ໜ່ວຍພັກພະແນກຫ້ອງການ – ບໍລິຫານ ສຳເລັດກອງປະຊູມໃຫຍ່ຄັ້ງທີ I

ໃນຕອນເຊົ້າຂອງວັນ​ທີ 25 ຕຸລາ 2019 ນີ້ ທີ່ຫ້ອງປະຊູມໃຫຍ່ຊັ້ນ III ທະນາຄານ​ນະ​ໂຍບາຍ ສຳນັກງານໃຫຍ່ ໄດ້ເປີດກອງປະຊູມໃຫຍ່ ຄັ້ງທີ I ຂອງໜ່ວຍພັກ ພະແນກຫ້ອງການ – ບໍລິຫານ ຂື້ນ ໂດຍການເປັນປະທານຂອງ ສະຫາຍ ຄຳອົ້ນ ຈັນສຸລິມາດ ຮອງເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກພະແນກຫ້ອງການ – ບໍລິຫານ ແລະ ໃຫ້ກຽດເຂົ້າຮ່ວມກອງປະຊູມຄັ້ງນີ້ ໂດຍ ສະຫາຍ ວຸດທິ ເລື່ອນວິໄລວົງ ກຳມະການຄະນະພັກ ທະນາຄານ ແຫ່ງ ສປປ ລາວ, ເລຂາຄະນະພັກຮາກຖານ, ບັນດາສະຫາຍຄະນະພັກຮາກຖານ, ເລຂາໜ່ວຍພັກອ້ອມຂ້າງ, ອົງການຈັດຕັ້ງມະຫາຊົນ ແລະ ແຂກຮັບເຊີນ ຈາກຄະນະຮັບຜິດຊອບຈາກ ທະນາຄານ ແຫ່ງ ສປປ ລາວ ເຂົ້າຮ່ວມຈຳນວນໜຶ່ງ.

ກອງປະຊູມໄດ້ຮັບຟັງລາຍງານການເມືອງ ສະເໜີໂດຍ ສະຫາຍ ພົງ​ປະ​ເສີດ ຄຳ​ລື​ຊາ ຮອງເລຂາໜ່ວຍພັກ ເຊິ່ງເນື້ອໃນບົດລາຍງານການເມືອງ ໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ – ຂໍ້ຄົງຄ້າງ, ແລະ ບົດຮຽນທີ່ສາມາດຖອດຖອນໄດ້ ຕະຫຼອດການເຄື່ອນໄຫວຊີ້ນຳ – ນຳພາວຽກງານ ໃນໄລຍະ 5 ປີຜ່ານມາ, ​ພ້ອມນີ້, ກອງປະຊຸມ ຍັງໄດ້ເປັນເອກະພາບ ຮັບຮອງເອົາທິດທາງແຜນການໃນຕໍ່ໜ້າຂອງຄະນະໜ່ວຍພັກ ແລະ ໄດ້ຮັບຮອງເອົາ ບົດສໍາຫຼວດການນໍາພາ ຂອງຄະນະໜ່ວຍພັກ ໃນໄລຍະຜ່ານມາ ເຊິ່ງສະແດງໃຫ້ເຫັນດ້ານດີ, ດ້ານອ່ອນ ຂໍ້ຄົງຄ້າງທີ່ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂໃນຕໍ່ໜ້າ.

ກອງປະຊຸມໄດ້ຮັບຟັງການອຳລາຕຳແໜ່ງ ຈາກ ສະຫາຍ ຄຳອົ້ນ ຈັນສຸລິມາດ ຮອງເລຂາຄະນະພັກຮາກຖານ ເພື່ອສືບຕໍ່ ຂື້ນໄປຊີ້ນຳ – ນຳພາ ຮ່ວມກັບ ຄະນະພັກຮາກຖານ, ພ້ອມກັນນັ້ນໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກຕັ້ງເອົາຄະນະໜ່ວຍພັກຊຸດໃໝ່ ບົນພື້ນຖານມາດຕະຖານ – ເງື່ອນໄຂ ທີ່ກຳນົດໄວ້ ຊຶ່ງມີຜູ້ອອກສະໝັກທັງໝົດ 5 ສະຫາຍ, ຍິງ 3 ສະຫາຍ ແລະ ໄດ້ເລືອກ 3 ສະຫາຍ, ຍິງ 2 ສະຫາຍ ບັນຈຸເຂົ້າໃນຄະນະໜ່ວຍພັກຊຸດໃໝ່ຄື:

  • ສະຫາຍ ພົງ​ປະ​ເສີດ ຄຳ​ລື​ຊາ                   ເປັນເລຂາໜ່ວຍພັກ.
  • ສະຫາຍ ນາງ ຄຳ​ຜົງ ຊາ​ມຸນ​ຕີ                 ເປັນຮອງເລຂາໜ່ວຍພັກ, ຜູ້ກວດ​ກາໜ່ວຍ.
  • ສະ​ຫາຍ ນາງ ສຸ​ພາ​ພອນ ສິດ​ທິໂສ            ເປັນ​ກຳ​ມະ​ການ​ໜ່ວຍ​ພັກ.

ກອງປະຊຸມໃຫຍ່ຄັ້ງນີ້ ຍັງໄດ້ເປັນກຽດຮັບຟັງການໂອ້ລົມຈາກ ສະຫາຍ ວຸດທິ ເລື່ອນວິໄລວົງ ເລຂາຄະນະພັກຮາກຖານ ທະນາຄານນະໂຍບາຍ ທີ່ ໄດ້ຕີລາຄາຢ່າງພາວະວິໄສ ຕໍ່ໝາກຜົນໃນການຊີ້ນຳ – ນຳພາຂອງໜ່ວຍພັກ ເຊິ່ງສະຫາຍໄດ້ຍ້ອງຍໍຊົມເຊີຍ ຕໍ່ຜົນງານຂອງຄະນະໜ່ວຍພັກ ໃນການຊີ້ນຳ – ນຳພາ ໃນໄລຍະຜ່ານມາ, ພ້ອມກັນນັ້ນ ສະຫາຍ ເລຂາຄະນະພັກຮາກຖານ ທະນາຄານນະໂຍບາຍ ຍັງໄດ້ຮຽກຮ້ອງໃຫ້ ຄະນະໜ່ວຍພັກຊຸດໃໝ່ ຈະຕ້ອງໄດ້ເພີ່ມທະວີສືບຕໍ່ ເສີມຂະຫຍາຍດ້ານທີ່ພົ້ນເດັ່ນ ແລະ ພ້ອມກັນນັ້ນຈະຕ້ອງໄດ້ອອກແຮງປັບປຸງແກ້ໄຂດ້ານອ່ອນ – ຂໍ້ຄົງຄ້າງ ໃຫ້ຫຼຸດໜ້ອຍຖອຍລົງ, ສຳລັບທິດທາງແຜນການໃນຊຸມປີຕໍ່ໜ້າ ສະຫາຍໄດ້ໃຫ້ທິດຊີ້ນຳ ຕໍ່ຄະນະໜ່ວຍພັກຊຸດໃໝ່ ໃຫ້ເອົາໃຈໃສ່ບາງບັນຫາ ໃນການສືບຕໍ່ເສີມຂະຫຍາຍຜົນສຳເລັດ ເຂົ້າໃນການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫ່ຍຄັ້ງທີ I ຂອງໜ່ວຍພັກ ໂດຍສະເພາະແມ່ນ:

  1. ຈັດ​ຕັ້ງ​ຜັນ​ຂະ​ຫຍາຍກອງ​ປະ​ຊຸມ​ໃຫຍ່​​ໃຫ້​ມີດ້ານ​ຕັ້ງ​ໜ້າ, ດ້ານ​ອ່ອນ​ຄໍ້​ຄົງ​ຄ້າງ​ຕ້ອງ​ມີ​ແນວ​ທາງ, ກຳ​ນົດ​ແຜນ​ງານ​ອັນ​ລະ​ອຽດ, ພ້ອມ​ກັນ​ນັ້ນ​ສ້າງ​ຜົນ​ງານ​ຂຳ​ນັບ​ຮັບ​ຕ້ອນກອງ​ປະ​ຊຸມ​ໃຫຍ່.
  2. ​ສຶກ​ສາ​ອົບ​ຮົມ​ການ​ເມືອງ​ແນວ​ຄິດ​ໃຫ້​ສະ​ມາ​ຊິກ​ພັກ ​ທີ່​ຢູ່​ໃນ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ຕົນ, ໃຫ້​ຮັບ​ຮູ້​ ແລະ ເຊື່ອມ​ຊຶ​ມ​ ຕໍ່ມະ​ຕິ​ກອງປະຊູມໃຫຍ່ຂອງ​ພັກຕົນ.
  3. ກໍ່​ສ້າງ​ຂະ​ຫຍາຍ​ພັກ, ອັດ​ຕາ​ສ່ວນ​ຂອງ​ສະ​ມາ​ຊິກ​ພັກ​ກວມ 40% ຂື້ນ​ໄປ, ການກໍ່​ສ້າງ​ພັກ​ປອດ​ໃສ​ເຂັ້ມ​ແຂງ​ໜັກ​ແໜ້ນ, ການ​ຂະ​ຫຍາຍ​ສະ​ມາ​ຊິກ​ພັກ​ຕ້ອງ​ໄດ້​ເອົາ​ໃຈ​ໃສ່​ຊີ້​ນຳ​ເພີ່ມ​ທະ​ວີ​ຕື່ມ.
  4. ການ​ປັບ​ປຸງ​ແບບ​ແຜນ​ວິ​ທີ​ນຳ​ພາ​ຂອງ​ຄະ​ນະ​ພັກ, ການ​ປັບ​ປຸງວິ​ທີ​ເຮັດ​ວຽກ​ຂອງ​ໜ່ວຍ​ພັກ, ເພີ້ມ​ທະ​ວີ​ຕື່ມ​​ໃຫ້ມີ​ການ​ວາງ​ແຜນ​ຄັກ​ແນ່, ມີ​ການ​ປະ​ເມີນ​ພະ​ນັກ​ງານ​ເປັນ​ປົກ​ກະ​ຕິ, ການ​ປັບ​ປຸງ​ກົງ​ຈັກ​ການ​ຈັດ​ຕັ້ງ​ຕ້ອງ​ໃຫ້​ມີ​ຄວາມ​ເໜາະ​ສົມ, ດ້ານ​ວຽກ​ງານ​ວິ​ຊາ​ສະ​ເພາະ ເຊັ່ນ: ວຽກ​ງານ​ຄຸ້ມ​ຄອງ​ຊັບ​ສົມ​ບັດ, ວຽກ​ງານ​ຕິດ​ພັນ​ກັບ​ການ​ທັນ​ສະ​ໄໜ, ການ​ເປັນ​ເສ​ນາ​ທິ​ການ​ໃຫ້​ແກ່​ຄະ​ນະ​ນຳ, ຄະ​ນະ​ອຳ​ນວຍ​ການ, ສະ​ຫຼຸບ, ສັງ​ລວມ, ລາຍ​ງານ​ຕ້ອງ​ໃຫ້​ທັນ​ກັບ​ສະ​ພາບ, ວຽກ​ງານ​ສະ​ຫຼຸບ​ແຜນ​ທຸ​ລະ​ກິດ​ປະ​ຈຳ​ປີ​ຕ້ອງ​ໄດ້​ເບີ່ງ​ທົບ​ທວນ​ຄືນ, ບັນ​ດາ​ໜ້າ​ວຽກ​ກະ​ກຽມ​ປະ​ສານ​ສົມ​ທົບ, ບັນ​ດາ​ນິ​ຕິ​ກຳ​ຕ່າງໆ ນິ​ຕິ​ກຳ​ຕິດ​ກັບ​ວຽກ​ງານ​ວິ​ຊາ​ສະ​ເພະ.
  5. ທົບ​ທວນ​ຄື​ນ​ບັນ​ດາ​ໜ້າ​ວຽກ ​ໂດຍ​ສະ​ເພາະ​ບັນ​​ຫາ​ ການ​ປະ​ສານ​ສົ​ມ​ທົບ ​ກັບ​ບັນ​ດາ​ສາຍ​ຕັ້ງ ທີ່​ກ່ຽວ​ຂ້ອງ, ການ​ປະສານ​ງານ​ອື່ນໆ ​ລວມ​ເຖິງວຽກ​ງານ ຂາ​ເຂົ້າ – ຂາອອກ ແລະ ວຽກ​ງານ​ເລ​ຂາ​ນຸ​ການ.
  6. ກຳ​ນົດ​ແບບ​ແຜນ​ວິ​ທີ​ເຮັດ​ວຽກ​ ຂອງ​ຄະ​ນະ​ພັກ ​ເພືອ​ເປັນ​ບ່ອນ​ອີງ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ ແລະ ສືບຕໍ່ຮັກສາ ແລະ ເສີມຂະຫຍາຍຜົນງານອັນດີເດັ່ນ ຂອງຖັນແຖວສະມະຊິກພັກ – ພະນັກງານ, ປັບປຸງແບບ ແຜນວິທີ​​ເຮັດວຽກ, ຕິດພັນກັບການປັບປຸງການຈັດຕັ້ງ, ການກໍ່ສ້າງໜ່ວຍພັກປອດໄສ, ເຂັ້ມແຂງ ແລະ ໜັກແໜ້ນ ໃຫ້ມີຜົນສຳເລັດ, ສາມາດຕອບສະໜອງ ຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ວຽກງານໃນ​ໄລຍະໄໝ່.

          ກອງປະຊຸມໄດ້ຮຽກຮ້ອງໃຫ້ ສະມາຊິກພັກ – ພະນັກງານ ຂອງໜ່ວຍພັກ ຈົ່ງໄດ້ເຊີດຊູສະຕິ ແລະ ຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນ ເຮັດໃຫ້ວຽກງານພາຍໃນໜ່ວຍພັກ ມີການຫັນປ່ຽນໃໝ່ທີ່ຕັ້ງໜ້າ, ເຮັດໃຫ້ພັກມີຄວາມປອດໄສ, ເຂັ້ມແຂງ ແລະ ໜັກແໜ້ນ.

You May Also Like

Leave a Reply

Your email address will not be published. Required fields are marked *