ຕອນແລງເວລາ 01:30 ຂອງວັນທີ 10 ສິງຫາ 2018 ທະນາຄານນະໂຍບາຍ ສາຂາຫຼວງນ້ຳທາ ໄດ້ເປີດກອງປະຊຸມຮັບໃບຢັ້ງຢືນໜ່ວຍພັກເຂັ້ມແຂງ – ຮູ້ນໍາພາຮອບດ້ານ 3 ທະນາຄານມີ ທະນາຄານສົ່ງເສີມກະສິກໍາສາຂາຫຼວງນໍ້າທາ ຄັ້ງທີ VIII ຮອບທີ VIII, ທະນາຄານການຄ້າຕ່າງປະເທດລາວມະຫາຊົນ ສາຂາຫຼວງນໍ້າທາ ຄັ້ງທີ VII ຮອບທີ VII ແລະ ທະນາຄານນະໂຍບາຍ ສາຂາຫຼວງນໍ້າທາ ຄັ້ງທີ V ຮອບທີ I ຢູ່ທີ່ຫ້ອງປະຊຸມຊັ້ນສາມ ໂດຍພາຍໃຕ້ການເປັນປະທານຮ່ວມ ສະຫາຍເລຂາໜ່ວຍພັກ 3 ທະນາຄານ ເປັນກຽດເຂົ້າຮ່ວມຂອງ ສະຫາຍ ຄໍາຟອງ ອິນມະນີ ກຳມະການປະຈໍາພັກແຂວງ ປະທານສານປະຊາຊົນແຂວງຫຼວງນ້ຳທາ ແລະ ຕາງຫນ້າຈາກ 3 ອົງການຈັດພັກຄື: ຄະນະຈັດຕັ້ງ, ຄະນະກວດກາພັກ – ລັດ, ຄະນະໂຄສະນາອົບຮົມ, ມີເລຂາ – ຮອງເລຂາໜ່ວຍພັກລັດວິສາຫະກິດອ້ອມຂ້າງແຂວງ ແລະ ສະມາຊິກພັກສົມບູນ – ສໍາຮອງ 3 ທະນາຄານ ເຂົ້າຮ່ວມທັງໝົດ 40 ທ່ານ, ຍິງ 16 ທ່ານ.

ກອງປະຊຸມ ເລຂາໜ່ວຍພັກ 3 ທະນາຄານ ຂື້ນຜ່ານບົດສະຫຼຸບຫຍໍ້ການເຄື່ອນໄຫວການກໍ່ສ້າງໜ່ວຍພັກເຂັ້ມແຂງ – ຮູ້ນໍາພາຮອບດ້ານໄລຍະຜ່ານມາ, ວາງທິດທາງແຜນການຂອງໜ່ວຍພັກປະຈໍາປີ 2018. ຫຼັງຈາກນັ້ນ, ສະຫາຍ ຄໍາຟອງ ອິນມະນີ ກໍາມະການພັກແຂວງ ຍັງໃຫ້ກຽດຂື້ນມອບໃບຢັ້ງຢືນໃຫ້ແກ່ໜ່ວຍພັກທັງ 3 ທະນາຄານ, ພ້ອມທັງໃຫ້ກຽດໂອ້ລົມຕໍ່ກອງປະຊຸມ ເຊີ່ງທ່ານ ກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບຜົນງານທີ່ຍາດມາໄດ້ພ້ອມນັ້ນຍັງໃຫ້ທິດຊີ້ນຳບາງດ້ານເຊັ່ນ:
– ສືບຕໍ່ສຶກສາອົບຮົມການເມືອງແນວຄິດປົກກະຕິ
– ສຶບຕໍ່ນໍາພາເຮັດວຽກງານແນວຄິດໃຫ້ດີ.
– ປັບປຸງແບບແຜນວິທີນໍາພາ, ແບບແຜນວິທີເຮັດວຽກທີ່ດີ
– ເພີ່ມທະວິຄວາມສາມັກຄີຄວນເອກະພາບພາຍໃນພັກ.
– ການປັບປຸງກໍ່ສ້າງພັກໃຫ້ຮັບປະກັນທັງປະສິດທິພາບ ແລະ ຄຸນນະພາບ.
– ປະຕິບັດຕາມແຜນຄາດຫມາຍໃຫ້ສໍາເລັດ
– ປັບປຸງອົງການຈັດຕັ້ງມະຫາຊົນຕາມພາລະບົດບາດໜ້າທີ່ຢ່າງເຕັມສ່ວນ.
– ສຶບຕໍ່ເອົໃຈໃສ່ຕໍ່ວຽກງານປ້ອງກັນຄວາມສະຫງົບ.
ກອງປະຊຸມໄດ້ດຳເນີນໄປເປັນເວລາ 01 ຕອນ ແລະ ໄດ້ປິດລົງໃນເວລາ 15:30 ໂມງຂອງວັນດຽວກັນ
ພາບ-ຂ່າວໂດຍ: ພອນສະນິດ ສຸປັນຍາ

