ກອງປະຊຸມ ຝຶກອົບຮົມການນຳໃຊ້ໂປຣແກຼມ CIB online ຂອງບໍລິສັດຂໍ້ມູນຂ່າວສານສິນເຊື່ອທະນາຄານແຫ່ງ ສປປ ລາວ

ຕອນເຊົ້າຂອງວັນທີ 03 ສິງຫາ 2023  ເວລາ 8 ໂມງ 30 ນາທີ ທີ່ ຫ້ອງປະຊຸມ ຊັ້ນ III ຂອງທະນາຄານນະໂຍບາຍ ສາຂາຫຼວງນ້ຳທາ ໄດ້ເປີດກອງປະຊຸມ ຝຶກອົບຮົມການນຳໃຊ້ໂປຣແກຼມ CIB online ຂອງບໍລິສັດຂໍ້ມູນຂ່າວສານສິນເຊື່ອທະນາຄານແຫ່ງ ສປປ ລາວ ພາຍໄດ້ການເປັນປະທານ ຂອງທ່ານ ວຽງທອງ ໄຊວົງສາ ຫົວໜ້າພະແນກສິນເຊື່ອ ພ້ອມດ້ວຍທີມງານນັກວິຍາກອນຈາກສຳນັກງານໃຫຍ່, ຫົວໜ້າສາຂາ, ຮອງຂະແໜງສິນເຊື່ອ, ຮອງຂະແໜງບັນຊີ-ໄອທີ ແລະ ພະນັກງານວິຊາການຂະແໜງສິນເຊື່ອ, ພະນັກງານວິຊາການຂະແໜງບັນຊີ-ໄອທີ ເຂົ້າຮ່ວມທັງໜົດ   10 ທ່ານ, ຍິງ 2  ທ່ານ.

ກອງປະຊຸມໄດ້ຮັບຟັງ ທ່ານ ວຽງທອງ ໄຊວົງສາ ໄດ້ຊີ້ນຳບັນຫາຂໍ້ຄົງຄ້າງ ແລະ ບັນຫາອຸດຕັນ ໃນການຂະຫຍາຍສິນເຊື່ອ ໃນໄລຍະໃໝ່ ແລະ ການຈັດຕັ້ງປະຕິບັດວຽກງານຂໍ້ມູນຂ່າວສານສິນເຊື່ອ ໃຫ້ກັບສາຂາ ຫຼັງຈາກ​ນັ້ນ ຫົວໜ້າສາຂາ, ຄະນະຂະແໜງ ​ແລະ ວິຊາ​ການ​ສິນ​ເຊື່ອ ​ໄດ້​ປະກອບຄຳຄິດຄຳເຫັນ ຍົກໃຫ້ເຫັນດ້ານດີ, ຜົນສຳເລັດ, ຂໍ້​ຄົງ​ຄ້າງ, ທິດ​ທາງ​ແຜນການ ​ແລະ ວິທີ​ທາງ​ແກ້​ໄຂ​ໃນ​ຕໍ່ໜ້າ.

 

ຫຼັງຈາກນັ້ນນັກວິທະຍາກອນໄດ້ແນະນຳວິທີການເຂົ້າໂປຣແກຼມ CIB online ຂອງ ທຫລ ເພື່ອຄົ້ນຫາຂໍ້ມູນລູກຄ້າ ຂອງ ທນບ ມີ 3 ຫົວຂໍ້ຄື:

  • ການເຂົ້າລະບົບ CIB online
  • ການຄົ້ນຫາຂໍ້ມູນສິນເຊື່ອ CIB online
  • ການສອບຖາມຂໍ້ມູນ ເພື່ອແມັດຂໍ້ມູນ

ຈຸດປະສົງເນື້ອໃນການຝຶກອົມຮົມໃນຄັ້ງນີ້ ເຮັດໃຫ້ນັກສຳມະນາກອນໄດ້ເຂົ້າໃຈໃນການນຳໃຊ້ ລະບົບ CIB online ຢ່າງເລິກເຊີ່ງ ໂດຍສະແດງອອກຄື ພະນັກງານສີນເຊື່ອຜູ້ຮັບຜິດຊອບວຽກງານນີ້ສາມາດຄົ້ນຫາ ແລະ ກວດກາຂໍ້ມູນ CIB online ດ້ວຍຕົນເອງ ໂດຍບໍ່ຕ້ອງສະເໜີຜ່ານສຳນັກງານໃຫຍ່.

ດັ່ງນັ້ນ, ກອງປະຊຸມໄດ້ປິດລົງໃນ ເວລາ 16:30 ນາທີ ຂອງວັນທີ 03 ສິງຫາ 2023.

ສາຂາຫຼວງນ້ຳທາ,ວັນທີ 9 ສີງຫາ 2023

You May Also Like

Leave a Reply

Your email address will not be published. Required fields are marked *