ໃນຕອນແລງເວລາ 13 : 00 ໂມງ ຂອງວັນທີ 10 ສິງຫາ (08) 2018 ທະນາຄານນະໂຍບາຍ ສາຂາຫຼວງພະບາງໄດ້ຈັດພິທີເປີດກອງປະຊຸມໃຫ່ຍ ໜ່ວຍສະຫະພັນແມ່ຍິງ ທະນາຄານນະໂຍບາຍ ສາຂາຫຼວງພະບາງ ຄັ້ງທີ I ຂື້ນຢ່າງເປັນທາງການ ຢູ່ຫ້ອງປະຊຸມຊັ້ນ III ຂອງທະນາຄານນະໂຍບາຍ ໂດຍພາຍໃຕ້ເປັນປະທານ ຂອງທ່ານ ນາງ ບົວຈັນ ນາມມະວົງ ຮອງປະທານສະຫະພັນແມ່ຍິງແຂວງ, ເປັນກຽດເຂົ້າຮ່ວມມີເລຂາ – ຮອງເລຂາໜ່ວຍພັກ ທນບ ,ມີຕາງໜ້າ 03ອົງການຈັດຕັ້ງ , ຫົວໜ້າຂະແໜງການ ແລະ ແຂກຖຶກເຊີນ ຈາກທະນາຄານແຫ່ງ ສປປ ລາວ, ປະທານສະຫະພັນແມ່ຍິງຮາກຖານ / ຫົວໜ້າໜ່ວຍສະຫະພັນແມ່ຍິງອ້ອມຂ້າງ ຕະຫຼອດຮອດສະມາຊິກແມ່ຍິງ ,ທັງໝົດ 21 ທ່ານ ຊາຍ 06 ທ່ານ.
ກອງປະຊຸມ ທ່ານ ນາງ ສີສຸດາກອນ ຕຸລາກຸນ ຫົວໜ້າໜ່ວຍສະຫະພັນແມ່ຍິງ ທະນາຄານນະໂຍບາຍ ສາຂາຫຼວງພະບາງ ໄດ້ຂື້ນຜ່ານບົດສະຫຼຸບຕີລາຄາການເຄື່ອນໄຫວວຽກງານຮອບດ້ານ ຂອງໜ່ວຍສະຫະພັນແມ່ຍິງໃນໄລຍະ 5 ປີຜ່ານມາ ແລະ ວາງທິດທາງແຜນການ 5 ປີໃນຕໍ່ໜ້າ ນອກຈາກນີ້ກອງປະຊຸມຍັງໄດ້ປ່ອນບັດຄັດເລືອກເອົາຄະນະໜ່ວຍສະຫະພັນແມ່ຍິງຊຸດໃໝ່ ມີຜູ້ສະໝັກ 03 ທ່ານ ຄື :
1.ທ່ານ ນາງ ສີສຸດາກອນ ຕຸລາກຸນ
2.ທ່ານ ນາງ ອໍາໄພພອນ ພະລາມມີໄຊ
3.ທ່ານ ນາງ ເພັດຈາລຸນນີ ວັນນະພາ
– ຜ່ານການປ່ອນບັດຄັດເລືອກຕົວຈິງສາມາດ ຄັດເລືອກໄດ້ 02 ທ່ານ ດັ່ງນີ້ :
1.ທ່ານ ນາງ ສີສຸດາກອນ ຕຸລາກຸນ ເປັນຫົວໜ້າໜ່ວຍ
2.ທ່ານ ນາງ ອໍາໄພພອນ ພະລາມມີໄຊ ເປັນຮອງຫົວໜ້າໜ່ວຍ
ໃນກອງປະຊຸມ ທ່ານ ນາງ ບົວຈັນ ນາມມະວົງ ຮອງປະທານສະຫະພັນແມ່ຍິງແຂວງ ຍັງໃຫ້ກຽດຂື້ນມອບໃບຍ້ອງຍໍດີເດັ່ນປະຈໍາສະໄໝ ຄັ້ງທີ I (ປີ 2015 -2017 ) ໃຫ້ແກ່ໜ່ວຍສະຫະພັນແມ່ຍິງ ທະນາຄານນະໂຍບາຍ ສາຂາຫຼວງພະບາງຈໍານວນ 01 ໃບ ແລະ ມອບໃບຍ້ອງຍໍໃຫ້ສະມາຊິກສະຫະພັນແມ່ຍິງ ຈໍານວນ 09 ທ່ານ ພ້ອມທັງໃຫ້ກຽດໂອ້ລົມຕໍ່ກອງປະຊຸມ ເຊິ່ງທ່ານກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ທີ່ຍາດມາໄດ້ພ້ອມທັງໃຫ້ທິດຊີ້ນໍາບາງດ້ານດັ່ງນີ້ :
– ພ້ອມກັນສືບຕໍ່ສຶກສາອົບຮົມດ້ານການເມືອງແນວຄິດ ໃຫ້ສະມາຊິກສະຫະພັນແມ່ຍິງ ພາຍໃນໜ່ວຍໃຫ້ເປັນປົກກະຕິ ແລະ ເປັນສິ່ງສໍາຄັນ
– ຮຽກຮ້ອງໃຫ້ຄະນະສະຫະພັນແມ່ຍິງຊຸດໃໝ່ ໃຫ້ເອົາໃຈໃສ່ນໍາພາສະມາຊິກຂອງຕົນ ຮ່ວມຊີວິດປະຈໍາເດືອນໃຫ້ເປັນປົກກະຕິ ເພື່ອຜັນຂະຫຍາຍດ້ານດີ ແລະ ພ້ອມກັນແກ້ໄຂດ້ານອ່ອນ ໃຫ້ມີຄວາມກ້າວໜ້າ ພ້ອມທັງນໍາເອົາເອກະສານທີ່ສໍາຄັນມາເຜີຍແຜ່ ເຊັ່ນວ່າ : ມະຕິຄໍາສັ່ງ ຂໍ້ກໍານົດ,ກົດໝາຍ ,ກົດລະບຽບຂອງກົມກອງ ,ກົດລະບຽບຂອງສະຫະພັນແມ່ຍິງລາວ ມາຜັນຂະຫຍາຍຈັດຕັ້ງເຜີຍແຜ່ເຊື່ອມຊຶ່ມໃຫ້ສະມາຊິກຂອງຕົນ ,ຮັບຮູ້ ແລະ ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ – ລັດ ແຕ່ລະໄລຍະ
– ໃຫ້ປັບປຸງແບບແຜນວີທີນໍາພາ ໃນການເຮັດວຽກໃຫ້ດີ ແລະ ມີປະສິດທິຜົນສູງ
– ປຸກລະດົມເອື້ອຍນ້ອງແມ່ຍິງ ເພີ່ມທະວີຄວາມສາມັກຄີ ຮັກແພງຊ່ວຍເຫຼືອເຊິ່ງກັນແລະກັນ ໃຫ້ມີຄວາມເປັນເອກະພາບກັນ ໃນໝູ່ຄະນະໃນການປະຕິບັດໜ້າທີ່ວຽກງານ
– ສືບຕໍ່ຮັກສາມູນເຊື້ອ ວັດທະນະທໍາອັນດີງາມຂອງຊາດ ,ຮີດຄອງປະເພນີ ຂອງແມ່ຍິງຊາວນະຄອນຫຼວງພະບາງ
– ເອົາໃຈໃສ່ຈັດຕັ້ງປະຕິບັດ ,ກວດກາ,ປະເມີນຜົນ ຂອງຂະບວນການແຂ່ງຂັນ 3 ດີ ໃນຕໍ່ໜ້າໃຫ້ປະກົດຜົນເປັນຈິງ.
– ສະມາຊິກສະຫະພັນແມ່ຍິງທຸກຄົນ ຕ້ອງມີຄວາມດຸໝັ່ນຫ້າວຫັນຕໍ່ວຽກງານ ວິຊາສະເພາະຂອງຕົນ ,ມີການພັດນາຕົນເອງ ຊອກຮູ້,ຊອກຮໍ່າຮຽນເອົາເຕັກໂນໂລຊີ ທີ່ກ້າວໜ້າ ແລະ ທັນສະໄໝ ເພື່ອມາພັດທະນາອົງກອນຂອງຕົນໃຫ້ມີຄວາມກ້າວໜ້າ.
ກອງປະຊຸມໄດ້ດໍາເນີນໄປເປັນເວລາ 01 ຕອນ ແລະ ໄດ້ປິດລົງໃນເວລາ 16: 30 ໂມງຂອງວັນດຽວກັນ
ພາບ-ຂ່າວໂດຍ: ສີສຸດາກອນ ຕຸລາກຸນ