
ຕອນເຊົ້້າ ເວລາ 9:30 ນາທີ ຂອງວັນທີ 09 ມິຖຸນາ 2022 ຢູ່ທີ່ຫ້ອງປະຊຸມໃຫຍ່ຊັ້ນ III ຂອງທະນາຄານນະໂຍບາຍສາຂາຫຼວງນ້ຳທາ ໂດຍການເປັນປະທານຂອງ ທ່ານ ພານຸສັກ ແກ່ນວົງພະຈັນ ຄະນະພັກ ທຫລ ຫົວໜ້າກົມຈັດຕັ້ງ ທະນາຄານແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ແອ໋ ສ້ອຍສຸວັນ ຮອງຫົວໜ້າ ສາຂາທະນາຄານແຫ່ງ ສປປ ລາວ ພາກເໜືອແຂວງອຸດົມໄຊ ໄດ້ລົງເຄື່ອນໄຫວຕິດຕາມ, ກວດກາ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດວຽກງານ ຂອງທະນາຄານທຸລະກິດລັດ ແຂວງຫຼວງນ້ຳທາ ເປັນກຽດຕ້ອນຮັບໂດຍ ທ່ານຫົວໜ້າສາຂາທະນາຄານທຸລະກິດລັດ 4 ທະນາຄານ ຄື ຫົວໜ້າທະນາຄານນະໂຍບາຍ, ຫົວໜ້າທະນາຄານພັດທະນາລາວ, ຫົວໜ້າທະນາຄານສົ່ງເສີມກະສິກຳ ແລະ ຫົວໜ້າທະນານຄານການຄ້າຕ່າງປະເທດລາວ; ຜູ້ເຂົ້້າຮ່ວມມີ ຄະນະສາຂາ, ຄະນະຂະແໜງ 4 ທະນາຄານ ລວມທັງໝົດ 22 ທ່ານ ຍິງ 6 ທ່ານ.
ການເຄື່ອນໄຫວຄັ້ງນີ້ ຕ່າງໜ້າ 4 ທະນາຄານ ທ່ານ ຕຸລາ ວົງໜໍ່ແກ້ວ ຫົວໜ້າທະນາຄານການຄ້າຕ່າງປະເທດລາວ ເລຂາຄະນະພັກຮາກຖານທະນະຄານ ແຂວງຫຼວງນ້ຳທາໄດ້ຜ່ານບົດສະຫຼຸບການເຄື່ອນໄຫວໃນໄລຍະຜ່ານມາຂອງ 4 ທະນາຄານ ແລະ ວາງທິດທາງແຜນການໃນຕໍ່ໂດຍຫຍໍ້ ຊີ່ງຍົກໃຫ້ເຫັນດ້ານພົ້ນເດັ່ນ ແລະ ຫຍໍ້ທໍ້ ທີ່ເກີດຂື້ນໃນແຕ່ລະໄລຍະ.
ຕອນທ້າຍກອງປະຊຸມ ທ່ານ ພານຸສັກ ແກ່ນວົງພະຈັນ ຫົວໜ້າກົມຈັດຕັ້ງ ທະນາຄານແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມແກ່ 4 ທະນາຄານທຸລະກິດ ບາງດ້ານຄື ໃຫ້ເອົາໃຈໃສ່ດ້ານການເມືອງແນວຄິດ ນຳພາສະມາຊີກພັກ ພະນັກງານພາຍໃນການຄຸ້ມຄອງຢ່າງໃກ້ສິດ ປະຕິບັດລະບຽບໃຫ້ຖືກຕ້ອງຕາມຫຼັກການ ຂອງຂັ້ນເທິງວາງອອກຢ່າງເຂັ້ມງວດ ເຮັດວຽກການເມືອງຕາມສາຍຕັ້ງສາຍຂວາງໃຫ້ສຳເລັດ ໂດຍສະເພາະວຽກງານວິຊາສະເພາະ ໃຫ້ຂະຫຍາຍການສະໜອງສີນເຊື່ອ, ລະດົມເງິນຝາກ ໃຫ້ການບໍລິການແກ່ສັງຄົມ, ການເກັບກູ້ໜິ້ສີນໃຫ້ໄດ້ຕາມແຜນ, ໃຫ້ໃກ້ສິດຕິດແທດອຳນາດການປົກຄອງທອງຖີ່ນ ພ້ອມຕ້ານບັນຫາປະກົດການຫຍໍ້ທໍ້ທຸກຮູບແບບ, ວຽກພັກ ວຽກອົງການຈັດຕັ້ງມະຫາຊົນໃຫ້ມີລັກສະນະເຄື່ອນເໜັງໂດຍສະເພາະເໜັ້ນດ້ານວຽກງານວິຊາສະເພາະເປັນຫຼັກ ພ້ອມກັນນັ້ນໃຫ້ເສີມຂະຫຍາຍຄວາມສາມັກຄີພາຍໃນ ແລະ ພາຍນອກຢ່າງໜັກແໜ້ນກວ່າເກົ່າ.
ກອງປະຊຸມໄດ້ປິດລົງເວລາ 11:30 ນາທີ ຂອງວັນດຽວກັນ.

