ໃນຕອນເຊົ້າຂອງວັນທີ 19 ກັນຍາ 2019 ນີ້ ທີ່ຫ້ອງປະຊູມໃຫຍ່ຊັ້ນ III ທະນາຄານນະໂຍບາຍ ສຳນັກງານໃຫຍ່ ໄດ້ເປີດກອງປະຊູມໃຫຍ່ ຄັ້ງທີ II ຂອງໜ່ວຍພັກ ພະແນກຈັດຕັ້ງ – ພະນັກງານຂື້ນ ໂດຍການເປັນປະທານຂອງ ສະຫາຍ ບຸນເພັງ ຄຳພິລາວົງ ເລຂາໜ່ວຍພັກ ແລະ ໃຫ້ກຽດເຂົ້າຮ່ວມກອງປະຊມູຄັ້ງນີ້ ໂດຍ ສະຫາຍ ວຸດທິ ເລື່ອນວິໄລວົງ ກຳມະການຄະນະພັກ ທະນາຄານ ແຫ່ງ ສປປ ລາວ, ເລຂາຄະນະພັກຮາກຖານ, ສະຫາຍ ນາງ ກິ່ງມະນີ ສີລາວົງ ຮອງຫົວໜ້າພະແນກພັກ ແລະ ອົງການຈັດຕັ້ງມະຫາຊົນ, ກົມຈັດຕັ້ງແລະພະນັກງານ ທະນາຄານແຫ່ງ ສປປ ລາວ ແລະ ແຂກຮັບເຊີນຈາກຄະນະຮັບຜິດຊອບຈາກ ທະນາຄານ ແຫ່ງ ສປປ ລາວ, ຄະນະພັກ, ຄະນະໜ່ວຍພັກ ອ້ອມຂ້າງ ຈຳນວນໜຶ່ງ.
ກອງປະຊູມໄດ້ຜ່ານລາຍງານການເມືອງທັງ 2 ພາກ ໂດຍໄດ້ສະຫຼຸບຕີລາຄາຄືນ ການຈັດຕັ້ງປະຕິບັດ ວຽກງານໃນໄລຍະ 05 ປີຜ່ານມາ ໂດຍຖືເອົາການສຶກສາອົບຮົມການເມືອງ ນໍາພາແນວຄິດເປັນກົກ ແລະ ສອດຫ້ອຍເຂົ້າໃນວຽກພັກ, ວຽກລັດ ແລະ ອົງການຈັດຕັ້ງມະຫາຊົນ ດ້ວຍການຈັດກອງປະຊູມເຜີຍແຜ່, ຮ່ວມຊີວິດປະຈຳເດືອນ ແລະ ອື່ນໆ ເພື່ອເຮັດໃຫ້ສະມາຊິກພັກ-ພະນັກງານພາຍໃນໜ່ວຍພັກໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ແນວທາງການນຳພາຂອງພັກ, ຊຶ່ງລວມມີທັງໝົດ 56 ຄັ້ງ, ມີຈໍານວນຜູ້ເຂົ້າຮ່ວມ 616 ເທື່ອຄົນ, ວຽກງານກໍ່ສ້າງພັກ ກໍ່ໄດ້ຢຶດໝັ້ນ ແລະ ປະຕິບັດຕາມ 5 ຫຼັການ 3 ທິດນຳໃນການບຳລຸງກໍ່ສ້າງພະນັກງານ, ໃນນັ້ນ, ໄດ້ນຳສົ່ງພະນັກງານໄປບຳລຸງທິດສະດີການເມືອງໄລຍະສັ້ນ 45 ວັນ 3 ສະຫາຍ; ຊັ້ນສູງ 1 ສະຫາຍ; ນອກນັ້ນໜ່ວຍພັກໄດ້ຮັບການຢັ້ງຢືນເປັນໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ 4 ປີຕໍ່ເນື່ອງ ແລະ ໃນປີ 2018 ໄດ້ຮັບການຢັ້ງຢືນ ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ເປັນຄັ້ງທີ I, ປັບປຸງໂຄງຮ່າງການຈັດຕັ້ງໂດຍໄດ້ເລື່ອນຕຳແໜ່ງຈາກວິຊາການເປັນຮອງຫົວໜ້າຂະແໜງ 3 ທ່ານ, ຂັ້ນຮອງຂະແໜງ ຂຶ້ນເປັນຫົວໜ້າຂະແໜງ 2 ທ່ານ ແລະ ອື່ນໆ. ຈາກຜົນງານການເຄື່ອນໄຫວປະຕິບັດໜ້າທີ່ ສະມາຊິກພັກ-ພະນັກງານພາຍໃນພະແນກ ໄດ້ຮັບການຍ້ອງຍໍຜົນງານ 5 ປີ, ເນື່ອງໃນວັນສ້າງຕັ້ງ ທຫລ ຄົບຮອບ 50 ປີ ປະເພດຫຼຽນໄຊແຮງງານ ຊັ້ນ III ມີ 2 ທ່ານ; ຍ້ອງຍໍຂັ້ນລັດຖະບານ 3 ທ່ານ, ຂັ້ນຜູ້ວ່າການ 5 ທ່ານ ແລະ ໄດ້ຮອງຮັບເອົາແຜນການ 05 ປີໃນຕໍ່ໜ້າຂອງໜ່ວຍພັກຕົນ.
ສະຫາຍ ບຸນເພັງ ຄຳພິລາວົງ ໄດ້ຜ່ານບົດສຳຫຼວດການນຳພາ ຂອງຄະນະໜ່ວຍພັກ ພ້ອມທັງໄດ້ກ່າວອຳລາຕຳແໜ່ງ ແລະ ພ້ອມກັນນັ້ນ ກອງປະຊູມໄດ້ປ່ອນບັດເລືອກເອົາຄະນະໜ່ວຍພັກຊຸດໃໝ່ ໂດຍໄດ້ເລືອກເອົາ ສະຫາຍ ບຸນເພັງ ຄຳພິລາວົງ ເປັນເລຂາໜ່ວຍພັກ ອີກ 1 ສະໄໝ ແລະ ສະຫາຍ ນາງ ພິນທອນ ສຸລິຍະວົງ ເປັນຮອງເລຂາ, ທັງເປັນຜູ້ກວດກາໜ່ວຍພັກ.
ກອງປະຊຸມໃຫຍ່ຄັ້ງນີ້ ຍັງເປັນກຽດຮັບຟັງການໂອ້ລົມຈາກ ສະຫາຍ ວຸດທິ ເລື່ອນວິໄລວົງ ກຳມະການຄະນະພັກ ທຫລ, ເລຂາຄະນະພັກຮາກຖານ ທນບ, ສະຫາຍໄດ້ຕີລາຄາສູງຢ່າງພາວະວິໄສ ຕໍ່ກັບດ້ານຕັ້ງໜ້າທີ່ຍາດມາໄດ້ ແລະ ຍັງໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານຂອງຄະນະໜ່ວຍພັກທີ່ຍາດມາໄດ້ ໃນການຊີ້ນຳ–ນຳພາໃນໄລຍະຜ່ານມາ,ພ້ອມກັນນັ້ນ ສະຫາຍຍັງຮຽກຮ້ອງໃຫ້ຄະນະໜ່ວຍພັກຊຸດໃໝ່ ຕ້ອງໄດ້ສືບຕໍ່ເສີມຂະຫຍາຍດ້ານດີ ແລະ ປັບປຸງຄືນດ້ານອ່ອນ-ຂໍ້ຄົງຄ້າງ ເພື່ອໃຫ້ການຊີ້ນຳ-ນຳພາໃນຕໍ່ໜ້າໄດ້ຮັບໝາກຜົນດີຂື້ນກວ່າເກົ່າ ໂດຍໃຫ້ສຶບຕໍ່ຜັນຂະຫຍາຍມະຕິກອງປະຊູມໃຫຍ່ຂອງຕົນ ອອກເປັນແຜນງານອັນລະອຽດ ແລະ ພ້ອມກັນຊີ້ນຳຈັດຕັ້ງປະຕິບັດໃຫ້ເກີດເປັນຮູບປະທຳ, ສຶບຕໍ່ເອົາໃຈໃສ່ ຊີ້ນຳ, ນຳພາວຽກງານການເມືອງແນວຄິດ ໃຫ້ສະມາຊິກພັກ, ມະຫາຊົນ ເຂົ້າໃຈຕໍ່ແນວທາງຂອງພັກ, ນະໂຍບາຍຂອງລັດ, ປັບປຸງແບບແຜນການນຳພາ, ແບ່ງງານ-ແບ່ງຄວາມຮັບຜິດຊອບພາຍໃນໜ່ວຍພັກຢ່າງລະອຽດຈະແຈ້ງ, ປະຕິບັດແບບແຜນວິທີເຮັດວຽກ ຂອງຄະນະພັກຮາກຖານ ວ່າງອອກໃຫ້ທັນສະພາບການ, ເພີ່ມທະວີໃນການເປັນເສນາທິການໃຫ້ຄະນະພັກຮາກຖານ ແລະ ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນ ປະຕິບັດພາລະບົດບາດ, ໜ້າທີ່ຂອງຕົນໃນການເຄື່ອນໄຫວວຽກງານວິຊາສະເພາະ ແລະ ຂະບວນການໃຫ້ເປັນປົກກະຕິ ໃຫ້ມີຂະບວນການຟົດຟື້ນຂື້ກວ່າເກົ່າ.
ຂຽນຂ່າວໂດຍ: ຈັນທະວິໄລ ບຸນທະລາ