫົວໜ້າ ທະນາຄານນະໂຍບາຍ ສາຂາ ຫົວພັນ, ເຂົ້າຮ່ວມກອງປະຊຸມມີ ທ່ານ ຄຳພັດ ແກ້ວວິໄລ ຮອງຫົວໜ້າສາຂາ ຜູ້ຊີ້ນໍາວຽກງານບັນຊີ ເຕັກໂນໂລຊີ ຂໍ້ມູນຂ່າວສານ, ທ່ານ ຄຳແພງ ຄຳພູວົງ ຜູ້ຊີ້ນໍາວຽກງານສິນເຊື່ອ, ມີບັນດາ ຫົວໜ້າ, ຮອງຫົວໜ້າແຕ່ລະຂະແໜງການ, ຫົວໜ້າ, ຮອງຫົວໜ້າແຕ່ລະໜ່ວຍບໍລິການ ເຂົ້າຮ່ວມລວມທັງໝົດ 20 ທ່ານ, ຍິງ 03 ທ່ານ.                                                                                    ພາຍຫຼັງທ່ານ ປະທານ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການແລ້ວ  ໄດ້ຮັບຟັງການຜ່ານບົດສະຫຼຸບການເຄື່ອນໄຫວວຽກງານຮອບດ້ານ ປະຈຳ 03 ເດືອນ ຕົ້ນປີ 2021 ແລະ ທິດທາງແຜນການເຄື່ອນໄຫວ ປະຈໍາ 06 ເດືອນ ຕົ້ນປີ 2021,​ ກອງປະຊຸມໄດ້ຮັບຮອງເອົາ ຮ່າງບົດສະຫຼຸບການເຄື່ອນໄຫວ ວຽກງານປະຈຳ 03 ເດືອນຕົ້ນປີ 2021 ແລະ ທິດທາງແຜນການ ປະຈໍາ 06 ເດືອນທ້າຍປີ 2021  ເນື້ອໃນບົດສະຫຼຸບສາມາດຍົກໃຫ້ເຫັນຫຼາຍໆດ້ານວຽກງານວິຊາສະເພາະ ທີ່ ທນບ ສາຂາ ຫົວພັນ ໄດ້ຮັບຜົນສໍາເລັດ ເປັນຕົ້ນແມ່ນການປະຕິບັດແຜນທຸລະກິດ, ດ້ານລາຍຈ່າຍປະຕິບັດ 10,80 ຕື້ກີບ ເທົ້າກັບ 21%, ດ້ານລາຍຮັບປະຕິບັດໄດ້ 8,71 ຕື້ກີບ ເທົ້າກັບ 21% ຂອງແຜນການປີ ຜິດດ່ຽງລາຍຮັບ-ລາຍຈ່າຍ ຂາດທືນ 2,08 ຕື້ກີບ, ວຽກງານແກ້ໄຂໜີ້ ສາມາດເກັບໜີ້ໄດ້ທັງໝົດ 14,58 ຕື້ກີບ ປະຕິບັດໄດ້ 127,83% ຂອງແຜນການງວດ, ໜີ້NPL ເພີ້ມຂື້ນ 5,09 ຕື້ກີບ ເທົ້າກັບ 15,33% ຂອງຍອດສິນເຊື່ອທັງໝົດ, ເກັບດອກເບ້ຍໄດ້ 3,7 ຕື້ກີບ  ຜ່ານການປະກອບຄໍາຄິດຄຳເຫັນ ແລກປ່ຽນຂອງຜູ້ເຂົ້າຮ່ວມກອງປະຊຸມ ຢ່າງກ້ວາງຂວາງ ແລະ ກົງໄປກົງມາ.                                                                  ຕອນທ້າຍ ທ່ານປະທານ ກອງປະຊຸມມີຄຳເຫັນຊີ້ນໍາ ແລະ ກ່າວປິດກອງປະຊຸມ:                 1, ຄະນະສາຂາຈະໄດ້ ຊີ້ນຳ-ນຳພາ ວຽກງານຮອບດ້ານຕາມຫຼັກການລວມສູນປະຊາທິປະໄຕ ແບ່ງວຽກໃຫ້ທຸກຄົນຮັບຜິດຊອບຕາມການແບ່ງວຽກ, ໃຫ້ຊີ້ນໍາຕາມຂະແໜງການ, ບັນດາໜ່ວຍບໍລິການຢ່າງຮອບດ້ານ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂື້ນ.
2, ສືບຕໍ່ເຊື່ອມຊືມບັນດານິຕິກຳ ລະບຽບການຕ່າງໆ ຂອງທະນາຄານນະໂຍບາຍ ເພື່ອໃຫ້ພະນັກງານທຸກຄົນເຂົ້າໃຈຢ່າງເລີກເຊີ່ງ ແລະ  ຈັດຕັ້ງປະຕິບັດໃຫ້ຖືກຕ້ອງທັນເວລາ.
3, ໃຫ້ຖືເອົາບົດບັນທຶກກອງປະຊຸມປະຈໍາປີ 2020 ຂອງບັນດາໜ້າວຽກງານຕ່າງໆ ເປັນບ່ອນອິງໃນການນໍາໄປຈັດຕັ້ງປະຕິບັດວຽກງານ ຂອງຂະແໜງການ ແລະ ໜ່ວຍບໍລິການ.
4, ສືບຕໍ່ປະຕິບັດບັນດາແຜນການປະຈໍາປີ 2021 ທີ່ໄດ້ຂື້ນແຜນໄວໃນເບື່ອງຕົ້ນ ສະເພາະແມ່ນວຽກງານສິນເຊື່ອ ເພື່ອຮັບປະກັນສິນເຊື່ອມີຄຸນນະພາບທີ່ດີ.
5, ໃຫ້ພະນັກງານທຸກຄົນເພີ່ມທະວີຄວາມສາມັກຄີຮັກແພງ, ຊ່ວຍເຫຼື່ອເຊີ່ງກັນ ແລະ ກັນ ເປັນເຈົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ ໃຫ້ມີຄວາມສຳເລັດເປັນກ້າວໆ.
ກອງປະຊຸມໄດ້ດຳເນີນມາເປັນເວລາ 01 ວັນເຕັມ ແລະ ໄດ້ປິດລົງໃນເວລາ 17 ໂມງ 00 ນາທີ ຂອງວັນດຽວກັນ.

 

 

You May Also Like

Leave a Reply

Your email address will not be published. Required fields are marked *