ຕອນເຊົ້າ ເວລາ 8:30 ນາທີ ຂອງວັນທີ14 ມັງກອນ 2022 ໜ່ວຍພັກທະນາຄານນະໂຍບາຍ ສາຂາ ຫຼວງນ້ຳທາ ໄດ້ເປີດກອງປະຊຸມບັ້ນດຳເນີນຊີວິດການເມືອງປະຈຳປີ 2021 ຢູ່ທີ່ຫ້ອງປະຊຸມໃຫຍ່ຊັ້ນ III ຂອງທະນາຄານນະໂຍບາຍສາຂາຫຼວງນ້ຳທາ ໂດຍການປະທານຂອງ ສະຫາຍ ສີຝອງ ແກ້ວກົງຕາ ເລຂາໜ່ວຍພັກຮັກສາການຫົວໜ້າທະນາຄານນະໂຍບາຍ ສາຂາຫຼວງນ້ຳທາ, ມີຜູ້ຕາງໜ້າຈາກ3 ອົງການຈັດຕັ້ງພັກ, ສະມາຊິກພັກສົມບູນ ແລະ ສຳຮອງ ພາຍໃນໜ່ວຍເຂົ້າຮ່ວມທັງໝົດ 19 ສະຫາຍ, ຍິງ 09 ສະຫາຍ.
ກອງປະຊຸມຍັງໄດ້ຮັບຟັງ ສະຫາຍ ຮອງເລຂາໜ່ວຍພັກ ປະທານກວດກາພັກ ໄດ້ຂື້ນຜ່ານຮ່າງບົດສຳຫຼວດການນຳພາລວມຂອງໜ່ວຍພັກ ປະຈຳປີ 2021 ແລະ ຄະນະພັກກໍ່ໄດ້ຜ່ານບົດສຳຫຼວດບຸກຄົນໃນຄະນະພັກໃນໄລຍະ 1 ປີຜ່ານມາ ພ້ອມນັ້ນ, ສະມະຊິກພັກສົມບູນ ກໍ່ໄດ້ຜ່ານບົດສຳຫຼວດຂອງຕົນເອງ ເຊີ່ງສະແດງອອກ ດ້ານດີ ດ້ານອ່ອນ ແລະ ຂ້ໍຄົງຄ້າງທີ່ຈະໄດ້ສືບຕໍ່ແກ້ໄຂໃນຕໍ່ໜ້າຕໍ່ກອງປະຊຸມ. ຈາກນັ້ນ, ແຂກຜູ້ແທນກອງປະຊຸມໄດ້ປະກອບຄຳຄິດຄຳເຫັນໃສ່ຮ່າງບົດສຳຫຼວດການນຳພາບລວມຂອງໜ່ວຍພັກ ປະຈຳປີ 2021 ແລະ ບົດສຳຫຼວດຂອງສະມາຊິກພັກສົມບູນແຕ່ລະສະຫາຍ ຢ່າງກົງໄປກົງມາ ເຊີ່ງຄຳຄິດຄຳເຫັນດັ່ງກ່າວແມ່ນເຕັມໄປດ້ວຍຄວາມໝາຍອັນສຳຄັນຈິງໃຈກໍ່ສ້າງຊ່ວຍເຫຼື່ອເຊີງກັນ ແລະ ກັນ, ດ້ານດີທີ່ໜ່ວຍພັກ ແລະ ສະມາຊິກພັກທຸກສະຫາຍເຮັດໄດ້ແມ່ນຈະສືບຕໍ່ເສີມຂະຫຍາຍຮັກສາມູນເຊື້ອ, ສຳລັບຂໍ້ຄົງຄ້າງແມ່ນຕ້ອງໄດ້ຮີບຮ້ອນປັບປຸງແກ້ໄຂໃຫ້ດີຂື້ນ ແລະ ພ້ອມທັງຕົບມືຮັບຮອງເອົາຮ່າງບົດສຳຫຼວດການນຳພາລວມຂອງໜ່ວຍພັກ ປະຈຳປີ 2021. ຫຼັງຈາກນັ້ນ, ສະມາຊິກພັກສົມບູນໄດ້ລົງຄະແນນສຽງຕີລາຄາຈັດແບ່ງປະເພດສະມາຊິກພັກຕາມລະບຽບໄດ້ກຳນົດໄວ້.
ກອງປະຊຸມໄດ້ປິດລົງຢ່າງເປັນທາງການໃນເວລາ: 11:30 ນາທີຂອງວັນດຽວກັນ.