ທະນາຄານນະໂຍບາຍ ສາຂາຫຼວງນ້ຳທາ ເປີດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານສິນເຊື່ອປະຈຳປີ 2021 ແລະ ທິດທາງແຜນການປະຈຳປີ 2022 ສະເພາະ ແຂວງບໍ່ແກ້ວ

ຕອນ​ເຊົ້າ​ເວລາ 08:30 ​ໂມງ ຂອງ​ວັນ​ທີ 24 ມີນາ 2022 ຢູ່​ທີ່ຫ້ອງປະຊຸມ​ຫ້ອງວ່າການແຂວງບໍ່ແກ້ວ ​​​ໄດ້​ເປີດກອງ​ປະຊຸມສະຫຼຸບການເຄື່ອນໄຫວວຽກງານປະຈຳປີ 2021 ແລະ ທິດທາງແຜນການ ປີ 2022 ​ໂດຍ​ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ ທ່ານ ​ເຄື່ອນເພັດ ວົງຈັນ ກໍາມະການປະຈຳ​ພັກ​​ແຂວງ​ ຮອງເຈົ້າແຂວງ ​ແຂວງບໍ່ແກ້ວ, ​ເປັນ​ກຽດ​ເຂົ້າຮ່ວມ​ໂດຍ ທ່ານ ສຸພົດ ໂຊກປະຫວັດ ຮອງຜູ້ອຳນວຍການທະນາຄານນະໂຍບາຍ, ທ່ານ ພອນສະຫວັນ ຄຳພາວົງ ຮອງຫົວໜ້າສາຂາ ທະນາຄານແຫ່ງ ສປປ ລາວ ສາຂາພາກເໜືອ ແຂວງອຸດົມໄຊ, ບັນ​ທ່ານ​ຄະນະ​ກຳມະການຄູ້ມຄອງ​ສິນ​ເຊື່ອຂັ້ນ​​ແຂວງ, ປະທານຄະນະກຳມະການ​ສິນ​ເຊື່ອ​ຂັ້ນ​ເມືອງ, ຫົວໜ້າສາຂາ, ຮອງຫົວໜ້າສາຂາ ທນບ ສາຂາຫຼວງນໍ້າທາ, ແລະ  ພະນັກງານພາຍໃນ ທນບ ເຂົ້າຮ່ວມທັງໝົດ 25 ທ່ານ.

ກອງ​ປະຊຸມ ທ່ານສີຟອງ ແກ້ວກົງຕາ ຫົວໜ້າທະນາຄານນະໂຍບາຍ ສາຂາຫຼວງນ້ຳທາ ໄດ້ນຳສະເໜີຜ່ານບົດສະຫຼຸບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານສິນເຊື່ອປະຈຳປີ 2021 ແລະ ທິດທາງແຜນການປີ 2022 ​ເຊິ່ງຍົກໃຫ້ເຫັນຜົນງານພົ້ນເດັ່ນ, ດ້ານອ່ອນ ແລະ ຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ ແລະ ທິດທາງແກ້ໄຂໃນຕໍ່ໜ້າ ໂດຍສະເພາະການແກ້ໄຂໜີ້ NPL ແລະ ດອກເບ້ຍຄ້າງຮັບ.

ກອງ​ປະຊຸມ ທ່ານ ນິຄົມ ບັນນະວົງ ຮອງຫົວໜ້າ ທະນາຄານນະໂຍບາຍ ສາຂາ ຫຼວງນໍ້າທາ ​ໄດ້​ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດປ່ອຍສິນເຊື່ອປະຈຳປີ 2021 ແລະ ຜ່ານແຜນຄວາມຕ້ອງການທືນປະຈຳປີ 2022 ທົ່ວແຂວງບໍ່ແກ້ວ ຈຳນວນ 14.405.000.000 ກີບ, ຈຳນວນ 5 ເມືອງຄື: ເມືອງ ຫ້ວຍຊາຍ ຈຳນວນ: 1,0 ຕື້ກີບ, ເມືອງຕົ້ນເຜີ້ງ0,150 ກີບ, ເມືອງເມີງ ຈຳນວນ: 5,0 ຕື້ກີບ, ເມືອງ ຜາອຸດົມ ຈຳນວນ: 6,255 ຕື້ກີບ ແລະ ເມືອງ ປາກທາ ຈໍານວນ: 2,0 ຕື້ກີບ, ມີທັງໝົດ 64 ບ້ານ, ບ້ານທຸກ 5 ບ້ານ, ມີ 103 ກຸ່ມຜະລິດ, ມີ 591 ຄອບຄົວ. ເປັນແຫຼ່ງທຶນເມືອງເປົ້າ  ໝາຍຈຳນວນ: 11,760 ຕື້ກີບ, ຈຸດສຸມ: 0,790 ຕື້ກີບ, ສາມສ້າງ:1,855 ຕື້ກີບ.

ກອງ​ປະຊຸມ​ ໄດ້ຮັບ​ຟັງ​ການ​ປະ​ກອບ​ຄຳ​ຄິດ​ຄຳ​ເຫັນ​ ຂອງ​ບັນດາ​ທ່ານ​ຜູ້​ເຂົ້າຮ່ວມ​ກອງ​ປະຊຸມ​​ຢ່າງ​ກົງ​ໄປ​ກົງມາ ແລະ ​ໄດ້​ເຫັນ​ດີ​ເປັນ​​ເອກະ​ພາບຮັບຮອງ​​ເອົາ​ບົດ​ສະຫຼຸບການ​ເຄື່ອນ​ໄຫວ​ວຽກ​ງານ​ສິນ​ເຊື່ອປະຈຳ​ປີ 2021 ​ແລະ ຮັບຮອງ​ເອົາແຜນສິນ​​ເຊື່ອ​ປະຈຳ​ປີ 2022 ທົ່ວແຂວງບໍ່​ແກ້ວ.

ຕອນ​ທ້າຍ​ກອງ​ປະຊຸມ ທ່ານ ຮອງ​ເຈົ້າ​ແຂວງ ປະທານ​ກອງ​ປະຊຸມ ຍັງ​​ໄດ້​ໃຫ້ກຽດ​ໂອ້​ລົມ​ຕໍ່ກອງ​ປະຊຸມ​ ເຊີ່ງ​ທ່ານ​ໄດ້ສະ​​ແດງ​ຄວາມ​ຍ້ອງຍໍ​ຊົມ​ເຊີຍ​ຕໍ່ກັບ​ຜົນງານ​ທີ່​ຍາດ​ມາ​ໄດ້​ໃນ​ໄລ​ຍະ​ຜ່ານ​ມາ​ ພ້ອມ​ນັ້ນຍັງ​ໃຫ້​ທິດ​ຊີ້ນຳ​​ເນື້ອ​ໃນບາງ​ດ້ານຄື: ​ເຫັນດີ ແລະ ຊົມເຊີຍຕໍ່ຜົນສຳເລັດ ການເຄື່ອນ​ໄຫວຈັດຕັ້ງປະຕິບັດວຽກງານສິນເຊື່ອຂອງທະນາຄານໃນໄລຍະ ​1 ປີ​ 2021 ​ແລະ ​ທິດ​ທາງ​ແຜນການ​ປີ2022. ເຊີ່ງສະແດງອອກທາງດ້ານການສະໜອງສິນເຊື່ອໄດ້ເຂົ້າເຖີງປະຊາຊົນບັນ ດາເຜົ່າເມືອງທຸກຍາກ, ຈຸດສຸມ, ສາມສ້າງ ເຮັດໃຫ້ເກີດມີການຜະລິດສິນຄ້າແລກປ່ຽນຊື້-ຂາຍ, ມີລາຍຮັບ ປັບປຸງຊີວິດການເປັນຢູ່ທີ່ດີຂື້ນ, ສາມາດຊຳລະໜີ້ໄດ້ເປັນສ່ວນໃຫ່ຍໜີ້ NPL ບາງເມືອງມີທ່າຫຼຸດລົງ, ຂະນະດຽວກັນ ກໍ່ຍັງມີຂໍ້ຄົງຄ້າງທີ່ຕ້ອງສຶບຕໍ່ດຳເນີນການແກ້ໄຂຄື : ໜີ້ຄົບກຳນົດ, ໜີ້NPL ແລະ ດອກເບ້ຍຄ້າງຮັບທີ່ມີທ່າອ່ຽງເພີ່ມຂື້ນ, ​ເອົາ​ໃຈ​ໃສ່ຂອດ​ການປະສານງານ​ລະຫວ່າງ ທະນາຄານ ແລະ ຫ້ອງການ​ທີ່​ກ່ຽວຂ້ອງ​ຂັ້ນ​ເມືອງ​, ເອົາ​ໃຈ​ໃສ່​ເປັນ​ເຈົ້າການ​ປິ່ນ​ອ້ອມ​ໃນການລົງແກ້ໄຂໜີ້ສິນຂອງແຕ່ລະເມືອງໃຫ້ແຂງແຮງກວ່າເກົ່າ. ພ້ອມກັນ​ນັ້ນ, ຂະແໜງການກ່ຽວຂ້ອງກໍ່ຕ້ອງໄດ້ລົງໃກ້ສິດຕິດແທດກຸ່ມການຜະລິດຊ່ວຍທະນາຄານຕື່ມອີກ. ກອງ​ປະຊຸມ​ໄດ້​ດຳ​ເນີນ​ໄປ ​ເປັນ​ເວລາ 01 ຕອນ ​ແລະ ​ໄດ້​ປິດ​ລົ​ງ​ໃນ​​ເວລາ 12:00 ​ໂມງ ຂອງ​ວັນ​ດຽວກັນ.

You May Also Like

Leave a Reply

Your email address will not be published. Required fields are marked *